ໃນອາທິດແລ້ວນີ້ ຈີນໄດ້ຕົກລົງທີ່ຈະແບ່ງປັນຂໍ້ມູນຕະຫຼອດປີ ກ່ຽວກັບແມ່ນໍ້າຂອງຕອນເທິງ ໃຫ້ກັບບັນດາປະເທດ ຢູ່ເຂດລຸ່ມແມ່ນໍ້າຂອງ, ບ່ອນທີ່ເຂື່ອນຕ່າງໆຂອງຕົນກຳລັງຖືກຕຳນິ ຍ້ອນການປ່ຽນແປງການໄຫລຕາມທຳມະຊາດຂອງແມ່ນໍ້າແຫ່ງນີ້ ຊຶ່ງເປັນນຶ່ງໃນແມ່ນໍ້າທີ່ໃຫຍ່ຂອງທະວີບເອເຊຍແລະເພີ່ມຄວາມເຈັບປວດຂອງໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນ ເມື່ອມໍ່ໆມານີ້.
ໃນໄລຍະ 18 ປີຜ່ານມາ, ຈີນໄດ້ແບ່ງປັນຂໍ້ມູນກ່ຽວກັບລະດັບນໍ້າຝົນແລະລະ ດັບນໍ້າຈາກສອງເຂື່ອນ ໃນແມ່ນໍ້າຂອງຕອນເທິງ, ບ່ອນທີ່ເປັນຕົ້ນຂອງແມ່ນໍ້າ ໃນຊ່ວງລະດູຝົນຂອງຂົງເຂດ ຊຶ່ງນັບແຕ່ເດືອນມິຖຸນາ ຫາເດືອນຕຸລາ.
ໃນວັນພະຫັດຜ່ານມາ, ຈີນໄດ້ຕົກລົງຢ່າງເປັນທາງການທີ່ຈະແບ່ງປັນຂໍ້ມູນອັນດຽວກັນຈາກສະຖານທີ່ຂອງສອງເຂື່ອນດັ່ງກ່າວຕະຫຼອດປີ ໃຫ້ຄະນະກຳມາທິການແມ່ນໍ້າຂອງສາກົນ, ຊຶ່ງເປັນອົງການລະຫວ່າງລັດຖະບານຂອງບັນດາປະ ເທດເຂດລຸ່ມແມ່ນໍ້າຂອງ ທີ່ຖືກມອບໝາຍໃຫ້ເປັນຜູ້ຄຸ້ມຄອງເສັ້ນທາງຂອງແມ່ ນໍ້ານັ້ນ ຮູ້ນໍາ. ກຳປູເຈຍ, ລາວ, ໄທ ແລະຫວຽດນາມເຊິ່ງຢູ່ໃນຄະນະກຳມາທິການ ໄດ້ຮຽກຮ້ອງໃຫ້ປັກກິ່ງແບ່ງປັນຂໍ້ມູນດັ່ງກ່າວມາເປັນເວລາຫລາຍປີແລ້ວ.
ໃນຖະແຫຼງການທີ່ກຽມພ້ອມແລ້ວນັ້ນ ຫົວໜ້າບໍລິຫານຂອງກອງເລຂາຄະນະກຳມາທິການ, ທ່ານ ອານ ພິສ ຮາດດາ (An Pich Hatda) ໄດ້ເອີ້ນຂໍ້ຕົກ ລົງດັ່ງກ່າວເປັນວ່າ "ຈຸດສຳຄັນ" ໃນການພົວພັນກັບຈີນທີ່ຈະຊ່ວຍໃຫ້ປະເທດໃນລຸ່ມເຂດລຸ່ມນໍ້າຂອງ ຄາດການກ່ຽວກັບໄພນໍ້າຖ້ວມແລະໄພແຫ້ງແລ້ງໄດ້.
ປະຊາຊົນປະມານ 60 ລ້ານຄົນ ທີ່ຢູ່ທາງໃຕ້ຂອງຈີນ ແມ່ນດຳລົງຊີວິດໂດຍອາ ໄສແມ່ນໍ້າ, ປາ ແລະດິນຝຸ່ນທີ່ແມ່ນໍ້າຂອງ ໄດ້ພັດມາໃຫ້ພວກເຂົາເຈົ້າ .