ລິ້ງ ສຳຫລັບເຂົ້າຫາ

logo-print

ການຫ້າມ ນໍາເຂົ້າຂີ້ເຫຍື້ອ ຢູ່ຈີນ ເຮັດໃຫ້ເກີດ ວິກິດການ ດ້ານກໍາຈັດ ຂີ້ເຫຍື້ອ ຢູ່ ສຫລ


ຂີ້ເຫຍື້ອທີ່ຂົນຂຶ້ນລົດຢູ່ບໍລິສັດ Recology ໃນເມືອງຊານ ຟຣານຊິສໂກ, ລັດຄາລິຟໍເນຍ ໃນວັນທີ 2 ພະຈິກ, 2009 ກ່ອນການຫ້າມນໍາຂີ້ເຫຍື້ອເຂົ້າ ຂອງຈີນ ໃນຕົ້ນປີນີ້.

ການຫ້າມນໍາເຂົ້າຂີ້ເຫຍື້ອຫລາຍປະເພດຂອງຈີນທີ່ໄດ້ຈັດຕັ້ງປະຕິບັດ ໃນປີນີ້ນັ້ນເຮັດໃຫ້
ເກີດວິກິດການໃນວົງການອຸດສາຫະກໍາຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນ ຫລືຣີໄຊໂຄລຢູ່
ທົ່ວໂລກທີ່ກໍາລັງຊອກຫາຕະຫລາດໃໝ່ສໍາລັບຂີ້ເຫຍື້ອຂອງພວກເຂົາເຈົ້າ ຢູ່ໃນປັດຈຸບັນ
ນີ້. ດັ່ງທີ່ ໄມຄ໌ ໂອ ຊູລິວານ (Mike O'Sullivan) ນັກຂ່າວຂອງວີໂອເອລາຍງານໃຫ້ຮູ້ວ່າ
ການຫ້າມນໍາເຂົ້າ ຂີ້ເຫຍື້ອໄດ້ເຮັດໃຫ້ອຸດສະຫະກໍາດັ່ງກ່າວທີ່ມີມູນຄ່າເປັນຕື້ໂດລາຢຸດ
ສະງັກລົງ ແລະເຮັດໃຫ້ມີຜົນກະທົບຢູ່ໃນຈີນ.


ຂີ້ເຫຍື້ອດັ່ງກ່າວນີ້ກໍາລັງກອງກັນສູງຂຶ້ນທຸກມື້ຢູ່ເມືອງອາຊູຊາ (Azusa), ລັດຄາລິຟໍເນຍ,
ໃນຂະນະທີ່ພວກແຍກຂີ້ເຫຍື້ອກໍາລັງເຮັດວຽກເພື່ອເຮັດໃຫ້ຂີ້ເຫຍື້ອສະອາດຂຶ້ນກວ່າເກົ່າ.
ຢູ່ໃນເມືອງອະນາຮາຍມ໌ (Anaheim) ມັດຂີ້ເຫຍື້ອທີ່ປົນກັນເຄີຍຖືກສົ່ງໄປຍັງຈີນ, ດຽວ
ນີ້ແມ່ນໄດ້ກອງກັນເຕັມຢູ່ໃນບ່ອນຈອດລົດ. ຕອນທີ່ຈີນຍັງບໍ່ໄດ້ເກືອດຫ້າມການນໍາ
ເຂົ້າຂີ້ເຫຍື້ອນັ້ນຂີ້ເຫຍື້ອໂຕນນຶ່ງມີມູນຄ່າ 100 ໂດລາ.

ທ່ານຣີຊາດ ຄູບແລນ (Richard Coupland) ຈາກບໍລິສັດບໍລິການຣີພັບບລິກ
(Republic Services) ກ່າວວ່າ
"ດຽວນີ້ ມັນເກືອບວ່າຈະບໍ່ມີມູນຄ່າຫຍັງເລີຍ. ມັນໄດ້ລາຄາໜ້ອຍກວ່າ 5 ໂດລາ ຫລື ຢູ່ໃນບາງຕະຫລາດ ມັນຍັງຂາດທຶນຊໍ້າ."

ກໍາມະກອນຈີນເຮັດວຽກຢູ່ໂຮງງານນໍາເອົາຂີ້ເຫຍື້ອກັບມາໝູນໃຊ້ຄືນຢູ່ນະຄອນຊຽງໄຮຂອງຈີນ ໃນວັນທີ 17 ພະຈິກ 2017.
ກໍາມະກອນຈີນເຮັດວຽກຢູ່ໂຮງງານນໍາເອົາຂີ້ເຫຍື້ອກັບມາໝູນໃຊ້ຄືນຢູ່ນະຄອນຊຽງໄຮຂອງຈີນ ໃນວັນທີ 17 ພະຈິກ 2017.

​ຊາວອາເມຣິກັນທີ່ຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນ ຫລື ພວກເຮັດຣີໄຊໂຄລ ເວົ້າວ່າ
ມັນເປັນສາຍສໍາພັນທີ່ດີ. ສິນຄ້າທີ່ຜະລິດຢູ່ຈີນແມ່ນສົ່ງໄປສະຫະລັດ.

ສ່ວນຂີ້ເຫຍື້ອແມ່ນຖືກສົ່ງໄປຍັງຈີນເພື່ອເອົາໄປເຮັດການໝູນໃຊ້ຄືນ ຫລືເອົາໄປໃຊ້
ໃນການຜະລິດສິນຄ້າໃໝ່ ຊຶ່ງໄດ້ກໍາໄລຍ້ອນອາໄສຄ່າຂົນສົ່ງຕູ້ຄອນເທັນເນີ ກັບຄືນ
ໄປຈີນທີ່ຖືກ. ຂີ້ເຫຍື້ອທີ່ມີມູນຄ່າເກືອບຮອດ 6 ຕື້ໂດລາ ຖືກສົ່ງໄປ ຍັງຈີນໃນປີກາຍນີ້.
ດຽວນີ້ ສ່ວນໃຫຍ່ແລ້ວຂີ້ເຫຍື້ອແມ່ນບໍ່ມີບ່ອນທີ່ຈະສົ່ງ ໄປເລີຍ.

ທ່ານອາດາມ ມິນເຕີ (Adam Minter), ຜູູ້ຂຽນປຶ້ມທີ່ຊື່ວ່າ Junkyard Planet ກ່າວວ່າ
"ການຫັນເອົາຂີ້ເຫຍື້ອມາໃຊ້ຄືນໃໝ່ ແມ່ນການຜະລິດສິນຄ້າ ແລະຖ້າຫາກ ບໍ່
ມີໃຜຢາກໃຊ້ວັດສະດຸເຫລົ່ານີ້ແລ້ວ ການທີ່ເຮົາເອົາສິ່ງຂອງໄປຖິ້ມໃສ່ໃນຖັງຂີ້ ເຫຍື້ອສໍາລັບໝູນໃຊ້ຄືນ ມັນກໍບໍ່ມີອັນໃດຫລາຍນອກເໜືອໄປຈາກການຫລິ້ນ ກັບຂີ້ເຫຍື້ອຂອງເຮົາເທົ່ານັ້ນ."


ດຽວນີ້ຈີນປະຕິເສດທີ່ຈະຮັບຊື້ຂີ້ເຫຍື້ອຫລາຍກວ່າສິບປະເພດ ຊຶ່ງລວມມີຢາງປລາສ
ຕິກທີ່ມີຄຸນນະພາບຕໍ່າ, ເຈ້ຍທີ່ຍັງບໍ່ທັນໄດ້ແຍກປະເພດເທື່ອ, ແລະເສດ ໂລຫະບາງ
ຊະນິດ. ສ່ວນຂີ້ເຫຍື້ອປະເພດອື່ນກໍຕ້ອງໄດ້ເຮັດໃຫ້ມັນສະອາດ ຂຶ້ນກວ່າເກົ່າ. ພວກ
ເຮັດອຸດສາຫະກໍາຂີ້ເຫຍື້ອຊາວອາເມຣິກັນ ກໍາລັງພະຍາຍາມທີ່ຈະເຮັດໃຫ້ຂີ້ເຫຍື້ອ
ມີສານປົນເປື້ອນຫລຸດລົງ ໂດຍການເອົາສິ່ງທີ່ໃຊ້ ບໍ່ໄດ້ ອອກ.

ທ່ານມາກ ຮາຣິສແມນດີ (Marc Harismendy) ຜູ້ຈັດການດ້ານຂີ້ເຫຍື້ອ ກ່າວວ່າ
"…ຜ້າຫົ່ມ, ໝອນ, ຫລາຍສິ່ງ, ຫລາຍຢ່າງ ທີ່ແທ້ໆແລ້ວບໍ່ຄວນຈະ ມາປົນຢູ່ກັບ
ກອງຂີ້ເຫຍື້ອພວກນີ້ ຕັ້ງແຕ່ຕອນເອົາມາທໍາອິດພຸ້ນ."


ເຖິງແມ່ນວ່າຈະມີການດໍາເນີນການແຍກຂີ້ເຫຍື້ອໃຫ້ຫລາຍຂຶ້ນກໍຕາມ ພວກແຍກ
ຂີ້ເຫຍື້ອເຫລົ່ານັ້ນ ກໍຍັງປະເຊີນກັບບັນຫາທ້າທາຍຢູ່-ນັ້ນກໍຄື ບ່ອນທີ່ຈະສົ່ງມັນໄປ?

ຂີ້ເຫຍື້ອບາງອັນຈະສົ່ງໄປຍັງອິນເດຍ, ຫວຽດນາມ, ມາເລເຊຍ, ໄທ ຫລື ອິນໂດເນເຊຍ. ແຕ່ວ່າຄ່າຂົນສົ່ງສູງ ແລະຄວາມຕ້ອງການຂອງຕະຫລາດ ແມ່ນມີຂີດຈໍາກັດ ສະນັ້ນ
ສ່ວນຫລາຍມັນກໍຈະໄປຢູ່ໃນລານຖິ້ມຂີ້ເຫຍື້ອ.

ມັດຂີ້ເຫຍື້ອກອງຢູ່ເດີ່ນຂອງໂຮງງານ Pratt Industries ທີ່ເອົາຂີ້ເຫຍື້ອມາເຮັດແກັດເຈ້ຍຢູ່ເກາະ Staten Island, ລັດນີວຢອກ ໃນວັນທີ 30 ກໍລະກົດ 2008
ມັດຂີ້ເຫຍື້ອກອງຢູ່ເດີ່ນຂອງໂຮງງານ Pratt Industries ທີ່ເອົາຂີ້ເຫຍື້ອມາເຮັດແກັດເຈ້ຍຢູ່ເກາະ Staten Island, ລັດນີວຢອກ ໃນວັນທີ 30 ກໍລະກົດ 2008

​ການຕັດສິນໃຈເຊັ່ນນັ້ນຂອງຈີນ ແມ່ນມີເຫດຜົນກ່ຽວຂ້ອງກັບເລື້ອງສິ່ງແວດລ້ອມ,
ແນວຄິດຊາດນິຍົມ ແລະການຄວບຄຸມທາງການເມືອງ, ອີງຕາມຄໍາເວົ້າຂອງທ່ານ
ອາດາມ ມິນເຕີ (Adam Minter), ນັກຂ່າວທີ່ປະຈໍາຢູ່ ໃນຂົງເຂດເອເຊຍ ຊຶ່ງທ່ານ
ກ່າວດດັ່ງນີ້.

"ເມື່ອເຮົາເຫັນຈີນ ພັກດັນອຸດສາຫະກໍາຂອງການຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນ ມັນກໍແມ່ນການຕ້ານຢັນຄືນ ຕໍ່ອຸດສາຫະກໍາຂອງເອກະຊົນ ແລະເປັນການໃຫ້ການ
ສະໜັບສະໜຸນແກ່ບັນດາບໍລິສັດລັດວິສາຫະກິດ ແທ້ໆ. ແລະການເຮັດແນວນັ້ນ
ກໍສອດຄ່ອງຫລາຍ ກັບແນວທາງນະໂຍບາຍດ້ານເສດຖະກິດທີ່ຈີນ ເດີນໄປຕາມ
ຢູ່ໃນໄລຍະຫ້າປີຜ່ານມານີ້."

ພວກດໍາເນີນກິດຈະການຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນຂະໜາດນ້ອຍຫລາຍລ້ານຄົນ
ໄດ້ເຮັດໃຫ້ທຸລະກິດໃນການຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນຂອງຈີນເກີດຂຶ້ນໄດ້.

ຮອງສາດສະດາຈານຈອດຊວາ ໂກລສ໌ຕີນ (Joshua Goldstein) ທີ່ມະຫາວິທະຍາໄລ
ພາກໃຕ້ລັດຄາລິຟໍເນຍ ຫລື University of Southern California (USC) ກ່າວວ່າ
"… ຄົນໄປຄົ້ນເກັບສິ່ງຂອງຕ່າງໆ ແລະກໍເຮັດໃຫ້ຊີວິດຂອງພວກເຂົາເຈົ້າ ດີຂຶ້ນວັນ
ລະເລັກ ລະນ້ອຍ ໂດຍການໃຊ້ເງິນທີ່ພວກເຂົາເຈົ້າຫາມາໄດ້ຈາກ ການເຮັດແນວນັ້ນ. ມັນມີຜົນສະທ້ອນກັບຕໍ່ສິ່ງແວດລ້ອມ ແຕ່ວ່າມັນກໍໄດ້ຍົກລະດັບຊີວິດການເປັນຢູ່
ຂອງປະຊາຊົນປະມານ 3 ຫາ 5 ລ້ານຄົນ ໃຫ້ຫລຸດພົ້ນຈາກຄວາມທຸກຈົນໄດ້."


ຮອງສາດສະດາຈານໂກລສ໌ຕີນເວົ້າອີກວ່າ ຈີນພົບອຸບປະສັກໃນການສ້າງຕັ້ງກິດຈະ
ການທີ່ມີປະສິດທິຜົນເທົ່າກັບສະຫະລັດ.

ພ້ອມກັນນັ້ນ ມັນຍັງເສຍແຫລ່ງທີ່ປ້ອນວັດສະດຸຢ່າງສະໝໍ່າສະເໝີໄປ.

ໃນຂະນະດຽວກັນ ພວກເຮັດກິດຈະການຫັນເອົາຂີ້ເຫຍື້ອມາໝູນໃຊ້ຄືນ ກໍພົບ
ຄວາມຫຍຸ້ງຍາກໃນການຊອກຫາແບບແຜນທຸລະກິດອັນໃໝ່ ແລະບ່ອນທີ່ຈະເອົາ
ຂີ້ເຫຍື້ອຂອງພວກເຂົາເຈົ້າໄປໄວ້.

ທ່ານຄູບແປລນ ໃຫ້ຄໍາເຫັນອີກວ່າ
"ຂີ້ເຫຍື້ອນີ້ຍັງລໍຖ້າຄົນຊື້ຢູ່ຕະຫລາດທີ່ມີນະໂຍບາຍເປີດກວ້າງຢູ່. ເມື່ອມັນກອງ ໄວ້ຢູ່ຂ້າງນອກ ໃນສະພາບແບບນີ້ ແລະເມື່ອພວກເຮົາມີຝົນຕົກລົງມາ ເຮົາກໍຈະ
ເຫັນວ່າ ມັນເລີ້ມເປື່ອຍໄປ."


ແລະການເສຍມູນຄ່າໄປ, ອຸດສາຫະກໍາໃນຂະແໜງນີ້ເວົ້າວ່າ ມັນກໍເຮັດໃຫ້ຮອບ
ໝູນວຽນຊື້-ຂາຍບໍ່ຍືນຍົງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG