ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ຖິ້ມລະເບີດ ສະຫະລັດ ບໍ່ໄດ້ຕັ້ງໃຈ ບິນເຂົ້າໃກ້ ທະເລ ຈີນໃຕ້


ພາບຖ່າຍທາງອາກາດຜ່ານປ່ອງຢ້ຽມເຮືອບິນທະຫານ ຟີລິບປິນ ສະແດງໃຫ້ເຫັນການດຳເນີນຖົມເກາະດອນ ຂອງຈີນ ຢູ່ເກາະຫີນປະກາລັງ Mischief ໃນໝູ່ເກາະ Spratly ໃນທະເລຈີນໃຕ້, ພາກຕາເວັນຕົກຂອງແຂວງ ພາລາວານ, ປະເທດ ຟີລິບປິນ, 11 ພຶດສະພາ, 2015.
ພາບຖ່າຍທາງອາກາດຜ່ານປ່ອງຢ້ຽມເຮືອບິນທະຫານ ຟີລິບປິນ ສະແດງໃຫ້ເຫັນການດຳເນີນຖົມເກາະດອນ ຂອງຈີນ ຢູ່ເກາະຫີນປະກາລັງ Mischief ໃນໝູ່ເກາະ Spratly ໃນທະເລຈີນໃຕ້, ພາກຕາເວັນຕົກຂອງແຂວງ ພາລາວານ, ປະເທດ ຟີລິບປິນ, 11 ພຶດສະພາ, 2015.

ໂຄສົກຂອງທຳນຽບຫ້າແຈ ທ່ານນຶ່ງ ກ່າວໃນວັນເສົາວານນີ້ວ່າ ເຮືອບິນຖິ້ມລະ ເບີດ B-52 ສອງລຳ ບໍ່ໄດ້ຕັ້ງໃຈບິນເຂົ້າໄປໃກ້ ພວກໝູ່ເກາະທຽມທີ່ ຈີນ ໄດ້ກໍ່ ສ້າງຂຶ້ນມາເອງ ຢູ່ໃນທະເລຈີນໃຕ້ ເມື່ອອາທິດແລ້ວນີ້.

ຈີນໄດ້ກ່າວຫາ ການປະຕິບັດຂອງສະຫະລັດນັ້ນ ວ່າ“ເປັນການ ເກາະຜິດທາງ ດ້ານທະຫານຢ່າງຮ້າຍແຮງ” ໂດຍບິນກາຍເທິງ ນ່ານຟ້າຂອງໝູ່ເກາະດັ່ງກ່າວ ເມື່ອວັນທີ 10 ທັນວາ ແລະ ກ່າວອີກ ວ່າ ການກະທຳຂອງສະຫະລັດ ຈະນຳໄປສູ່ “ສະພາບການທີ່ກ່ຽວ ພັນທາງດ້ານທະຫານ” ລະຫວ່າງສອງປະເທດ.

ແຕ່ໂຄສົກທຳນຽບຫ້າແຈ ທ່ານ Mark Wright ໄດ້ກ່າວ ໃນອີເມລສົ່ງເຖິງອົງ ການຂ່າວ Associated Press ຫຼື AP ທີ່ກ່າວວ່າ “ບໍ່ມີ ຄວາມຕັ້ງໃຈປະການໃດ ໃນການບິນເຂົ້າໃກ້ ພາຍໃນໄລຍະ ປະມານ 3 ກິໂລແມັດທາງທະເລ.”

The South China Sea Dispute
please wait

No media source currently available

0:00 0:00:59 0:00

ເນື້ອໃນອີແມວລ໌ ຂອງທ່ານ Wright ກ່າວອີກວ່າ “ສະຫະລັດໄດ້ປະຕິບັດ ພາລະກິດການ ເຝິກຊ້ອມ ຂອງ B-52 ມາເປັນປະຈຳຢູ່ແລ້ວ ໃນທົ່ວຂົງເຂດ ທີ່ລວມທັງການບິນຜ່ານນ່ານ ຟ້າຂອງທະເລ ຈີນໃຕ້ ນຳ. ພາລະກິດເຫຼົ່ານີ້ ແມ່ນແຜນການເພື່ອຮັກສາໄວ້ຄວາມພ້ອມ ແລະ ເປັນການສະແດງເຖິງຄວາມ ໝັ້ນໝາຍ ໃນດ້ານການບິນ ການລ່ອງເຮືອ ແລະ ການ ປະຕິບັດການຂອງ ພວກເຮົາ ໃນແຫ່ງໃດແຫ່ງນຶ່ງ ທີ່ອະນຸຍາດໃຫ້ ພາຍໃຕ້ກົດໝາຍ ສາກົນ.”

ຖະແຫລງການດັ່ງກ່າວ ໄດ້ສະທ້ອນເປັນສຽງດຽວກັບ ຖະແຫລງການສະບັບ ວັນສຸກຜ່ານມາ ຂອງ ຜູ້ບັນຊາການກອງທັບເຮືອ ສະຫະລັດ ທ່ານ Bill Urban ຜູ້ທີ່ໄດ້ກ່າວວ່າ ກອງທັບເຮືອ ສະຫະລັດ ໄດ້ ປະຕິບັດພາລະກິດ ການເຝິກຊ້ອມ ມາຢ່າງສະໝໍ່າສະເໝີ ຢູ່ໃນຂົງເຂດດັ່ງ ກ່າວ ແຕ່ວ່າ ການບິນຂອງ B-52 ບໍ່ແມ່ນການ“ປະຕິບັດການເດີນເຮືອເສລີ” ຊຶ່ງທ່ານສະເໜີ ແນະວ່າມັນອາດ ເປັນການຜິດພາດຫລົງທາງເຂົ້າໄປ.

ສິດເສລີພາບການເດີນທາງ ແມ່ນເປັນພາລະກິດຂອງການປະຕິບັດທີ່ທ້າທາຍອັນທີ່ ສະຫະລັດ ເຊື່ອວ່າ ເປັນການອ້າງເອົາ ຂົງເຂດດັ່ງກ່າວ ເປັນອະທິປະໄຕ ເກີນຂອບເຂດ ຫຼາຍເກີນກວ່າປະເທດອື່ນໆ.

ຈີນໄດ້ອ້າງເອົາໝູ່ເກາະທີ່ຕົນໄດ້ກໍ່ສ້າງຂຶ້ນມາ ເປັນອະທິປະໄຕຂອງຕົນຢູ່ໃນ ທະເລຈີນໃຕ້.

ຈີນ ຊຶ່ງໄດ້ອ້າງສ່ວນໃຫຍ່ຂອງທະເລ ຈີນໃຕ້ ທັງໝົດວ່າເປັນຂອງຕົນໄດ້ເສີມ ຂະຫຍາຍໂຄງ ການໆຖົມ ແລະ ການກໍ່ສ້າງຢູ່ໃນໝູ່ເກາະ ແລະ ໂຄ້ນຫິນທີ່ຜິດຖຽງກັນທີ່ກໍ່ໃຫ້ເກີດຄວາມ ເປັນຫ່ວງໂດຍ ສະຫະລັດ ແລະ ຂົງເຂດເອເຊຍ ປາຊີຟິກນຳດ້ວຍ.

XS
SM
MD
LG