ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຊອກ​ຫາການສະໜັບສະໜຸນ ກ່ອນກອງປະຊຸມສຸດຍອດ ຂອງຜູ້ນໍາ ASEAN


ແຟ້ມຮູບ-ລັດຖະມົນຕີກະຊວງານຕ່າງປະເທດຂອງຈີນ ທ່ານຫວັງ ຢີ່, ຊ້າຍ, ພົບປະກັບນາຍົກລັດຖະມົນຕີຂອງສິງກະໂປ ທ່ານຊຽນ ລີ (Lee Hsien Lee) ໃນວັນທີ 11 ສິງຫາ 2023.
ແຟ້ມຮູບ-ລັດຖະມົນຕີກະຊວງານຕ່າງປະເທດຂອງຈີນ ທ່ານຫວັງ ຢີ່, ຊ້າຍ, ພົບປະກັບນາຍົກລັດຖະມົນຕີຂອງສິງກະໂປ ທ່ານຊຽນ ລີ (Lee Hsien Lee) ໃນວັນທີ 11 ສິງຫາ 2023.

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ່ ສິ້ນສຸດການຢ້ຽມ ຢາມສິງກະໂປ, ມາເລເຊຍ ແລະກໍາປູເຈຍ ເປັນເວລາສັ້ນໆ ໃນວັນອາທິດວານນີ້ ໃນຂະນະທີ່ຄວາມເຄັ່ງຕຶງທະ​ວີ​ຄວາມຮຸນແຮງ​ຂຶ້ນກ່ຽວກັບຂໍ້ພິພາດຢູ່ໃນເຂດທະເລຈີນໃຕ້ ກ່ອນກອງປະຊຸມສຸດຍອດຂອງບັນດາຜູ້ນໍາ ASEAN ທີ່​ນະ​ຄອນ​ຈາ​ກາ​ຕ້າ ໃນວັນທີ 5 ຫາ 7 ກັນຍາ ນີ້.

ການເດີນທາງ 4 ມື້ຂອງທ່ານ ມີຂຶ້ນ “ເພື່ອການສົນທະນາສື່ສານສໍາລັບເສີມສ້າງຄວາມເຂັ້ມແຂງທາງດ້ານຍຸດທະສາດ ກັບສາມປະເທດ,” ອີງຕາມຖະແຫຼງການຂອງຈີນ ກ່ອນການອອກເດີນທາງໄປຢ້ຽມຢາມຂອງທ່ານຫວັງ, ແນວໃດກໍຕາມ ບັນດານັກວິເຄາະກ່າວວ່າ ທ່ານຫວັງ ຍັງກະຕືລືລົ້ນທີ່ຈະຜັກດັນຫຼັກການ​ປະ​ຕິ​ບັດ ຫຼື Code of Conduct (COC) ຂອງປັກກິ່ງ ກ່ຽວກັບເສັ້ນທາງ​ການ​ເດີນ​ເຮືອ​ຂອງສາກົນ ແລະ ໃຫ້ຄວາມສໍາຄັນຕໍ່ “ບັນດາປະເທດເພື່ອນມິດ” ຢູ່ໃນ ASEAN ນໍາອີກດ້ວຍ.

ທ່ານຮັນເຕີ ມາ​ຣ໌ສຕັນ (Hunter Marston), ຈາກສະຖາບັນວິຊາການທາງດ້ານເອເຊຍຕາເວັນອອກສຽງໃຕ້ ຂອງມະຫາວິທະຍາໄລອອສເຕຣເລຍ ກ່າວວ່າ ການຜູກໄມຕີຈິດຂອງຈີນ ກັບພັນທະມິດທີ່ມີການປັບໂຕເຂົ້າກັບສະພາບແວດລ້ອມໄດ້ຂອງບັນດາ 10 ປະເທດໃນກຸ່ມ ASEAN ຄືກະແຈສໍາຄັນ, ໃນຂະດຽວກັນ ກໍ​ໂດດ​ດ່ຽວບັນດາປະເທດທີ່​ມີ​ທ່າ​ອຽງໄປທາງຕາເວັກຕົກ ເຊັ່ນ ຟີລິບປິນ ແລະຫວຽດນາມ.

ປະທານາທິບໍດີຟີລິບປິນ ທ່ານເຟີດີນານ ມາໂກສ ຈູເນ່ຍ ໄດ້ເຮັດໃຫ້ປະເທດຂອງທ່ານໃກ້ຊິດກັບສະຫະລັດຫຼາຍຂຶ້ນ ແລະມີການຕໍ່ຕ້ານການຂະຫຍາຍອໍານາດທາງທະເລຂອງ ຈີນ ຢ່າງແຂງຂັນ ນັບຕັ້ງແຕ່ການເລືອກຕັ້ງຂອງທ່ານໃນປີແລ້ວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG