ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ສີ ຈິ່ນ​ຜິງ ຈະ​ເດີນ​ທາງ​ໄປ ອິນ​ເດຍ ທ່າມ​ກາງ ສາຍ​ພົວ​ພັນ​ທີ່ ຕຶງ​ຄຽດ ກ່ຽວ​ກັບ ແຄວ້ນ ແຄັ​ສ​ເມຍ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ, ຊ້າຍ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນຜິງ ໃນ​ພິ​ທີ​ເຊັນ​ສັນ​ຍາ ໂດຍ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ BRICS ໃນ​ເມືອງ ກົວ, ປະ​ເທດ ອິນ​ເດຍ. 16 ຕຸ​ລາ, 2016.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ, ຊ້າຍ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນຜິງ ໃນ​ພິ​ທີ​ເຊັນ​ສັນ​ຍາ ໂດຍ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ BRICS ໃນ​ເມືອງ ກົວ, ປະ​ເທດ ອິນ​ເດຍ. 16 ຕຸ​ລາ, 2016.

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ອິນ​ເດຍ ເພື່ອ​ຈັດ​ກອງ​
ປະ​ຊຸມ​ສຸດຍອດ​ທີ່ບໍ່​ເປັນ​ທາງ​ການ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ
ໂມ​ດີ ໃນ​ວັນທີ 11 ຫາ 12 ຕຸ​ລານີ້.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງວັດ ເຊິ່ງ​ຕັ້ງ​ຢູ່​ແຄມ​ຊາຍ​ຝັ່ງ​ທະ​ເລ ໃກ້​ກັບ​ເມືອງ
ເຈັນ​ໄນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ ແມ່ນ​ຄາດ​ວ່າ​ຈະ​ແກ້​ໄຂ​ບັນ​ຫາ​ສາຍ​ພົວ​ພັນ​ທີ່​ຕຶງ​
ຄຽດ​ຍ້ອນຫຼາຍ​ບັນ​ຫາ.

ບັນ​ຫາ​ຫຼ້າ​ສຸດ​ທີ່​ເຮັດ​ໃຫ້​ສາຍ​ພົວ​ພັນ​ມືດ​ມົນລະ​ຫວ່າງ ມະ​ຫາ​ອຳ​ນາດ ໃນ​ເອ​ເຊຍ ນັ້ນ
​ແມ່ນ​ການ​ຍົກ​ເລີກ​ການ​ປົກ​ຄອງ​ຕົນ​ເອງ ​ຕາມ​ລັດ​ຖະ​ທຳ​ມະ​ນູນ ຢູ່​ທີ່​ແຄວ້ນ ແຄັ​ສ​ເມຍ
ທີ່​ຍັງມີ​ຄວາມ​ຂັດ​ແຍ້ງ​ກັນຂອງ ອິນ​ເດຍ ເມື່ອ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ. ການ​ປະ​ທ້ວງ
ຂອງ ຈີນ ກ່ຽວ​ກັບ​ການ​ກະ​ທຳ ແລະ ການ​ໜູນຫຼັງ​ຢ່າງ​ແຂງ​ແກ່ນ​ຂອງ​ພວກ​ເຂົາ​ເຈົ້າຕໍ່
ປາ​ກິ​ສ​ຖານ ກ່ຽວ​ກັບ​ບັນ​ຫາດັ່ງ​ກ່າວທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ໃນ ອິນ​ເດຍ, ເຊິ່ງ
​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ນັ້ນ​ແມ່ນ​ບັນ​ຫາ​ພາຍ​ໃນ. ອິນ​ເດຍ ແລະ ປາ​ກິ​ສ​ຖານ ຕ່າງ​ກໍ
ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ແຄວ້ນ​ແຄັ​ສ​ເມຍ ທີ່​ຕັ້ງ​ຢູ່​ເທິງ​ພູ​ຫິ​ມະ​ໄລ​ ແລະ ໄດ້​ຕໍ່​ສູ້ກັນ ​ໃນ
​ສົງ​ຄາມ​ສອງ​ຄັ້ງ ​ຍາດ​ເອົາ​ເຂດ​ແດນ​ດັ່ງ​ກ່າວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດ​ວານ
ນີ້​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ທີ່ບໍ່​ເປັນ​ທາງ​ການ​ໃນ​ເມືອງ ເຈັນ​ໄນ ຈະ​ເປີດໂອ​ກາດ​ໃຫ້​ຜູ້​
ນຳ​ທັງ​ສອງ​ທ່ານ ​ສືບ​ຕໍ່​ການ​ປຶກ​ສາ​ຫາ​ລື​ຂອງເພິ່ນ ກ່ຽວ​ກັບ​ ບັນ​ຫາ​ທີ່​ຄອບ​ງຳ​ຢູ່ ກ່ຽວ
​ກັບ ການ​ຮ່ວມ​ມື​ສອງ​ຝ່າຍ, ຄວາມ​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ, ແລະ ເພື່ອ​ແລກ
​ປ່ຽນ​ທັດ​ສະ​ນະ​ຄະ​ຕິ ກ່ຽວ​ກັບ ການ​ເປັນ​ຄູ່​ຮ່ວມ​ການ​ພັດ​ທະ​ນາ​ທີ່​ໃກ້​ຊິ​ດ​ຍິ່ງ​ຂຶ້ນ​ລະ
​ຫວ່າງ ອິນ​ເດຍ ກັບ ຈີນ.”

ກ່ອນກອງ​ປະ​ຊຸມ​ສຸດຍອດ​ນັ້ນ, ທູດ​ພິ​ເສດ​ຂອງ ຈີນ ປະ​ຈຳ​ນະ​ຄອນຫຼວງ ນິວ ເດ​ລີ,
ທ່ານ ຊຸນ ເຫວີຍດອງ, ຍັງ​ໄດ້​ໃຫ້​ຄຳ​ເຫັນ ​ທີ່​ເປັນ​ແງ່ບວກວ່າ ມັນ​ເປັນ “ເລື່ອງ​ປົກ​ກະ​ຕິ”
ສຳ​ລັບ​ບັນ​ດາ​ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ທີ່​ຈະ​ມີ​ຄວາມ​ຄິດ​ແຕກ​ຕ່າງກັນ.

ທ່ານ​ໄດ້​ກ່າວ​ຕໍ່​ອົງ​ກາ​ນ​ຂ່າວ ANI ວ່າ “ສິ່ງ​ສຳ​ຄັນ​ແມ່ນ​ການ​ຮັບ​ມື​ກັບ​ຄວາມ​ແຕກ​ຕ່າງ
​ຢ່າງ​ເໝາະ​ສົມ ແລະ ຫາ​ທາງແກ້​ໄຂ​ຜ່ານ​ການ​ສົນ​ທະ​ນາ ແລະ ການ​ປຶກ​ສາ​ຫາ​ລື.”

ຈີນ ແລະ ອິນ​ເດຍ ຍັງ​ຄາດ​ວ່າ ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ບັນ​ຫາ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ
​ຄວາມ​ຂັດແຍ້ງ​ຢູ່​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ ແລະ ການ​ຄ້າ.

ອິນ​ເດຍ ​ຢາກເຂົ້າ​ຫາ​ຕະຫຼາດ​ຂອງ ຈີນ ຫຼາຍ​ຂຶ້ນ ເພື່ອຫຼຸ​ດ​ຜ່ອນ​ການ​ຂາດ​ດຸນ​ການ​ຄ້າ
55 ຕື້​ໂດ​ລາຕາມ​ການ​ສະ​ໜັບ​ສະ​ໜູນ​ຂອງ ຈີນ ໃນ​ຂະ​ນະ​ທີ່​ ປັກ​ກິ່ງ ແມ່ນ​ໄດ້​ຮຽກ​ຮ້ອງ​
ໃຫ້ ນິວ ເດ​ລີ ອະ​ນຸ​ຍາດບໍ​ລິ​ສັດ​ຜະ​ລິດ​ອຸ​ປະ​ກອນຄົມ​ມະ​ນາ​ຄົມ ຫົວ​ເຫວີຍ ເຂົ້າ​ປະ​ມູນ
ໃນ​ການ​ສ້າງ​ເຄືອ​ຂ່າຍ 5G ທີ່​ຖືກ​ສະ​ເໜີໂດຍ ອິນ​ເດຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG