ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂົງເຂດ​ອັນກວ້າງ​​ໃຫຍ່ ໃນ​ຊິນ​ຈຽງ​ ​ທີ່ປະ​ສົບ​ກັບ​ການ​ລະ​ບາດຂອງໂຄວິດ-19 ມີ​ການ​ຈຳ​ກັດ​​ຫ້າມ​ເດີນ​ທາງ


ຄົນ​ສົ່ງ​ເຄື່ອງ​ຜູ້​ນຶ່ງ ສົ່ງ​​ຫໍ່ຂ້າ​ມຮົ້ວຈາກ​ຖະ​ໜົນ ຢູ່​ຄູ້ມ​ບ້ານທີ່​ຖືກ​ສັ່ງ​ປິດ ​ຍ້ອນ​ການ​ແຜ່​ລະ​ບາດ​ໂຄວິດ-19 ຢູ່​ເຂດ​ຮວງ​ປູ ຊຽງ​ໄຮ້ ວັນ​ທີ 22 ມິ​ຖຸ​ນາ 2022
ຄົນ​ສົ່ງ​ເຄື່ອງ​ຜູ້​ນຶ່ງ ສົ່ງ​​ຫໍ່ຂ້າ​ມຮົ້ວຈາກ​ຖະ​ໜົນ ຢູ່​ຄູ້ມ​ບ້ານທີ່​ຖືກ​ສັ່ງ​ປິດ ​ຍ້ອນ​ການ​ແຜ່​ລະ​ບາດ​ໂຄວິດ-19 ຢູ່​ເຂດ​ຮວງ​ປູ ຊຽງ​ໄຮ້ ວັນ​ທີ 22 ມິ​ຖຸ​ນາ 2022

ການແຜ່​ລະ​ບາດ​ອອກ​ໄປຢ່າງກວ້າງ​ຂວາງຂອງ​ໂຄວິດ-19 ຢູ່ທີ່​ເຂດ​ຊິນ​ຈຽງ ​ຊຶ່ງ​ເປັນ​ເຂດ​ຫຼ້າ​ສຸດ​ຂອງ​ຈີນ ​ທີ່ມີ​ການຫ້າມເດີນ​ທາງ ​ຍ້ອນພະ​ຍາດ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ຈີນ ​ໃຊ້​ມາດ​ຕະ​ການຄວບ​ຄຸມ​ເພີ້ມ​ຕື່ມ ກ່ອນ​ໜ້າ​ເປີດກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄອມ​ມິວ​ນິ​ສໃນ​ທ້າຍ​ເດືອນ​ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອ​ຍ​ເຕີ.

ບັນ​ດາລົດ​ໄຟ ແລະ​ລົດ​ບັ​ສ ທີ່​ແລ່ນ​ອອກແ​ລະ​ເຂົ້າຢູ່​ໃນ​ຂົງ​ເຂດ​ທີ່ມີ​ພົນ​ລ​ະ​ເມືອງ 22 ລ້ານ​ຄົນ ​ໄດ້​ຖືກ​ຍົກ​ເລີກ ແລະ​ຈຳ​ນວນ​ຜູ້​ໂດຍ​ສານ​ທາງເຮືອ​ບິນ ​ກໍໄດ້ຖືກ​ຫລຸດ​ລົງ 75 ເປີ​ເຊັນ ​ອີງ​ຕາມ​ລາຍ​ງານ​ ໃນ​ວັນ​ພະ​ຫັດ​ມື້​ນີ້.

ມັນ​ມັກ​ເປັນ​ບັນ​ຫາ​ເລື້ອຍໆຍ້ອນ​ນະ​ໂຍ​ບາຍ​ທີ່​ເຄັ່ງ​ຄັດ “ສູນ​ໂຄວິດ” ຂອງ​ຈີນ ຊຶ່ງ​ເປັນ​ມາດ​ຕະ​ການ​ທີ່​ເບິ່ງ​ຄື​ວ່າ ບໍ່​ສົມ​ສ່ວນ ​ກັບຈຳ​ນວນ​ກໍ​ລະ​ນີ​ທີ່​ຖືກ​ພົບ​ເຫັນ.

ຄະ​ນະ​ກຳ​ມະ​ການອານ​ະ​ໄມ​ແຫ່ງ​ຊາດ ໄດ້​ປະ​ກາດ​ວ່າ ​ມີພຽງ​ແຕ່ 93 ​ກໍ​ລະ​ນີໃນ​ເຂດ​ຊິນ​ຈຽງ ເມື່ອ​ວັນ​ພຸດ​ວານ​ນີ້ ແລະ 97 ​ກໍ​ລະ​ນີໃນ​ວັນ​ພະ​ຫັດ ເຂົາ​ເຈົ້າ​ທັງ​ໝົດ​ບໍ່ມີອາ​ການ. ​ບັນ​ດາ​ຜູ້​ນຳ​ເຂດ​ຊິນ​ຈຽງ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໄດ້​ຮັບ​ຮູ້​ເຖິງ​ບັນ​ຫາ​ດ້ວຍ​ການ​ພົບ​ເຫັນ ແລະ​ວາງ​ມາດ​ຕະ​ການ​ຄວບ​ຄຸມ ແຕ່​ບໍ່​ໄດ້​ໃຫ້
ຄວາມ​ເຫັນ​ວ່າ ເວ​ລາ​ໃດ​ເຂົາ​ເຈົ້າ​ມີ​ແຜນ ​ທີ່​ຈະ​ຍົກ​ເລີກ​ການຈຳ​ກັດ​ດັ່ງ​ກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ພາ​ກັນ​ດິ້ນ​ລົນ ທີ່​ຈະ​ບໍ່​ລະ​ບຸ​ກ່ຽວ​ກັບ​ການແຜ່ລະ​ບາດ​ໃໝ່ ​ຢູ່​ໃນ​ຂົງ​ເຂດ​ຂອງ​ເຂົ​າ​ເຈົ້າ ແລະ​ເຂດ​ຊິນ​ຈຽງ ​ໄດ້​ຖືກ​ກວດ​ກາເປັນ​ພິ​ເສດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ສຳ​ມະ​ນາ ທີ່​ຄ້າຍ​ຄື​ກັບ​ຄຸກຂອງ​ລັດ​ຖະ​ບານ ທີ່​ມີຊາວມຸ​ສ​ລິມກຸ່ມ​ ​ນ້ອຍ​ໄດ້​ຖືກ​ສອນ​ເພື່ອ​ໃຫ້​ປະ​ລະ​ສາດ​ສະ​ໜາ​ເຂົາ​ເຈົ້າ ແລະ​ຖືກ​ກ່າວ​ຫາວ່າ​ມີການລະ​ເມີດສິດ​ທິ​ມະ​ນຸດຫຼາຍໆ​ຢ່າງ.

ລະ​ບົບ​ສັງ​ເກດ​ການ​ທີ່ກວ້າງ​ຂວາງ​ຂອງ​ຊິນ​ຈຽງ ​ຊຶ່ງ​ໄດ້​ມີ​ການ​ຕິດ​ຕັ້ງ​ຢູ່ຕາມ​ປ້ອມ​ຍາມກວດ​ກາ ​ຊອບ​ແວ​ທີ່​ຈື່ໜ້​າ​ຕາ ແມ່ນ​ແຕ່ເຄື່ອງ​ມື​ທີ່ຈື່ສຽງໄດ້ ແລະ​ການຕິດ
ຕາມສັງ​ເກດໂທ​ລະ​ສັບ​ມື​ຖື​ ທີ່​ໄດ້​ເຮັດ​ໃຫ້​ການ​ຄວບ​ຄຸມ​ທີ່​ຮວມ​ທັງ​ການເດີນ​ທາງ ​ຂອງ​ປະ​ຊາ​ຊົນ ໂດຍ​ສະ​ເພາະ​ແລ້ວ ເປັນ​ໄປ​ໄດ້​ຢ່າງ​ງ່າຍ​ດາຍ.

ນະ​ໂຍ​ບາຍ “ສູນ​ໂຄວິດ” ​ໄດ້​ຖືກ​ລະ​ບຸ​ຢ່າງ​ໃກ້​ຊິດ​ກັບຜູ້​ນຳພັກຄອມ​ມິວ​ນິ​ສ ທ່ານ​ສີ ​ຈິ້ນ​ຜິງ ຜູ້​ທີ່​ຄາດ​ວ່າ ຈະ​ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝທີ​ສາມ ​ອີກ​ຫ້າປີ​ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ​ຊຶ່ງ​ຈະ​ເລີ້ມ​ໃນ​ວັນ​ທີ 16 ຕຸ​ລາ​ ແລະ​ນັ້ນ​ໄດ້​ມີ​ຂຶ້ນເຖິງ​ແມ່ນ​ມີ​ການ​ຕຳ​ໜິ​ຈາກ​ອົງ​ການ​ອານ​ະ​ໄມ​ໂລກ (WHO) ແລະ​ການ​ລົບ​ກວນ​ຢ່າງ​ໃຫຍ່​ຕໍ່​ເສດ​ຖະ​ກິດ ການ​ສຶກ​ສາແລະ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ ​ໃນ​ປະ​ເທດ​ຈີນ​ກໍ​ຕາມ.

Sprawling Xinjiang is the latest Chinese region to be hit with sweeping COVID-19 travel restrictions, as China further ratchets up control measures ahead of a key Communist Party congress later this month.

Trains and buses in and out of the region of 22 million people have been suspended, and passenger numbers on flights have been reduced to 75% capacity, reports said Thursday.

As is often the case with China’s draconian “zero-COVID” policy, the measures seemed out of proportion to the number of cases detected.

The National Health Commission announced just 93 cases in Xinjiang on Wednesday and 97 on Thursday, all of them asymptomatic. Xinjiang leaders on Tuesday conceded problems with detection and control measures but offered no word on when they planned to lift the restrictions.

Officials are desperate not to be called out for new outbreaks in their regions and Xinjiang has been under special scrutiny over the government’s establishment of a series of prison-like re-education centers in which Muslim minorities have been taught to renounce their religion and allegedly subjected to a range of human rights abuses.

Tech makes survelliance simple

Xinjiang’s vast surveillance system, relying on ubiquitous checkpoints, facial and even voice recognition software, and universal cell phone monitoring has made controlling travel among the population especially easy.

“Zero-COVID” has been closely identified with Communist Party leader Xi Jinping, who is expected to receive a third five-year term in office at the congress beginning Oct. 16. That’s despite criticisms from the World Health Organization and massive disruptions to the economy, education and normal life in China.

XS
SM
MD
LG