ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕອບໂຕ້​ຕໍ່​ກຸ່ມ G7 ແລະ EU ວ່າ ພວກເຮົາຈັດຕັ້ງປະຕິບັດ ມາດຕະການລົງໂທດ ຂອງ UN ຕໍ່ເກົາຫຼີເໜືອ ຢ່າງ 'ເຂັ້ມງວດ'


ແຟ້ມພາບ - ກຳປັ່ນທີ່ຕິດທຸກຂອງເກົາຫຼີເໜືອ ແມ່ນເຫັນໄດ້ຢູ່ໃນທະເລຈີນຕາເວັນອອກ ໃນພາບນີ້ ເມື່ອວັນທີ19 ພຶດສະພາ 2018, ພາບນີ້ ໄດ້ຖືກເປີດເຜີຍໂດຍ ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ.
ແຟ້ມພາບ - ກຳປັ່ນທີ່ຕິດທຸກຂອງເກົາຫຼີເໜືອ ແມ່ນເຫັນໄດ້ຢູ່ໃນທະເລຈີນຕາເວັນອອກ ໃນພາບນີ້ ເມື່ອວັນທີ19 ພຶດສະພາ 2018, ພາບນີ້ ໄດ້ຖືກເປີດເຜີຍໂດຍ ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ.

ຈີນ ໄດ້ຢືນຢັດເມື່ອວັນຈັນວານນີ້ ວ່າ ຕົນຈັດຕັ້ງປະຕິບັດມາດຕະການລົງໂທດຂອງສະຫະປະຊາຊາດຕໍ່ເກົາຫຼີເໜືອ “ຢ່າງເຂັ້ມງວດ” ຊຶ່ງເປັນປະຕິກິລິຍາຕໍ່ຈົດໝາຍສະບັບນຶ່ງຈາກກຸ່ມເຈັດປະເທດ ຫຼື G7, ສະຫະພາບຢູໂຣບ ຫຼື ອີຢູ ແລະກຸ່ມອື່ນໆ ທີ່ໄດ້ຮຽກຮ້ອງໃຫ້ປັກກິ່ງ ຢຸດຢັ້ງບໍ່ໃຫ້ພຽງຢາງ ຫຼີກລ່ຽງມາດຕະການຕ່າງໆໂດຍນຳໃຊ້ນ່ານນ້ຳຂອງຈີນ ອີງຕາມອົງການຂ່າວຣອຍເຕີສ໌.

ຈົດໝາຍດັ່ງກ່າວ ໄດ້ຖືກສົ່ງໄປໃນວັນສຸກຜ່ານມາ ທີ່ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ “ການມີກຳປັ່ນບັນທຸກນ້ຳມັນຫຼາຍລຳຢ່າງຕໍ່ເນື່ອງ....ທີ່ວ່ານຳໃຊ້ເຂດນ່ານນ້ຳຂອງເຈົ້າ ໃນອ່າວ ຊານຊາ ເປັນບ່ອນພັກອາໄສເພື່ອດຳເນີນການແລກປ່ຽນສິນຄ້າຂອງພວກເຂົາ ກໍຄື ຜະລິດຕະພັນນ້ຳມັນ ທີ່ໄດ້ຖືກມາດຕະການລົງໂທດນັ້ນ” ໄປໃຫ້ເກົາຫຼີເໜືອ.

ຈົດໝາຍໄດ້ຖືກລົງນາມໂດຍ ບັນດາສະມາຊິກຂອງກຸ່ມ G7 ຄື ສະຫະລັດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ແລະອັງກິດ ບວກກັບອອສເຕຣເລຍ ນິວຊີແລນ ເກົາຫຼີໃຕ້ ແລະ ອີຢູ ແລະມັນມີຂຶ້ນກ່ອນໜ້າຂອງການຢ້ຽມຢາມເກົາຫຼີເໜືອ ໃນອາທິດນີ້ ໂດຍຄະນະຜູ້ແທນລະດັບສູງຂອງຈີນ.

“ຈີນ ໄດ້ຈັດຕັ້ງປະຕິບັດມະຕິຕົກລົງ #UNSC ຢ່າງເຂັ້ມງວດສະເໝີມາ ແລະປະຕິບັດຢ່າງເອົາຈິງເອົາຈັງພັນທະຕ່າງໆຂອງນານາຊາດ” ນັ້ນແມ່ນຂໍ້ຄວາມທີ່ໂຄສົກຄະນະປະຈຳສະຫະປະຊາຊາດຂອງຈີນ ໄດ້ຂຽນລົງທວີດເຕີ ໃນການຕອບໂຕ້ຕໍ່ລາຍງານຂອງອົງການຂ່າວຣອຍເຕີສ໌ ກ່ຽວກັບຈົດໝາຍທີ່ສົ່ງໃຫ້ທ່ານ ຊາງ ຈຸນ ທູດພິເສດຂອງຈີນປະຈຳສະຫະປະຊາຊາດ.

China asserted Monday that it "strictly" implements U.N. sanctions on North Korea, reacting to a letter from the Group of Seven, European Union and others that urged Beijing to stop Pyongyang from evading the measures by using Chinese waters.

The letter sent Friday expressed concern about "the continuing presence of multiple oil tankers ... that use your territorial waters in Sansha Bay as refuge to facilitate their trade of sanctioned petroleum products" to North Korea.

It was signed by G-7 members — the United States, Canada, France, Germany, Italy, Japan and Britain — plus Australia, New Zealand, South Korea and the EU and came ahead of a visit to North Korea this week by a high-level Chinese delegation.

"China has always been strictly implementing #UNSC resolutions and seriously fulfilling international obligations," China's U.N. mission spokesperson posted on Twitter in response to a Reuters report on the letter to China's U.N. envoy Zhang Jun.

XS
SM
MD
LG