ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະຖອນ ໃບອະນຸຍາດນັກຂ່າວໜັງສືພິມ ທີ່ສຳຄັນ 3 ສະບັບ ຂອງ ສຫລ


ຕຳຫຼວດຢືນຍາມຢູ່ທາງນອກຂອງຕຶກໜັງສືພິມນິວຢອກໄທມ໌ ທີ່ນະຄອນນິວຢອກ ເມື່ອວັນທີ 7 ສິງຫາ 2019
ຕຳຫຼວດຢືນຍາມຢູ່ທາງນອກຂອງຕຶກໜັງສືພິມນິວຢອກໄທມ໌ ທີ່ນະຄອນນິວຢອກ ເມື່ອວັນທີ 7 ສິງຫາ 2019

ຈີນ ໄດ້ກ່າວໃນວັນອັງຄານຜ່ານມານີ້ວ່າ ຕົນຈະຂັບໄລ່ພວກນັກຂ່າວຂອງໜັງສືພິມທີ່ສຳຄັນ 3 ສະບັບຂອງສະຫະລັດ ຄືໜັງສືພິມ New York Times, The Wall Street Journal ແລະ Washington Post ເພື່ອເປັນການຕອບໂຕ້ຕໍ່ອັນທີ່ເຈົ້າໜ້າທີ່ຈີນເອີ້ນວ່າ ການຈຳກັດຮັດແຄບແບບບໍ່ຍຸຕິທຳ ຕໍ່ອົງການສື່ມວນຊົນຂອງຈີນ.

ຍິ່ງໄປກວ່ານັ້ນ ປັກກິ່ງຍັງໄດ້ສັ່ງໃຫ້ 2 ອົງການຂ່າວ ຄືວາຣະສານ Times ແລະວີໂອເອຫຼືສຽງອາເມຣິກາ ຊຶ່ງເປັນອົງການອິດສະຫຼະທີ່ໄດ້ຮັບທຶນຈາກສະຫະລັດ ມອບລາຍຂໍ້ມູນລາຍລະອຽດກ່ຽວກັບການປະຕິບັດໜ້າທີ່ຂອງພວກເຂົາເຈົ້າໃຫ້ແກ່ເຈົ້າໜ້າທີ່ຈີນ.

ບັດອະນຸຍາດຂອງພວກນັກຂ່າວໜັງສືພິມ New York Times, The Wall Street Journal ແລະ Washington Post ມີກໍານົດຈະໝົດອາຍຸໃນທ້າຍປີນີ້ ແຕ່ປັກກິ່ງໄດ້ສັ່ງໃຫ້ພວກເຂົາເຈົ້າ ຄືນບັດນັກຂ່າວຂອງເຂົາເຈົ້າໃຫ້ພາຍໃນ 10 ວັນ.

ຈີນກ່າວວ່າ ພວກນັກຂ່າວໜັງສືພິມສະຫະລັດ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ສືບຕໍ່ ເຮັດວຽກເປັນນັກຂ່າວໃນສາທາລະນະລັດປະຊາຊົນຈີນ ຮວມທັງ ໃນເຂດປົກຄອງພິເສດຄື ຮົງກົງ ແລະ ມາເກົ້າ ນຳດ້ວຍ.” ດິນແດນທັງສອງເປັນເຂດເຄິ່ງປົກຄອງຕົນເອງ ແລະພວກນັກຂ່າວຄວນມີອິດສະຫຼະພາບຫຼາຍກວ່າຢູ່ທີ່ຈີນແຜ່ນດິນໃຫຍ່.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ຕຳໜິຕິຕຽນການກະທຳຂອງຈີນ ໂດຍເວົ້າວ່າ ຂ້າພະເຈົ້າຮູ້ສຶກເສຍໃຈຕໍ່ການຕັດສິນໃຈຂອງຈີນໃນມື້ນີ້ ຊຶ່ງຈະເປັນການປະຕິເສດຫຼາຍຂຶ້ນຕໍ່ຄວາມສາມາດໃນການເກັບກຳຂ່າວຢ່າງເສລີ ຊຶ່ງນັ້ນທີ່ຈິງແລ້ວຈະເປັນການດີທີ່ສຸດສຳລັບປະຊາຊົນຈີນ. ແຕ່ນີ້ແມ່ນບໍ່ເປັນຈັ່ງໂຊກ.

ພວກນັກຂ່າວຂອງໜັງສືພິມທັງ 3 ໄດ້ເຮັດວຽກຢ່າງແຂງຂັນໃນການລາຍງານກ່ຽວກັບການລະບາດຂອງໄວຣັສໂຄໂຣນາ ທີ່ເລີ້ມຂຶ້ນຢູ່ຈີນ ຊຶ່ງໃນຂັ້ນຕົ້ນເປັນພຽງບັນຫາສຸຂະພາບຢູ່ໃນທ້ອງຖິ່ນ ທີ່ໄດ້ຫັນປ່ຽນກາຍເປັນໂຣກລະບາດທີ່ຮ້າຍແຮງໄປທົ່ວໂລກ.

ພວກນັກຂ່າວທັງສາມ ຍັງໄດ້ລາຍງານກ່ຽວກັບບັນຫາອື່ນໆອີກ ທີ່ເຈົ້າໜ້າທີ່ຈີນຖືວ່າເປັນເລື້ອງທີ່ຫຼໍ່ແຫຼມ ຮວມທັງການຄຸມຂັງຊາວມຸສລິມໃນເຂດຊິນຈຽງ ແລະການເຮັດທຸລະກິດຂອງພວກຜູ້ນຳຈີນ ຮວມທັງປະທານປະເທດ ສີ ຈິ້ນຜິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG