ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈີນ ຂາຍຮຸ້ນທະນະບັດ ຂອງສະຫະລັດອອກ ເພື່ອປົກປ້ອງ ລາຄາເງິນຢວນ


ສະໝຽນຄົນນຶ່ງກຳລັງ ນັບເງິນຢວນຂອງຈີນ ແລະ ທະນາບັດ ໂດລາ ຂອງສະຫະລັດ ຢູ່ທີ່ສາຂາທະນາຄານ ຂອງຈີນ ໃນເມືອງ Taiyuan, ປະເທດຈີນ, ວັນທີ 4 ມັງກອນ 2016.
ສະໝຽນຄົນນຶ່ງກຳລັງ ນັບເງິນຢວນຂອງຈີນ ແລະ ທະນາບັດ ໂດລາ ຂອງສະຫະລັດ ຢູ່ທີ່ສາຂາທະນາຄານ ຂອງຈີນ ໃນເມືອງ Taiyuan, ປະເທດຈີນ, ວັນທີ 4 ມັງກອນ 2016.

ເມື່ອບໍ່ດົນມານີ້ ຈີນໄດ້ເສຍຕຳແໜ່ງຂອງຕົນ ທີ່ເປັນປະເທດ ທີ່ຄອບຄອງ ທະນາບັດ ຂອງສະຫະລັດ ຫຼາຍທີ່ສຸດ ຮອງຕໍ່ຈາກຍີ່ປຸ່ນ. ທາງການຈີນ ຍອມເສຍຕຳແໜ່ງ ທີ່ ຫຼາຍໆປະເທດປາດຖະນາຢາກໄດ້ ຊຶ່ງມີຄຸນຄ່າທາງດ້ານການເງິນ ແລະ ການທູດ ເພາະວ່າ ພວກເຂົາເຈົ້າ ກຳລັງພົວພັນໃນການຕໍ່ສູ້ອັນຍິ່ງໃຫຍ່ ຂອງການປົກປ້ອງ ເງິນຢວນ ເພື່ອບໍ່ໃຫ້ລາຄາຂອງມັນ ຕົກຕ່ຳລົງຢ່າງວ່ອງໄວ.

ບັນດານັກວິເຄາະ ກ່າວວ່າ ການຕໍ່ສູ້ດັ່ງກ່າວຈະເພີ່ມທະວີຫຼາຍຂຶ້ນ ໃນປີ 2017
ຍ້ອນວ່າ ເງິນຢວນ ແມ່ນຄາດກັນວ່າ ຈະຕົກຢູ່ພາຍໃຕ້ການກົດດັນຢ່າງໜັກ ໃນ
ລະຫວ່າງ ການດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານດໍໂນລ ທຣຳ.

ວາລະສານ ສະບັບໜຶ່ງທີ່ມີ ລາຍງານ ກ່ຽວກັບ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ແມ່ນເຫັນໄດ້ຢູ່ທີ່ຮ້ານຂາຍປຶ້ມ ຢູ່ໃນນະຄອນ ປັກກິ່ງ, ວັນທີ 12 ທັນວາ 2016.
ວາລະສານ ສະບັບໜຶ່ງທີ່ມີ ລາຍງານ ກ່ຽວກັບ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ແມ່ນເຫັນໄດ້ຢູ່ທີ່ຮ້ານຂາຍປຶ້ມ ຢູ່ໃນນະຄອນ ປັກກິ່ງ, ວັນທີ 12 ທັນວາ 2016.

ການຄອບຄອງ ທະນະບັດ ສະຫະລັດ ຂອງຈີນ ນັ້ນ ຕົກຕ່ຳລົງ ໃນຈຳນວນ 41.3
ຕື້ໂດລາ ເປັນ 1.115 ພັນຕື້ ໃນເດືອນຕຸລາ ອີງຕາມ ກະຊວງການເງິນ ຂອງ
ສະຫະລັດ. ເທື່ອນີ້ ເປັນ ຄັ້ງທີ 5 ປະຈຳເດືອນ ທີ່ການຄອບຄອງ ທະນະບັດ
ສະຫະລັດ ຂອງຈີນ ໄດ້ຕົກຕ່ຳລົງ ຢ່າງຕໍ່ເນື່ອງລຽນຕິດ. ຕົວເລກການຂາຍ
ທະນະບັດອອກ ຂອງປັກກິ່ງ ໃນເດືອນພະຈິກ ແລະ ເດືອນທັນວາ ຈະມີລາຍ ລະອຽດໃຫ້ຮັບຊາບ ໃນເດືອນໜ້າ ແຕ່ບັນດານັກວິເຄາະ ໄດ້ກ່າວວ່າ ຈີນ ໄດ້ສືີບຕໍ່ລົດການຄອບຄອງທະນະບັດ ສະຫະລັດ ຂອງຕົນລົງ ໃນລະຍະສອງ
ສາມ ເດືອນທີ່ຜ່ານມານີ້.

ການຂາຍອອກ ໄດ້ເກີດຂຶ້ນຍ້ອນຄວາມຈຳເປັນທີ່ຈະຕ້ອງລະດົມທຶນ ເພື່ອປ້ອງກັນ ບໍ່ໃຫ້ລາຄາເງິນຢວນ ຕົກຕ່ຳລົງເລື້ອຍໆ. ການລັ່ງໄຫລອອກຂອງເງິນທຶນ ຢ່າງຕໍ່
ເນື່ອງ ໂດຍພວກພົນລະເມືອງ ທີ່ຮັ່ງມີ ຜູ້ຄັດຂືນຕໍ່ທາງການ ແລະ ການທີ່ເງິນໂດລາ ແຂງໂຕຂຶ້ນ ນັ້ນ ເປັນເງື່ອນໄຂຫລັກ ທີ່ຊຸກຍູ້ໃຫ້ລາຄາເງິນຢວນ ຕົກລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG