ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

​ເປົ້າ​ໝາຍ​ຂັ້ນ​ສຸດ​ທ້າຍ​ຂອງ​ຈີນ ໃນ​ເຂດມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້ ​ແລະດ້ວຍເຫດໃດ ມັນຈຶ່ງມີຄວາມສໍາຄັນ ໃນປັດຈຸບັນ


ໃນຮູບທີ່ໄດ້ຮັບການເຜີຍແຜ່ຂອງອົງການຂ່າວຊິນຫົວນີ້ ປະທານປະເທດ ແລະລັດຖະມົນຕີການຕ່າງປະເທດຂອງຄີຣີບາຕີ ທ່ານທາເນຕີ ມາອາມົວ (Taneti Maamau), ຂວາ, ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໃນເມືອງທາຣາວາ (Tarawa), ຄີຣີບາຕີ, ເມື່ອວັນທີ 27 ພຶດສະພາ 2022.

ຈີນ ກໍາລັງພະຍາຍາມທີ່ຈະ​ໃຫ້​ໄດ້​ຮັບໄຊຊະນະໃນຂໍ້ຕົກລົງຢູ່ຂົງເຂດມະຫາສະໝຸດປາຊີຟິກ​ຕອນໃຕ້ພາຍໃນອາທິດນີ້ ແລະຫຼຸດອໍານາດທີ່​ເຄີຍ​ມີ​ມາ​ແຕ່ດັ້ງເດີມຂອງປະເທດຕາເວັນຕົກລົງ ນັ້ນ​ຄື​ຄຳ​ເວົ້າ​ຂອງບັນດານັກຊ່ຽວຊານ ໃນ​ຂະ​ນະທີ່ລັດຖະມົນຕີກະຊວງການຕ່າງປະເທດຈີນ​ພວມ​ທຳການຢ້ຽມຢາມ 10 ປະເທດຢູ່ໃນພູມິພາກແຫ່ງນີ້.

ນັກວິເຄາະກ່າວວ່າ ການສະແຫວງຫາຂໍ້ຕົກລົງດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນໃນເວລາທີ່ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ຢ້ຽມຢາມປະເທດໝູ່ເກາະໂຊໂລມອນ, ຟີຈິ, ກີຣີບາຕີ, ຊາມົວ, ທັອງກາ, ວານູອາຕູ, ປາປົວນິວກີເນຍ ແລະຕີມໍຕາເວັນອອກ ເຊິ່ງທ່ານຈະ​ສໍາເລັດການຢ້ຽມຢາມໃນມື້ວັນເສົານີ້. ຈີນ ໄດ້ລົງນາມຂໍ້ຕົກລົງດ້ານຄວາມໝັ້ນຄົງກັບປະເທດເກາະດອນໂຊໂລມອນ ໃນເດືອນເມສາຜ່ານ​ມາ.

ທ່ານຫວັງ, ບໍ່ສາມາດບັນລຸຂໍ້ຕົກລົງແບບກວມລວມກັບປະເທດປາຊີຟິກທັງໝົດ, ແຕ່ສາມາດຕົກລົງເຫັນດີ ກັບບາງປະເທດ ຢູ່ໃນຂົງເຂດດັ່ງກ່າວ ເຊິ່ງລວມມີປະເທດໝູ່ເກາະທັອງກາ ທີ່ມີການຢ້ຽມຢາມໃນອາທິດນີ້ ໃນຂໍ້ຕົກລົງວ່າດ້ວຍການຮັບ​ມືກັບໄພພິບັດ ລວມເຖິງໂຄງການອື່ນໆນໍາອີກດ້ວຍ. ທ່ານຫວັງ ໄປເຖິງປະ ເທດໝູ່ເກາະວານູອາຕູໃນມື້ວັນພຸດຜ່ານ​ມາ.

ປັກກິ່ງ ໄດ້ສ້າງຕັ້ງກອງທັບເຮືອຂອງຕົນໃນໄລ​ຍະບໍ່ເທົ່າໃດປີທີ່ຜ່ານມາ​ນີ້ ໂດຍໄດ້ແລ່ນເຮືອຜ່ານ​ເສັ້ນທາງເດີນເຮືອຂອງໝູ່ເກາະລະຫວ່າງປະເທດຍີ່ປຸ່ນ ແລະອິນໂດເນເຊຍ. ເສັ້ນເຂດຮ້ອນຂອງມະຫາສະໝຸດປາຊີຟິກ​ຕອນ​ໃຕ້ ແມ່ນຕັ້ງຢູ່ນອກ​ອອກ​ໄປ​ຈາກ​ເສັ້ນທາງເດີ​ນເຮືອດັ່ງກ່າວ.

“ສໍາລັບການໃຫ້ຄວາມສົນໃຈທີ່ອ່ອນນ້ອມ, ຊັບພະຍາກອນ ແລະຄວາມພະຍາຍາມ, ບາງຢ່າງອາດຈະຕົກໄປເປັນຂອງພວກເຂົາໄດ້ ເຊັ່ນວ່າ ປະເທດໝູ່​ເກາະໂຊໂລມອນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຊາຕູ ລິມາເຢ (Satu Limaye) ຮອງປະທານຂອງສູນກາງຄົ້ນ​ຄວ້າຕາເວັນອອກ-ຕາເວັນຕົກທີ່ນະຄອນໂຮໂນລູລູ. ທ່ານກ່າວວ່າ ຈີນມີຄວາມພ້ອມສໍາລັບ “ການແຂ່ງຂັນທາງອໍານາດອັນຍິ່ງໃຫຍ່” ກັບບັນດາປະເທດຕາເວັນຕົກທີ່ມີອິດທິພົນທາງປະຫວັດສາດຢູ່ໃນພູມິພາກມະຫາສະໝຸດປາຊີຟິກ​ຕອນໃຕ້ແຫ່ງນີ້ ເຊິ່ງບາງຄັ້ງກໍ່ບອບບາງ.

“ບໍ່ຕ້ອງເວົ້າເຖິງ ‘ການແຂ່ງຂັນທີ່ກໍາລັງມາເຖິງ’ ນະທີ່ນີ້. ມັນຢູ່ທີ່ນັ້ນເປັນທີ່ຮຽບຮ້ອຍແລ້ວ.”

ທ່ານເດເຣັກ ກຣອສແມນ (Derek Grossman), ນັກວິເຄາະອາວຸໂສທາງດ້ານການປ້ອງກັນປະເທດຈາກບໍລິສັດ RAND, ເຊິ່ງເປັນໜ່ວຍງານວິໄຈຂອງສະຫະລັດ ໄດ້ກ່າວວ່າ ຈີນກໍາລັງສະແຫວງຫາຊັບພະຍາກອນທໍາມະຊາດໄລຍະຍາວສໍາລັບອາຫານທະເລ ເພື່ອປະຊາກອນຈໍານວນ 1 ພັນ 400 ລ້ານຄົນ, ພ້ອມທັງຫາທາງຂັດຂວາງການຄອບງໍາຂອງສະຫະລັດ ແລະອອສເຕຣເລຍ ເຊິ່ງຂົງເຂດມະຫາສະໝຸດປາຊີຟິກຕອນໃຕ້ ແມ່ນເນັ່ງແຕ່ອອສເຕຣເລຍໄປຈົນເຖິງປະເທດເປຣູ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG