ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມທຸລະກິດ ຈີນ ຍັງສືບຕໍ່ ການລົງທຶນ ໃນໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ


ການກໍ່ສ້າງຂົວຂ້າມດອນໂຂງ, ແຂວງຈຳປາສັກ.
ການກໍ່ສ້າງຂົວຂ້າມດອນໂຂງ, ແຂວງຈຳປາສັກ.

ກຸ່ມທຸລະກິດ ຈີນ ຍັງສືບຕໍ່ການລົງທຶນໃນໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຫາກແຕ່ປະຊາຊົນ ລາວ ບໍ່ພໍໃຈຄ່າເວນຄືນທີ່ດິນ ແລະ ຊັບສິນທີ່ຕໍ່າເກີນຈິງ.

ທ່ານ ວິນເຊັ້ນ ລີ ປະທານບໍລິສັດຮ່ວມພັດທະນາສີທັນດອນຈຳກັດຈາກ ຈີນ ຖະແຫຼງຢືນຢັນວ່າການລົງທຶນໃນໂຄງການພັດທະນາເຂດເສດຖະກິດໃໝ່-ມະຫານສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຍັງສືບຕໍ່ເລື້ອຍມາຈົນເຖິງປັດຈຸບັນນີ້ ໂດຍການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ການດຳເນີນງານພຽງເລັກນ້ອຍເທົ່ານັ້ນ ທັງນີ້ໂດຍທີ່ຜ່ານມາເປັນການຈັດຕັ້ງປະຕິບັດໂຄງການໃນໄລຍະທີ 1 ກໍຄືນັບແຕ່ປີ 2018-2025 ທີ່ແນໃສ່ການພັດທະນາລະບົບພື້ນ ຖານໂຄງລ່າງເປັນດ້ານຫຼັກ ໂດຍປັດຈຸບັນກໍໄດ້ສຳເລັດການກໍ່ສ້າງຖະໜົນເບຕົງອ້ອມດອນໂຂງໄລຍະທາງລວມ 43 ກິໂລແມັດ ແລະ ກຳລັງເລັ່ງການພັດທະນາເຂດທີ່ພັກອາໄສ, ລະບົບໄຟຟ້າ, ນໍ້າປະປາ, ໂຮງໝໍ, ໂຮງຮຽນ, ໂຮງແຮມ, ກາສິໂນ, ທະນາຄານ, ສະໜາມກັອຟ, ສະໜາມບິນ, ແຫຼ່ງທ່ອງທ່ຽວທຳມະຊາດ ແລະ ສະຖານບັນເທີງຕ່າງໆທີ່ມີສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ.

ໂຄງການພັດທະນາເຂດເສດຖະກິດໃໝ່-ມະຫານະທີສີທັນດອນ ໄດ້ຮັບອະນຸຍາດສຳປະທານຈາກລັດຖະບານ ລາວ ເປັນເວລາເຖິງ 99 ປີນັບຈາກປີ 2018 ມີເນື້ອທີ່ສຳປະທານລວມ 9,848 ເຮັກຕາ ຢູ່ເຂດສີ່ພັນດອນ ຄອນພະເພັງ ທັງນີ້ກຸ່ທຸລະກິດ ຈີນ ຄາດວ່າຈະນຳໃຊ້ເງິນລົງທຶນຄິດເປັນມູນຄ່າລວມກວ່າ 9,000 ລ້ານໂດລາ ໂດຍທີ່ຜ່ານມາກໍໄດ້ມີການນຳໃຊ້ເງິນທຶນໄປແລ້ວ 1,300 ລ້ານໂດລາ ແລະ ຄາດວ່າໃນປີ 2021 ນີ້ຈະຕ້ອງໃຊ້ເງິນທຶນອີກ 600 ລ້ານໂດລາ. ໃນນີ້ກໍລວມເຖິງເງິນທຶນທີ່ຈະໃຊ້ເພື່ອການຊົດເຊີຍຄ່າທີ່ດິນ ແລະ ຊັບສິນຂອງປະຊາຊົນ ລາວ ທີ່ຖືກເວນຄືນຫຼາຍກວ່າ 150 ຄອບຄົວໃນເຂດ 6 ບ້ານຢູ່ທີ່ເຂດເມືອງໂຂງດ້ວຍ.

ແຕ່ຢ່າງໃດກໍຕາມ ປະຊາຊົນ ລາວ ສ່ວນຫຼາຍກໍຍັງຄົງບໍ່ພໍໃຈຄ່າຊົດເຊີນທີ່ໄດ້ຮັບຈາກບໍລິສັດ ຈີນ ທີ່ລົງທຶນພັດທະນາໂຄງການດັ່ງກ່າວນີ້ ຊຶ່ງກໍເຊັ່ນດຽວກັນກັບທຸກໆໂຄງການລົງທຶນຂອງບັນດານັກທຸລະກິດ ຈີນ ໃນ ລາວ ເພາະວ່າໄດ້ມີການຈ່າຍຄ່າຊົດເຊີຍທີ່ດິນ ແລະ ສິ່ງປູກສ້າງຕ່າງໆຂອງປະ ຊາຊົນ ລາວ ທີ່ຖືກເວນຄືນນັ້ນໃນອັດຕາທີ່ຕໍ່າກວ່າຄວາມເປັນຈິງ ໂດຍຈະເຫັນໄດ້ຢ່າງຊັດເຈນຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ແລະ ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ໃນເຂດນະຄອນຫຼວງວຽງຈັນ ທັງປະກົດວ່າພະນັກ ງານລັດໄດ້ໃຊ້ອຳນາດໜ້າທີ່ບັງຄັບປະຊາຊົນໃຫ້ຕ້ອງຍອມຮັບການຊົດເຊີຍດັ່ງກ່າວອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງແຜນການ ແລະ ການລົງທຶນໄດ້ໃຫ້ການຢືນຢັນວ່າ

“ຍ້ອນວ່າທົດແທນຖືກ ທົດແທນນ້ອຍ ມັນກໍກະທົບຕົວຢ່າງວ່າ ໂຄງການໃຫຍ່ໆຊຶ່ງປັດຈຸບັນພວກເຮົາກຳລັງດຳເນີນການປະຕິບັດໂຄງການທາງລົດໄຟ ຫຼືວ່າ ໂຄງການທາງດ່ວນວຽງຈັນ-ວັງວຽງ ຫຼືວ່າ ໂຄງການໄຊເສດຖາກວມລວມບໍ່ ຫຼືວ່າອື່ນໆ ຖືວ່າເປັນການຊົດເຊີນທີ່ຕໍ່າຫຼາຍ ທຽບໃສ່ກັບຄ່າຄອງຊີບ ທຽບໃສ່ກັບທ່າອຽງຂອງການຂະຫຍາຍຕົວເສດຖະກິດ ອັນທີສອງມາແມ່ນເຈົ້າພະນັກ ງານທີ່ລົງໄປປະຕິບັດໜ້າທີ່ບໍ່ສຸພາບ ແລ້ວກໍບໍ່ອະທິບາຍຊີ້ແຈງໃຫ້ເຂົ້າອົກເຂົ້າໃຈ ສ່ວນຫຼາຍສິມັກຊີ້ອາຍາສິດ ມັນກະເຮັດໃຫ້ເກີດຂໍ້ຂັດແຍ້ງ.”

ສ່ວນທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ຍອມຮັບວ່າການດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດໃນປີ 2020 ຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສ COVID-19 ທີ່ໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງພາກການຜະ ລິດສິນຄ້າຕ່າງໆຂອງແຂວງຈຳປາສັກອີກດ້ວຍ ດັ່ງທີ່ທ່ານ ວິໄລວົງ ໄດ້ໃຫ້ການຢືນຢັນວ່າ

“ແຜນທີ່ວາງໄວ້ນີ້ຈະຍາດແຍ່ງການລົງທຶນພາຍໃນ ແລະ ຕ່າງປະເທດນີ້ຈະສູ້ຊົນໃຫ້ໄດ້ 3 ພັນກວ່າຕື້ ແຕ່ປະຕິບັດຕົວຈິງໄດ້ພຽງແຕ່ 2 ພັນກວ່າຕື້ ຍ້ອນຜົນກະທົບຂອງໂຄວິດ ເຮັດໃຫ້ຜູ້ລົງທຶນພາຍ ໃນ ແລະ ຕ່າງປະເທດບໍ່ສາມາດປະຕິບັດໄດ້ຕາມແຜນ ເຂດອຸດສາຫະກຳພວກເຮົາຈຳນວນນຶ່ງໄດ້ຍຸຕິໃນໄລຍະໂຄວິດ ສະນັ້ນເຮັດໃຫ້ການປະຕິບັດແຜນນີ້ບໍ່ໄດ້ຕາມແຜນ.”

ນອກຈາກນີ້ໃນປີ 2020 ກໍມີນັກທ່ອງທ່ຽວ ລາວ ແລະ ຊາວຕ່າງຊາດເດີນທາງໄປໃນແຂວງຈຳປາສັກພຽງແຕ່ 1 ແສນກວ່າຄົນເທົ່ານັ້ນ ໃນຂະນະທີ່ແຜນການໄດ້ວາງເປົ້າໝາຍເອົາໄວ້ເກີນກວ່າ 1 ລ້ານຄົນ.

XS
SM
MD
LG