ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກລົງທຶນຈີນ ເລີ້ມກໍ່ສ້າງສະໜາມບິນ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ ເພື່ອຮອງຮັບນັກພະນັນ ແລະ ນັກທ່ອງທ່ຽວ


ພາບທີ່ຖ່າຍຈາກແມ່ນໍ້າຂອງທີ່ຢູ່ນອກໂຮງກາຊິໂນ King Roman ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ແຂວງບໍ່ແກ້ວທີ່ໄດ້ຮັບການສໍາປະທານ ແລະພັດທະນາໂດຍກຸ່ມບໍລິສັດດອກງິ້ວຄໍາຂອງຈີນ
ພາບທີ່ຖ່າຍຈາກແມ່ນໍ້າຂອງທີ່ຢູ່ນອກໂຮງກາຊິໂນ King Roman ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ແຂວງບໍ່ແກ້ວທີ່ໄດ້ຮັບການສໍາປະທານ ແລະພັດທະນາໂດຍກຸ່ມບໍລິສັດດອກງິ້ວຄໍາຂອງຈີນ

ນັກລົງທຶນຊາວຈີນເລີ້ມລົງມືກໍ່ສ້າງສະໜາມບິນໄລຍະທີ 1 ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາໃນແຂວງບໍ່ແກ້ວ ດ້ວຍເປົ້າໝາຍຈະຮອງຮັບນັກພະນັນ ແລະນັກທ່ອງທ່ຽວຕ່າງຊາດໃຫ້ຫລາຍຂຶ້ນ. ຊົງລິດ ໂພນເງິນ ມີລາຍງານມາສະເໜີທ່ານຈາກບາງກອກ.

ກຸ່ມບໍລິສັດດອກງິ້ວຄໍາຈາກຈີນຜູ້ທີ່ໄດ້ຮັບສໍາປະທານ ແລະລົງທຶນພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວລາຍງານວ່າ ໄດ້ເລີ້ມກໍສ້າງສະໜາມ ບິນໃໝ່ໄລຍະ ທີ 1 ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາແລ້ວໃນປັດຈະບັນ ໂດຍສະໜາມບິນຈະມີທາງແລ່ນຍາວ 2,500 ທີ່ສາມາດຮອງຮັບເຄື່ອງບິນລຸ້ນ Airbus-320 ແລະ Boeing-737 ໄດ້ຕາມລະດັບມາດຕະຖານສາກົນ ໂດຍຈະໃຊ້ເງິນທຶນໃນມູນຄ່າ 150 ລ້ານໂດລາ ເພື່ອກໍ່ສ້າງໃຫ້ແລ້ວເສັດ ແລະເປີດການນໍາໃຊ້ພາຍໃນກາງປີ 2023 ຊຶ່ງຄາດວ່າຈະສາມາດດຶງດູດ ແລະອໍານວຍຄວາມສະດວກ ໃຫ້ນັກພະນັນ ແລະນັກທ່ອງທ່ຽວເດີນທາງມາໃນເຂດເສດຖະກິດພິເສດສາມຫລ່ຽມຄໍາເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຊາວຈີນທີ່ເປັນລູກຄ້າສໍາຄັນຂອງບ່ອນກາຊິໂນ King Roman ຂອງເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ແລ້ວນັ້ນ.

ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ແຂວງບໍ່ແກ້ວ
ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ແຂວງບໍ່ແກ້ວ

ແຕ່ຢ່າງໃດກໍຕາມກະຊວງການເງິນຂອງສະຫະລັດອາເມຣິກາ ກໍໄດ້ຂຶ້ນບັນຊີດຳ ແລະ ຖືວ່າ ທ່ານຈ້າວ ເຫວີຍ ປະທານບໍລິຫານຂອງກຸ່ມບໍລິສັດດອກງິ້ວຄຳນັ້ນເປັນອາຊະຍາກອນ ຜູ້ທີ່ມີສ່ວນກ່ຽວຂ້ອງໃນການຄ້າຢາເສບຕິດ ການຄ້າມະນຸດ ການຟອກເງິນ ການໃຫ້ສິນບົນ ແລະການຄ້າສັດປ່າຂ້າມຊາດນັບແຕ່ເດືອນມັງກອນ ປີ 2018 ເປັນຕົ້ນມາ ແຕ່ທ່ານ ຈ້າວ ເຫວີຍ ກໍໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະຕອບໂຕ້ວ່າເປັນການກະທຳຝ່າຍດຽວທີ່ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳແຕ່ຢ່າງໃດ ເພາະເປັນການລົງທຶນທີ່ຖືກຕ້ອງຕາມລະບຽບກົດໝາຍຂອງລາວໃນທຸກດ້ານນັ້ນເອງ.

ທັງ​ນີ້​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ໄດ້ຮັບອະນຸມັດຈາກລັດຖະບານລາວໃນການ​ເພີ່ມ​ພື້ນ​ທີ່​ສຳ​ປະ​ທານ​ຈາກ 3,000 ເຮັກ​ຕາ​ເປັນ 10,000 ເຮັກ​ຕາເມື່ອປີ 2020 ທີ່ຜ່ານມາ ແລະ ຍັງໃຫ້ຄົງ​ອາ​ຍຸ​ສຳ​ປະ​ທານໄວ້ 99 ປີ ເຊັ່ນເດີມໂດຍໃຫ້ເລີ້ມ​ນັບ​ຈາກ​ປີ 2007 ເປັນຕົ້ນໄປ ກໍຄື​ຈະ​ຄົບ​ອາ​ຍຸ​ສຳ​ປະ​ທານ​ໃນ​ປີ 2106 ນັ້ນ​ເອງ.

ສ່ວນຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງຊາດລາວໄດ້ສະເໜີລາຍງານວ່າ ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທັງ 12 ແຫ່ງໃນລາວ ໃນລາວໃນປັດຈຸບັນນີ້ມີບໍລິສັດເອກະຊົນເຂົ້າມາລົງທຶນຈຳນວນເຖິງ 806 ລາຍ ໃນນີ້ເປັນບໍລິສັດຕ່າງຊາດ 688 ລາຍແລະບໍລິສັດຮ່ວມທຶນລະຫວ່າງເອກະຊົນລາວ ກັບຕ່າງຊາດ 118 ລາຍ ມີມູນຄ່າລົງທຶນລວມເກີນກວ່າ 4,500 ລ້ານໂດລາ ແລະຜະລິດສິນຄ້າສົງອອກໄປຕ່າງປະເທດໃນມູນຄ່າ 394.4 ລ້ານໂດລາ ໂດຍມອບພັນທະໃຫ້ລັດຖະບານລາວ ໃນມູນຄ່າລວມ 122 ຕື້ກີບ ຫລືປະມານ 13 ລ້ານໂດລາໃນປີທີ່ຜ່ານມາ.

ນອກ​ຈາກນີ້​ບັນ​ດາ​ບໍ​ລິ​ສັດ​ຕ່າງຊາດກໍ​ຍັງ​ໄດ້​ນຳ​ເຂົ້າ​ແຮງ​ງານ​ສ່ວນຫຼາຍ​ມາ​ຈາກ​ຕ່າງ​ປະ​ເທດ​ອີກ​ດ້ວຍ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈ້າງ​ແຮງ​ງານ​ຈຳ​ນວນ​ທັງ​ໝົດ 26,756 ຄົນ​ໃນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ທັງ 12 ແຫ່ງ ​ປາ​ກົດ​ວ່າ​ມີ​ການ​ຈ້າງ​ແຮງ​ງານ ລາວ ພຽງ​ແຕ່ 2,607 ຄົນ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ​ຝີ​ມື​ຂອງ​ແຮງ​ງານລາວບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບໍ​ລິ​ສັດ​ຕ່າງ​ຊາດ​ໄດ້​ຢ່າງ​ພຽງ​ພໍ ທັງມີ​ບັນ​ຫາ​ໃນຫຼາຍ​ດ້ານ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ ໃນ​ນີ້​ກໍ​ລວມ​ເຖິງ​ບັນ​ຫາກ່ຽວ​ກັບນິ​ຕິ​ກຳ​ທີ່ບໍ່​ຊັດ​ເຈນ ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະການ​ລົງ​ທຶນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

"ນິ​ຕິ​ກຳ ກ່ຽວ​ກັບ ເຂດ​ເສດ​ຖ​ະ​ກິດ​ພິ​ເສດ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ທັນ​ໜັກ​ແໜ້ນ​ພຽງ​ພໍ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ພົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ລົງ​ທຶນ ອັນ​ສອງນີ້​ກະ​ແມ່ນ​ການ​ຈັດ​ສັນ ແລະ ການ​ກຳ​ນົດ​ເນື້ອ​ທີ່​ດິນ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ ອັນ​ທີ​ສາມ​ແມ່ນ​ການ​ສ້າງ ແລະ ສະ​ໜອງ​ແຮງ​ງານ​ເພື່ອ​ປ່ຽນ​ແທນ​ແຮງ​ງານ​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ເປັນ​ລະ​ບົບ ການ​ສ້າງ​ໂຄງ​ການ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ການ​ຜະ​ລິດ​ເພື່ອ​ຕອບ​ສະ​ໜອງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃຫ້​ແກ່​ຄວາມ​ຕ້ອງ​ການ ກະ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ."

ທັງນີ້ ໃນ 12 ເຂດເສດຖະກິດພິເສດດັ່ງກ່າວເປັນການລົງທຶນຂອງບັນດາບໍລິສັດຈາກຈີນໃນ 9 ເຂດ ໂດຍບໍ່ລວມໂຄງການພັດທະນາເສດຖະກິດໃໝ່ມະຫານະທີສີທັນດອນ ທີ່ເມືອງໂຂງ ທີ່ມີອາຍຸສໍາປະທານ 99 ປີ ໃນພື້ນທີ່ລວມ 9,848 ເຮັກຕາ ຊຶ່ງບໍລິສັດຈີນຈະໃຊ້ເງິນທຶນຫລາຍກວ່າ 9,000 ລ້ານໂດລາໃນໂຄງການ.

XS
SM
MD
LG