ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຜະລິດລົດຂອງຈີນ BYD ພວມຊອກຫາ ສະຖານທີ່ສຳລັບໂຮງງານ ໃນເມັກຊິໂກ ຜູ້ບໍລິຫານ ກ່າວ


ຮອງປະທານຜູ້ບໍລິຫານຂອງບໍລິສັດ BYD ແລະເປັນ CEO ຂອງ BYD Americas ທ່ານນາງ ສແຕລລາ ລີ (Stella Li) ຕັ້ງທ່າເພື່ອຖ່າຍຮູບ ໃນລະຫວ່າງງານປະກາດການເປີດໂຕຜູ້ຜະລິດລົດໄຟຟ້າຂອງຈີນ EV Dolphin Mini ທີ່ມີລາຄາຖືກ ໃນນະຄອນຫຼວງຂອງເມັກຊິໂກ, ວັນທີ 28 ກຸມພາ 2024.
ຮອງປະທານຜູ້ບໍລິຫານຂອງບໍລິສັດ BYD ແລະເປັນ CEO ຂອງ BYD Americas ທ່ານນາງ ສແຕລລາ ລີ (Stella Li) ຕັ້ງທ່າເພື່ອຖ່າຍຮູບ ໃນລະຫວ່າງງານປະກາດການເປີດໂຕຜູ້ຜະລິດລົດໄຟຟ້າຂອງຈີນ EV Dolphin Mini ທີ່ມີລາຄາຖືກ ໃນນະຄອນຫຼວງຂອງເມັກຊິໂກ, ວັນທີ 28 ກຸມພາ 2024.

ບໍລິສັດຜະລິດລົດໄຟຟ້າຂອງຈີນ BYD ກຳລັງຊອກຫາສະຖານທີ່ໃນເມັກຊິໂກ ເພື່ອຕັ້ງໂຮງງານຂຶ້ນ ທີ່ແນໃສ່ເພື່ອສົ່ງເສີມຮຸ້ນສ່ວນຂອງຕະຫຼາດໃນທ້ອງຖິ່ນ ຂອງບໍລິສັດ ອີງຕາມການກ່າວຂອງຜູ້ບໍລິຫານໃຫຍ່ ຫຼື CEO ຂອງ ບໍລິສັດ BYD ຮັບຜິດຊອບເຂດອາເມຣິກາ ທ່ານນາງ ສແຕລລາ ລີ ທີ່ໄດ້ກ່າວຕໍ່ອົງ ການຂ່າວຣອຍເຕີສ໌ ໃນວັນພຸດວານນີ້.

ບໍລິສັດດັ່ງກ່າວຄາດວ່າ ຈະເລືອກເອົາສະຖານທີ່ສຳລັບໂຮງງານ ຊຶ່ງເປັນບ່ອນທີ່ມີກຳລັງຜະລິດລົດໄດ້ 150,000 ຄັນຕໍ່ປີ ພາຍໃນທ້າຍປີນີ້ ທ່ານນາງລີ ກ່າວ.

ບໍລິສັດ BYD ໄດ້ແຊງໜ້າໝູ່ໃນການຂາຍລົດໄຟຟ້າ ຫຼື EV ໃນທົ່ວໂລກ ທີ່ເຄີຍເປັນຕະຫຼາດນຳໜ້າໂດຍ ບໍລິສັດ Tesla ໃນໄຕມາດທີສີ່ຂອງປີ 2023, ແລະ ບັນດາເຈົ້າໜ້າທີ່ດ້ານອຸດສາຫະກຳລົດຍົນ ກ່າວວ່າ ການຜັກດັນຂອງ BYD ເຂົ້າໄປໃນເມັກຊິໂກນັ້ນ ເປັນລາງສັງຫອນໃນການແຂ່ງຂັນທີ່ເປັນໄພຄຸກ ຄາມຈາກບໍລິສັດຜະລີດລົດຍົນທີ່ຕັ້ງຢູ່ໃນເຂດເສິນເຈິນ ແລະບໍລິສັດອື່ນໆຂອງ ຈີນ ອາດມີຕໍ່ບັນດາບໍລິສັດທີ່ດຳເນີນການຢູ່ແລ້ວ ໃນຕະຫຼາດຂອງສະຫະລັດ.

ກຸ່ມສົ່ງເສີມການຜະລິດຂອງສະຫະລັດ, ທີ່ເອີ້ນວ່າ ພັນທະມິດເພື່ອການຜະລິດ ຂອງອາເມຣິກາ, ໃນເດືອນນີ້ ໄດ້ເຕືອນວ່າພວກລົດແລະອາໄຫລ່ຂອງຈີນທີ່ມີ ລາຄາຖືກ ອາດເປັນໄພຄຸກຄາມຕໍ່ການຢູ່ລອດຂອງບັນດາບໍລິສັດລົດຍົນທັງ ຫຼາຍໃນສະຫະລັດ. ກຸ່ມດັ່ງກ່າວ ໄດ້ຮຽກຮ້ອງຕໍ່ວໍຊິງຕັນ ໃຫ້ກີດກັ້ນການນຳເຂົ້າ ພວກລົດຍົນແລະອາໄຫລ່ທີີ່ມີລາຄາຖືກຂອງຈີນ ຈາກເມັກຊິໂກ ເພື່ອປ້ອງກັນ “ເຫດການໃນລະດັບຂອງການສູນພັນ” ສຳລັບພາກລົດຍົນຂອງສະຫະລັດ.

Chinese electric vehicle maker BYD is looking for a location in Mexico to set up a factory aimed at boosting the company's share of the local market, BYD Americas CEO Stella Li told Reuters on Wednesday.

The company expects to choose a location for the plant, which is set to have a production capacity of 150,000 cars annually, by the year's end, Li said.

BYD outpaced former market leader Tesla in EV sales globally in the fourth quarter of 2023, and auto industry officials say its push into Mexico foreshadows a competitive threat the Shenzhen-based automaker and others from China may pose to companies already operating in the U.S. market.

A U.S. manufacturing advocacy group, the Alliance for American Manufacturing, this month warned low-cost Chinese cars and parts could threaten the viability of auto companies in the U.S. The group called on Washington to block the import of low-cost Chinese autos and parts from Mexico to prevent an "extinction-level event" for the U.S. auto sector.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG