ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປີດການເຈລະຈາ ຢ່າງເປັນທາງການ ກັບ ໄຕ້ຫວັນ ເປັນເທື່ອທຳອິດ (ວີດີໂອ)


ທ່ານ Wang Yu-chi (ຊ້າຍ) ຫົວໜ້າສະພາກິດຈະການ ຈີນແຜ່ນດິນໃຫຍ່ ຂອງໄຕ້ຫວັນ ຈັບມືກັບ ທ່ານ Zhang Zhijun ຜູ້ອຳນວຍການພະແນກການກິດຈະການໄຕ້ຫວັນຂອງຈີນ ກ່ອນປະຊຸມກັນ ຢູ່ນະຄອນນານຈິ່ງ (11 ກຸມພາ 2014)
ທ່ານ Wang Yu-chi (ຊ້າຍ) ຫົວໜ້າສະພາກິດຈະການ ຈີນແຜ່ນດິນໃຫຍ່ ຂອງໄຕ້ຫວັນ ຈັບມືກັບ ທ່ານ Zhang Zhijun ຜູ້ອຳນວຍການພະແນກການກິດຈະການໄຕ້ຫວັນຂອງຈີນ ກ່ອນປະຊຸມກັນ ຢູ່ນະຄອນນານຈິ່ງ (11 ກຸມພາ 2014)
ເຈົ້າໜ້າທີ່ຈີນ ແລະໄຕ້ຫວັນ ທຳການເຈລະຈາກັນ ເປັນເທື່ອທຳ
ອິດໃນຮອບ 65 ປີ ໃນວັນອັງຄານວານນີ້ ເພື່ອເລີ້ມບົດຕອນໃໝ່
ຂອງຄວາມສໍາພັນ ທີ່ບາງຄັ້ງບາງຄາວ ກໍມີ ການກະທົບກະແທກ
ກັນ. ໃນລະຫວ່າງການພົບປະກັນນັ້ນ ທັງສອງຝ່າຍຕ່າງກໍໄດ້ສະ
ແດງຄວາມເຕັມໃຈທີ່ຈະສ້າງຕັ້ງຫ້ອງການຜູ້ຕາງໜ້າຂຶ້ນໂດຍໄວ
ເທົ່າທີ່ຈະໄວໄດ້ ແຕ່ກໍໄດ້ຫລີກລ່ຽງ ຫົວຂໍ້ທີ່ມີຄວາມຫຼໍ່ແຫຼມທາງ
ການເມືອງ. ຜູ້ສື່ຂ່າວວີໂອເອ William Ide ມີລາຍງານເລື່ອງນີ້
ຈາກກຸງປັກກິ່ງດັ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ສຳລັບເຈົ້າໜ້າທີ່ຂອງໄຕ້ຫວັນ ແລະຈີນແລ້ວ ຜົນສຳເລັດທີ່ໃຫຍ່
ທີ່ສຸດກໍຄືການເຈລະຈາກັນໃນຄັ້ງນີ້ສາມາດເກີດຂຶ້ນໄດ້. ທ່ານ Wang Yu-chi ປະທານສະ
ພາກິດຈະການຈີນແຜ່ນດິນໃຫຍ່ ຂອງໄຕ້ຫວັນ ແລະ ທ່ານ Zhang Zhijun ຫົວໜ້າຫ້ອງ ການຮັບຜິດຊອບກິດຈະການໄຕ້ຫວັນຂອງຈີນຕ່າງກໍໄດ້ສະແດງຄວາມຕື່ນເຕັ້ນປະຫຼາດໃຈ ທີ່ພວກທ່ານສາມາດຈັດແຈງໃຫ້ມີການພົບປະພາຍໃນໄລຍະເວລາ 4 ເດືອນ.

ນອກນັ້ນ ພວກທ່ານຍັງໄດ້ເປີດເຜີຍໃຫ້ຊາບວ່າ ຢູ່ຂ້າງນອກຂອງກອງປະຊຸມເສດຖະກິດເອ ເຊຍ-ປາຊີຟິກ ຫຼື APEC ທີ່ອິນໂດເນເຊຍ ໃນເດືອນຕຸລາປີກາຍນີ້ ທັງສອງຝ່າຍໄດ້ພົບປະ ກັນເປັນເວລາສັ້ນໆ ປະມານ 5 ນາທີ ແລະໄດ້ຕົກລົງທີ່ຈະຈັດໃຫ້ມີການພົບປະກັນແບບທຳ ມະດາ ເປັນຄວາມຈິງຂຶ້ນມາໃຫ້ໄດ້.

ທ່ານ Zhang Zhijun ຜູ້ຕາງໜ້າຂອງຈີນກ່າວວ່າ ຄວາມສຳພັນຈຳເປັນຕ້ອງໄດ້ມີການໃຊ້ ວີທີການແບບໃໝ່.

ທ່ານ Zhang ເວົ້າວ່າ “ມັນເປັນໄປບໍ່ໄດ້ທີ່ຈະວາດມະໂນພາບໃນອະດີດຜ່ານມາວ່າ ພວກເຮົາສາມາດນັ່ງລົງແລະພົບພໍ້ກັນໄດ້ ໃນມື້ນີ້. ພວກເຮົາຕ້ອງວາດມະໂນພາບ ບາງຢ່າງໄວ້ຖ້າພວກເຮົາຢາກແກ້ໄຂບັນຫາທີ່ຍຸ່ງຍາກບໍ່ແມ່ນແຕ່ການພົບປະແບບ ນີ້. ພວກເຮົາຄວນຈະມີມະໂນພາບ ທີ່ໃຫຍ່ກວ່ານີ້ ເພື່ອການພັດທະນາ ຂ້າມຊ່ອງ ແຄບ ໃນອະນາຄົດ.”

ໄຕ້ຫວັນແລະຈີນ ບໍ່ໄດ້ຮັບຮູ້ຊຶ່ງກັນແລະກັນຢ່າງເປັນທາງການແຕ່ປະການໃດ. ປະເທດທັງ ສອງໄດ້ແຍກອອກຈາກກັນ ໃນຕອນທ້າຍຂອງສົງຄາມກາງເມືອງ ປີ 1949 ເວລາພວກຈີນ ຄະນະຊາດໄດ້ຫລົບໜີໄປຢູ່ເກາະໄຕ້ຫວັນ ຫລັງຈາກເສຍໄຊໃຫ້ແກ່ພວກຄອມມູນິສ ທີ່ນຳ ພາໂດຍທ່ານເໝົາ-ເຈີ-ຕຸງ.

ຈີນໄດ້ອ້າງມາເປັນເວລາດົນນານແລ້ວວ່າ ເກາະໄຕ້ຫວັນທີ່ປົກຄອງຕົນເອງນັ້ນແມ່ນສ່ວນ ນຶ່ງຂອງດິນແດນຈີນແລະໄດ້ຊອກຫາຊ່ອງທາງທີ່ຢູ່ເໜືອການຂັດແຍ້ງທາງການເມືອງຂອງ ພວກເຂົາເຈົ້າ ໂດຍບໍ່ຕ້ອງເວົ້າເຖິງວ່າ ພວກເຂົາເຈົ້າອາດຈະທັກທາຍກັນແລະກັນແບບໃດ ຖ້າພວກເຂົາເຈົ້າຈະພົບປະກັນ ນັ້ນຄືບັນຫາທີ່ຍັງແກ້ບໍ່ຕົກມາເປັນນານແລ້ວ.

ໃນການຖະແຫຼງຕໍ່ພວກນັກຂ່າວ ລຸນຫລັງການເຈເລຈາກັນແລ້ວ ທ່ານ Wang Yu-chi ຜູ້ ຕາງໜ້າຂອງໄຕ້ຫວັນກ່າວວ່າ ທັງສອງປະເທດຄູ່ປໍລະປັກໃນເອເຊຍມີໂອກາດທີ່ຈະໂອ້ລົມ ກັນແບບເປີດເຜີຍກົງໄປກົງມາ.

ທ່ານ Wang ກ່າວວ່າ “ການພົບປະທີ່ວ່ານີ້ແມ່ນການເຄື່ອນໄຫວໄປໃນທາງບວກສຳ ລັບຄວາມສຳພັນຂ້າມຊ່ອງແຄບ ແລະເປັນຄວາມກ້າວໜ້າທີ່ສຳຄັນໃນການປັບປຸງ ຄວາມສຳພັນລະຫວ່າງສອງຝ່າຍ. ຄວາມສາມາດໃນການນັ່ງລົງຮ່ວມໂຕະດຽວກັນ ແລະຫາລືກ່ຽວກັບສະພາບຄວາມເປັນຈິງຂອງຄວາມສຳພັນນັ້ນບໍ່ແມ່ນເລື່ອງງ່າຍໆ ທີ່ຈະເຮັດໄດ້.”

ແຕ່ແນວໃດກໍຕາມໃນເວລານີ້ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການພົບປະກັນໃນວັນອັງຄານ ວານນີ້ ຈະສາມາດ ເຮັດໃຫ້ຄວາມສຳພັນ ກ້າວໜ້າໄດ້ຫຼາຍສໍ່າໃດ. ທັງສອງຝ່າຍຕ່າງກໍບໍ່ໄດ້ ຕອບຄຳຖາມກ່ຽວກັບວ່າ ມີຄວາມເປັນໄດ້ຫລືບໍ່ ທີ່ປະທານາທິບໍດີໄຕ້ຫວັນ ທ່ານ Ma Ying- jeou ອາດຈະພົບປະ ກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ພາຍໃນທ້າຍປີນີ້ ຢູ່ຂ້າງນອກ ຂອງກອງປະຊຸມສຸດຍອດຜູ້ນຳອົງການ APEC ທີ່ກຸງປັກກິ່ງ.

ມີການຕັ້ງຄຳຖາມ ຕໍ່ທ່ານ Ma Xiaoguang ໂຄສົກພະແນກກິດຈະການໄຕ້ຫວັນ ທີ່ພົບປະ ກັບພວກນັກຂ່າວ ຕາງໜ້າໃຫ້ທ່ານ Zhang Zhijun ຜູ້ນຳຂອງກຸ່ມນັ້ນ ກ່ຽວກັບການພົບປະ ສຸດຍອດລະຫວ່າງປະເທດທັງສອງ.

ທ່ານ Ma ເວົ້າວ່າ “ຫົວໜ້າຂອງພະແນກການ ລັດຖະບານທັງສອງ ທີ່ຮັບຜິດຊອບ
ກ່ຽວກັບກິດຈະການຂ້າມຊ່ອງແຄບ ດັ່ງທີ່ໄດ້ກ່າວມາແລ້ວນັ້ນຫາກໍເອົາບາດກ້າວ ທີ່ສຳຄັນ ແລະບ່ອນໃດທີ່ໄດ້ມີການເອົາບາດກ້າວຂັ້ນທຳອິດມັນກໍຈະມີຂັ້ນທີສອງ. ຈາກທັດສະນະຄວາມເຫັນໄລຍະຍາວ ກ່ຽວກັບຄວາມສຳພັນຂ້າມຊ່ອງແຄບນັ້ນ ກົນໄກນີ້ຊຶ່ງໄດ້ມີການສ້າງຕັ້ງຂຶ້ນມາ ແມ່ນເປັນວິທີທີ່ເປີດກວ້າງຢູ່ແລ້ວ.”


ໃນທ້າຍປີກາຍນີ້ ປະທານປະເທດຈີນ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍ ດຳເນີນງານເພື່ອແກ້
ໄຂບັນຫາຄວາມແຕກຕ່າງ ທາງດ້ານການເມືອງ ໂດຍເວົ້າວ່າ ບັນຫາດັ່ງກ່າວນີ້ ບໍ່ສາມາດ ເລື່ອນເວລາອອກໄປຢ່າງບໍ່ມີກຳນົດ. ແຕ່ແນວໃດກໍຕາມ ປະທານາທິບໍດີໄຕ້ຫວັນກ່າວວ່າ ບໍ່ມີຄວາມຮີບດ່ວນໃດໆ ທີ່ຈະເປີດການເຈລະຈາ ທາງດ້ານການເມືອງ ແລະທ່ານເອງຍັງ ຢາກໃຫ້ເພັ່ງເລັງໃສ່ເລື່ອງການຄ້າຢູ່ຄືເກົ່າ.

ແຕ່ແນວໃດກໍຕາມທັງສອງຝ່າຍຕ່າງກໍກ່າວຢໍ້າວ່າ ການພົບປະກັນເປັນປະຈຳຈະບໍ່ສາມາດ ໃຊ້ແທນອົງການຈັດຕັ້ງເຄິ່ງທາງການທີ່ເປັນຜູ້ຈັດແຈງເລື່ອງຄວາມສຳພັນລະຫວ່າງຈີນແລະ ໃຕ້ຫວັນມາໄດ້ສອງທົດສະວັດກວ່າໆແລ້ວນັ້ນ.

ໃນລະຫວ່າງການພົບປະ ທີ່ນະຄອນນານຈິ່ງ ຈີນໄດ້ສະແດງຄວາມປະສົງຢາກໃຫ້ໄຕ້ຫວັນ ແກ້ໄຂບັນຫາທີ່ແກ່ຍາວມາເປັນເວລາດົນນານ ກ່ຽວກັບຂໍ້ຕົກລົງການຄ້າແລະການບໍລິການ ຊຶ່ງໃນເວລານີ້ກຳລັງຄ້າງຄາຢູ່ທີ່ສະພາໄຕ້ຫວັນ. ຈີນເວົ້າວ່າ ມັນຄວນຈະໄດ້ຮັບການແກ້ໄຂ ກ່ອນທ້າຍປີນີ້. ສ່ວນທ່ານ Wang Yu-Chi ຜູ້ຕາງໜ້າໄຕ້ຫວັນກ່າວວ່າ ທ່ານໄດ້ຮ້ອງຂໍໃຫ້ ສະມາຊິກຂອງພະແນກກິດຈະການໄຕ້ຫວັນໃນວັນອັງຄານວານນີ້ໃຫ້ເຂົ້າໃຈກ່ຽວກັບຄວາມ ແຕກຕ່າງ ລະຫວ່າງລະບົບການເມືອງ ຂອງທັງສອງຝ່າຍ ແລະດັ່ງດຽວກັນກັບສະພາກິດຈະ ການຈີນແຜ່ນດິນໃຫຍ່ ຕ້ອງໄດ້ເຄົາລົບທັດສະນະຄວາມເຫັນ ຂອງສະພາໄຕ້ຫວັນ.

ໃນລະຫວ່າງການພົບປະກັນນັ້ນທ່ານ Wang Yu-Chi ໄດ້ເຊື້ອເຊີນໃຫ້ຄູ່ຕຳແໜ່ງຝ່າຍຈີນ ທ່ານ Zhang Zhijun ເດີນທາງໄປຍັງໄຕ້ຫວັນ ໃນການເຈລະຈາຮອບໜ້າ ຊຶ່ງຍັງບໍ່ທັນມີ ການກຳນົດວັນເວລາ ໃນການປະຊຸມກັນເທື່ອ. ນອກນັ້ນ ພວກທ່ານຍັງໄດ້ຫາລືກັນ ກ່ຽວກັບ ບັນຫາພວກນັກຂ່າວ ທີ່ລາຍງານທັງຈາກຈີນແລະໄຕ້ຫວັນ. ປັດຈຸບັນນີ້ ພວກນັກຂ່າວຈາກ ອີກຝັ່ງນຶ່ງ ຂອງຊ່ອງແຄບໄຕ້ຫວັນ ສາມາດເຂົ້າໄປລາຍງານຂ່າວໄດ້ ແຕ່ພຽງ 3 ເດືອນ ໃນ ອີກຝັ່ງນຶ່ງຂອງຊ່ອງແຄບນັ້ນ.

Taiwan, China to Hold First Official Talks
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
XS
SM
MD
LG