ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​​ ມາ ​ສ​ຫ​ລ ​ຫລຸດ​ລົງ ເປັນ​ເທື່ອ​ທຳ​ອິດ ໃນຮອບ​ເກືອບ 1 ທົດ​ສະ​ວັດ


ພວກ​ນັກ​ທ່ອງ​ທ່ຽວ​ຈີນ​ພາ​ກັນ​ຖ່າຍ​ຮູບ​ ແບບ​ແຊ​ລ​ຟີ ຢູ່ນອກຕຶກ​ຕະ​ຫລາດ​ຮຸ້ນ​ໃນ​ນະ​ຄອນ​ນີວຢອກ, ວັນ​ທີ 8 ກໍ​ລະ​ກົດ, 2015
ພວກ​ນັກ​ທ່ອງ​ທ່ຽວ​ຈີນ​ພາ​ກັນ​ຖ່າຍ​ຮູບ​ ແບບ​ແຊ​ລ​ຟີ ຢູ່ນອກຕຶກ​ຕະ​ຫລາດ​ຮຸ້ນ​ໃນ​ນະ​ຄອນ​ນີວຢອກ, ວັນ​ທີ 8 ກໍ​ລະ​ກົດ, 2015

ພາຍ​ຫລັງ​ທີ່​ມີ​ການ​ຂະ​ຫຍາຍ​ຕົວ​ຂຶ້ນ​ຢ່າງວ່ອງ​ໄວ ​ມາ​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນ​ທາງມາຍັງ​ສະ​ຫະ​ລັດກໍ​ໄດ້​ຫລຸດ​ລົງ. ເພື່ອ ​ເປັນ​ການ​ຮັບ​ມື​ກັບ​ສະ​ພາບ​ການ​ດັ່ງ​ກ່າວນັ້ນ ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ ​ຢູ່​ທົ່ວປະ​ເທດ​ ພາ​ກັນຟ້າວ​ຝັ່ງ​ພະ​ຍາ​ຍາມ​ເຮັດໃຫ້​ທ່າ​ອ່ຽງ​ນັ້ນ ຕ່າວ​ປີ້ນ​ຄືນ​. Faith Lapidus ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຊານ​ຍາວ​ກ່າຍ​ໄປ​ຫາ​ກາງ​ນ້ຳ​ສຳ​ລັບ​ໃຫ້ຄົນ​ຕຶກ​ປາ ຫລື Fisherman's Wharf ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີຊື່ສຽງ ແລະ​ເປັນ​ບ່ອນ​ທີ່​ມີ​ລັກ​ສະ​ນະ​ພິ​ເສດເພື່ອໃຫ້​ໄດ້​ເບິ່ງ​ສັດ​ຢູ່​ຕາມ​ທຳ​ມະ​ຊາດ.

ແຕ່​ວ່າ ແມ່​ນ​ແຕ່ສຽງ​ຮ້ອງ​ຂອງ​ສິງ​ໂຕ​ທະ​ເລ​ຢູ່​ໃນ​ທ້ອງ​ຖິ່ນນັ້ນ ກໍ​ບໍ່​ສາ​ມາດ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບາງຈຳນວນ ​ຫັນ​ເຫຄວາມ​ສົນ​ໃຈອອກ​ໄປຈາກ​ບັນ​ຫາ​ທີ່​ໃຫຍ່ ກວ່ານັ້ນ​ ເຊັ່ນ ການ​ກະ​ທົບ​ກະ​ເທືອນ​ກັນ​ຈາກສົງ​ຄາມ​ການ​ຄ້າ, ຄຳ​ເຕືອນ​ຫ້າມ​ເດີນ​ທາງ ແລະ​ນະ​ໂຍ​ບາຍ​ດ້ານ​ຄົນ​ເຂົ້າ​ເມືອງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ນັ້ນ​ໄດ້.

ທ່ານ ໂຈ​ນາ​ຕານ ຄວັກ, ນັກ​ທ່ອງ​ທ່ຽວ​ຈາກ​ຮົງ​ກົງ​ເວົ້າ​ວ່າ:
"ໝູ່​ຂອງ​ຂ້ອຍ​ໄດ້​ຍິນ​ກ່ຽວ​ກັບ​ທ່ານທ​ຣຳ ແລະ​ນະ​ໂຍ​ບາຍ​ຂອງ​ເພິ່ນ, ເຈົ້າ​ຮູ້ບໍ່ ຄົນ​ເວົ້າ​ສູ່​ຂ້ອຍ​ຟັງ​ກ່ຽວ​ກັບ​ເມືອງ ສຳ​ລັບ​ເປັນ​ບ່ອນ​ຫລົບລີ້ຂອງ​ຄົນ​ເຂົ້າ​ເມືອງ. ເພິ່ນ​ຈະ​ກີດ​ກັນພວກ​ເຮົາບໍ່​ໃຫ້ເຂົ້າ​ໄປ​ດ້ວຍ​ການ​ໃຊ້​ກຳ​ແພງບໍ່ ຫລື ເພິ່ນ​ຊິ​ຂົນ​ເອົາ​ພວກ​ເຮົາ​ໄປ​ໄວ້​ຢູ່ໃນ​ເມືອງເມືອງ​ໃດ​ເມືອງ​ນຶ່ງ? ຜູ້​ຄົນ​ພາ​ກັນ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງ​ເຫລົ່າ​ນັ້ນ."

ອີງ​ຕາມ​ຫ້ອງ​ການ​ເດີນ​ທາງ ແລະທ່ອງ​ທ່ຽວແຫ່ງ​ຊາດ​ແລ້ວ, ພາຍ​ຫລັງ​ທີ່​ມີ​ການ​ຂະ​ຫຍາຍ​ຕົວ​ຂຶ້ນ​ຢ່າງວ່ອງ​ໄວ​ ມາ​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈາກຈີນ​ທີ່​ເດີນ​ທາງມາຍັງ​ສະ​ຫະ​ລັດໃນ​ປີ​ກາຍນີ້ ​ໄດ້​ຫລຸດ​ລົງເກືອບ​ຮອດ 6 ເປີ​ເຊັນ ມາ​ເປັນ 2.9 ລ້ານ​ຄົນ.

ຍ້ອນ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນເປັນ​ກຸ່ມ​ຄົນ​ຕ່າງ​ປະ​ເທດ​ທີ່ໃຫຍ່ສຸດ​ກຸ່ມ​ນຶ່ງ ທີ່ເດີນ​ທາງ​ມາຢ້ຽມ​ຢາມ​ສະ​ຫະ​ລັດແລະ​ຈ່າຍ​ເງິນ​ຫລາຍ​ຕື້​ໂດ​ລາ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຢູ່​ໃນ​ທີ່ນີ້, ອຸດ​ສາ​ຫະ​ກຳ​ດ້ານໃຫ້​ບໍ​ລິ​ການ ກໍາ​ລັງເຮັດທຸກ​ສິ່ງ​ທຸກ​ຢ່າງເທົ່າ​ທີ່​ຈະ​ເຮັດ​ໄດ້ ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ສຶກ​ຖືກຮັບ​ຕ້ອນເປັນ​ຢ່າງ​ດີ.

ກຸ່ມ​ໂຮງ​ແຮມ​ສາ​ກົນ ຫລື Intercontinental Hotels Group ມີ​ພະ​ນັກ​ງານ​ທີ່ ປາກ​ພາ​ສາ​ຈີນ​ກາງ ແລະ​ພາ​ສາ​ຈີນກວາງ​ຕຸ້ງ, ແລະ​ໃຫ້​ບໍ​ລິ​ການ​ນ້ຳ​ຊາ ຢູ່​ໃນ​ຫ້ອງນອນ. ພວກ​ເຂົາ​ເຈົ້າ​ຍັງ​ເອົາ​ອາ​ຫານ​ເຊົ້າ​ຂອງ​ຈີນ​ໄປ​ເສີບ​ໃຫ້​ອີກ​ດ້ວຍ.

ເມື່ອ​ພວກ​ເຈົ້າ​ໜ້າ​ທີ່​ທ່ອງ​ທ່ຽວ​ໃນ​ເມືອງມີວ​ວອກ​ກີ, ລັດ​ວິ​ສ​ຄອນ​ຊິນສັງ​ເກດ​ເຫັນ​ລົດ​ເມ​ຂອງ​ບໍ​ລິ​ສັດ​ທົວ​ຂອງ​ຈີນ ​ແລ່ນ​ອອກ​ຈາກ​ນະ​ຄອນ​ຊີ​ກາ​ໂກ ໄປ​ຍັງ​ຫໍ​ພິ​ພິດ​ທະ​ພັນ​ຂອງ​ບໍ​ລິ​ສັດຮາ​ເລ ເດ​ວິດ​ສັນ (Harley Davidson) ພວກ​ເຂົາ​ເຈົ້າ​ກໍ​ແປ​ປຶ້ມ​ຂໍ້​ມູນທ່ອງ​ທ່ຽວ​ຕ່າງໆເປັນ​ພາ​ສາ​ຈີນ, ແລະ​ແມ່ນ​ກະ​ທັ້ງ​ໄປ​ງານ​ວາງ​ສະ​ແດງ​ສິນ​ຄ້າ ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ບ່ອນ​ທີ່​ເຂົາ​ເຈົ້າ​ເປັນ​ເມືອງ​ອາ​ເມ​ຣິ​ກັນ​ແຫ່ງ​ດຽວ ເທົ່າ​ນັ້ນທີ່​ມີ​ຕົວ​ແທນ​ຢູ່​ທີ່ນັ້ນ​.

ສ່ວນ​ຢູ່​ໃນ​ນະ​ຄອນ​ແຊນ ແຟ​ຣນ​ຊິ​ສ​ໂກ (San Francisco) ນັ້ນ ຮ້ານ​ອາ​ຫານ Simco ໄດ້​ເອົາ​ລະ​ບົບ Alipay -ຊຶ່​ງ​ເປັນ​ວິ​ທີ​ຈ່າຍ​ເງິນທາງ​ໂທ​ລະ​ສັບມື​ຖືທີ່​ນິ​ຍົມ​ໃຊ້​ກັນ​ຢູ່​ໃນ​ປະ​ເທດຈີນ - ແລະ​ລາຍ​ການ​ອາ​ຫານ​ທີ່​ເປັນ​ພາ​ສາ​ຈີນ​ກາງຕື່ມ​ເຂົ້າ​ໃສ່.

ທ່ານບອບ ພາ​ທ​ຣິດ​ເຕ (Bob Partrite) ຢູ່​ຮ້ານ​ອາ​ຫານ Simco ເວົ້າ​ວ່າ:
"ການ​ກິນ​ລັກ​ສະ​ນະເປັນຄອບ​ຄົວ ແມ່ນ​ວິ​ທີ​ທີ່​ພວກ​ເຂົ​ເຈົ້າ​ມັກ​ຫລາຍ, ພວກ​ເຂົາ​ເຈົ້າ​ຈະ​ສັ່ງ​ອາ​ຫານ​ເປັນ​ຊຸດ​ໃຫຍ່ໆ ໂດຍ​ມີ​ກຸ້ງ​ໃຫຍ່ ຫລື lobster, ກະ​ປູ, ຫອຍ​ແມງ​ຜູ່, ຫອຍກີ້ ຫລື clam ແລ້ວກໍ​ກິນ​ນຳ​ກັນ ແລະ​ພາ​ກັນ​ຈັບ​ກິນ ແລະກໍເປັນ​ການ​ກິນ​ອາ​ຫານ​ແລງ​ທີ່​ຄັກ​ຫລາຍ​ອີ່​ຫລີ."

ໃນ​ຂະ​ນະ​ທີ່​ການ​ຄ້າ​ລະ​ຫວ່າງສະ​ຫະ​ລັດ​ກັບ​ຈີນ ກຳ​ລັງ​ຄ້າງ​ຄາ​ຢູ່​ໃນ​ການ​ຖົງ​ຖຽງ​ກັນ​ທາງ​ການ​ເມືອງ​ຢູ່ນັ້ນ, ພວກ​ນັກ​ທຸ​ລະ​ກິດ​ສະ​ຫະ​ລັດ ກຳ​ລັງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຮັກສາ​ກະ​ແສ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນໃຫ້​ຫລັ່ງ​ໄຫຼ ເຂົ້າ​ມາປະ​ເທດໄດ້​ຢ່າງສະ​ດວກ ສະ​ບາຍ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG