ການລົງທຶນໂດຍກົງຂອງຈີນໃນສະຫະລັດໄດ້ຊັກຊ້າລົງເຖິງຂັ້ນເກືອບ ວ່າບໍ່ມີຫຍັງເໜັງ
ຕີງເລີຍ, ໂດຍໄດ້ຫລຸດລົງ 80 ເປີເຊັນໃນໄລຍະປີ 2016 ຫາ 2018, ອີງຕາມກຸ່ມໂຣ
ດຽມ (Rhodium), ທີ່ສະໜອງການຄົ້ນຄວ້າຊຶ່ງຕັ້ງຢູ່ນະຄອນນິວຢອກ. ນອນຢູ່ໃນຂະ
ແໜງເສດຖະກິດ ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ກໍຄືອະສັງຫາລິມະຊັບ ແລະການ
ບໍລິການດ້ານການທ່ອງທ່ຽວ ໂດຍທີ່ຈີນບໍ່ພາກັນຊ່ວງຊິງຊື້ອາຄານບ້ານເຮືອນທີ່ແພງ
ຢູ່ໃນຕົວເມືອງເຊັ່ນ ນິວຢອກ, ຊິຄາໂກ, ແຊນແຟຣນຊິສໂກ ແລະລັອສແອນເຈີລິສອີກ
ແລ້ວ. ນັກຂ່າວວີໂອເອ, Elizabeth Lee ມີລາຍງານກ່ຽວກັບສິ່ງຢູ່ເບື້ອງຫລັງຂອງ
ທ່າອ່ຽງຫລຸດລົງທີ່ວ່ານີ້ ແລະຜົນກະທົບຂອງມັນ ຕໍ່ສະເພາະຕົວເມືອງນຶ່ງ ຂອງອາ
ເມຣິກາຄືແນວໃດ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຕຶກສູງຕ່າງໆ ຢູ່ໃນນະຄອນລັອສແອນເຈີລິສ ສາມາດແນມເຫັນໄດ້ ຈາກຫ້ອງການຂອງ
ທ່ານສເຕັບເຟັນ ເຈີງ (Stephen Cheung). ແຕ່ວ່າ ມີບາງສິ່ງບາງຢ່າງຂາດໄປ ແລະສິ່ງທີ່ທ່ານບໍ່ເຫັນນັ້ນ ເຮັດໃຫ້ທ່ານເປັນຫ່ວງ.
ທ່ານສເຕັບເຟັນ ເຈີງ (Stephen Cheung), ປະທານສູນກາງການຄ້າໂລກໃນນະຄອນ
ລັອສແອນເຈີລິສເວົ້າວ່າ:
"ຕຶກສູງຕ່າງໆ ບໍ່ມີລົດຍົກເຄື່ອງທີ່ສະໜອງໃຫ້ໂດຍການລົງທຶນຂອງຊາວຈີນ ທີ່ມາບ່ອນໜີ້ ສິ່ງທີ່ພວກເຮົາເປັນຫ່ວງກໍຄື ການກໍ່ສ້າງທີ່ມີຂຶ້ນຢູ່ໜີ້ແລ້ວ ບໍ່ສາມາດເຮັດໃຫ້ສຳເລັດລົງຍ້ອນສະພາບການເງິນ."
ທ່ານ ເຈີງເວົ້າອີກວ່າ ຕົວຢ່າງອັນນຶ່ງຂອງສະພາບທີ່ວ່ານີ້ກໍຄື ຕຶກສູນການຄ້າ ໂອຊຽນວາຍດ໌ ຫລື Oceanwide Plaza ທີ່ມີມູນຄ່າຕື້ໂດລາ ຕັ້ງຢູ່ໃກ້ກັບຕຶກສູນກາງຈັດກອງປະຊຸມຂອງນະຄອນລັອສແອນເຈີລິສ ແລະຍ່ານການກິລາ ບ່ອນທີ່ທີມເລັກເຄີ້ສ໌ (Lakers) ແລະຄລິບເປີ້ສ໌ (Clippers) ຫລິ້ນກິລາບານບ້ວງນັ້ນ.
ການເຮັດວຽກກໍ່ສ້າງຕຶກຢູ່ອາໄສ, ໂຮງແຮມ ແລະບ່ອນຂາຍເຄື່ອງຍ່ອຍໃນນີ້ໄດ້ຢຸດສະງັກລົງ ໃນເດືອນມັງກອນຜ່ານມາ ແລະທ່ານເຈີງ ບໍ່ເຫັນວ່າ ມັນມີການເຄື່ອນໄຫວຫຍັງຫລາຍພໍປານໃດ ນັບແຕ່ນັ້ນມາ.
ທ່ານເຈີງ ໃຫ້ຄຳເຫັນວ່າ: "ເມື່ອເວົ້າເຖິງການຍົກຍ້າຍຄົນໄປຢູ່ທີ່ນັ້ນ ແລະ ການເຄື່ອນໄຫວໃນການຊື້ຂາຍຍ່ອຍຕົວຈິງທີ່ຈະມີຂຶ້ນຢູ່ຫັ້ນແລ້ວ, ລາຍຮັບທີ່ພວກເຮົາຈະໄດ້ຮັບແມ່ນບໍ່ໄວເທົ່າກັບສິ່ງທີ່ພວກເຮົາຫວັງໄວ້."
ສະພາບບໍ່ໄປບໍ່ມາຢູ່ຕຶກສູນການຄ້າໂອຊຽນວາຍດ໌ ແມ່ນຮ່ອງຮອຍອັນນຶ່ງທີ່ສະແດງໃຫ້ເຫັນເຖິງການຫລຸດລົງຢ່າງວ່ອງໄວ ໃນການໄຫລຂອງທຶນມາຈາກຈີນ ໃນເວລາທີ່ຄວາມເຄັ່ງຕຶງລະຫວ່າງສອງປະເທດມະຫາອຳນາດເພີ້ມສູງຂຶ້ນ.
ໂດຍລວມແລ້ວການລົງທຶນໂດຍກົງລະຫວ່າງຈີນ ແລະສະຫະລັດໄດ້ພຸ້ງຂຶ້ນສູ່ຈຸດສູງສຸດໃນປີ 2016 ເຖິງ 60 ຕື້ ໂດລາ ຢ່າງເປັນປະຫວັດການ, ຈາກນັ້ນ ກໍໄດ້ຕົກລົງມາຢ່າງວ່ອງໄວ, ອີງຕາມກຸ່ມສະໜອງການຄົ້ນຄວ້າໂຣດຽມ (Rhodium Group).
ເຫດຜົນນຶ່ງກໍແມ່ນ ການປ່ຽນແປງຢູ່ໃນນະໂຍບາຍດ້ານການເງິນຂອງຈີນ...
...ອີງຕາມຄຳເວົ້າຂອງທ່ານ ເດລ ໂກນສມິດ (Dale Goldsmith), ທະນາຍຄວາມໃນດ້ານການໃຊ້ດິນທີ່ຕັ້ງຢູ່ໃນລັອສແອນເຈີລິສ.
ທ່ານໂກນສມິດ (Goldsmith) ກ່າວດັ່ງນີ້:
"ມີການຄວບຄຸມເງິນຕາອອກຈາກຈີນ ບ່ອນທີ່ຫລາຍບໍລິສັດເອົາເງິນໄປໄວ້ນັ້ນ. ຂ້າພະເຈົ້າຄິດວ່າ ມັນອາດຈະເອົາເງິນອອກຈາກຈີນໄປເຮັດການລົງທຶນທີ່ປອດໄພ. ແລະໃນທີ່ສຸດຈີນກໍໄດ້ທັບມ້າງອັນນັ້ນ."
ອີກເຫດຜົນນຶ່ງ ກໍຄືການເຝົ້າຕິດຕາມເບິ່ງຂອງອົງການສິ້ງຊອມກວດກາຂອງລັດຖະບານກາງ, ກໍຄືຄະນະກຳມະການ ການລົງທຶນຕ່າງປະເທດໃນສະຫະລັດ ຫລື CFIUS.
ກຸ່ມໂຣດຽມຄຳນວນເບິ່ງວ່າ ການກວດກາຢ່າງລະອຽດຂອງຄະນະກຳມະການ ໄດ້ເຮັດໃຫ້ນັກລົງທຶນຈີນທັງຫລາຍປະຖິ້ມຂໍ້ຕົກລົງການຄ້າຢູ່ໃນສະຫະລັດທີ່ມີມູນຄ່າຫລາຍກວ່າ 2.5 ຕື້ ໂດລາ ໄປ.
ເສດຖະກິດທີ່ຂ້ອນຂ້າງວ່າແຂງແຮງຂອງສະຫະລັດກໍເປັນອີກປະເດັນນຶ່ງ.
ທະນາຍຄວາມໂກນສມິດ (Goldsmith) ກ່າວເພີ້ມອີກວ່າ:
"ເງິນໂດລາທີ່ມີຄ່າແຂງຂຶ້ນຫລາຍ ເຮັດໃຫ້ຄວາມດຶງດູດການລົງທຶນຫລຸດລົງຫລາຍສຳລັບຈີນ ແລະຢູ່ໃນລັດຕ່າງໆ. ຍິ່ງໄປກວ່ານັ້ນ ທ່ານກໍຈະມີຄ່າໃຊ້ຈ່າຍໃນການກໍ່ສ້າງທີ່ຖີບຕົວຂຶ້ນສູງຫລາຍ."
ເໜືອສິ່ງອື່ນໆໃດໝົດ ກໍຄືສົງຄາມການຄ້າລະຫວ່າງສະຫະລັດກັບຈີນທີ່ຍັງສືບຕໍ່ມີມາຕະຫລອດ ໄດ້ພາໃຫ້ມີຄວາມບໍ່ແນ່ນອນເພີ້ມຂຶ້ນ ຢູ່ໃນບັນຍາກາດການລົງທຶນທີ່ກຳລັງມີການປ່ຽນແປງຢູ່ແລ້ວນັ້ນ.
ທ່ານເຈີງ (Cheung) ອະທິບາຍອີກວ່າ: "ສ່ວນນຶ່ງຂອງເຫດຜົນທີ່ວ່າເປັນຫຍັງພວກເຮົາຈຶ່ງບໍ່ເຫັນແທ້ໆ ວ່າມີໂຄງການໃໝ່ອັນໃດຈາກຈີນເຂົ້າມາ ກໍແມ່ນຍ້ອນວ່າສົງຄາມການຄ້າ, ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ. ແລະໃນຂະນະທີ່ຄວາມເຄັ່ງຕຶງກຳລັງເພີ້ມທະວີຂຶ້ນ ຂ້າພະເຈົ້າຄິດວ່າ ບໍລິສັດຈີນຫລາຍບໍລິສັດ ຍັງລັ່ງເລໃຈໃນເລື້ອງທີ່ວ່າ ຄວນຈະເຂົ້າມາຕະຫລາດສະຫະລັດ ຫລືບໍ່ນັ້ນ."
ສົງຄາມການຄ້າກຳລັງເຮັດໃຫ້ມີທ່າອ່ຽງອັນນຶ່ງອີກເກີດຂຶ້ນມາ ເພື່ອຫລີກລ້ຽງຈາກພາສີສູງ ບໍລິສັດສາກົນກຳລັງຍ້າຍໂຮງງານຜະລິດສິນຄ້າອອກຈາກຈີນ ແລະໄປຫາບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້.
ຢູ່ໃນບາງປະເທດ ມັນກຳລັງເຮັດໃຫ້ເກີດຄວາມຮັ່ງມີໃໝ່.
ສ່ວນປະເທດອື່ນໆ ກໍກໍາລັງພະຍາຍາມທີ່ຈະເພີ້ມການລົງທຶນໂດຍກົງຂອງຕົນ ເພື່ອຊົດເຊີຍໃຫ້ແກ່ຜົນກະທົບທີ່ບໍ່ດີຂອງສົງຄາມການຄ້າຢູ່ໃນປະເທດຕົນ.
ທ່ານເຈີງ (Cheung) ກ່າວມ້ວນທ້າຍວ່າ: "ໂດຍສະເພາະ ກໍແມ່ນຫວຽດນາມ ແລະອິນໂດເນເຊຍ ໃນໄລຍະສອງສາມປີຜ່ານມານີ້ ໄດ້ພາກັນຫ້າວຫັນຊອກຫາໂອກາດທາງທຸລະກິດ."
ຕາບໃດຄວາມເຄັ່ງຕຶງທາງເສດຖະກິດລະຫວ່າງວໍຊິງຕັນກັບປັກກິ່ງຫາກຍັງມີຢູ່ລັອສ
ແອນເຈີລິສ ແລະຕົວເມືອງຕ່າງໆຂອງສະຫະລັດ ຈະຕ້ອງຊອກຫາເງິນລົງທຶນຈາກ
ບ່ອນອື່ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ