ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຈະໄປຢ້ຽມຢາມປະເທດເພື່ອນບ້ານຫວຽດ ນາມໃນອາທິດໜ້ານີ້ ເພື່ອຊຸກຍູ້ການພົວພັນລະຫວ່າງປະເທດເພື່ອນບ້ານສັງຄົມນິຍົມໃຫ້ເລິກເຊິ່ງກວ່າເກົ່າ, ກະຊວງການຕ່າງປະເທດຂອງປັກກິ່ງກ່າວ ໃນວັນພະຫັດວານນີ້ວ່າ ອີງຕາມລາຍງານຂອງອົງການຂ່າວ AFP.
ໂຄສົກກະຊວງການຕ່າງປະເທດ ທ່ານນາງຮົວ ຈຸນຢິງ (Hua Chunying) ກ່າວໃນຖະແຫຼງການວ່າ ການໄປຢ້ຽມຢາມຢ່າງເປັນທາງການ ຂອງ ທ່ານສີ ຈະມີຂຶ້ນໃນວັນອັງຄານ ແລະວັນພຸດໜ້ານີ້.
ທ່ານນາງກ່າວຕື່ມວ່າ ປະທານປະເທດຈີນໄດ້ຮັບການເຊື້ອເຊີນຈາກບັນດາຜູ້ນຳຂັ້ນສູງຂອງຫວຽດນາມ ທ່ານ ຫງວຽນ ຟູ ຈອງ (Nguyen Phu Trong) ແລະ ທ່ານຫວໍ ວັນ ເທືອງ (Vo Van Thuong).
ປັກກິ່ງກ່າວວ່າ ທ່ານ ສີ ຈະພົບປະກັບພວກຜູ້ນຳຂັ້ນສູງຂອງຫວຽດນາມ ແລະ “ປຶກສາຫາລືກ່ຽວກັບການຍົກລະດັບການພົວພັນ ຈີນ-ຫວຽດນາມ ໃຫ້ສູງຂຶ້ນ.”
ໂຄສົກກະຊວງການຕ່າງປະເທດຈີນ ທ່ານຫວັງ ເຫວິນ ບິນ ກ່າວວ່າ “ພວກເຮົາຈະຊຸກຍູ້ການລົງເລິກ ແລະ ຮັດແໜ້ນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.”
ທ່ານກ່າວຕື່ມວ່າ "ໂລກໃນປັດຈຸບັນນີ້ ແມ່ນຢູ່ໃນໄລຍະໃຫມ່ຂອງຄວາມວຸ້ນວາຍແລະການປ່ຽນແປງ, ໂດຍການບໍ່ສະຖຽນລະພາບ ແລະຄວາມບໍ່ແນ່ນອນເພີ່ມຂື້ນ,"
Chinese President Xi Jinping will visit neighboring Vietnam next week to push for deeper ties between the socialist neighbors, Beijing's foreign ministry said on Thursday.
Xi's state visit will take place next Tuesday and Wednesday, foreign ministry spokesperson Hua Chunying said in a statement.
The Chinese president was invited by Vietnam's top leaders Nguyen Phu Trong and Vo Van Thuong, she added.
Xi will meet with Vietnam's top leadership and "discuss bringing China-Vietnam relations to a higher position", Beijing said.
"We will push for deepening and solidifying the comprehensive strategic cooperation between the two countries," foreign ministry spokesperson Wang Wenbin said.
"The world is currently in a new period of turbulence and change, with increasing instability and uncertainty," he added.