ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຂັ້ນສູງຂອງຈີນ ມາຮອດນະຄອນຫຼວງ ວໍຊິງຕັນ ກ່ອນໜ້າ ການເຈລະຈາ ລະຫວ່າງ ທ. ໄບເດັນ ກັບ ທ. ສີ ທີ່ອາດເປັນໄປໄດ້


ລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຢີ (Wang Yi) (ກາງ) ເດີນທາງຮອດກອງປະຊຸມເວທີສົນທະນາດ້ານການທູດ ຢູ່ບ້ານພັກແຂກຕ່າງປະເທດຂອງທາງການ (Diaoyutai) ໃນປັກກິ່ງ, ວັນທີ 24 ຕຸລາ 2023.
ລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຢີ (Wang Yi) (ກາງ) ເດີນທາງຮອດກອງປະຊຸມເວທີສົນທະນາດ້ານການທູດ ຢູ່ບ້ານພັກແຂກຕ່າງປະເທດຂອງທາງການ (Diaoyutai) ໃນປັກກິ່ງ, ວັນທີ 24 ຕຸລາ 2023.

ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານ ຫວັງ ຢີ ໄດ້ເດີນທາງຮອດນະ ຄອນຫຼວງວໍຊິງຕັນ ໃນວັນພະຫັດນີ້ ສຳລັບກອງປະຊຸມກັບບັນດາເຈົ້າໜ້າທີ່ ອາວຸໂສຂອງສະຫະລັດ ກ່ຽວກັບເລື້ອງຄວາມໝັ້ນຄົງລະຫວ່າງສອງຝ່າຍ ແລະ ຢູ່ໃນຂົງເຂດ, ຂະນະທີ່ທັງສອງປະເທດ ແນໃສ່ເພື່ອຮັກສາຊ່ອງທາງການສື່ສານ ທີ່ເປີດໄວ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈະເປັນ ເຈົ້າພາບຕ້ອນຮັບທ່ານ ຫວັງ ຢູ່ທີ່ກະຊວງການຕ່າງປະເທດ ສຳລັບອາຫານ ຄ່ຳຢ່າງເປັນທາງການ ຫຼັງຈາກກອງປະຊຸມຈົນຮອດຕອນບ່າຍມື້ນີ້. ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລີ​ວານ ຈະຈັດ ການເຈລະຈາກັບທ່ານຫວັງ ຢູ່ທີ່ບ້ານພັກແບຣ (Blair House) ໃກ້ກັບທຳນຽບ ຂາວ ໃນວັນສຸກມື້ອື່ນນີ້.

“ກອງປະຊຸມນີ້ ແມ່ນສອດຄ່ອງກັບຄວາມໝັ້ນໝາຍໂດຍທັງສອງຝ່າຍ ເພື່ອຮັກ ສາຊ່ອງທາງການສື່ສານຍຸດທະສາດອັນນີ້ ທີ່ເປັນສ່ວນນຶ່ງຂອງຄວາມພະຍາ ຍາມຢ່າງຕໍ່ເນື່ອງເພື່ອກຳກັບນຳສາຍສຳພັນຢ່າງມີຄວາມຮັບຜິດຊອບ” ໂຄສົກ ສະພາຄວາມໝັ້ນຄົງ ທ່ານນາງເອດຣຽນ ຫວັດສັນ ໄດ້ກ່າວໃນຖະແຫລງການ.

ບັນດາເຈົ້າໜ້າທີ່ອາວຸໂສຈາກຄະນະລັດຖະບານຂອງປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ເຫັນບັນຫາຕ່າງໆທີ່ລວມທັງ ສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ, ສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ, ວິກິດການກ່ຽວກັບຢາ ເຟນຕານອລ ແລະ ເລື້ອງກຳປັ່ນຕຳກັນຢູ່ໃນທະເລຈີນໃຕ້ເມື່ອບໍ່ດົນມານີ້.

ໃນຂະນະດຽວກັນ ບັນດານັກວິຈານຈາກລັດຖະສະພາ ຮຽກຮ້ອງໃຫ້ຈີນ ປ່ອຍ ຕົວພົນລະເມືອງຂອງອາເມຣິກາທັງຫຼາຍ ທີ່ຖືກຄວບຄຸມຕົວຢ່າງບໍ່ຖືກຕ້ອງ ແລະ ໄດ້ປະນາມພຶດຕິກຳຂອງກອງທັບຈີນ ຢູ່ໃນທະເລຈີນໃຕ້.

Chinese Foreign Minister Wang Yi arrived in Washington Thursday for meetings with senior U.S. officials on bilateral and regional security issues as the two countries aim to maintain open communication channels.

U.S. Secretary of State Antony Blinken is hosting Wang at the State Department for a working dinner after meetings in the late afternoon. White House national security adviser Jake Sullivan is holding talks with him at Blair House, near the White House, Friday.

“This meeting is consistent with commitments by both sides to maintain this strategic channel of communication as part of ongoing efforts to responsibly manage the relationship,” NSC spokesperson Adrienne Watson said in a statement.

Senior officials from U.S. President Joe Biden’s administration have previewed a range of issues, including Israel’s war with Hamas, Russia’s war on Ukraine, the fentanyl crisis, and a recent vessel collision in the South China Sea.

Meanwhile, congressional critics have urged China to release wrongfully detained American citizens and condemned Chinese military behavior in the South China Sea.

XS
SM
MD
LG