ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫລາດຮຸ້ນ ຈີນ ນຳພາ ການຕົກລາຄາ ຂອງຕະຫລາດຮຸ້ນ ເອເຊຍ


ຜູ້ຄົນກຳລັງຍ່າງຜ່ານ ກະດານໄຟຟ້າ ທີີ່ສະແດງໃຫ້ເຫັນເຖິງດັດຊະນີ ຕະຫລາດຮຸ້ນຕົກຕຳ່.
ຜູ້ຄົນກຳລັງຍ່າງຜ່ານ ກະດານໄຟຟ້າ ທີີ່ສະແດງໃຫ້ເຫັນເຖິງດັດຊະນີ ຕະຫລາດຮຸ້ນຕົກຕຳ່.

ຕະຫລາດ​ຮຸ້ນ ​ໃນ​ປະ​ເທດ​ຈີນ ​ໄດ້​ນຳພາ​ການຕົກລາຄາອີກຄັ້ງ
ນຶ່ງ ຢູ່ໃນ​ຕະຫລາດເອ​ເຊຍ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງໃນຕອນອັດ
ຕະຫລາດ ຕົກລົງຄາ 7.6 ​ເປີ​ເຊັ​ນ.

ດັດ​ຊະ​ນີທີ່​ສຳຄັນ​ໃນນະຄອນ Shanghai ​ໄດ້​ຕົກ​ຢ່າງ​ໃຫຍ່
ໃນ​ເວລາ​ຕະຫລາດ​ຮຸ້ນເປີດ ​ແຕ່​ຫລັງຈາກນັ້ນ ກໍມີລາຄາສູງ
ຂຶ້ນຄືນ ຊຶ່ງໃນຈຸດນຶ່ງ ຕົກລາຄາ​ຢູ່​ປະ ມານ 4 ​ເປີ​ເຊັນ. ​ໃນ
​ຂະນະ​ທີ່​ຮຸ້ນຕ່າງໆ​ຕົກລາຄາຕື່ມອີກ​ໃນ​ຕອນ​ບ່າຍ ຕະຫຼາດ
​ແຫ່ງຕ່າງໆ ຢູ່​ທີ່ຍີ່ປຸ່ນ ​ແລະ​ຮົງ​ກົງ ທີ່​ໄດ້ມີລາຄາດີຂຶ້ນຄືນແດ່
ແລ້ວນັ້ນ ກໍ​ໄດ້​ປະ ເຊີນກັບການ​ຂາຍ​ຮຸ້ນອອກ.

ຊາວອິນໂດເນເຊຍຄົນນຶຶ່ງກຳລັງເວົ້າໂທລະສັບ ຢູ່ໃນຫ້ອງຕິດຕາມ ຕະຫລາດຮຸ້ນ
ຊາວອິນໂດເນເຊຍຄົນນຶຶ່ງກຳລັງເວົ້າໂທລະສັບ ຢູ່ໃນຫ້ອງຕິດຕາມ ຕະຫລາດຮຸ້ນ

ດັດ​ຊະ​ນີ Nikkei ຂອງຍີ່ປຸ່ນ ກໍຕົກລາຄາປະມານ 4 ​ເປີ​ເຊັນ ໃນຕອນອັດຕະ ຫຼາດ ​ໃນ​ຂະນະ​ທີ່ດັດຊະນີ Hang Seng ຂອງຮົງກົງ ມີລາຄາດີຂຶ້ນໃນ​ຊົ່ວ​ໂມງ​ສຸດ​ທ້າ​ຍ ​ໂດຍປິດລົງ​ຢູ່ໃນ​ເຂດ​ບວກ.

​ໃນ​ຂະນະ​ດຽວ​ກັນ ດັດຊະ​ນີຮຸ້ນ ​ຢູ່ໃນ​ອັງກິດ ​ເຢຣະມັນ ​ແລະ​ຝຣັ່ງ ​ມີລາຄາສູງ ​ຂື້ນ​ກວ່າ 2 ​ເປີ​ເຊັນ​ ໃນ​ຕອນ​ເລີ້ມ​ການຊື້ຂາຍກັນ.

ຄວາມ ເປັນ​ຫ່ວງ​ກ່ຽວກັບການ​ເຕີບ​ໂຕເສ​ດຖະກິດ​ທີ່​ຜິດພາດ​ຂອງຈີນ ​ໄດ້ເຮັດ​ໃຫ້​ຕະຫລາດ​ຮຸ້ນຂອງໂລກ​ຕົກ​ຕໍ່າ ​ແລະ​ລາຄາ​ນຳ້ມັນ​ໃນ​ວັນ​ຈັນ​ວານ​ນີ້ໄດ້ຕົກລາຄາ 8 ​ເປີ​ເຊັນ​ ຢູ່​ໃນຈີນ.

ການ ​ຕົກລາຄາ​ໃນ​ວັນ​ຈັນ​ວານ​ນີ້ ຮວມທັງ​ຕະຫລາດສະຫະລັດ ທີ່​ໄດ້​ປະສົບ​ກັບ ການ​ປ່ຽນ​ແປງ​ທີ່​ບໍ່​ຄາດ​ຝັນ​ ຄືມີຄ່າຫລຸດ​ລົງ​ຢ່າງ​ໜ້ອຍ 3.6 ​ເປັນ​ເຊັນ.

ຜູ້ຊາຍສອງຄົນ ກຳລັງເບິ່ງກະດານຕະຫລາດຮຸ້ນ ຢູ່ນະຄອນ ກົວລາລຳເປີ
ຜູ້ຊາຍສອງຄົນ ກຳລັງເບິ່ງກະດານຕະຫລາດຮຸ້ນ ຢູ່ນະຄອນ ກົວລາລຳເປີ

ໄດ້​ປະສົບ​ກັບ ການ​ປ່ຽນ​ແປງ​ທີ່​ບໍ່​ຄາດ​ຝັນ​ ຄືມີຄ່າຫລຸດ​ລົງ​ຢ່າງ​ໜ້ອຍ 3.6 ​ເປັນ​ເຊັນ.
ບັນດາ ​ຜູ້​ຊ່ຽວຊານ ກ່າວ​ວ່າ ຕະຫລາດ​ຮຸ້ນ​ໄດ້​ເຖິງ​ກຳນົດປັບຕົວທີ່​ສຳຄັນ ຫລັງ​ຈາກ
ມີລາຄາສູງຂຶ້ນ​ເກືອບ​ສາມ​ເທົ່າ ນັບ​ແຕ່​ປີ 2009 ເປັນຕົ້ນມາ. ທ່ານ Joshua Brockwelຂອງບໍລິສັດ Azzad Asset Management ກ່າວ​ວ່າ ການ​ປັບຕົວນີ້ ແມ່ນເປັນການປັບ
ຕົນ​ເອງ ​ເພື່ອ​ຄຳ້ປະກັນ​ຕະຫລາດ​ຢູ່​ໃນ​ລາຄາ​ທີ່​ເໝາະ​ສົມ

Global Stock Rout Continues on China Worries
please wait

No media source currently available

0:00 0:02:13 0:00

“ຖ້າ​ຫາກ​ທ່ານ​ຄິດກ່ຽວ​ກັບ​ມັນ​ວ່າ​ເປັນ​ສະ​ນິດ​ທີ່​ສັ່ນ ​ແທນ​ທີ່​ວ່າ​ ເປັນ​ການ​ສັ່ນ​ສະ​ເທຶອນ
ໃຫຍ່ຂອງແຜນ​ດິນ​ໄຫວ ​ແຜ່ນດິນ​ຄື​ຈັ່ງ​ວ່າປ່ອຍ​ຄວາ​ມຮ້າຍ​ແຮງ​ອອກ​ມາ​ໜ້ອຍ​ໜຶ່ງ​ໃນ​
ປັດ​ຈຸ​ບັນ​ ນີ້ ຊຶ່ງ​ຄວາມ​ຈິງ​ແລ້ວ​ເປັນ​ສິ່ງ​ສົມ​ບູນດີແກ່​ຕະຫລາດ​ຮຸ້ນ​ໃນ​ລະຍະ​ຍາວ.”

ທ່ານ ​ກ່າວ​ວ່າ ​ການ​ປັບຕົວ​ອາດ​ຈະ​ເປັນ​ຫ່ວງ​ແກ່​ບັນດາ​ນັກ​ລົງທຶນ ​ແຕ່​ວ່າ​ມັນ​ເປັນ​ການ
​ປ່ຽນ​ແປງ​ທີ່ດີ​ແກ່​ເສດຖະກິດ ທີ່​ຊ່ວຍ​ຮັກສາ​ລາຄາ​ຕະຫລາດ​ຮຸ້ນຈາກ ການ​ມີລາຄາສູງ​ເກີນຄວາມເປັນຈິງ​ໄປ. ​

Global Economy
please wait
Embed

No media source currently available

0:00 0:00:57 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG