ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນປະເຊີນກັບ ບັນຫານໍ້າ ເປັນພິດ (ວີດິໂອລາວ/ອັງກິດ)


ຄວັນໝອກມົນລະພິດ ຢູ່ເຂດນຶ່ງຂອງປັກກິ່ງ
ຄວັນໝອກມົນລະພິດ ຢູ່ເຂດນຶ່ງຂອງປັກກິ່ງ
ບັນຫາຄວັນໝອກອາກາດ​ເປັນມົນ​ລະ​ພິດຂອງຈີນ ​ໄດ້ກາຍເປັນ​
ເລື້ອງພາດ ຫົວຂ່າວຢູ່​ໃນໜັງສືພິມຕ່າງໆ ຢ່າງຄຶກໂຄມເມື່ອບໍ່ດົນ
ມານີ້ ແຕ່ກໍຍັງມີບັນຫາດ້ານສະພາບແວດລ້ອມອີກປະການນຶ່ງທີ່​ ສ້າງຄວາມເປັນຫ່ວງຊ້ອນ ຂຶ້ນມາ ​ແລະ​ພາ​ໃຫ້​ມີ​ການ​ອະພິປາຍ​
ກັນ​ຢ່າງ​ຟົດ​ເດືອດ ນັ້ນກໍຄືບັນຫາມົນລະພິດນໍ້າ. William Ide
ຜູ້ສື່ຂ່າວວີໂອເອ ມີ​ລາຍ​ງານ​ກ່ຽວ​ກັບການ​ອະພິປາຍ​ເລື້ອງ
ຄວາມ​ເປັນ​ຫ່ວງ​ນໍາໃນຄຸນນະພາບນໍ້າຂອງຈີນ ຊຶ່ງທອງປານຈະ​
ນໍາມາສະເໜີທ່ານ.

ເບິ່ງວີດິໂອພາສາລາວ:



ເມື່ອບໍ່ດົນມານີ້ ເວລາແມ່ນໍ້າສາຍນຶ່ງຢູ່ໃນແຂວງ Shanxi ທາງພາກເໜືອຂອງຈີນເປື້ອນເປີ​ະ
ດ້ວຍສານພິດເຄມີ ພວກເຈົ້າໜ້າທີ່​ບໍ່​ໄດ້ລາຍງານໃຫ້​ປະຊາຊົນ​ຮູ້ ຈົນ​ກ່ວາ 5 ມື້​ຜ່ານ​ໄປ.

​ແຕ່​ເຖິງ​ແມ່ນເຈົ້າ​ເມືອງ​ໄດ້ຂໍໂທດຂໍ​ໂພຍ ແລະເຈົ້າໜ້າທີ່ໂຮງງານເຄມີຖືກໄລ່ອອກຫລາຍ​ຄົນ ການຮົ່ວໄຫລຂອງສານເຄມີກໍໄດ້ສົ່ງຜົນກະທົບຕໍ່ນໍ້າ ດື່ມນໍ້າໃຊ້ໃນຫຼາຍຫົວເມືອງ ທີ່ຢູ່ຕອນ
ລຸ່ມຂອງແມ່ນໍ້າສາຍດັ່ງກ່າວ. ບັນຫານີ້ຍັງສະທ້ອນເຖິງການທໍາລາຍຄວາມ ໄວ້ວາງໃຈຂອງ
ມະຫາຊົນ ໃນລັດຖະບານ.

ອິງຕາມສະຖິຕິທາງການຂອງຈີນ ​ກໍ​ແມ່ນວ່າ ຈີນປະສົບ​ກັບເຫດການມົນລະພິດໃນນໍ້າ ປະມານ 1,700 ເທື່ອໃນແຕ່ລະປີ ແລະຫຼາຍເຖິງ 40% ຂອງແມ່ນໍ້າທັງໝົດຂອງຈີນ ມີບັນ
ຫາມົນລະພິດຢ່າງ​ຮ້າຍ​ແຮງ. ຈີນ​ບໍ່​ພຽງ​ແຕ່​ປະສົບ​ກັບ​ບັນຫາ​ແຫຼ່ງນໍ້າ​ທໍາ​ມະ​ຊາດເປັນມົນ
​ລະ​ພິດ​ເທົ່າ​ນັ້ນ ​ແຕ່ຍັງ​ມີ​ບັນຫາ​ຂາດ​ແຄນ​ນໍ້າ ຫຼາຍຂຶ້ນ​ນັບ​ມື້​ເຊັ່ນກັນ.

ນະຄອນຫລວງປັກກິ່ງກໍເປັນບ່ອນນຶ່ງ ທີ່ມີການຖົກຖຽງກັນຢ່າງ​ຟົດ​ເດືອດ ກ່ຽວກັບ​ຄຸນນະ
ພາບ ແລະປະລິມານຂອງນໍ້າດື່ມນໍ້າໃຊ້.

Zhao Feihong ເປັນນັກຄົ້ນຄວ້າຄຸນນະພາບນໍ້າ ປະຈໍາສະມາຄົມຮັກສາສຸຂະພາບ
ທີ່ປັກກິ່ງ.

ທ່ານນາງ ເຟ້ຫົງ ເວົ້າວ່າ: “ໃນຈໍານວນແມ່ນໍ້າຫຼາຍກວ່າ 100 ສາຍ​ຢູ່​ໃນປັກກິ່ງ ປັດຈຸບັນນີ້ ມີແມ່ນໍ້າພຽງສອງຫຼືສາມແຫ່ງ​ເທົ່າ​ນັ້ນ ທີ່ເອົາມາເຮັດນໍ້າປະປາໄດ້ ​
ລະ​ກໍ​ເປັນພວກແມ່ນໍ້າ ທີ່ລັດຖະບານປັກກິ່ງໃຫ້ການຮັກສາຄຸ້ມຄອງເປັນຢ່າງ
ດີ ຄືເປັນພວກແມ່ນໍ້າທີ່ເຮົາເອົາມາດື່ມມາໃຊ້ໄດ້ ສ່ວນແມ່ນໍ້າອື່ນໆ​ນັ້ນ ຖ້າຫາກ
ວ່າ ບໍ່ເຫືອດແຫ້ງໄປໝົດ​ແລ້ວ ກໍ​ແມ່ນ​ເຕັມ​ໄປ​ດ້ວຍ​ມົນລະພິດຈາກສິ່ງເສດເຫຼືອ
ທີ່​ມາ​ຈາກ​ໂຮງ​ຈັກ​ໂຮງງານ.”


ທ່ານນາງ Zhao ແລະສາມີ ຊຶ່ງກໍເປັນນັກຄົ້ນຄວ້າ ກ່ຽວ​ກັບຄຸນນະພາບນໍ້າເຊັ່ນກັນ ໄດ້
ຮັບຄວາມສົນໃຈຢ່າງ​ໃຫຍ່​ຫຼວງຈາກປວງຊົນເມື່ອບໍ່ດົນມານີ້ ທັງທາງ​ອອນ​ໄລນ໌ແລະທາງ
ສື່ຕ່າງໆຂອງລັດ ຫຼັງຈາກທີ່ສອງສາມີພັນລະຍາຍອມຮັບວ່າ ພວກເຂົາເຈົ້າບໍ່ຍອມດື່ມ
ນໍ້າປະປາຂອງປັກກິ່ງຢ່າງເດັດຂາດ ມາໄດ້ 20 ປີ ແລ້ວ.

​ເລື້ອງ​ລາວ​ຂອງສາມີພັນລະຍາຄູ່​ນີ້ ໄດ້ດຶງດູດຄວາມສົນໃຈຂອງ​ປະຊາຊົນ ໃນຂະນະທີ່ ລັດຖະບານນະຄອນຫຼວງປັກກິ່ງ ​ເລີ້ມ​ນໍາ​ເອົາລາຍງານສະຖິ ຕິຄຸນນະພາບນໍ້າອອກເຜີຍ ແຜ່ເປັນເທື່ອທໍາອິດໃນເດືອນນີ້ ຊຶ່ງທ່ານນາງ Zhao ເວົ້່າວ່າ ການເຄື່ອນໄຫວດັ່ງກ່າວນີ້ ເປັນບາດກ້າວໄປໃນທິດທາງ ທີ່ຖືກຕ້ອງ​ ໂດຍສະເພາະແລ້ວກໍຍ້ອນ​ວ່າ ບັນຫາຄຸນນະ ພາບນໍ້ານີ້​ໄດ້​ຖືກ ຮັກສາ​ໄວ້ເປັນຄວາມລັບຂອງທາງການ ມາ​ເປັນ​ເວລາດົນນານແລ້ວ.

ທ່ານນາງ ເຟ້ຫົງ ເວົ້າອີກວ່າ:ການທີ່ ທາງ​ການສາມາດເປີດເຜີຍເລຶ່ອງນີ້ໃຫ້
ມະຫາຊົນຮູ້ນັ້ນ
ກໍ​ແມ່ນເປັນການປັບປຸງໃຫ້ດີຂຶ້ນ​ແລ້ວ ສໍາລັບປະຊາຊົນທໍາ
ມະດ
ສາມັນ ທີ່ຈະໄດ້ເຂົ້າໃຈດີຂຶ້ນກ່ຽວກັບນໍ້າທີ່ພວກເຂົາເຈົ້າດື່ມກິນນັ້ນ.
ສະນັ້ນ ມັນກໍຂ້ອນຂ້າງຈະເປັນສິ່ງທີ່ດີ ແຕ່ຂ້າພະເຈົ້າ
ກໍຄິດວ່າ ພຽງແຕ່ນໍາ
ເອົາ
ຕົວເລກນີ້ ອອກມາເຜີຍແຜ່ນັ້ນ ກໍຍັງບໍ່ພຽງພໍເທື່ອ.”

ທ່ານນາງ Zhao ກ່າວຕໍ່ໄປວ່າ ການນໍາລາຍງານອອກເຜີຍແຜ່ທຸກໆສາມເດືອນ ກໍຍັງບໍ່ ພຽງພໍ. ແທນການ​ກະທໍາ​ເຊ່ນ​ນັ້ນ ລັດຖະບານຄວນຈະແຈ້ງໃຫ້ປະຊາຊົນຊາບໃນທັນທີ
ວ່າ ພວກເຂົາເຈົ້າຄວນ​ຈະເຮັດແນວໃດ ເວລາເກີດຜົນກະທົບຕໍ່ນໍ້າກິ​ນນັ້ນ.

Hao Yungang ​ໄດ້​ກາຍ​ມາ​ເປັນ​ສ່ວນນຶ່ງຂອງ​ການຖົກຖຽງກັນເລື້ອງຄຸນນະພາບນໍ້າ ຂອງປັກກິ່ງເມື່ອບໍ່ດົນມານີ້ ຫຼັງຈາກຜູ້ກ່ຽວນໍາເອົາຮູບຂີ້ຕະກອນເຄມີ ທີ່​ເກາະ​ຕິດຢູ່ໃນ ກ໊ອກນໍ້າບ້ານລາວ ລົງໃນໜ້າ​ທະວີ​ຕ​ເຕີ້.

ທ່ານ ຫາວ ຢຸນກັງ ເວົ້າວ່າ: “ຂ້ອຍກໍບໍ່ໄດ້ຄິດວ່າ ຄວາມສົນໃຈ​ໃນເລຶ່ອງນີ້ຈະມີ ລະດັບສູງປານນັ້ນ. ແຕ່ສູ່ມື້ນີ້ ປະຊາຊົນມີຄວາມຄາດຫວັງສູງ​ຂຶ້ນ​ນັບ​ມື້ ກ່ຽວ​
ກັບ
ຄຸນນະພາບຂອງຊີວິດ ບໍ່ວ່າຈະເປັນເລື້ອງນໍ້າດື່ມນໍ້າໃຊ້ ​ເລື້ອງຄວາມປອດ ໄພຂອງອາຫານການກິນ ມົນລະພິດ ຫຼືແມ່ນແຕ່ ບັນຫາການຈະລາຈອນ.”

​ເຊ່ນດຽວກັບຫຼາຍໆຄົນ ທ່ານ ຫາວ ຢຸນກັງ ເວົ້າວ່າ ລາວໃຊ້ນໍ້າປະປາ ລ້າງຖ້ວຍລ້າງຊາມ
ແລະໃຊ້ນໍ້າທີ່ກັ່ນກອງແລ້ວ ສໍາລັບຄົວຢູ່ຄົວກິນ. ລາວເວົ້າວ່າ ລາວເຊື່ອ​ເວລາພວກເຈົ້າ
ໜ້າທີ່ເວົ້າວ່າ ນໍ້າດື່ມ​ນໍ້າ​ໃຊ້ຂອງປັກກິ່ງນັ້ນ ມາ​ຈາກ​ແຫຼ່ງທີ່ປອດໄພ ​ແຕ່​ວ່າຈາກ​ໂຮງງານ​
ກັ່ນ​ກອງ​ນໍ້າ ມາຫາ​ເຮືອນ​ຂອງລາວ​ຫັນ​ຕີ້ ມັນເປັນເລື້ອງນຶ່ງ​ອີກ​ຕ່າງຫາກ.

ເບິ່ງວີດິໂອພາສາອັງກິດ:

Turbid Debate over China’s Water
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ
XS
SM
MD
LG