ທະນາຄານຈີນໃຫ້ເງິນກູ້ຢືມແກ່ໂຄງການພັດທະນາຕ່າງໆໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ ຫຼາຍກວ່າປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ລວມກັນ ຈາກປີ 2007 ຫາ 2020, ອີງຕາມລາຍງານຂອງການສຶກສາໃໝ່
ສູນກາງເພື່ອການພັດທະນາລະດັບໂລກໃນນະຄອນຫຼວງວໍຊິງຕັນ ແລະນະຄອນລອນດອນ ຍັງໄດ້ລາຍງານໃນມື້ວັນພະຫັດວານນີ້ວ່າ ທະນາຄານພັດທະນາຂອງຈີນ ໄດ້ສະໜອງເງິນຈໍານວນ 23 ຕື້ໂດລາ ເພື່ອເປັນເງິນທຶນໃຫ້ແກ່ຮຸ້ນສ່ວນທັງພາກລັດ ແລະເອກກະຊົນ ຢູ່ໃນພູມິພາກແຫ່ງນີ້.
ລາຍງານພົບວ່າ ຈໍານວນເງິນດັ່ງກ່າວແມ່ນຫຼາຍກວ່າສອງເທົ່າ ຂອງມູນຄ່າເງິນກູ້ທີ່ລວມກັນ 9 ຕື້ 100 ລ້ານໂດລາ ໂດຍທະນາຄານຢູ່ໃນສະຫະລັດ, ຍີປຸ່ນ, ເຢຍຣະມັນ, ເນເທີແລນ, ຝຣັ່ງ ແລະ ອາຟຣິກາໃຕ້.
ທ່ານແນນຊີ ລີ, ຫົວໜ້າຜູ້ຂຽນລາຍງານກ່ຽວກັບການສຶກສານີ້ກ່າວວ່າ “ເງິນກູ້ຢືມເຫຼົ່ານັ້ນ ເປັນສິ່ງທີ່ຂົງເຂດແຫ່ງນີ້ຕ້ອງການສໍາລັບຖະໜົນ, ເຂື່ອນ ແລະຂົວຕ່າງໆ.”
ອົງການຂອງພວກນັກຊ່ຽວຊານ ໄດ້ກວດສອບເບິ່ງໂຄງການພື້ນຖານໂຄງລ່າງຫຼາຍກວ່າ 500 ໂຄງການຢູ່ໃນພູມິພາກແຫ່ງນີ້ ໂດຍມີອົງປະກອບຂອງພາກເອກກະຊົນທີ່ປະສົບກັບຫົນທາງຕັນໃນການບໍລິການທາງການເງິນໃນຊ່ວງເວລາດັ່ງກ່າວ.
ທ່ານ ລີ ກ່າວວ່າ “ມີການຕ້ອງຕິຈີນເປັນຈໍານວນຫຼາຍ, ແຕ່ ຖ້າຫາກລັດຖະບານຂອງປະເທດຕາເວັນຕົກຕ້ອງການທີ່ຈະເພີ້ມການລົງທຶນທີ່ມີປະສິດທິພາບ ແລະຕໍ່ເນື່ອງໃຫ້ຢູ່ໃນລະດັບທີ່ມີຄວາມໝາຍສົມບູນແບບ, ພວກເຂົາເຈົ້າຕ້ອງປັບປຸງທະນາຄານພັດທະນາຂອງພວກເຂົາເຈົ້າເອງ ແລະທະນາຄານພັດທະນາໃນພະຫຸພາຄີ ເພື່ອເຮັດໃຫ້ການລົງທຶນນີ້ມີຄວາມໝາຍສໍາຄັນ.”
ໃນລາຍງານຍັງໄດ້ພົບວ່າ ເຖິງແມ່ນຈະເປັນວິໄສທັດ “ຈາກຕື້ ມາເປັນ ພັນຕື້” ໂດຍທະນາຄານເພື່ອການພັດທະນາພະຫຸພາຄີ ໃນປີ 2015, ແຕ່ໜ່ວຍງານດັ່ງກ່າວເຊັ່ນ ທະນາຄານໂລກແມ່ນມອບເງິນໃຫ້ພຽງ 1 ຕື້ 400 ລ້ານໂດລາຕໍ່ປີ ເພື່ອເປັນກອງທຶນສໍາລັບໂຄງການພື້ນຖານໂຄງລ່າງ ຢູ່ໃນເຂດພາກໃຕ້ຂອງທະເລຊາຍຊາຮາຣາ ໃນອາຟຣິກາ ແຕ່ປີ 2016 ຫາ 2020.
ການຂາດຄວາມໂປ່ງໃສ ແລະການໃຊ້ເງິນກູ້ທີ່ມີຫຼັກຄໍ້າປະກັນໂດຍຈີນນັ້ນ ເປັນຄວາມກັງວົນຢ່າງໃຫຍ່ ຕໍ່ຜູ້ທີ່ມີສ່ວນໄດ້ສ່ວນເສຍໃນເງິນກູ້ຢືມດັ່ງກ່າວ ໃນຊ່ວງບໍ່ເທົ່າໃດປີມານີ້.