ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 02 ທັນວາ 2022

ກຸ່ມທຸລະກິດຈາກຈີນ, ສາມາດຄວບຄຸມ ແລະກໍານົດລາຄາຢາຮັກ​ສາພະຍາດ ຢູ່ໃນລາວໄດ້ ໂດຍຜ່ານບັນດາໂຄງການ ທີ່ໃຫ້ການຊ່ວຍເຫຼືອລ້າ


ຮ້ານຂາຍຢາເອກະຊົນ ຢູ່ໃນສະຖານທີ່ແຫ່ງນຶ່ງຂອງ ສປປ ລາວ.

ກຸ່ມທຸລະກິດຈາກ ຈີນ, ສາມາດຄວບຄຸມ ແລະກໍານົດລາຄາຢາຮັກສາພະຍາດຢູ່ໃນລາວໄດ້ເປັນສ່ວຍຫຼາຍ ໂດຍຜ່ານບັນດາໂຄງການ ທີ່ໃຫ້ການຊ່ວຍເຫຼືອລ້າດ້ານສາທາລະນະສຸກແກ່ລັດຖະບານລາວເພີ້ມຂຶ້ນນັບມື້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ລິງໂດຍກົງ

ນັກທຸລະກິດດ້ານສຸຂະພາບໃນລາວເປີດເຜີຍວ່າ ສາເຫດທີ່ສໍາຄັນທີ່ເຮັດໃຫ້ການ ປະຕິບັດມາດຕະການຄວບຄຸມລາຄາຈໍາໜ່າຍຢາປົວພະຍາດ ບໍ່ສາມາດປະຕິບັດໄດ້ແທ້ຈິງກໍເພາະວ່າ ຢາຮັກສາພະຍາດສ່ວນຫຼາຍໃນລາວຕ້ອງນໍາເຂົ້າຈາກຕ່າງ ປະເທດ ຈຶ່ງເຮັດໃຫ້ບັນດາບໍລິສັດທີ່ນໍາເຂົ້າຢາຮັກສາພະຍາດຈາກຕ່າງປະເທດນັ້ນ ຈະຕ້ອງກໍານົດລາຄາຈໍາໜ່າຍຕາມຕົ້ນທຶນໂຕຈິງ ແລະເມື່ອສົມທົບນໍາການຕົກຕໍ່າລົງຂອງຄ່າເງິນກີບ ທຽບໃສ່ເງິນຕາຕ່າງປະເທດນໍາແລ້ວ ກໍຍິ່ງເຮັດໃຫ້ຢາຮັກສາພະຍາດທີ່ນໍາເຂົ້າຈາກຕ່າງປະເທດມີລາຄາແພງຂຶ້ນອີກ ໃນຂະນະທີ່ພາກສ່ວນຮັບຜິດຊອບຂອງລັດຖະບານລາວ ກໍສາມາດດໍາເນີນການໄດ້ພຽງຂໍການຮ່ວມມືຈາກບໍລິສັດເອກະຊົນບໍ່ໃຫ້ຈໍາໜ່າຍຢາປົວພະຍາດໃນລາຄາທີ່ສູງເກີນໄປເທົ່ານັ້ນ, ດັ່ງທີ່ນັກທຸລະກິດລາວທ່ານນຶ່ງ ຢືນຢັນວ່າ:

“ໂຕຈິງແລ້ວ, ພວກເຮົາມີຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຄາ ແຕ່ວ່າໄດ້ກໍານົດເປັນລັກສະນະ ນະໂຍບາຍລວມ, ຈະບໍ່ສາມາດກໍານົດໄດ້ວ່າໃຫ້ຂາຍເທົ່ານັ້ນ ເທົ່ານີ້ ອັນນີ້ມັນຫຍຸ້ງຍາກ, ໂດຍຜ່ານມາ ທາງກະຊວງອຸດສາຫະກໍາ ແລະການຄ້າ ກໍເຄີຍເຮັດ ມັນກໍໄປບໍ່ລອດ. ດັ່ງນັ້ນ ເຮົາຕ້ອງເບິ່ງຄວາມເປັນຈິງຂອງສັງຄົມມັນເປັນແນວໃດ ເພື່ອໃຫ້ຜູ້ປະກອບການຕ້ອງມີຈັນຍາບັນ ບໍ່ໃຫ້ເອົາລັດເອົາປຽບຜູ້ບໍລິໂພກ, ດັ່ງນັ້ນ ພວກເຮົາຕ້ອງສ້າງຄວາມເຂັ້ມແຂງດ້ວຍການຜະ ລິດພາຍໃນປະເທດ.”

ປັດຈຸບັນ, ກຸ່ມທຸລະກິດຈາກຈີນ ຖືເປັນກຸ່ມທີ່ລົງທຶນຜະລິດຢາປົວພະຍາດແຫ່ງໃຫຍ່ທີ່ສຸດໃນລາວ ໂດຍມີກຸ່ມບໍລິສັດລາວຕຸງເໝິງ-ການຢາ ແລະອາຫານຈໍາກັດ ເປັນກຸ່ມບໍລິສັດຈີນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວໃນການຜະລິດຢາປົວພະຍາດຫຼາຍກວ່າ 60 ຊະນິດ ເຊິ່ງລວມທັງ ການຜະລິດຢາຮັກສາພະ ຍາດໄວຣັສໂຄວິດ-19 ນໍາອີກດ້ວຍ ນັ້ນກໍຄືຢາ MOLAVIR, ໂດຍທີ່ກຸ່ມບໍລິ ສັດດັ່ງກ່າວກໍໄດ້ມອບຢາປົວພະຍາດໃຫ້ແກ່ກະຊວງສາທາລະນະສຸກຂອງລາວ ຄິດເປັນມູນຄ່າ 200,000 ໂດລາໃນແຕ່ລະປີ, ເຊິ່ງບໍ່ພຽງພໍກັບຄວາມຕ້ອງການໂຕຈິງໃນດ້ານສາທາລະນະສຸກຂອງລາວ ຈຶ່ງເຮັດໃຫ້ຈະຕ້ອງສົ່ງເສີມການລົງ ທຶນຈາກຕ່າງປະເທດໃຫ້ມີຄວາມຫຼາກຫຼາຍຂຶ້ນ ແຕ່ກໍມີເງື່ອນໄຂວ່າລັດຖະບານລາວຈະຕ້ອງສ້າງຄວາມໝັ້ນໃຈໃຫ້ກັບນັກລົງທຶນຕ່າງຊາດໃນຫຼາຍດ້ານນໍາກັນ ດັ່ງທີ່ນັກທຸລະກິດໄທໃນລາວທ່ານນຶ່ງຢືນຢັນວ່າ:

“ການໃຫ້ອໍານວຍຄວາມສະດວກພື້ນຖານໂຄງລ່າງຕ່າງໆ ບໍ່ວ່າຊິເປັນເລື້ອງຂອງການຂົນສົ່ງ ເລື້ອງກ່ຽວກັບການສົ່ງເສີມແຮງງານພາຍໃນ ແລ້ວກໍການນໍາເຂົ້າແຮງງານຜູ້ຊ່ຽວຊານຈາກຕ່າງປະເທດ ແລ້ວກໍຖ້າຫາກວ່າເຂົ້າມາເຮັດທຸລະກິດຢູ່ໃນ ສປປ ລາວ ແລ້ວນີ້ ຫາກມີຂໍ້ພິພາດເກີດຂຶ້ນ ເລື້ອງຂອງການລະງັບຂໍ້ພິພາດຈະຕ້ອງມີຄວາມຈະແຈ້ງ ແລ້ວກໍຂັ້ນຕອນໃນການລະງັບຂໍ້ພິພາດນີ້ຕ້ອງວ່ອງໄວ-ທັນທີທັນໃດ, ເວົ້າງ່າຍໆກໍຄື ຕ້ອງມີຄວາມຍຸຕິທໍາ ແລະຈະແຈ້ງ.”

ສ່ວນການເຂົ້າຫຼັກປະກັນດ້ານສຸຂະພາບຂອງປະຊາຊົນລາວນັ້ນ ສາມາດຈັດຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ, ໃນຂະນະທີ່ເປົ້າໝາຍ ໄດ້ວາງເອົາໄວ້ຢູ່ 51 ເປີເຊັນຂອງປະຊາຊົນລາວທັງໝົດ ລວມທັງຍັງມີການປະປ່ອຍໃຫ້ມີຄລີນິກທີ່ບໍ່ໄດ້ມາດຕະຖານຈໍານວນຫຼາຍອີກດ້ວຍ ເຊິ່ງເຫັນໄດ້ຈາກການຍຸບເລີກຄລີນິກເອກະຊົນທີ່ບໍ່ໄດ້ມາດຕະຖານ 248 ແຫ່ງ, ແລະຍັງສືບຕໍ່ການກວດກາອີກ 802 ແຫ່ງໃນປັດຈຸບັນນີ້, ໃນຂະນະທີ່ລະບົບການບໍລິການດ້ານສາທາລະນະສຸກຂອງລັດ ຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໂຕຈິງຂອງປະຊາ ຊົນລາວໄດ້ຢ່າງທົ່ວເຖິງ ໂດຍໃນປັດຈຸບັນລາວມີໂຮງໝໍແຂວງ 17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ ແລະສຸກສາລາໃນຊົນນະບົດ 1,020 ແຫ່ງ, ສ່ວນເຂດນະຄອນຫຼວງວຽງຈັນມີໂຮງໝໍຂອງລັດ 4 ແຫ່ງ, ນອກຈາກນີ້ກໍມີຄລີນິກເອກະຊົນ 1,050 ແຫ່ງ, ໂຮງໝໍເອກະຊົນ 27 ແຫ່ງ, ໃນນີ້ 18 ແຫ່ງຢູ່ນະຄອນ ຫຼວງ, ແລະ 9 ແຫ່ງຢູ່ຕ່າງແຂວງ.

ທາງດ້ານອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ກໍໄດ້ລາຍງານວ່າ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີທີ່ຜ່ານມາ ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານ ໃນນີ້ມີເຖິງ 5 ດ້ານ ທີ່ກ່ຽວຂ້ອງກັບການບໍລິການດ້ານສາທາລະນະສຸກກໍຄື ເດັກອາຍຸຕໍ່າກວ່າ 5 ປີຍັງມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ, ເດັກທີ່ນໍ້າໜັກຕໍ່າກວ່າເກນກໍມີເຖິງ 27 ເປີເຊັນ, ອັດຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 1 ປີກໍສູງເຖິງ 45 ຄົນຕໍ່ 1,000 ຄົນ, ແລະການເສຍຊີວິດຂອງແມ່ໃນຂະນະຖືພາກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ, ສ່ວນແມ່ທີ່ເກີດລູກ ໂດຍໄດ້ຮັບການຊ່ວຍ ເຫຼືອຈາກແພດ-ພະຍາບານກໍມີພຽງແຕ່ 54 ເປີເຊັນຂອງຈໍານວນແມ່ທີ່ເກີດລູກທັງໝົດໃນລາວ, ສ່ວນເປົ້າໝາຍຈະຂະຫຍາຍການບໍລິການສາທາລະນະສຸກດ້ວຍການກໍ່ສ້າງສຸກສາລາໃຫ້ໄດ້ 1,000 ກວ່າແຫ່ງ ທີ່ມີແພດ-ໝໍ ພະຍາບານ ແລະພະຍາບານປະດຸງຄັນປະຈໍາການທຸກແຫ່ງນັ້ນ ກໍຍັງບໍ່ສາມາດປະຕິບັດໄດ້ຢ່າງແທ້ຈິງ ນັບແຕ່ປີ 2020 ເປັນຕົ້ນມາ ເພາະຂາດງົບປະມານກວ່າ 800 ລ້ານໂດລາຕໍ່ປີ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG