ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ລະຫວ່າງ ຈີນ ກັບ ນະຄອນ ວາຕິກັນ ສ້າງໄພຂົ່ມຂູ່ແກ່ ໄຕ້ຫວັນ


ແມ່ຍິງ ຈີນ ຍ່າງຜ່ານຕຸກກະຕາແອນ້ອຍພະເຍຊູ ທີ່ໂບດກາໂຕລິກ Nantang ໃນນະຄອນຫຼວງ ປັກກິ່ງ.
ແມ່ຍິງ ຈີນ ຍ່າງຜ່ານຕຸກກະຕາແອນ້ອຍພະເຍຊູ ທີ່ໂບດກາໂຕລິກ Nantang ໃນນະຄອນຫຼວງ ປັກກິ່ງ.

ຈີນ ກັບ ນະຄອນ ວາຕິກັນ ໄດ້ຈັດການເຈລະຈາກັນໃນສອງສາມເດືອນທີ່ຜ່ານມາ ທີ່ອາດ ລົງທ້າຍດ້ວຍການສ້າງຄືນ ສາຍພົວພັນທາງການທູດນຳກັນ ຫຼັງຈາກຫຼາຍກວ່າ 60 ປີ, ບັນດານັກວິເຄາະກ່າວວ່າ, ນັ້ນໝາຍຄວາມວ່າ ມັນເບິ່ງຄືວ່າຈະເປັນການທັບມ້າງສາຍ ພົວພັນ ລະຫວ່າງ ລັດພະສັນຕະປາປາ ກັບ ໄຕ້ຫວັນ ທີ່ເປັນຄູ່ແຂ່ງຂອງ ຈີນ ແລະ ເປັນ ຄວາມເສຍຫາຍຄັ້ງໃຫຍ່ຕໍ່ການຖືກຍອມຮັບເອົາ ໄຕ້ຫວັນ ໂດຍຕ່າງປະເທດທີ່ກຳລັງ ເລື່ອນລອຍຢູ່.

ໃນເດືອນທີ່ຜ່ານມາ ຜູ້ນຳດ້ານສາສະໜາຂອງລັດຖະບານ ຈີນ ໄດ້ກ່າວໃນກອງປະຊຸມ ແຫ່ງໜຶ່ງ ຂອງບັນດາເຈົ້າໜ້າທີ່ໂບດກາໂຕລິກໃນປະເທດຄອມມູນິສທີ່ກວ້າງໃຫຍ່ວ່າ ທ່ານຫວັງວ່າ ນະຄອນ ວາຕິກັນ ຈະພະຍາຍາມພັດທະນາສາຍພົວພັນດ້ວຍການປັບຕົວ ເຂົ້າກັບສັງຄົມຂອງທ່ານ. ຈີນ ແລະ ນະຄອນ ວາຕິກັນ ໄດ້ມີຄວາມຂັດແຍ່ງກັນວ່າຜູ້ໃດ ຄວນມີອຳນາດໃນການແຕ່ງຕັ້ງຫົວໜ້າບາດຫຼວງ, ເຊິ່ງແຕ່ລະຝ່າຍຕ່າງກໍພະຍາຍາມ ຊອກຫາອິດທິພົນເໜືອກັນແລະກັນ.

ບັນດານັກວິເຄາະກ່າວວ່າ ການຮັບຮູ້ ໄຕ້ຫວັນ ຂອງນະຄອນ ວາຕິກັນ ໄດ້ຊ່ວຍໃຫ້ລັດ ຖະບານໃນທະວີບເອເຊຍ ສະແດງໃຫ້ປະເທດ ອື່ນໆເຫັນວ່າ ພວກເຂົາເຈົ້ານັບຖືຄວາມ ເສລີພາບທາງສາສະໜາ, ແຕກຕ່າງຈາກຊື່ສຽງຂອງ ຈີນ, ແລະ ວ່າພວກເຂົາເຈົ້າມີໝູ່ ເພື່ອນທີ່ມີອຳນາດໃນ ຢູໂຣບ ທີ່ ຈີນ ບໍ່ສາມາດມີໄດ້. ພັນທະມິດທາງການທູດ 20 ປະເທດ ຂອງ ໄຕ້ຫວັນ ແມ່ນປະເທດທີ່ນ້ອຍ, ສ່ວນໃຫຍ່ແມ່ນປະເທດທີ່ທຸກຍາກໃນ ອາຟຣິກາ, ອາເມຣິກາໃຕ້ ແລະ ຕອນໃຕ້ຂອງມະຫາສະໝຸດປາຊີຟິກ. ພວກເຂົາເຈົ້າເຫັນວ່າ ໄຕ້ຫວັນ ເປັນຜູ້ຊ່ວຍເຫຼືອໃນການພັດທະນາ.

ຈີນ ເຫັນເກາະ ໃຕ້ຫວັນ ທີ່ປົກຄອງຕົນເອງວ່າ ເປັນເຂດແດນສ່ວນໜຶ່ງຂອງຕົນ ແທນທີ່ ຈະແມ່ນລັດທີ່ມີສິດທິຕໍ່ການພົວພັນຕ່າງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG