ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າຂອງຈີນເພີ້ມຂຶ້ນຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ພາຍໃຕ້ໂຄງການ BRI ເຊິ່ງສ້າງຄວາມກັງວົນຫຼາຍດ້ານ


ແຟ້ມຮູບ-ລົດບັນທຸກ ເຄື່ອນຍ້າຍຕູ້ຄອນເທັນເນີ້ທີ່ເຂົ້າມາໃນຊຸດກ່ອນ ຢູ່ທີ່ທ່າເຮືອນໍ້າເລິກຢາງຊານ ໃນນະຄອນຊຽງໄຮ, ປະເທດຈີນ, ວັນທີ 13 ມັງກອນ 2022.
ແຟ້ມຮູບ-ລົດບັນທຸກ ເຄື່ອນຍ້າຍຕູ້ຄອນເທັນເນີ້ທີ່ເຂົ້າມາໃນຊຸດກ່ອນ ຢູ່ທີ່ທ່າເຮືອນໍ້າເລິກຢາງຊານ ໃນນະຄອນຊຽງໄຮ, ປະເທດຈີນ, ວັນທີ 13 ມັງກອນ 2022.

ນັບຕັ້ງ​ແຕ່​ຈີນ​ໄດ້​ເລີ່​ມດຳ​ເນີນ​ໂຄງ​ການລິ​ເລີ່ມ "ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນທາງ" ໃນໄລຍະ 10 ປີທີ່ຜ່ານມາ, ການ​ຄ້າ​ກັບ​ບັນດາ​ປະ​ເທດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ສອງ​ເທົ່າ. ປັກ​ກິ່ງ ​ໄດ້​ລົງ​ທຶນ​ຫຼາຍ​ຕື້​ໂດລາ​ເຂົ້າ​ໄປໃນການ​ຊ່ວຍ​ເຫຼືອກໍ່ສ້າງເສັ້ນ​ທາງ​ລົດ​ໄຟ, ສະໜາມ​ບິນ, ທ່າ​ເຮືອ, ​ແລະ​ພື້ນຖານ​ໂຄງ​ລ່າງ​ອື່ນໆ, ​ແຕ່​ການຜັກດັນສໍາລັບການ​ເຊື່ອມ​ຕໍ່​ຫຼາຍ​ກວ່າ​ເກົ່ານັ້ນ ​ມາ​ພ້ອມ​ກັບ​ຜົນ​ສະທ້ອນ​ທີ່​ບໍ່​ໄດ້​ຄາດ​ຄິດ​, ​ອີງຕາມການກ່າວຈາກບັນດາຜູ້​ສັງ​ເກດ​ການ.

ຄວາມກັງວົນທີ່ສຳຄັນບາງອັນລວມມີໜີ້ສິນທີ່ເພີ່ມຂຶ້ນ, ຜົນກະທົບດ້ານສະພາບ ແວດລ້ອມຂອງບັນດາໂຄງການຕ່າງໆ, ແລະການເພີ່ມຂື້ນຂອງອາດຊະຍາກຳ ກ່າວໂດຍບັນດານັກວິເຄາະຢູ່ໃນພາກພື້ນຕໍ່ VOA ພະແນກພາສາຈີນກາງ.

ອີງຕາມ​ສະ​ຖາ​ບັນ​ການ​ສຶກສາ​ຍຸດ​ທະ​ສາດ​ສາກົນ​ທີ່​ມີ​ສຳນັກງານ​ຢູ່ໃນປະເທດ​ອັງກິດ ພົບວ່າ ໃນ​ລະຫວ່າງ​ປີ 2013 ຫາປີ 2021, ຂົງເຂດເອເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແມ່ນ​ສະຖານ​ທີ່​ຂອງ 131 ​ໂຄງການ ​ນຶ່ງ​ແລວ​ທາງນຶ່ງ​ເສັ້ນທາງ, ​ເຊິ່ງເປັນໂຄງການທີ່ຫຼາຍທີ່ສຸດຢູ່​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ.

ທ່ານເສິນ ຊາງໝາວ (Chen Shangmao), ສາດສະດາຈານພາກກິດຈະກໍາ ທາງດ້ານສັງຄົມ ຢູ່ທີ່ມະຫາວິທະຍາໄລ ໂຟ ກວງ (Fo Guang) ໃນໄຕ້ຫວັນ, ກ່າວວ່າ ດ້ວຍຂອບເຂດທີ່ກວ້າງຂວາງ, ໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຫຼື BRI ມີຜົນປະໂຫຍດໃນທາງບວກພຽງບາງສ່ວນ.

ຫ້ອງ​ການ​ຂໍ້​ມູນ​ສະ​ພາ​ລັດ​ຂອງ ຈີນ ໄດ້​ລາຍ​ງານ​ວ່າ​ໃນ​ປີ 2022 ຂະ​ໜາດ​ຂອງ​ການ​ຄ້າ​ລະ​ຫວ່າງ ຈີນ ແລະ 10​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊາດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ASEAN ໄດ້​ເພີ່ມ​ຂຶ້ນເຖິງ 975.3 ຕື້​ໂດ​ລາ, ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 443.6 ຕື້​ໂດ​ລາ​ໃນ​ປີ 2013.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG