ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງໃຫ້ອອສເຕຣເລຍ ສືບຕໍ່ສະໜັບສະໜຸນ ການທ້ອນໂຮມໄຕ້ຫວັນ ເຂົ້າເປັນປະເທດດຽວກັບຕົນ


ທ່ານພີເຕີ ດັດຕັນ (Peter Dutton), ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ
ທ່ານພີເຕີ ດັດຕັນ (Peter Dutton), ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ

ຈີນໄດ້ກ່າວວ່າ ອອສເຕຣເລຍຕ້ອງປະຕິບັດນະໂຍບາຍ "ຈີນດຽວ" ຂອງຕົນ ຫຼັງຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານໃນນະຄອນຫລວງແຄນເບີ ຣາ (Canberra) ໄດ້ເຕືອນກ່ຽວກັບຄວາມຂັດແຍ້ງໃນເລື້ອງຄວາມເປັນເອກະ ລາດຂອງໄຕ້ຫວັນ. ພາຍໃຕ້ນະໂຍບາຍນີ້, ພັກຄອມມີວນິສຈີນ ໄດ້ສະແດງວ່າ ມີສິດອະທິປະໄຕຕໍ່ໄຕ້ຫວັນ. ລັດຖະມົນຕີກະຊວງຮັກສາດິນແດນຂອງອອສເຕຣເລຍ, ທ່ານພີເຕີ ດັດຕັນ (Peter Dutton) ກ່າວວ່າ ການປະເຊີນໜ້າກັນທາງທະຫານ ທີ່ກ່ຽວພັນກັບຈີນ ໃນເລື້ອງຂອງໄຕ້ຫວັນ "ບໍ່ຄວນຖືກຫລຸດຜ່ອນລົງເລີຍ" ແຕ່ທ່ານກໍໄດ້ຢືນຢັດວ່າ ຈຸດເພັ່ງເລັງຂອງອອສເຕຣເລຍຍັງແມ່ນການມີ ສາຍພົວພັນທີ່ດີກັບປັກກິ່ງຢູ່. Phil Mercer, ນັກຂ່າວວີໂອເອ ມີລາຍງານມາ ຈາກ Sydney, ຊຶ່ງບົວສະ ຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ສາຍພົວພັນລະຫວ່າງອອສເຕຣເລຍ ແລະຈີນ ເຊິ່ງເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ ແມ່ນຕົກຢູ່ໃນສະພາບທີ່ຂີ້ຮ້າຍທີ່ສຸດ ໃນຮອບຫລາຍທົດສະວັດຜ່ານມາ.

ຍັງມີຄວາມເຄັ່ງຕຶງດ້ານການຄ້າ ແລະການເມືອງພ້ອມທັງມີຄວາມບໍ່ລົງລອຍກັນກ່ຽວກັບເລື້ອງສິດທິມະນຸດ. ການຮຽກຮ້ອງຂອງແຄນເບີຣາໃນປີກາຍນີ້ວ່າໃຫ້ສືບ ສວນຫາຕົ້ນກຳເນີດຂອງໄວຣັສໂຄໂຣນາ ທີ່ຖືກກວດພົບຄັ້ງທຳອິດ ໃນປະເທດຈີນ ໃນປີ 2019 ນັ້ນ ໄດ້ເຮັດໃຫ້ປັກກິ່ງບໍ່ພໍໃຈ. ຈີນ ໄດ້ຕີຄວາມໝາຍ ຕໍ່ການ ຮຽກຮ້ອງຂອງອອສເຕຣເລຍວ່າ ເປັນການວິພາກວິຈານການຮັບມືຂອງຕົນ ກັບ ໂຣກລະບາດນີ້. ການພົວພັນສອງຝ່າຍກໍໄດ້ຊຸດໂຊມລົງ ນັບແຕ່ນັ້ນມາ.

ດຽວນີ້ ແມ່ນມີຄວາມຂັດຂ້ອງໝອງໃຈກັນ ກ່ຽວກັບເລື້ອງໄຕ້ຫວັນ. ປັກກິ່ງເຫັນວ່າໄຕ້ຫວັນເປັນແຂວງທີ່ແຍກອອກຈາກແຜ່ນດິນຈີນໄປ ເຊິ່ງໃນທີ່ສຸດກໍ່ຈະທ້ອນໂຮມເຂົ້າມາຫາຈີນແຜ່ນດິນໃຫຍ່ຄືນ ພາຍໃຕ້ອັນທີ່ຈີນເອີ້ນວ່ານະໂຍບາຍ ‘ຈີນດຽວ”.

ອອສເຕຣເລຍບໍ່ຮັບຮູ້ໄຕ້ຫວັນວ່າ ເປັນປະເທດທີ່ມີອະທິປະໄຕ ຫລື ຖືວ່າ ອຳ ນາດການປົກຄອງໄຕ້ຫວັນ ເປັນລັດຖະບານແຫ່ງຊາດອັນນຶ່ງເລີຍ. ແຕ່ເຖິງຢ່າງໃດກໍ່ຕາມ, ສະຫະລັດໄດ້ຍົກສູງຄວາມວິຕົກກັງວົນຕໍ່ການຮຸກຮານຂອງຈີນຕໍ່ໄຕ້ຫວັນ. ລັດຖະມົນຕີຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງກັນ (Anthony Blinken) ໄດ້ຢືນຢັດວ່າ ວໍຊິງຕັນ “ມີຄວາມມຸ້ງໝັ້ນຢ່າງແຮງກ້າ ຢາກໃຫ້ໄຕ້ຫວັນສາມາດປ້ອງກັນຕົນເອງໄດ້.”

ເມື່ອຖືກຖາມໃນໂທລະພາບແຫ່ງຊາດນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ, ທ່ານພີເຕີ ດັດຕັນ (Peter Dutton) ເວົ້າວ່າ ຈະບໍ່ປະຕິເສດວ່າ ຈະບໍ່ມີການປະເຊີນໜ້າກັນທາງທະຫານ. ທ່ານດັດຕັນກ່າວດັ່ງນີ້:
“ຂ້າພະເຈົ້າຄິດວ່າ ມັນບໍ່ຄວນຈະຫຼຸດລົງເລີຍ. ຂ້າພະເຈົ້າຄິດວ່າຈີນໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງຫຼາຍ ກ່ຽວກັບການທ້ອນໂຮມຊາດ ແລະ ນັ້ນແມ່ນຈຸດປະ ສົງຂອງເຂົາເຈົ້າທີ່ໄດ້ຍຶດຖືມາເປັນເວລາດົນນານ ແລະຖ້າທ່ານສັງເກດເບິ່ງຄຳເວົ້າແບບໂວຫານທຸກອັນ ທີ່ອອກມາຈາກຈີນ, ອອກມາຈາກໂຄສົກລັດຖະບານ ໂດຍສະເພາະຢູ່ໃນຊຸມອາທິດ ແລະເດືອນທີ່ຜ່ານມານີ້ ເພື່ອຕອບຄຳສະເໜີ ທີ່ແຕກຕ່າງກັນທີ່ໄດ້ໃຫ້ໄປ, ພວກເຂົາເຈົ້າແມ່ນເຮັດໃຫ້ເຫັນໄດ້ຢ່າງຊັດແຈ້ງຫຼາຍກ່ຽວກັບເປົ້າໝາຍນັ້ນ.”

ໃນທາງຕອບກັບນັ້ນ, ໂຄສົກກະຊວງການຕ່າງປະເທດຈີນ, ທ່ານ ຫວາງ ເວນ ບິນ (Wang Wenbin) ໄດ້ສົ່ງຂໍ້ຄວາມນີ້ ໄປຫາແຄນເບີຣາ.

ທ່ານຫວາງກ່າວເປັນພາສາຈີນກາງວ່າ:
“ປະຕິບັດຕາມຫຼັກການ “ປະເທດຈີນອັນດຽວ” ແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການພົວພັນລະຫວ່າງຈີນ ກັບອອສເຕຣເລຍ. ໄຕ້ຫວັນ ແມ່ນພາກສ່ວນນຶ່ງທີ່ບໍ່ສາມາດແຍກອອກຈາກເຂດແດນອະທິປະໄຕຂອງຈີນໄດ້, ແລະບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ ຢ່າງທ່ອງແທ້ ທີ່ກ່ຽວຂ້ອງກັບຜົນປະໂຫຍດ ທີ່ ເປັນແກນຫຼັກຂອງຈີນ ແລະບໍ່ໃຫ້ມີການແຊກແຊງຈາກຕ່າງປະເທດໄດ້."

ໃນອາທິດແລ້ວນີ້, ອອສເຕຣເລຍໄດ້ຍົກເລີກຂໍ້ຕົກລົງກັບລັດວິກຕໍເຣຍທີ່ຕິດພັນ ກັບໂຄງການຂໍ້ລິເລີ້ມ ນຶ່ງເສັ້ນທາງ ນຶ່ງແລວທາງຂອງຈີນ. ບັນດານັກສັງເກດການກ່າວວ່າ ການລົງທຶນດ້ານພື້ນຖານໂຄງລ່າງ ທີ່ມີມູນຄ່າຫລາຍພັນລ້ານໂດ ລາ ທີ່ເປັນໂຄງການສ້າງໂດຍລັດຖະບານຈີນ ມີຈຸດປະສົງແນໃສ່ຂະຫຍາຍເສດຖະກິດ ແລະອິດທິພົນຂອງຈີນໃນໂລກ ແຕ່ວ່າໂຄງການດັ່ງກ່າວ ເຮັດໃຫ້ບາງປະເທດ ມີໜີ້ສິນຢ່າງຫລວງຫລາຍ.

ເຈົ້າໜ້າທີ່ໃນນະຄອນແຄນເບີຣາກ່າວວ່າ ຕົນກຳລັງປົກປ້ອງຜົນປະໂຫຍດແຫ່ງ ຊາດຂອງອອສເຕຣເລຍ, ແຕ່ວ່າສະຖານເອກອັກຄະລັດຖະທູດຈີນ ປະຈຳອອສເຕຣເລຍ ເອີ້ນການເຄື່ອນໄຫວ ດັ່ງກ່າວວ່າ "ເປັນການເກາະຜິດ."

ນັກວິເຄາະເຊື່ອວ່າ ແຄນເບີຣາ ກຳລັງຖືກລົງໂທດຍ້ອນພະຍາຍາມທີ່ຈະຕ້ານ ຢັນກັບຈີນ ໂດຍໄດ້ວາງຂໍ້ຈຳກັດ ແລະພາສີຕໍ່ສິນຄ້າກະສິກຳ ຂອງອອສເຕຣເລຍ ຫລາຍຢ່າງ ພ້ອມທັງຖ່ານຫີນອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG