ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຕີ ໝາຍເລກນຶ່ງ ສຫລ ເຄື່ອນໄຫວ ຢ້ຽມຢາມຈີນ ເປັນເວລາ ນຶ່ງອາທິດ (ສະໄລດ໌/ວີດີໂອ)


ສະຕີໝາຍເລກນຶ່ງ ຂອງ ສຫລ ພວມຟ້ອນ ຮ່ວມກັບ ຄະນະສະແດງຟ້ອນ ພ້ອມກັບລູກສາວ ນາງ Malia (ທີ 2 ຈາກຊ້າຍ) ແລະນາງ Sasha (ຂວາ) ທີ່ແຂວງ Shaanxi (24 ມີນາ 2014)
ສະຕີໝາຍເລກນຶ່ງ ຂອງ ສຫລ ພວມຟ້ອນ ຮ່ວມກັບ ຄະນະສະແດງຟ້ອນ ພ້ອມກັບລູກສາວ ນາງ Malia (ທີ 2 ຈາກຊ້າຍ) ແລະນາງ Sasha (ຂວາ) ທີ່ແຂວງ Shaanxi (24 ມີນາ 2014)
​ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michelle Obama
ໄດ້ໃຊ້ເວລາໃນວັນສຸດສັບປະດາຜ່ານມານີ້ ໄປຢ້ຽມຢາມສະຖານ
ທີ່ທ່ອງທ່ຽວ ທີ່​ສຳຄັນບາງແຫ່ງ ໃນກຸງປັກກິ່ງ. ນອກນັ້ນ ທ່ານນາງ
ຍັງໄດ້ກ່າວຄຳປາໄສຕໍ່ພວກນັກສຶກສາທີ່ມະຫາວິທະຍາໄລປັກກິ່ງ ແລະໄປຮ່ວມການຫາລືໂຕະມົນ ກ່ຽວກັບ ເລື່ອງການສຶກສາ. Bill
Ide ຜູ້ສື່ຂ່າວວີໂອເອ ໄດ້ໂອ້ລົມກັບປະຊາຊົນ ໃນປັກກິ່ງຈຳນວນ
ນຶ່ງ ກ່ຽວ​ກັບຄວາມປະທັບໃຈຂອງພວກເຂົາເຈົ້າ ຕໍ່ການຢ້ຽມຢາມ ຂອງສະຕີໝາຍເລກນຶ່ງຂອງສະຫະລັດແລະການສົນທະນາຫາລື
ທາງອິນເຕີແນັດ ກ່ຽວ​ກັບ​ຫຼາຍໆ​ເລື້ອງ ທີ່ໄດ້ມີຂຶ້ນຍ້ອນການຢ້ຽມ ຢາມຂອງທ່ານນາງນັ້ນ ດັ່ງໄພສານ ຈະ​ນຳ​ເອົາລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ທ່ານນາງ Michelle Obama ໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວແຫ່ງຕ່າງໆພົບປະ ໂອ້ລົມກັບພວກນັກສຶກສາແລະໃຊ້ເວລາກັບສະຕີໝາຍເລກນຶ່ງຂອງຈີນຊຶ່ງສ່ວນໃຫຍ່ ແລ້ວແມ່ນເພັ່ງເລັງໃສ່ ອັນທີ່ເອີ້ນວ່າ soft diplomacy ຫຼືການທູດແບບໂນ້ມນ້າວຈິດ
ໃຈ. ​ແຕ່​ເລື້ອງການສຶກສາ ວັດທະນະທຳ ແລະແມ່ນກະທັງ ການໂອ້ລົມກັນ ແບບສະ ໜຸກສະໜານມ່ວນຊື່ນ ກ່ຽວກັບເລື່ອງແຟຊັ່ນ ຫຼືເຄື່ອງນຸ່ງ ກັບສະຕີໝາຍເລກນຶ່ງຂອງ
ຈີນ ທ່ານນາງ Peng Liyuan ນັ້ນກໍໄດ້ກໍ່ໃຫ້ເກີດມີການໂອ້ລົມກັນທາງອິນເຕີແນັດ.

ໃນ​ເວັບ​ໄຊ້ທ໌ສື່ສັງຄົມຕ່າງໆນັ້ນ ມີຫລາຍໆຄົນໄດ້ພາກັນວິພາກ​ວິຈານກ່ຽວກັບຄ່າໂຮງ ແຮມລາຄາແພງໆທີ່ກຸງປັກກິ່ງແລະຄ່າໃຊ້ຈ່າຍແບບຟູມເຟືອຍ ກ່ຽວກັບການເດີນທາງ ໄປຢ້ຽມຢາມຂອງທ່ານນາງ.ແຕ່ຢູ່ຕາມຖະໜົນຫົນທາງ ໃນກຸງປັກກິ່ງ ຜູ້ຄົນສ່ວນໃຫຍ່ ແມ່ນຍິນດີຕ້ອນຮັບ ການໄປຢ້ຽມຢາມ ທີ່​ໃຊ້​ວິທີການທູດ ​ແບບໂນ້ມນ້າວທາງຈິດໃຈ ແລະການແລກປ່ຽນວັດທະນະທຳຂອງທ່ານນາງ.

ແມ່ຍິງຄົນນີ້ເວົ້າວ່າ “ຈຸດປະສົງ ແລະເປົ້າໝາຍ ໃນການເດີນທາງ ມາຢ້ຽມຢາມ ຂອງທ່ານນາງ ແມ່ນມີຄວາມໝາຍສຳຄັນກວ່າຄ່າໃຊ້ຈ່າຍ. ນີ້ແມ່ນມີຄວາມສຳ ຄັນຫລາຍໄປກວ່າປະຕິສຳພັນລະຫວ່າງສອງຄອບຄົວມັນເປັນການແລກປ່ຽນ ລະຫວ່າງສອງປະເທດ ແລະການທີ່ມີສະຕີີໝາຍເລກນຶ່ງຂອງສອງປະເທດມາ ໂອ້ລົມກັນ ​ແມ່ນມີຄວາມໝາຍ ຢ່າງເລິກເຊິ່ງ ແລະຊ່ອຍຍົກລະດັບ ຄວາມສຳ
ພັນ ຂຶ້ນໃນຫຼາຍໆດ້ານ ທີ່ແຕກຕ່າງກັນ.”


ໃນການກ່າວຄຳປາໄສ ທີ່ມະຫາວິທະຍາໄລກຸງປັກກິ່ງ ໃນມື້ວັນເສົາຜ່ານມານັ້ນ ທ່ານ
ນາງ Michelle Obama ໄດ້ເວົ້າເຖິງ ຄວາມສຳຄັນ ກ່ຽວກັບສິດເສລີພາບ ໃນການ
ປາກເວົ້າ ຕະຫລອດທັງການສຶກສານຳດ້ວຍ. ໄດ້ມີການນຳຄວາມເຫັນຂອງ​ທ່ານ​ນາງ​ ອອກເຜີຍແຜ່ຢ່າງກວ້າງຂວາງທາງອິນເຕີແນັດ.

ຈີນແລະສະຫະລັດ ໄດ້ປະເຊີນກັບອຸບປະສັກ ຫຼາຍໆຢ່າງ ໃນຄວາມສຳພັນລະຫວ່າງ ປະເທດທັງສອງ ແລະ​ໄດ້​ມີ​ການຄາດຫວັງໄວ້ວ່າ ການຢ້ຽມຢາມໃນເທື່ອນີ້ ຈະເສີມຂະ ຫຍາຍຄວາມສຳພັນສອງຝ່າຍ​ອອກ​ໄປ​ອີກ. ແຕ່ແນວໃດກໍຕາມຢູ່ທີ່ກຸງປັກກິ່ງບາງຄົນ
ເວົ້າວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການຢ້ຽມຢາມໃນຄັ້ງນີ້ຈະມີຜົນຫຼາຍປານໃດ ໃນການຊ່ອຍແກ້ໄຂບັນຫາທ້າທາຍທີ່ສະລັບຊັບຊ້ອນທີ່ປະເທດທັງສອງພວມປະເຊີນ ໜ້າຢູ່ໃນເວລານີ້.

ຜູ້ຊາຍຄົນນີ້ເວົ້າວ່າ “ມັນຈະຊ່ອຍໃນບາງດ້ານ ແຕ່ຂ້ອຍບໍ່ຄິດວ່າການເດີນທາງ ມາຢ້ຽມຢາມຈະມີຜົນຢ່າງຫຼວງຫຼາຍແຕ່ປະການໃດ. ຄວາມສຳພັນລະຫວ່າງ
2 ປະເທດ ບໍ່ຄືກັນກັບຄວາມສຳພັນລະຫວ່າງຄອບຄົວມັນມີຜົນປະໂຫຍດທຸກ ຢ່າງຢູ່ໃນຫັ້ນ, ມັນສະລັບຊັບຊ້ອນຫຼາຍ.”


ແຕ່ແມ່ຍິງອີກຄົນນຶ່ງເວົ້າວ່າ “ມີຄວາມແຕກຕ່າງຂັ້ນພື້ນຖານຫຼາຍຢ່າງຫຼາຍ​ແນວ
ບໍ່​ວ່າລະບົບການເມືອງ ສະພາບການພັດທະນາດ້ານເສດຖະກິດຂອງປະເທດ ທັງສອງ. ທຸກໆຢ່າງ ແມ່ນແຕກຕ່າງກັນໝົດ ແມ່ນແຕ່ວິທີ ທີ່ພວກເຮົາຄິດ. ຈີນ ແມ່ນປະເທດ ທີ່ເຊື່ອຖືໃນເລື່ອງຈາຮີດປະເພນີແບບດັ້ງເດີມ.”


ແຕ່​ເຖິງ​ແມ່ນ​ມີບາງຄົນ ທີ່ເຫັນວ່າ ວັດທະນະທຳ ເປັນອຸບປະສັກກໍ​ຕາມ ຄົນອື່ນໆກັບ
ເຫັນວ່າ ການຢ້ຽມຢາມຂອງ​ທ່ານ​ນາງ Michelle Obama ຄັ້ງນີ້ ແມ່ນເພື່ອເສີມສ້າງ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະເທດທັງສອງ ທີ່ຍັງມີຄວາມລະ​ແວງຕໍ່ກັນແລະກັນ ຢູ່ນັ້ນ.

ຜູ້ຊາຍອີກຄົນນຶ່ງກ່າວວ່າ “ຕາບໃດ ທີ່ທັງສອງຝ່າຍ ຕ່າງຍັງມີຄວາມຢ້ານກົວຊຶ່ງ ກັນແລະກັນຢູ່ ຕາບນັ້ນ ກໍຍັງຈະບໍ່ມີຄວາມເຊື່ອໃຈກັນແລະນັ້ນທີ່ຈິງແລ້ວ​ເປັນ​
ເລື້ອງ​ທີ່ບໍ່ຈຳເປັນ​ເລີຍ.”


ທ່ານນາງ Michelle Obama ທີ່ເດີນທາງໄປຢ້ຽມຢາມປະເທດຈີນ ພ້ອມດ້ວຍລູກສາວ
ທັງສອງແລະມານດາຂອງທ່ານນາງນັ້ນ ໄດ້ພົບປະກັບປະທານປະເທດຈີນທ່ານສີ ຈິ້ງ ຜິງໃນສັບປະດາແລ້ວນີ້ແລະໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວສຳຄັນໆຕ່າງໆ ເຊັ່ນ
ກຳແພງເມືອງຈີນແລະພະລາດຊະວັງເກົ່າຂອງພະເຈົ້າຈັກກະພັດທີ່ເອີ້ນວ່າເມືອງຕ້ອງ
ຫ້າມ ຫລື Forbidden City ນັ້ນ.

ໃນມື້ວັນຈັນຜ່ານມານີ້ ທ່ານນາງ Michelle Obama ໄດ້ໄປຢ້ຽມຢາມພິພິດທະພັນ​ໃ​ຕ້
ດິນ ບ່ອນ​ເກັບ​ຮັກສາ ຮູບປັ້ນນັກລົບ ທີ່ເມືອງສີອານ ຊຶ່ງເປັນບ່ອນທ່ອງທ່ຽວ ທີ່ໄດ້ຮັບ
ຄວາມນິຍົມສູງສຸດແຫ່ງນຶ່ງຂອງຈີນ. ຫລັງຈາກນັ້ນ ຄອບຄົວຂອງສະຕີີໝາຍເລກນຶ່ງກໍ
ໄດ້ເດີນທາງຕໍ່ໄປຍັງເມືອງ Chengdu ເພື່ອ ພົບປະເພີ້ມຕື່ມ ກັບພວກນັກຮຽນຈີນ.

ຈີນ ເປັນປະເທດທີ່ມີການກົດຂີ່ຮ້າຍແຮງທີ່ສຸດ ປະເທດນຶ່ງໃນໂລກ ກ່ຽວ​ກັບ​ເສລີພາບ​
ໃນ​ການ​ປາກ​ເວົ້າ ການກົດຂີ່ປາບປາມພວກຄັດຄ້ານລັດຖະບານ ການກີດ​ກັ້ນ​ບໍ່ໃຫ້ຜູ້ ຄົນເຂົ້າໄປອ່ານຂ່າວສານ​ ​ແລະເຂົ້າໄປເບິ່ງ​ເວັບໄຊ້ທ໌ຕ່າງໆຕະຫຼອດທັງການກວດກາ​
ຂ່າວ​ທາງ​ອິນ​ເຕີແນັດ ທີ່ປັກ​ກິ່ງ​ບໍ່ເຫັນພ້ອມນຳນັ້ນ.

ນອກນັ້ນ ສະຫະລັດ​ຍັງໄດ້​ຕຳໜິຕິຕຽນຈີນເປັນ​ປະ​ຈຳໃນ​ການ​ປະພຶດ​ປະຕິບັດຕໍ່​ຊາວ​
ທິ​ເບ​ດ ​ແລະ​ຊາວມຸສລິ​ມວີເກີ້ທີ່ພາກັນຈົ່ມທຸກວ່າ ລັດຖະບານ​ໄດ້ປະຫັດປະຫານແລະ ​
ຈຳກັດຮັດແຄບການ​ປະຕິບັດ​ສາສະໜາ​ກິດຂອງ​ພວກເຂົາ​ເຈົ້າ.

ທ່ານນາງ Michelle Obama ເດີນທາງກັບຄືນ ມາຍັງສະຫະລັດ ໃນວັນພຸດມື້ນີ້.
CN-First Lady's Trip to China Stirs Discussion of ‘Soft’ Diplomacy
please wait

No media source currently available

0:00 0:02:14 0:00
XS
SM
MD
LG