ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໒ ເມສາ ໒໐໒໔

ຄາດວ່າ ບັນດາເຂື່ອນຢູ່ໃນແມ່ນໍ້າຂອງ ຂອງຈີນ ຈະສົ່ງຜົນກະທົບຮຸນແຮງຕໍ່ລະບົບເສດຖະກິດຂອງບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນຊ່ວງໄພແລ້ງ


ແຟ້ມຮູບ-ເຂື່ອນດາຈາວສານ (Dachaoshan) ຢູ່ໃນແມ່ນໍ້າຂອງຕອນເທິງ ເຊິ່ງຖ່າຍຮູບຢູ່ໃນເມືອງດາຈາວສານ, ແຂວງຢຸນນານ, ຈີນ.
ແຟ້ມຮູບ-ເຂື່ອນດາຈາວສານ (Dachaoshan) ຢູ່ໃນແມ່ນໍ້າຂອງຕອນເທິງ ເຊິ່ງຖ່າຍຮູບຢູ່ໃນເມືອງດາຈາວສານ, ແຂວງຢຸນນານ, ຈີນ.

ທັງຄວາມແຫ້ງແລ້ງທີ່ຮຸນແຮງ ບວກກັບເຂື່ອນຕ່າງໆຂອງ ຈີນ ກຳລັງກັນແມ່ນໍ້າຂອງຢູ່ນັ້ນ ໃນຂະນະທີີ່ປັກກິ່ງ ເຄື່ອນໄຫວເພື່ອໃຫ້ໄດ້ພະລັງງານຕາມຄວາມຕ້ອງການ, ໝາຍຄວາມວ່າ ນຶ່ງໃນແມ່ນໍ້າທີ່ໃຫຍ່ທີ່ສຸດໃນໂລກແຫ່ງນີ້ ມີທ່າທາງວ່າ ກໍາລັງປະເຊີນກັບບັນຫາຂາດນໍ້າຮຸນແຮງທີ່ສຸດໃນຊ່ວງລະດູຮ້ອນ. ບົວສະຫວັນ ຮ່ວມກັບ ຄຣິສຕີ ລີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສິ່ງນີ້ ຈະເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານອາຫານໂດຍກົງ ດ້ວຍການປູກຝັງຫຼຸດໜ້ອຍລົງ ເນື່ອງຈາກບັນຫາຕ່າງໆທາງດ້ານຊົນລະປະທານ ແລະການຫຼຸດລົງຂອງທາດອິນຊີທີ່ອຸດົມສົມບູນໃນດິນຕົມ ທີ່ນໍາມາໂດຍແມ່ນໍ້າຂອງ.

ໃນທາງກົງກັນຂ້າມ, ການຫຸດລົງໃນການໄຫຼວຽນຂອງນໍ້າ ຈະສົ່ງຜົນກະທົບຕໍ່ເສດຖະກິດຕ່າງໆ ຂອງບັນດາປະເທດທີ່ຢູ່ປາຍນໍ້າ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້, ອີງຕາມນັກຊ່ຽວຊານ ທີ່ໄດ້ກ່າວວ່າ ການສູນເສຍແຫຼ່ງອາຫານຈາກແມ່ນໍ້າຂອງ ຈະເຮັດໃຫ້ລາຄາອາຫານເພີ້ມຂຶ້ນຢ່າງໄວວາ ແລະສົ່ງຜົນເຮັດໃຫ້ຫຼາຍຄົນອຶດຢາກ ພ້ອມທັງເຮັດໃຫ້ວຽກງານທາງດ້ານການຜະລິດຫຼຸດໜ້ອຍລົງ.

ໂຕບົ່ງຊີ້ກ່ຽວກັບສະພາບອາກາດສະແດງໃຫ້ເຫັນວ່າ ກໍາລັງມີຄວາມແຫ້ງແລ້ງຮຸນແຮງຢູ່ໃນແມ່ນໍ້າຂອງ, ອີງຕາມການກ່າວຂອງ ທ່ານບຣາຍແອນ ອາຍເລີ (Brian Eyler), ສະມາຊິກອາວຸໂສ ແລະເປັນຜູ້ອໍານວຍການຂອງໂຄງການເອເຊຍຕາເວັນອອກສຽງໃຕ້ ຢູ່ທີ່ສູນກາງສຕິມຊັນ (Stimson), ເຊິ່ງທ່ານໄດ້ກ່າວລຸນຫຼັງການປະຊຸມຢູ່ໃນນະຄອນຫຼວງວໍຊິງຕັນກ່ຽວກັບແມ່ນໍ້າຂອງ ເມື່ອໄວໆມານີ້.

ແຟ້ມຮູບ-ທ້າວລີ ວັນ ບົນ, ເຈົ້າຂອງປາກະຊັງຢູ່ໃນອ່າວບົນ ເຊິ່ງນອນຢູ່ໃນແມ່ນໍ້າຂອງ, ສະແດງໃຫ້ເຫັນປາຫາງແດງ ຢູ່ໃນກະຊັງປາຂອງລາວ ໃນພາກພື້ນເມືອງເອກການ ໂຕ ຂອງແມ່ນໍ້າຂອງ, ຫວຽດນາມ. ວັນທີ 25 ພຶດສະພາ 2022.
ແຟ້ມຮູບ-ທ້າວລີ ວັນ ບົນ, ເຈົ້າຂອງປາກະຊັງຢູ່ໃນອ່າວບົນ ເຊິ່ງນອນຢູ່ໃນແມ່ນໍ້າຂອງ, ສະແດງໃຫ້ເຫັນປາຫາງແດງ ຢູ່ໃນກະຊັງປາຂອງລາວ ໃນພາກພື້ນເມືອງເອກການ ໂຕ ຂອງແມ່ນໍ້າຂອງ, ຫວຽດນາມ. ວັນທີ 25 ພຶດສະພາ 2022.

ແມ່ນໍ້າຂອງ ເປັນແມ່ນໍ້າທີ່ໄຫຼຜ່ານຊາຍແດນລະຫວ່າງປະເທດ ທີ່ໃຫຍ່ເປັນອັນດັບ 3 ຢູ່ໃນເອເຊຍ, ເຊິ່ງມີຄວາມຍາວປະມານ 5,000 ກິໂລແມັດ,​ ໂດຍໄຫຼລົງມາຈາກ ຈີນ ຜ່ານ 6 ປະເທດ, ແມ່ນໍ້າແຫ່ງນີ້ເປັນແມ່ນໍ້າທີ່ສໍາຄັນ ຫຼືຮອງລົງມາ ແມ່ນແຫຼ່ງສະໜອງອາຫານສໍາລັບປະຊາຊົນຫຼາຍລ້ານຄົນ.

ສະພາບອາກາດ ເອລ ນີໂນ (El Nino) ກໍາລັງກໍ່ໂຕຂຶ້ນໃນລະດູຮ້ອນນີ້ ເຊິ່ງຄາດວ່າມັນຈະເຮັດໃຫ້ປະລິມານນໍ້າຝົນຫຼຸດລົງ, ສົ່ງຜົນເຮັດໃຫ້ເກີດໄພແຫ້ງແລ້ງທີ່ຮຸນແຮງ ແລະສົ່ງຜົນໃຫ້ລະດັບນໍ້າໃນແມ່ນໍ້າຂອງຫຼຸດລົງຢ່າງຫຼວງຫຼາຍ, ອີງຕາມບັນດານັກຊ່ຽວຊານຈາກສູນກາງສຕີມຊັນ ທີ່ໄດ້ນໍາສະເໜີກ່ຽວກັບການວິເຄາະສະພາບການຕ່າງໆຂອງແມ່ນໍ້າຂອງ ໃນເດືອນແລ້ວນີ້.

ຄາດການວ່າ ສະຖານະການທີ່ຮຸນແຮງດັ່ງກ່າວເຫຼົ່ານີ້ ເກີດຂຶ້ນໂດຍການສ້າງເຂື່ອນ 11 ແຫ່ງ ກວມເທິງແມ່ນໍ້າຂອງ ຕອນເທິງສຸດຂອງຈີນ.

ທ່ານອາຍເລີ (Eyler) ກ່າວວ່າ ຈີນ, ເອົາ “ນໍ້າອອກຈາກແມ່ນໍ້າໃນຊ່ວງລະດູຝົນ ແລະປ່ອຍມັນຄືນໃນຊ່ວງລະດູແລ້ງ ສໍາລັບຜະລິດພະລັງງານໄຟຟ້າ, ເຊິ່ງມີລັກສະນະເຮັດໃຫ້ເກີດສະພາບການແຫ້ງແລ້ງຮຸນແຮງຂຶ້ນຕື່ມ ໃນປັດຈຸບັນນີ້.”

ທ່ານກ່າວຕື່ມວ່າ ຈີນ “ຈໍາເປັນຕ້ອງຮັບຮູ້ວ່າ ການໄຫຼວຽນຂອງນໍ້າໃນຊ່ວງລະດູຝົນຈະຕ້ອງໃຫ້ມັນສະໝໍ່າສະເໝີ, ແລະຈົນເຖິງປັດຈຸບັນນີ້ ຈີນກໍຍັງປະຕິເສດກ່ຽວກັບກໍລະນີດັ່ງກ່າວ.”

ແຟ້ມຮູບ-ບັນດາຜູ້ນໍາຈາກກໍາປູເຈຍ, ລາວ, ໄທ ແລະຫວຽດນາມ ຈັບມືຕໍ່ກັນໃນລະຫວ່າງພິທີເປີດກອງປະຊຸມສຸດຍອດຂອງຄະນະກໍາມະການແມ່ນໍ້າຂອງ ໃນອໍາເພີຫົວຫິນ, ວັນທີ 5 ເມສາ 2010.
ແຟ້ມຮູບ-ບັນດາຜູ້ນໍາຈາກກໍາປູເຈຍ, ລາວ, ໄທ ແລະຫວຽດນາມ ຈັບມືຕໍ່ກັນໃນລະຫວ່າງພິທີເປີດກອງປະຊຸມສຸດຍອດຂອງຄະນະກໍາມະການແມ່ນໍ້າຂອງ ໃນອໍາເພີຫົວຫິນ, ວັນທີ 5 ເມສາ 2010.

ໂຄສົກສະຖານທູດຈີນໃນນະຄອນຫຼວງວໍຊິງຕັນ ທ່ານຫຼິວ ເພັງຢູ (Liu) Phengyu) ກ່າວຕໍ່ VOA ພາກພາສາເກົາຫຼີ ໃນວັນພະຫັດອາທິດແລ້ວນີ້ວ່າ ພວກເຂົາບໍ່ມີຂໍ້ມູນສະເພາະເຈາະຈົງ ທີ່ຈະໃຫ້ລາຍລະອຽດກ່ຽວກັບສະຖານະການຂອງລະດູຮ້ອນນີ້. ແຕ່ທ່ານໄດ້ກ່າວເຖິງບັນຫາໃນເມື່ອກ່ອນວ່າ “ປະຊາຄົມວິທະຍາສາດສາກົນ ແລະຄະນະກໍາມະການແມ່ນໍ້າຂອງ ຫຼື MRC ໄດ້ຕັດສິນຢ່າງເປັນເອກະພາບກັນແລ້ວ ກ່ຽວກັບບົດບາດຂອງເຂື່ອນຢູ່ເທິງຕົ້ນນໍ້າຂອງແມ່ນໍ້າ ລ້ານຊ້າງ (Lancang),” ໂດຍ ຈີນ ໄດ້ຮ້ອງແມ່ນໍ້າຂອງວ່າ ແມ່ນໍ້າລ້ານຊ້າງ.

MRC, ເປັນອົງການລະຫວ່າງລັດຖະບານ ທີ່ສະໜັບສະໜຸນການດໍາເນີນງານຮ່ວມກັນລະຫວ່າງ ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ ເພື່ອຄຸ້ມຄອງກັບແຫຼ່ງນໍ້າເທິງແລວແມ່ນໍ້າຂອງ, ພວກເຂົາເຈົ້າໄດ້ເຊື້ອເຊີນ ຈີນ ເຂົ້າຮ່ວມໃນຄະນະກໍາມະການ, ອີງຕາມລາຍງານຂອງ ທ່ານອານຸລັກ ກິດຕິຄຸນ ຫົວໜ້າໜ້າຄະນະຜູ້ແທນຂອງອົງການ MRC.

ທ່ານອານຸລັກ ກິດຕິຄຸນ ກ່າວວ່າ “ພວກເຮົາໄດ້ເປີດໃຫ້ ຈີນ ແລະ ມຽນມາ ເຂົ້າຮ່ວມໃນຄະນະກໍາມະການຂອງອົງການມາແຕ່ດົນແລ້ວ, ແຕ່ພວກເຂົາບໍ່ຕ້ອງການເຂົ້າຮ່ວມ.”

ແຟ້ມຮູບ-ແມ່ຍິງຄົນນຶ່ງຊື້ປາຈາກຜູ້ຂາຍ ທີ່ນັ່ງຢູ່ໃກ້ກັບແຄມແມ່ນໍ້າຂອງ ໃນນະຄອນຫຼວງພະນົມເປັນ, ວັນທີ 4 ມັງກອນ 2023.
ແຟ້ມຮູບ-ແມ່ຍິງຄົນນຶ່ງຊື້ປາຈາກຜູ້ຂາຍ ທີ່ນັ່ງຢູ່ໃກ້ກັບແຄມແມ່ນໍ້າຂອງ ໃນນະຄອນຫຼວງພະນົມເປັນ, ວັນທີ 4 ມັງກອນ 2023.

ເຂື່ອນສຽວຫວານ (Xiaowan) ແລະ ເຂື່ອນ ນົວສາຕູ (Nuozhadu) ເປັນເຂື່ອນທີ່ໃຫຍ່ທີ່ສຸດຂອງຈີນ, ທັງສອງເຂື່ອນດັ່ງກ່າວນີ້ ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງແຂວງຢຸນນານ, ພວກມັນບັນຈຸນໍ້າໄດ້ ຫຼາຍກວ່າ 53 ເຂື່ອນລວມກັນ, ເຊິ່ງໄດ້ຮັບການຕິດຕາມໂດຍ ກຸ່ມຕິດຕາມກວດກາເຂື່ອນໃນແມ່ນໍ້າຂອງ (Mekong Dam Monitor) ເຊິ່ງ ທ່ານອາຍເລີ ເປັນຫົວໜ້າຮ່ວມຜູ້ນຶ່ງ. ໃນທີ່ນັ້ນ ມີເຂື່ອນຕັ້ງຢູ່ຕາມແລວແມ່ນໍ້າຂອງ 430 ເຂື່ອນ, ໂດຍ 11 ເຂື່ອນໃນນັ້ນ ແມ່ນຕັ້ງຢູ່ໃນປະເທດຈີນ.

ແມ່ນໍ້າຂອງ ຈະມີຂະໜາດທີ່ກວ້າງຂຶ້ນ ແລະໄຫຼແຮງຂຶ້ນ ເມື່ອມີນໍ້າຝົນຫຼາຍໃນຊ່ວງລະດູຝົນ ຈາກເດືອນ ມິຖຸນາ ຫາ ເດືອນ ພະຈິກ. ແລະມັນຈະຫຼຸດລົງ ໃນຊ່ວງລະດູແລ້ງຂອງເດືອນ ທັນວາ ຫາ ເດືອນ ພຶດສະພາ.

ເມື່ອເກີດໄພແຫ້ງແລ້ງ ເຂື່ອນຂອງຈີນ ໄດ້ກັກນໍ້າໄວ້, ເຊິ່ງມັນຈະສົ່ງຜົນກະທົບຕໍ່ສະພາບການຕ່າງໆຢູ່ປາຍນໍ້າ, ໂດຍມັນເຮັດໃຫ້ເກີດສະພາບຄວາມບໍ່ໝັ້ນຄົງທາງດ້ານອາຫານສໍາລັບປະຊາກອນປະມານ 60 ລ້ານຄົນ ໃນບັນດາປະເທດຕ່າງໆເຊັ່ນ ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ ທີ່ອາໄສແມ່ນໍ້າແຫ່ງນີ້ ເພື່ອການປູກຝັງ ແລະການປະມົງ.

ແຟ້ມຮູບ-ຊາວນາຜູ້ນຶ່ງກໍາລັງກຽມທົ່ງນາສໍາລັບປູກເຂົ້າ ໃນແຂວງຊັອກ ແທຣັງ ບໍລິເວນປາຍຂອງແມ່ນໍ້າຂອງ, ຫວຽດນາມ, ວັນທີ 25 ພຶດສະພາ 2022.
ແຟ້ມຮູບ-ຊາວນາຜູ້ນຶ່ງກໍາລັງກຽມທົ່ງນາສໍາລັບປູກເຂົ້າ ໃນແຂວງຊັອກ ແທຣັງ ບໍລິເວນປາຍຂອງແມ່ນໍ້າຂອງ, ຫວຽດນາມ, ວັນທີ 25 ພຶດສະພາ 2022.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG