ນີ້ເປັນວັນຄົບຮອບ 24 ປີ ໃນການທັບມ້າງປາບປາມຢ່າງນອງ
ເລືອດ ທີ່ຈະຕຸລັດ Tiananmen ຢູ່ປະເທດຈີນ ທ່າມກາງການ
ຮັກສາຄວາມປອດໄພຢ່າງເຄັ່ງຄັດໃນກຸງປັກກິ່ງແລະ ການກວດ
ກາຢ່າງເຂັ້ມງວດທາງຕາໜ່າງອິນເຕີແນັດ.
ບັນດາເຈົ້າໜ້າທີ່ ແມ່ນພາກັນເຮັດວຽກໜັກໃນແຕ່ລະປີເພື່ອ
ປ້ອງກັນບໍ່ໃຫ້ມີການໄວ້ອາໄລຫຼືລະນຶກເຖິງພວກທີ່ເສຍຊີວິດ
ແລະຫ້າມບໍ່ໃຫ້ສົນທະນາກັນໃນທີ່ສາທາລະນະ ກ່ຽວກັບການ
ປາບປາມຢ່າງໂຫດຮ້າຍປ່າເຖື່ອນຂອງພວກທະຫານ ໃນວັນ
ທີ 4 ມິຖຸນາປີ 1989 ທີ່ເຮັດໃຫ້ການປະທ້ວງຮຽກຮ້ອງເອົາປະ
ຊາທິປະໄຕ ທີ່ດຳເນີນມາເປັນເວລາຫຼາຍໆອາທິດນັ້ນ ສິ້ນ
ສຸດລົງ.
ໃນວັນສຸກທີ່ຜ່ານມາ ຕໍາຫລວດຢູ່ທີ່ຈະຕຸລັດ Tiananmen
ແລະເຂດສໍາຄັນຕ່າງໆ ພາກັນຢືນຍາມເພື່ອຮັບມືກັບການປະ
ທ້ວງທີ່ອາດເກີດຂື້ນ. ບັນດານັກເຄື່ອນໄຫວຫລາຍຄົນໄດ້ຖືກ
ຄຸມຂັງໄວ້ ຖືກກັກບໍລິເວນໃຫ້ຢູ່ແຕ່ໃນບ້ານເຮືອນ ຫລືໄດ້ຖືກ
ຕິດຕາມເບິ່ງຢ່າງໃກ້ຊິດ ກ່ອນຈະຮອດວັນຄົບຮອບ ທີ່ມີຄວາມຫຼໍ່ແຫຼມສຳຄັນດັ່ງກ່າວ.
ນອກນັ້ນແລ້ວ ພວກກວດກາຂອງລັດຖະບານຍັງເຮັດວຽກໜັກເພື່ອສຳລະສະສາງບໍ່
ໃຫ້ສື່ສັງຄົມຈີນກ່າວເຖິງເຫດຮ້າຍນີ້. ຢູ່ເວັບໄຊຂ່າວ Sina Weibo ຊຶ່ງໄດ້ຮັບຄວາມ
ນິຍົມສູງແລະມີລັກສະນະຄ້າຍຄືກັນກັບ Twitter ຂອງຈີນ ການຊອກຄົ້ນຫາຄຳເວົ້າ
ຕ່າງໆ ທີ່ພົວພັນກັບຈະຕຸລັດ Tiananmen ແມ່ນໄດ້ຖືກກີດກັ້ນ. ການບໍລິການຍັງໄດ້
ຍົກຍ້າຍຮູບພາບທຽນໄຂ ທີ່ໃຊ້ໂດຍຫລາຍໆຄົນໃນການໄວ້ທຸກທາງຄອມພິວເຕີ.
ໃນຄວາມພະຍາມເພື່ອຫລີກລ່ຽງຈາກການຈຳກັດຮັດແຄບທີ່ວ່ານີ້ປະຊາຊົນຈີນຫລາຍ
ຄົນພາ ກັນພິມເຜີຍແຜ່ຮູບທຽນໄຂຫລືອ້າງອີງແບບເຍາະເຍີ້ຍໃສ່ວັນທີ 35 ເດືອນພຶດ
ສະພາ ແທນ ທີ່ຈະເປັນວັນທີ 4 ເດືອນມິຖຸນາ ຊຶ່ງເປັນຄວາມເວົ້າທີ່ຖືກກີດກັ້ນໃນການ
ຊອກຄົນຫາຄືກັນ. ສ່ວນອີກຫລາຍໆຄົນ ໄດ້ຊັກຊວນໃຫ້ພາກັນນຸ່ງເຄື່ອງສີດໍາເພື່ອເປັນ
ສັນຍາລັກໃນການໄວ້ ອາໄລໃຫ້ແກ່ຜູ່ເຄາະຮ້າຍຈາກເຫດຮ້າຍດັ່ງກ່າວ.