ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈະຖອນທະບຽນ ຂອງບໍລິສັດຂ່າວ ທີ່ສຳຄັນຂອງ ສະຫະລັດ ສາມແຫ່ງ


ຕຳຫຼວດຢືນຍາມຢູ່ນອກຕຶກຂອງໜັງສືພິມ New York Times ໃນນະຄອນ ນິວຢອກ, 28 ມິຖຸນາ, 2018.
ຕຳຫຼວດຢືນຍາມຢູ່ນອກຕຶກຂອງໜັງສືພິມ New York Times ໃນນະຄອນ ນິວຢອກ, 28 ມິຖຸນາ, 2018.

ຈີນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າຈະປະຕິເສດຄວາມໜ້າເຊື່ອຖື ຂອງອົງການຂ່າວທີ່ສຳຄັນສາມແຫ່ງ ໃນການຕອບໂຕ້ຕໍ່ການຫ້າມຄັ້ງໃໝ່ທີ່ ສະຫະລັດ ໄດ້ກຳນົດຕໍ່ບັນດາບໍລິສັດສື່ມວນຊົນ ຈີນ.

ກະຊວງການຕ່າງປະເທດ ຈີນ ໄດ້ກ່າວໃນຖະແຫຼງຂ່າວສະບັບນຶ່ງວ່າ ນັກຂ່າວ ອາເມຣິກັນ ທີ່ຖືກວ່າຈ້າງໂດຍໜັງສືພິມ New York Times, The Wall Street Journal ແລະ Washington Post ຜູ້ທີ່ການລົງທະບຽນນັກຂ່າວ ຂອງເຂົາເຈົ້າມີກຳນົດຈະໝົດອາຍຸໃນທ້າຍປີນີ້ ຈະຕ້ອງສົ່ງຄືນທະບຽນນັກຂ່າວ ຂອງເຂົາເຈົ້າພາຍໃນ 10 ວັນ.

ກະຊວງການຕ່າງປະເທດເວົ້າວ່າ “ເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ສືບຕໍ່ເຮັດ ວຽກເປັນນັກຂ່າວໃນສາທາລະນະລັດປະຊາຊົນ ຈີນ, ລວມທັງ ພາກພື້ນບໍລິ ຫານພິເສດຄື ຮົງກົງ ແລະ ມາເກົ້າ ຂອງເຂົາເຈົ້າ.”

ກະຊວງດັ່ງກ່າວໄດ້ຢືນຢັນວ່າ ການຖອນທະບຽນດັ່ງກ່າວແມ່ນຈຳເປັນສຳລັບ ການຕອບໂຕ້ຕໍ່ສິ່ງທີ່ເຂົາເຈົ້າເວົ້າວ່າ ເປັນການລະເມີດຕໍ່ສື່ມວນຊົນ ຈີນ ໂດຍບໍ່ມີສາເຫດ.

ຈີນ ຍັງໄດ້ກ່າວວ່າ ການປະຕິບັດການໃນ ຈີນ ຂອງບໍລິສັດສື່ມວນຊົນ ສະຫະ ລັດ 5 ແຫ່ງຕ້ອງມອບຂໍ້ມູນຂຽນ ກ່ຽວກັບ ການບັນຈຸຄົນເຮັດວຽກ, ການເງິນ ແລະ ອະສັງຫາລິມະຊັບຂອງເຂົາເຈົ້າໃນ ຈີນ. ໜັງສືພິມທີ່ຖືກສັ່ງໃຫ້ປະຕິບັດ ຕາມຄຳສັ່ງນັ້ນແມ່ນ ວິທະຍຸ ສຽງອາເມຣີກາ ຫຼື Voice of America, ໜັງສືພິມ Washington Post, New York Times ແລະ ວາລະສານ Time.

China said Tuesday it will invalidate the credentials three major news organizations in response to new restrictions the U.S. placed on Chinese media companies.

China’s foreign ministry said in a news release that American journalists employed by the New York Times, The Wall Street Journal and the Washington Post whose press credentials are set expire at year’s end must turn in their press credentials within 10 days.

“They will not be allowed to continue working as journalists in the People’s Republic of China, including its Hong Kong and Macao Special Administrative Regions,” the foreign ministry said.

The ministry maintained the revocations were a necessary response to what it said was the abuse of Chinese media without cause.

China also said the China-based operations of five U.S. media companies must submit written information about their staffing, finances and real estate in China. The outlets that have been ordered to comply with the order are the Voice of America, the Washington Post, the New York Times, and Time.

XS
SM
MD
LG