ຈີນ ໄດ້ປະຕິເສດ ຕໍ່ການສະເໜີຂອງສະຫະລັດ ທີ່ຈະເປີດການເຈລະຈາເພື່ອຫຼຸດຜ່ອນຄວາມສ່ຽງ ຕໍ່ການທີ່ຈະເກີດການຕຳກັນກາງອາກາດ ລຸນຫຼັງທີ່ໄດ້ມີການປະຕິບັດແບບບໍ່ປອດໄພທີ່ພົວພັນກັບເຮືອບິນຂອງຈີນແລະສະຫະລັດ ຢູ່ເໜືອນ່ານຟ້າເຂດທະເລຈີນໃຕ້ ເມື່ອເດືອນແລ້ວນີ້.
ອີງຕາມແຫຼ່ງຂ່າວທາງດ້ານການທູດຂອງສະຫະລັດ ທີ່ຂໍສະຫງວນຊື່ ເມື່ອເວົ້າເຖິງບັນຫາທີ່ມີຄວາມຫຼໍ່ແຫຼມນັ້ນ ການສະເໜີເພື່ອເປີດການໂອ້ລົມດັ່ງກ່າວ ທີ່ກຳນົດໃສ່ມື້ວັນສຸກແລ້ວ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ແລະລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານເຫວ ເຟັງເຫ (Wei Fenghe) ໄດ້ຖືກຍົກເລີກ ຫຼັງຈາກປັກກິ່ງໄດ້ປະຕິເສດທີ່ຈະເຂົ້າຮ່ວມ.
ລຸນຫຼັງທີ່ໄດ້ມີການຖາມທຳນຽບຫ້າແຈ ກ່ຽວກັບການຕິດຕໍ່ຂອງທ່ານອອສຕິນກັບຄູ່ຕຳແໜ່ງຝ່າຍຈີນແລ້ວ ໂຄສົກຂອງທຳນຽບຫ້າແຈທ ພັນໂທມາຕິນ ມາຍເນີ (Martin Meiners) ກ່າວຕໍ່ວີໂອເອວ່າ “ເທື່ອສຸດທ້າຍ ທີ່ລັດຖະມົນຕີກະຊວງປ້ອງກັນປະເທດອອສຕິນໄດ້ໂອ້ລົມກັບຄູ່ຕຳແໜ່ງຝ່າຍສາທາລະນະລັດປະຊາຊົນຈີນ (ສປ ຈີນ) ແມ່ນເດືອນພະຈິກ.”
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນຄາດວ່າຈະເດີນທາງໄປຈີນ ໃນໄລຍະສອງສາມອາທິດຂ້າງໜ້ານີ້. ໂດຍບໍ່ໄດ້ກ່າວເຖິງບັນຫາໃດນຶ່ງທີ່ສະເພາະເຈາະຈົງ ກ່ຽວກັບການເດີນທາງ ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ກ່າວຕໍ່ວີໂອເອໃນວັນພະຫັດທີ່ຜ່ານມານີ້
ວ່າ ການເຈລະຈາຫາລືຂອງທ່ານບລິງເກັນ ກັບເຈົ້າໜ້າທີ່ອະວຸໂສຂອງຈີນຈະຮວມທັງ “ຂົງເຂດວຽກງານທີ່ມີການທຳນາຍໄດ້ກ່ຽວກັບການແຂ່ງຂັນ ຂົງເຂດບ່ອນທີ່ຄວາມສຳພັນລະຫວ່າງປະເທດຂອງພວກເຮົາທັງສອງທີ່ອາດເປັນໄປໄດ້ຫຼືແມ່ນກະທັງມີການເປັນປໍລະປັກ ແລະວິທີທາງທີ່ພວກເຮົາສາມາດຄ້ຳປະກັນການຄຸ້ມຄອງແບບມີຄວາມຮັບຜິດຊອບຕໍ່ຂົງເຂດເຫຼົ່ານັ້ນ ແຕ່ກໍຍັງຮວມທັງຂົງເຂດທີ່ພວກເຮົາຊອກຫາຊ່ອງທາງຫຼືແມ່ນກະທັງເພື່ອຈະລົງເລິກການຮ່ວມມື.”
ຫົວໜ້ານັກການທູດຂອງສະຫະລັດຄາດວ່າຈະພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ຫົວໜ້ານັກການທູດພ້ອມທັງເປັນສະມາຊິກກົມການເມືອງສູນກາງພັກຄອມມູນິສຈີນ ທ່ານຫວັງ ຢີ ຕະຫຼອດທັງລັດຖະມົນຕີການຕ່າງປະເທດທີ່ຫາກໍຖືກແຕ່ງຕັ້ງຄົນໃໝ່ ທ່ານຈິນ ກັງ ອະດີດເອກອັກຄະລັດຖະທູດປັກກິ່ງປະຈຳວໍຊິງຕັນ.
ກອງທັບສະຫະລັດກ່າວວ່າ ເມື່ອວັນທີ 21 ທັນວາຜ່ານມານີ້ ນັກບິນຂອງເຮືອບິນລົບອາຍພົ່ນ J-11 ກອງທັບເຮືອຈີນ ໄດ້ສະແດງລວດລາຍແບບບໍ່ປອດໄພ ໃນລະຫວ່າງບິນຂຶ້ນສະກັດກັ້ນເຮືອບິນກອງທັບອາກາດ RC-135 ຂອງສະຫະລັດ ຢູ່ເໜືອເຂດນ່ານຟ້າທະເລຈີນໃຕ້ ແລະໄດ້ບັງຄັບໃຫ້ດັ່ງກ່າວຕ້ອງໄດ້ເອົາມາດຕະການຫຼົບຫຼີກເພື່ອບໍ່ໃຫ້ຕຳກັນກາງອາກາດ.
ຈີນຕໍ່ມາໄດ້ປະຕິເສດຕໍ່ການຖະແຫຼງຂອງຝ່າຍສະຫະລັດ. ໂຄສົກຄົນນຶ່ງຂອງຈີນກ່າວວ່າ ສະຫະລັດລະເມີດກົດໝາຍລະຫວ່າງປະເທດ ໂດຍກ່າວຫາສະຫະລັດວ່າຊັກຈູງຫາງສຽງມະຫາຊົນໄປໃນທາງຜິດ.
ຈີນກ່າວອ້າງວ່າທະເລຈີນໃຕ້ທັງໝົດເປັນເຂດນ້ຳແດນດິນຂອງຕົນ ຊຶ່ງເປັນການກ່າວອ້າງທີ່ສະຫະລັດເວົ້າວ່າ “ຂະຫຍາຍອອກໄປເລື້ອຍໆແລະບໍ່ຖືກຕ້ອງຕາມກົດໝາຍ.” ບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍໄດ້ອ້າງເອົາກຳມະສິດບາງສ່ວນ ຂອງທະເລຈີນໃຕ້.