ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມເຮືອປະມົງຂອງຈີນ ຄຸກຄາມໝູ່ເກາະ ກາລາປາກອສ ຂອງເອກົວດໍ


Galapagos Chinese Fishing -- USAGM
please wait

No media source currently available

0:00 0:04:02 0:00

ການປະມົງຂອງຈີນໃນບໍລິເວນໝູ່ເກາະ ກາລາປາກອສ-ໂດຍອົງການສື່ມວນຊົນໂລກຂອງສະຫະລັດ ຫລື USAGM

ໝູ່ເກາະ ກາລາປາກອສ (Galápagos) ນອກຊາຍຝັ່ງມະຫາສະໝຸດປາຊີຟິກຂອງ ເອກົວດໍ ທີ່ອຸດົມໄປດ້ວຍສັດນໍ້າທາງທະເລ ລວມທັງສາຍພັນທີ່ໃກ້ຈະສູນພັນໄປແລ້ວ. ການຈັບປາຫລາຍເກີນໄປຂອງຂະບວນເຮືອຫາປະຂອງຈີນ ໄດ້ກາຍເປັນໄພຄຸກຄາມຕໍ່ໝູ່ເກາະແຫ່ງນີ້. ເຈມີ ໂມຣິໂນ (Jaime Moreno) ມີລາຍງານເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າວ ວອລເຕີ ບໍຣ໌ບໍຣ໌ (Walter Borbor) ອາໄສຢູ່ເກາະ ກາລາປາກອສ, ໂດຍ ເປັນຊາວປະມົງຫຸ້ນທີ 4, ລາວເຫັນວ່າ ການລ້ຽງຊີບຂອງລາວໄດ້ຖືກຄຸກຄາມໂດຍກຸ່ມເຮືອຫາປາຫລາຍຮ້ອຍລໍາຂອງຈີນທີ່ກວດເອົາປາໝຶກ ໃກ້ກັບເຂດອະນຸລັກສັດນໍ້າທະເລຢູ່ກາລາປາກອສ ຂອງເອກົວດໍ.

ທ້າວວອລເຕີ ບໍຣ໌ບໍຣ໌, ຊາວປະມົງຢູ່ເກາະກາລາປາກອສ ກ່າວເປັນພາສາສະເປນວ່າ:

“ພວກເຂົາຈັບປາເປັນຈໍານວນຫລາຍໆໂຕນເອົາໄປໃສ່ເທິງເຮືອເຫລົ່ານັ້ນ. ເຮືອຂະໜາດໃຫຍ່ແມ່ນບັນທຸກປາຫລາຍສາຍພັນຈົນນັບບໍ່ຖ້ວນ, ແລະນີ້ຄືການກວດ ຄົ້ນເອົາປາຂະໜາດໃຫຍ່ເລີຍ. ການຫາປາດ້ວຍເຮືອຈໍານວນຫລາຍແບບນີ້ ມັນກໍາລັງຈະສົ່ງຜົນກະທົບທີ່ບໍ່ສາມາດແກ້ໄຂໃຫ້ກັບຄືນມາໄດ້. ສັດນໍ້າບາງສາຍພັນທີ່ໃກ້ຈະສູນພັນແລ້ວ ກໍຈະຖືກດັບສູນໄປເລີຍ.”

ນັກວິທະຍາສາດທັງຫລາຍກໍາລັງສຶກສາຄົ້ນຄວ້າເຖິງວິວັດທະນາການ ແລະປະເມີນຜົນກະທົບຂອງການປ່ຽນແປງທາງດ້ານດິນຟ້າອາກາດຕໍ່ໝູ່ເກາະທີ່ຢູ່ໂດດດ່ຽວແຫ່ງນັ້ນ.

ໂດຍເປັນທີ່ຢູ່ອາໄສຂອງສັດນໍ້າ 3,500 ສາຍພັນ, ເກາະທີ່ມີໄລຍະເກືອບຮອດ 1,000 ໄມ ຫ່າງຈາກແຄມຝັ່ງປາຊີຟິກຂອງທະວີບອາເມຣິກາໃຕ້ແຫ່ງນັ້ນເປັນ ເຂດສະຫງວນທາງຊີວະພາບຂອງອົງການຢູເນສໂກ (UNESCO).

ແຕ່ວ່າ ພຽງແຕ່ຢູ່ເຂດທີ່ກາຍບ່ອນສະຫງວນດັ່ງກ່າວໄປນັ້ນ ບັນດາເຮືອປະມົງຂອງຈີນຍັງລໍຖ້າຢູ່ທີ່ນັ້ນ.

ທ່ານມີລໂກ ຊະວາຊແມນ (Milko Schvartzman), ນັກອະນຸລັກທາງທະເລກ່າວເປັນພາສາສະເປນວ່າ:

“ເນື່ອງຈາກບໍ່ມີໃຜຮູ້ວ່າ ພວກເຂົາໄດ້ຈັບເອົາປາໄປຫລາຍປານໃດ, ຍ້ອນວ່າບໍ່ມີຜູ້ສັງເກດການຢູ່ເທິງເຮືອ ຈຶ່ງບໍ່ມີການກວດສອບຈາກພາຍນອກທີ່ເປັນອິດສະຫລະ, ບໍ່ມີຂໍ້ມູນເລີຍ. ບໍ່ມີໃຜຮູ້ວ່າເຮັດແນວນີ້ມັນສົ່ງຜົນກະທົບແບບໃດ ຫລືວ່າ ການເຮັດແບບນີ້ຕ້ອງໄດ້ມີຖືກຈໍາກັດຫລືບໍ່, ຫລືວ່າ ຖ້າຫາກບໍ່ມີເເດ່ ແລ້ວແມ່ນຫຍັງຈະເກີດຂຶ້ນ.”

ຈີນເປັນປະເທດທີ່ບໍລິໂພກປາເປັນຈໍານວນ 1 ສ່ວນ 3 ຂອງໂລກ.

ໂດຍທີ່ແມ່ນໍ້າທັງຫລາຍໃນຂົງເຂດເອເຊຍມີຄົນຫາປາຈໍານວນຫລວງຫລາຍເກີນໄປ ແລະຍ້ອນມີຄວາມຕ້ອງການເພີ້ມຂຶ້ນ, ຂະບວນເຮືອທີ່ໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຈີນເຊິ່ງເປັນຂະບວນເຮືອໃຫຍ່ທີ່ສຸດໃນໂລກ, ປັດຈຸບັນແມ່ນກໍລັງໄປຫາຢາຢູ່ນອກຝັ່ງທະເລໃນຂົງເຂດອາເມຣິກາລາຕິນ, ອາຟຣິກາ ແລະແມ່ນແຕ່ຢູ່ເຂດເກາະຮາວາຍອີກດ້ວຍຊໍ້າ.

ທ່ານເອລິເອເຊີ ຄຣັສ (Eliécer Cruz), ນັກຊີວະວິທະຍາ ແລະເປັນຄົນທ້ອງຖິ່ນຂອງເກາະກາລາປາກອສ ກ່າວເປັນພາສາສະເປນວ່າ:

“ພວກເຂົາໄດ້ນໍາໃຊ້ຊັບພະຍາກອນຢູ່ໃນທະເລຂອງພວກເຂົາໝົດໄປແລ້ວ, ແລະພວກເຂົາກໍກໍາລັງກວດລ້າງສ່ວນທີ່ເຫລືອຂອງມະຫາສະໝຸດນີ້. ພວກເຂົາກໍາລັງຢູ່ໃນເຂດໜ່ານນໍ້າສາກົນ ແລະພວກເຂົາກໍເລີຍ “ເຮັດການປະມົງຢ່າງບໍ່ຜິດກົດໝາຍ.”

ເມື່ອປີກາຍນີ້, ແຕ່ວັນທີ 13 ກໍລະກົດ ຫາວັນທີ 13 ສິງຫາ, ນັກວິໄຈໄດ້ພົບເຫັນເຮືອຈີນເກືອບ 300 ລໍາກໍາລັງໄລ່ກວດເອົາປາໝຶກ ຢູ່ໃກ້ກັບເຂດສະຫງວນຂອງ ເກາະກາລາປາກອສ, ເຊິ່ງເປັນອາຫານທີ່ຈໍາເປັນສໍາລັບແມວນໍ້າທີ່ມີຂົນ ແລະ ສໍາລັບປາສະຫລາມທີ່ມີຫົວຄືຄ້ອນຕີເປັນຮູບຫອຍສະແກລລັປ. ສັດທັງສອງຊະນິດນັ້ນ ເປັນສັດທີ່ມີຖິ່ນກໍາເນີດຢູ່ເຂດເກາະກາລາປາກອສ ທີ່ໃກ້ຈະສູນພັນແລ້ວ.

ໃນປີ 2017, ເຈົ້າໜ້າທີ່ທາງການໄດ້ຈັບເຮືອຈີນລໍານຶ່ງຢູ່ໃນເຂດນໍ້າສະຫງວນແຫ່ງນັ້ນ.

ມີປາສະຫລາມທີ່ຕາຍແລ້ວຫລາຍກວ່າ 7,500 ໂຕທີ່ຖືກຈັບໄດ້. ສ່ວນຫລາຍແມ່ນປາສະຫລາມຫົວຄ້ອນຕີ ແຕ່ກໍຍັງລວມມີປາສະຫລາມໄໝ, ສະຫລາມຫາງຍາວ ແລະສະຫລາມມາໂກທີ່ໃກ້ຈະສູນພັນນໍາອີກດ້ວຍ, ທັງໝົດລ້ວນແຕ່ມີປະໂຫຍດໃນການໃຊ້ເຂົ້າໃນຕໍາລາຢາຈີນ ແລະປຸງແຕ່ງເປັນອາຫານ.
ເອກອັກຄະລັດຖະທູດຈີນປະຈໍາ ເອກົວດໍ ທ່ານເຊນ ໂກວຢູ (Chen Guoyu) ບອກກັບ VOA ວ່າລັດຖະບານກໍາລັງດໍາເນີນງານເພື່ອປົກປ້ອງສັດທີ່ໃກ້ຈະສູນພັນ.

ທ່ານເຊັນ ໂກວຢູ, ເອກອັກຄະລັດຖະທູດຈີນປະຈໍາເອກົວດໍ ກ່າວເປັນພາສາຈີນກາງວ່າ:

“ລັດຖະບານຈີນມີຂໍ້ຫ້າມທີ່ເຄັ່ງຄັດບໍ່ໃຫ້ເຮືອທຸກລໍາ ໄປຫາລ່າສັດນໍ້າທີ່ໄດ້ຮັບ ການປົກປ້ອງ ແລະໃກ້ຈະສູນພັນ. ແລະລັດຖະບານກໍຍັງມີນະໂຍບາຍທີ່ຈະບໍ່ມີການປະນິປະນອມສໍາລັບການດໍາເນີນງານແບບຜິດກົດໝາຍທີ່ບໍ່ເປີດເຜີຍໂດຍເຮືອປະມົງ.”

ເອກົວດໍ ໄດ້ສະແດງຄວາມກັງວົນກ່ຽວກັບບັນດາເຮືອກຸ່ມນັ້ນ ແຕ່ກໍເຊື່ອໝັ້ນວ່າ ອົງການສາກົນຈະສາມາດຄວບຄຸມສະຖານະການນີ້ໄດ້.

ທ່ານມົວຣິຄິໂອ ມັນຕາລໂວ (Mauricio Montalvo), ລັດຖະມົນຕີກະຊວງການຕ່າງປະເທດຂອງ ເອກົວດໍ ກ່າວເປັນພາສາສະເປນວ່າ:

“ເອກົວດໍ ກໍາລັງດໍາເນີນງານກ່ຽວກັບເລື້ອງນີ້ ແລະຍົກບັນຫານີ້ຂຶ້ນມາເວົ້າ. ພວກເຮົາຕ້ອງເຮັດວຽກຢູ່ໃນພາຍໃນ ແລະດ້ວຍການໃຊ້ເຄື່ອງມືທີ່ທາງກົດໝາຍສາກົນ ແລະອົງການສາກົນທີເອົາໃຫ້ພວກເຮົາ.”

ທ້າວບໍຣ໌ບໍຣ໌ ກັງວົນວ່າການປະມົງຂະໜາດຂອງຈີນນີ້ຈະມີຜົນກະທົບຕໍ່ຕ່ອງໂສ້ ທາງອາຫານຢູ່ໃນມະຫາສະໝຸດ ແລະການສະໜອງຂອງຊັບພະຍາກອນປາຕ່າງໆ.

ເຊິ່ງທ້າວບໍຣ໌ບໍຣ໌ ວອລເຕີກ່າວເປັນພາສາສະເປນວ່າ:

“ໃນຊ່ວງສອງທົດສະວັດທີ່ຜ່ານມາ, ຢູ່ເທິງແຜ່ນດິນໃຫຍ່, ບໍ່ໄດ້ມີປາພຽງພໍທີ່ຢູ່ໃກ້ກັບຊາຍຝັ່ງທະເລໃຫ້ພວກເຮັດອາຊີບຫາປາໄດ້ຕຶກແລ້ວ. ຂ້ອຍບໍ່ຢາກໃຫ້ມັນເກີດເຫດການແບບດຽວກັນທີ່ເກີດຂຶ້ນຢູ່ນີ້ອີກໃນສອງທົດສະວັດ.”

Walter Borbor lives on the Galápagos Islands. A fourth-generation fisherman,

he sees his livelihood threatened by hundreds of Chinese ships casting for squid near Ecuador’s Galápagos Marine Reserve.

Walter Borbor, Galápagos Fisherman (in Spanish)

“They catch tons of fish on those vessels. Large ships carry countless species, and this is large-scale exploitation. Fishing with this many ships is going to cause an irreparable impact. Some endangered species will come extinct.

Scientists studying evolution and the impacts of climate change value the isolated Galápagos Islands.

Home to some 3,500 species, the islands almost 1,000 miles from South America’s Pacific coast are a UNESCO biosphere reserve.

But just beyond the boundaries of the reserve Chinese fishing fleets are waiting.

Milko Schvartzman, Marine Conservationist (in Spanish)

As no one knows how much they catch, as there are no observers on board, there is no independent external audit, there’s no data. Nobody knows what impact this has, or whether this should be restricted or if it isn’t, what will happen.

China accounts for more than a third of global fish consumption.

With waters overfished in Asia and demand rising, China’s government-subsidized fleet, the world’s largest, is now fishing off Latin America, Africa and even Hawaii.

Eliécer Cruz, Biologist and Galápagos Native (in Spanish)

“They have already finished with their resources in their seas, and they are cleaning out the rest of the ocean. They are in international waters and they are “legally fishing”.

Last year, from July 13 to August 13, researchers spotted nearly 300 Chinese vessels near the Galápagos reserve going after squid, essential food for fur seals and scalloped hammerhead sharks. Both are endangered species endemic to the Galápagos.

In 2017, authorities caught a Chinese vessel inside the reserve.

More than 7,500 dead sharks filled its hold. Most were hammerheads but there were endangered silky, thresher and mako sharks, too, all valued for Chinese medicinal and culinary use.

China’s ambassador to Ecuador, Chen Guoyu, told VOA that his government is acting to protect endangered species.

Chen Guoyu, Chinese Ambassador to Ecuador (in Mandarin)

“The Chinese government strictly prohibits all boats from fishing for protected and endangered marine species. And it has a zero-tolerance policy for undeclared illegal operations by fishing boats.”

Ecuador has expressed concern about the fleet but believes international organizations should handle the issue.

Mauricio Montalvo, Ecuador’s Minister of Foreign Affairs (in Spanish)

“Ecuador has worked on this topic and raised its concern. We have to work within, and with, the instruments that international law and current international agencies grant us.”

Borbor worries the scale of Chinese fishing will affect the ocean’s food chain and the supply of fish resources.

Walter Borbor, Galápagos Fisherman (in Spanish)

On the mainland, for the past two decades, there haven’t been enough fish close to shore for the artisanal fishers to catch. I don’t want the same thing to happen here in two decades.

XS
SM
MD
LG