ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດ ຈີນ ເລີ່ມການເດີນທາງ ຢ້ຽມຢາມ ສີ່ປະເທດ ໃນອາຟຣິກາ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍ່າງຄຽງຂ້າງກັບປະທາ
ນາທິບໍດີ ເຊເນກາລ ທ່ານ ແມັກກີ ຊອລ ຫຼັງຈາກເດີນທາງ
ຮອດສະໜາມບິນສາກົນ ລີໂອໂປລ ເຊັງກໍ (Leopold Sedar Senghor International Airport), ນະຄອນຫຼວງ ດາກາ, ປະເທດ ເຊເນກາລ. 21 ກໍລະກົດ, 2018.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍ່າງຄຽງຂ້າງກັບປະທາ ນາທິບໍດີ ເຊເນກາລ ທ່ານ ແມັກກີ ຊອລ ຫຼັງຈາກເດີນທາງ ຮອດສະໜາມບິນສາກົນ ລີໂອໂປລ ເຊັງກໍ (Leopold Sedar Senghor International Airport), ນະຄອນຫຼວງ ດາກາ, ປະເທດ ເຊເນກາລ. 21 ກໍລະກົດ, 2018.

ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ເລີ້ມການເດີນທາງຢ້ຽມຢາມສີ່ປະເທດ
ອາຟຣິກາ ໃນວັນເສົາວານນີ້ ທີ່ປະເທດ ເຊເນການ.

ມີການຄາດໝານກັນວ່າ ທ່ານ ສີ ຈະລົງນາມ ໃນຂໍ້ຕົກລົງສອງຟ່າຍກັບເຊເນການ ຊຶ່ງ
ເປັນປະເທດທີ່ີເສດຖະກິດທີ່ເຕີບໃຫຽ່ຢ່າງວ່ອງໄວນັ້ນ.

ຈີນ ໄດ້ໄປລົງທຶນໃຫ້ເງິນກູ້ຢືມ ແລະ ທຳການຕົກລົງຫຼາຍຢ່າງກັບ ອາຟຣິກາ ຫຼາຍປະ
ເທດ ເພື່ອຊ່ອຍເຫຼືອ ການຂະຫຍາຍໂຕ ແລະ ປັບປຸງ ໂຄງລ່າງພື້ນຖານ ແລະ ໃຫ້ເຂົ້າ
ເຖິງອຸບປະກອນຕ່າງໆ ແລະ ຕະຫຼາດທີ່ມີຄວາມສຳຄັນຕໍ່ເສດຖະກິດຂອງ ຈີນ. ຈີນ ໄດ້
ໄດ້ມີສາຍພົວພັນທາງດ້ານການຄ້າທີ່ສຳຄັນມາແລ້ວ ກັບທະວີບດັ່ງກ່າວ.

ນອກຈາກນັ້ນ ທ່ານສີ ຍັງຈະໄປຢ້ຽມຢາມປະເທດ ຣວານດາ, ມໍຣິຊຽສ ແລະ ອາຟຣິກາ
ໃຕ້ນຳ. ຢູ່ອາຟຣິກາໃຕ້ ທ່ານສີຈະພົບພໍ້ກັບພວກເຈົ້າໜ້າທີ່ຫຼາຍທ່ານ ຈາກບັນດາປະ
ເທດໃນກຸ່ມທີ່ເອີ້ນວ່າ BRICS ນຳ ຊຶ່ງເປັນພວກປະເທດ ທີ່ເສດຖະກິດທີ່ສຳຄັນພວມ
ໂຜ່ໂຕຂຶ້ນມາເຊັ່ນ ບຣາຊິລ, ຣັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້ ນັ້ນ.

China's President, Xi Jinping started a four-nation visit to Africa Saturday in Senegal.

Xi is expected to sign bilateral deals with Senegal, which has a rapidly-growing economy.

China has been making investments, loans, and deals with African nations to help expand and improve infrastructure, and gain access to materials and markets important to the Chinese economy. China already has major trade ties to the continent.

Xi will also visit Rwanda, Mauritius and South Africa. In South Africa, he will meet with officials from other so-called BRICS nations, major emerging economics, Brazil, Russia, India, and South Africa.

XS
SM
MD
LG