ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານ ກ່າວວ່າ ອິດທິພົນຂອງຈີນ ເຮັດໃຫ້ສາຍສຳພັນ ລະຫວ່າງ ສະຫະລັດກັບກຳປູເຈຍ ມີສີສັນ


ແຟ້ມພາບ - ທີ່ປຶກສາຂອງກະຊວງການຕ່າງປະເທດສະຫະລັດ ທ່ານແດເຣັກ ໂຊລເລັຕ ກ່າວຖະແຫລງ ໃນລະຫວ່າງ ການສົນທະນາແບບໂຕະມົນ ກັບບັນດານັກຂ່າວ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 10 ທັນວາ 2021.
ແຟ້ມພາບ - ທີ່ປຶກສາຂອງກະຊວງການຕ່າງປະເທດສະຫະລັດ ທ່ານແດເຣັກ ໂຊລເລັຕ ກ່າວຖະແຫລງ ໃນລະຫວ່າງ ການສົນທະນາແບບໂຕະມົນ ກັບບັນດານັກຂ່າວ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 10 ທັນວາ 2021.

ສິບຫົກເດືອນຜ່ານມາ ຫຼັງຈາກທີ່ປະທານາທິບໍດີໂຈ ໄບເດັນ ໄດ້ເຂົ້າດຳລົງຕຳ ແໜ່ງ ໃນເດືອນມັງກອນ 2021 ຄວາມຂົມຂື່ນເປັນຕົວກຳນົດຂອງສາຍສຳພັນລະຫວ່າງສະຫະລັດແລະກຳປູເຈຍ. ເຖິງຢ່າງນັ້ນກໍຕາມນາຍົກລັດຖະມົນຕີ ຮຸນ ເຊັ້ນ ແຫ່ງກຳປູເຈຍ ພ້ອມດ້ວຍບັນດາຜູ້ນຳ ຈາກປະເທດເຂດເອເຊຍຕາເວັນອອກສຽງໃຕ້ ກໍຈະເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງສະຫະລັດແລະອາຊຽນ ຢູ່ທີ່ທຳນຽບຂາວ ໃນອາທິດນີ້ ຊຶ່ງການມີໜ້າຂອງທ່ານນັ້ນ ໄດ້ພົ້ນເດັ່ນຂຶ້ນ ກໍຍ້ອນວ່າ ກຳປູເຈຍ ເປັນປະທານຂອງສະມາຄົມບັນດາປະເທດເອເຊຍຕາເວັນອອກສຽງໃຕ້.

ເມື່ອວັນທີ 1 ກຸມພາ ຊຶ່ງເປັນປີໃໝ່, ທ່ານ​ໂຈນາທັນ ເທີລີ ຫົວໜ້າຝ່າຍການ ເມືອງແລະເສດຖະກິດ ປະຈຳສະຖານທູດສະຫະລັດໃນກຳປູເຈຍ ໄດ້ກ່າວວ່າ ສະຫະລັດ ຢາກໃຫ້ກຳປູເຈຍ ມີ “ຄວາມສະຫງົບສຸກ ຈະເລີນຮຸ່ງເຮືອງ ແລະ​ເປັນເອກະລາດ” - ແລະຕໍ່ຈາກນັ້ນ ໄດ້ກ່າວໂຈມຕີເຖິງສະພາບຂອງປະຊາທິປະໄຕໃນກຳປູເຈຍ ແລະສາຍສຳພັນທີ່ໃກ້ສິດ​ຫຼາຍຂຶ້ນກວ່າເກົ່າກັບຈີນ ແບບບໍ່ເຄີຍມີມາກ່ອນ.

ທ່ານເທີລີ ໄດ້ກ່າວຕໍ່ວີໂອເອ ພະແນກພາສາຂະເໝນວ່າ “ໃນຖານະເປັນເພື່ອນມິດ ແລະຄູ່ພາຄີກັບກຳປູເຈຍ ພວກເຮົາໂດຍທຳມະຊາດແລ້ວ ມີຄວາມເປັນຫ່ວງໃນເມື່ອພວກເຮົາເຫັນວ່າ ກຳປູເຈຍ ຕີຕົວຫ່າງໄປຈາກນັ້ນ, ໃນເມື່ອພວກເຮົາເຫັນວ່າ ລັດຖະບານໃນທຸກລະດັບແມ່ນຄອບງຳໂດຍພຽງພັກດຽວ, ໃນເມື່ອພົນ ລະເມືອງທີ່ສະຫງົບສຸກ ຖືກຈັບກຸມແລະຖືກຂັງຄຸກ ຍ້ອນພຽງແຕ່ການສະແດງອອກທັດ​ສະ​ນະ​ຄວ​າມ​ເຫັນຂອງພວກເຂົາເຈົ້າ, ໃນເມື່ອການສໍ້ລາດບັງຫຼວງແມ່ນບໍ່ໄດ້ຖືກກວດກາ ແລະການໃຊ້ອຳນາດໂດຍບໍ່ຖືກລົງໂທດ ແລະໃນເມື່ອໄຊຊະນະທີ່ໄດ້ມາຢ່າງຍາກລຳບາກ ຂອງເອກະລາດແລະອະທິປະໄຕ ໂດຍຣາຊະອາ ນາຈັກແຫ່ງນີ້ ແມ່ນພວມ​ເຊື່ອມຖອຍ.”

ນາຍົກລັດຖະມົນຕີຂອງພັກປະຊາຊົນກຳປູເຈຍ ຫຼື CPP ໄດ້ປົກຄອງປະເທດນັບຕັ້ງແຕ່ປີ 1979 ເປັນຕົ້ນມາ.

ຢູ່ໃນ​ການ​ກ່າວ​ທີ່ໝາຍເຖິງຈີນ ແລະຄວາມສົງໄສໃນການມີສ່ວນພົວພັນຂອງຕົນ ໃນຖານທັບເຮືອ​ຣຽມ ຢູ່ທີ່ແຂວງສີຫານຸກວີລ ຊຶ່ງທ່ານເທີລີ ໄດ້ກ່າວວ່າ ສະຫະ ລັດ ແມ່ນ “ໝັ້ນໝາຍຢ່າງແທ້ຈິງ ຕໍ່ອະທິປະໄຕ ຂອງຣາຊະອານາຈັກ. ສະນັ້ນ ພວກເຮົາໂດຍທຳມະຊາດແລ້ວໄດ້ມີຄວາມເປັນຫ່ວງໃນເມື່ອພວກເຮົາເຫັນອະທິ ປະໄຕຂອງກຳປູເຈຍ ພວມ​ມີ​ການ​ເຊື່ອມ​ຖອຍ ໃນເມື່ອພວກເຮົາເຫັນ ກອງທັບຕ່າງປະເທດ ມີໜ້າຫຼາຍຂຶ້ນນັບມື້ ແລະໃນເມື່ອບໍລິສັດຕ່າງປະເທດທັງຫຼາຍ ປະ ກອບສ່ວນ ຫຼື ມີສ່ວນກ່ຽວຂ້ອງໃນການສໍ້ລາດບັງຫຼວງ ໃນການລະເມີດຕໍ່ທີ່ດິນ ພວກແຮງງານ ແລະກົດລະບຽບຕ່າງໆຂອງສະພາບແວດລ້ອມ.”

ໃນຂະນະດຽວກັນ ສະຫະລັດ ຕ້ອງຕິການທົດຖອຍດ້ານສິດທິມະນຸດ ແລະປະ ຊາທິປະໄຕຂອງກຳປູເຈຍ ຊຶ່ງບັນດານັກວວິເຄາະກ່າວວ່າ ການມີອິດທິພົນຂອງຈີນ ເປັນສິ່ງຂັບດັນຍຸດທະສາດຂອງສະຫະລັດ ໃນຂົງເຂດດັ່ງກ່າວ ຈຶ່ງກະຕຸ້ນໃຫ້ລັດຖະບານທ່ານໄບເດັນ ໃຫ້ເອົາແນວທາງທີ່ກົງໄປກົງມາ ກັບພະນົມເປັນ ບາງທີ ເປັນພັນທະມິດ ທີ່ໃກ້ຊິດທີ່ສຸດກັບປັກກິ່ງໃນຂົງເຂດນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG