ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຍັງລະນຶກເຖິງ ເຫດການ ອັນເຈັບປວດ ກ່ຽວກັບ ການປະທ້ວງ ທີ່ຈະຕຸລັດ ທຽນອັນເໝິນ (ສະໄລດ໌/ວີດິໂອ)


China Still Facing Memories of Tiananmen, Calls for Reform
please wait

No media source currently available

0:00 0:02:37 0:00
ລິງໂດຍກົງ

ເບິ່ງວີດິໂອພາສາອັງກິດ ກ່ຽວກັບລາຍງານນີ້.

ອາທິດນີ້​ແມ່ນເປັນຂີດໝາຍ ຄົບຮອບ 24 ປີ ຂອງເຫດການ
ກວດລ້າງ ຢ່າງນອງເລືອດຂອງພັກຄອມມີວນີສຈີນ ຕໍ່ພວກ
ປະທ້ວງທີ່ຈະຕຸລັດ ທຽນອັນເໝິນ. Bill Ide ຜູ້ສື່ຂ່າວວີໂອ
ເອ ລາຍງານຈາກປັກກິ່ງວ່າ ​ໃນຂະນະທີ່ພັກຄອມມີວນີສຈີນ
ບໍ່ໄດ້ສະ​ແດງ​ຮ່ອງຮອຍ​ໃດໆ ​ໃຫ້​ເຫັນ​ເຖິງ​ການປ່ຽນແປງ​ໃນ
ທ່າທີຂອງຕົນ ກ່ຽວກັບການປະທ້ວງນັ້ນ ສຽງຮຽກຮ້ອງໃຫ້ມີ
ການເປີດກວ້າງທາງການເມືອງຫຼາຍຂຶ້ນ ແລະຄວາມ​ເບື່ອ​
ໜ່າຍ​ຂອງ​ມະຫາຊົນນໍາການສໍ້​ລາດ​ບັງ​ຫຼວງຂອງທາງການ
ກໍຍັງມີຢູ່ຕໍ່​ມາຢ່າງຕໍ່ເນື່ອງ. ທອງປານມີເລຶ່ອງນີ້ ມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເວລາພວກນັກສຶກສາພາກັນໂຮມຊຸມນຸມປະທ້ວງ ຢູ່ຈະຕຸລັດທຽນອັນເໝິນ ໃນປີ 1989 ນັ້ນ ​
ໄດ້ມີການ​ຄາດຫວັງກັນ​ຢ່າງ​ຫລວງຫລາຍວ່າ ການປະຕິຮູບຈະມີຂຶ້ນຕິດຕາມ​ມາຢູ່ໃນປະ
ເທດຈີນ. ນັກປະຫວັດສາດຈີນ Zhang Lifan ເວົ້າວ່າ ປັດຈຸບັນນີ້ ຊຶ່ງເປັນເວລາດົນກວ່າ
20 ປີຜ່ານມາ ການປະຕິຮູບໄດ້​ກາຍ​ມາເປັນຄໍາທີ່ຂີ້ດຽດ ຄໍານຶ່ງ.

ທ່ານ Zhang Lifan ເວົ້າອີກວ່າ ສູ່ມື້ນີ້ ການປະຕິຮູບຄືສິ່ງນຶ່ງທີ່ທາງການໃຊ້ເປັນເຫດຜົນ
ເພື່ອຍຶດເອົາທີ່ດິນຈາກປະຊາຊົນ ແລະສ້າງສາເຂດປົກຄອງໃໝ່ ເພື່ອເລັ່ງລັດການເຕີບຕ
ທາງເສດຖະກິດ.

ທ່ານ ລີຟັນ ເວົ້າວ່າ: “ໃນຊຸມປີ 1980 ນັ້ນ ການປະຕິຮູບເປັນຄໍານຶ່ງທີ່ ທຸກໆຄົນ
ສະໜັບສະໜຸນແລະ
ຊື່ນ​ຊົມ. ການນຶກຄິດກ່ຽວ​ກັບການປະຕິຮູບ ແລະການ​ຂັບ​
ດັນ
ຂັ້ນຕອນການປະຕິຮູບ ​ໃຫ້ກ້າວໄປຂ້າງໜ້າ ​ແມ່ນເປັນ ​ແນວຄິດໃນ ທາງ
ບວກທັງໝົດ. ແຕ່ຕົກມາປັດຈຸບັນນີ້ ມັນແຕກຕ່າງໄປ
​ແລ້ວ. ການປະຕິຮູບຄື
ແນວ
ຄິດນຶ່ງ ທີ່ໃຊ້ກັນເພື່ອຍັກຍອກ ເພື່ອປຸ້ນສະ ດົມ.”

ເວລາພວກປະທ້ວງໄປໂຮມຊຸມນຸມກັນ ຢູ່ບໍລິເວນຈະຕຸລັດທຽນອັນເໝິນໃນປີ 1989
ນັ້ນ ພວກ​ປະຊາຊົນ​ກໍ​ມີຄວາມເປັນຫ່ວງກ່ຽວ ກັບ​ເລື້ອງການສໍ້ລາດບັງຫຼວງ ຫຼາຍຄື​ກັນ.
​20 ກ່ວາປີ​ຜ່ານ​ມາ ບັນຫານີ້ກໍຍັງແກ້ໄຂບໍ່ໄດ້ ແລະປັດຈຸບັນນີ້ ພັກຄອມມີວນີສເວົ້າວ່າ
ມັນ​ເປັນ​ສິ່ງ​ນຶ່ງທີ່ຂົ່ມຂູ່ ຄວາມຢູ່ລອດຂອງຕົນ.

David Kelly ເຈົ້າ​ໜ້າ​ທີ່ປະ​ຈໍາ ສູນ​ກາງນະໂຍບາຍຈີນ ທີ່​ປັກ​ກິ່ງ ເວົ້າວ່າ:

“ການສໍ້ລາດບັງຫຼວງແມ່ນແຕກຕ່າງໄປໃນປັດຈຸບັນ ນີ້. ແທ້ໆແລ້ວ ມັນແມ່ນ
ກະດູກຂອງການຈັດຕັ້ງ ມັນກາຍເປັນແບບແກ໊ງມາເຟຍ ເປັນຄອບຄົວໄປແລ້ວ. ຍ້ອນຫຼັງຄືນໄປໃນຊຸມປີ 1980 ມັນຄື
ສິ່ງສ້າງສັນຄຸນຄ່າ ຄືຖ້າເຮົາຝ່າຝືນກົດລະ
ບຽບ ເຮົາຈະໄດ້ເງິນ
ໜ້ອຍ​ນຶ່ງ ມາຈາກການກິນສິນບົນຢູ່ວົງນອກ ແຕ່ຈິງໆແລ້ວ
ເຮົາກໍາລັງຊ່ວຍຊຸກຍູ້​ຂັ້ນ​ຕອນການປະຕິຮູບ.”

ການຕັດສິນຢ່າງເປັນທາງການຂອງພັກຄອມມີວນີສຈີນ ກ່ຽວກັບການປະທ້ວງນັ້ນ ກໍຄື
ວ່າ ເປັນການກະບົດຕໍ່ຕ້ານການປະຕິວັດ. ບໍ່ຮູ້ວ່າມີຈັກຄົນເສຍຊີວິດໄປ ໃນເຫດການ ກວດລ້າງຄັ້ງນັ້ນ. ການປະເມີນຕ່າງໆ​ເວົ້າວ່າ ມີນັບຕັ້ງແຕ່ ຫຼາຍຮ້ອຍ ຫາຫຼາຍພັນ ຄົນ.

ເວລາຖືກກົດດັນ ພວກເຈົ້າໜ້າທີ່ຈີນກໍ​ແມ່ນຈະ​ເວົ້າ​ເຖິງການປ່ຽນແປງຕ່າງໆ ທີ່ຈີນໄດ້
ເຮັດໄປ ນັບຕັ້ງແຕ່ມື້ນັ້ນມາ ເຊັ່ນການປະຕິຮູບເສດຖະກິດ​ເປັນຕົ້ນ. ພວກເຂົາເຈົ້າຍັງ
ເວົ້າເຖິງເລຶ່ອງປະຊາທິປະໄຕ ເຖິງແມ່ນວ່າພັກຄອມມີວນີສ ​ໄດ້ປົກຄອງຈີນມາ​ແຕ່ພຽງ ພັກດຽວ ກໍຕາມ.

​Zhou Duo ນັກປະຫວັດສາດຈີນອີກຄົນ​ນຶ່ງເວົ້າວ່າ ປັດຈຸບັນນີ້ ປາກົດວ່າ ມີການຄວບ
ຄຸມສັງຄົມຢ່າງເປີດເຜີຍ ໜ້ອຍລົງກວ່າ ໃນທ້າຍຊຸມປີ 1980.

ທ່ານ Zhou Duo ເວົ້າວ່າ: “ການຄວບຄຸມຂອງລັດຖະບານ ໃນຊຸມປີ 1980
ກ່ຽວກັບ
ການ​ນຶກຄິດແລະຂໍ້ມູນຂ່າວສານ ແມ່ນຮຸນແຮງຫຼາຍກວ່າຍຸກນີ້ ຄືສູ່
ມື້ນີ້ ເສລີພາບ
​ແມ່ນແຜ່​ກວ້າງຫຼາຍອອກໄປນັບມື້ຢູ່ໃນຈີນ ແຕ່ກໍຍັງບໍ່ມີເສລີ
ພາບທາງການເມືອງ. ການປາບປາມ
ແນວຄິດທາງການເມືອງ ແລະທັດສະ
ນະທາງການເມືອງ
ທີ່ແຕກຕ່າງ​ໄປນັ້ນ ​ກໍແມ່ນຍັງຮຸນ​ແຮງຫຼາຍຢູ່.”

ມາ​ຮອດມື້ນີ້ ເວລາກຸ່ມຄົນທໍາ​ການກົດ​ດັນ​ຫຼາຍ​ເກີນໄປແລະໄວເກີນໄປ ຄື​ກັນກັບທີ່ພວກ
ນັກສຶກສາໄດ້ພາກັນເຮັດ ຢູ່ຈະຕຸລັດທຽນອັນເໝິນເວລານັ້ນ ຜົນກໍຄືພວກເຂົາເຈົ້າ​ແມ່ນ
ຈະຖືກຈັບຢ່າງໄວແລະກັກຕົວໄວ້ ໂດຍປາດສະຈາກຂໍ້ຫາໃດໆ ຫຼືບໍ່ກໍ່ຖືກຈັບຍັດໃສ່ຄຸກ.

ເບິ່ງພາບເຫດການລະນຶກເຖິງວັນທີ 4 ມິຖຸນາ:

XS
SM
MD
LG