ລັດຖະມົນຕີປ້ອງກັນປະເທດຂອງ ຈີນ ໃນວັນອາທິດວານນີ້ ໄດ້ປ້ອງກັນການເດີນກຳປັ່ນລົບຕັດໜ້າກຳປັ່ນພິຄາດຂອງ ສະຫະລັດ ແລະ ເຮືອລົບຂອງ ການາດາ ໃນຂະນະທີ່ເຂົາເຈົ້າກຳລັງເດີນທາງຜ່ານຊ່ອງແຄບ ໄຕ້ຫວັນ, ໂດຍໂຕ້ແຍ້ງວ່າເສັ້ນທາງຂອງກຳປັ່ນພັນທະມິດປະເທດຕາເວັນຕົກ “ໃນການ ລາດຕະເວນເພື່ອອິດສະຫຼະພາບໃນການເດີນເຮືອ” ແມ່ນການຍຸແຍ່ຕໍ່ ຈີນ.
ສະຫະລັດ ແລະ ການາດາ ໄດ້ທຳການເດີນເຮືອຮ່ວມກັນທີ່ດົນໆມີເທື່ອນຶ່ງຜ່ານຊ່ອງແຄບ ໄຕ້ຫວັນ ໃນວັນເສົາທີ່ຜ່ານມາ, ດ້ວຍກຳປັ່ນລົບ ຈີນ ຫຼັງຈາກນັ້ນໄດ້ແຊງກາຍກຳປັ່ນ ສະຫະລັດ ແລະ ລ້ຽວຜ່ານຫົວກຳປັ່ນຂອງເຂົາເຈົ້າຈາກໄລຍະທີ່ປອດໄພປະມານ 140 ແມັດ,” ອີງຕາມກອງບັນຊາການ ອິນໂດ-ປາຊີຟິກ ຂອງ ສະຫະລັດ.
ຫົວໜ້ອງກະຊວງປ້ອງກັນປະເທດ ຈີນ ນາຍພົນ ລີ ຊາງຟູ, ໄດ້ກ່າວຕໍ່ບັນດາເຈົ້າໜ້າທີ່ປ້ອງກັນປະເທດລະດັບສູງຂອງໂລກຢູ່ກອງປະຊຸມ ແຊງກຣີ-ລາ ໃນປະເທດ ສິງກະໂປ ວ່າ ປັກກິ່ງ ບໍ່ໄດ້ມີບັນຫາໃດໆກັບ “ເສັ້ນທາງທີ່ບໍ່ເປັນອັນຕະລາຍ” ຜ່ານເຂດນ້ຳທີ່ແບ່ງແຍກ ໄຕ້ຫວັນ ອອກຈາກ ຈີນ ແຜ່ນດິນໃຫຍ່ ແຕ່ “ພວກເຮົາຕ້ອງປ້ອງກັນຄວາມພະຍາຍາມທີ່ຈະໃຊ້ເສັ້ນທາງ ການລາດຕະເວນເພື່ອອິດສະຫຼະພາບໃນການເດີນເຮືອນັ້ນ, ເພື່ອສະແດງອຳນາດແຫ່ງຄວາມເປັນເຈົ້າໂລກ.”
ກອງທັບເຮືອ ທີ 7 ຂອງສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS Chung-Hoon ແລະ ກຳປັ່ນລົບຊັ້ນ ຮາລີແຟັກສ໌ ຂອງກອງທັບເຮືອ ການາດາ HMCS Montreal ໄດ້ດຳເນີນການເດີນທາງຜ່ານປະຈຳວັນຢູ່ຊ່ອງແຄບ ໄຕ້ຫວັນ “ຜ່ານເຂດນ້ຳທະເລເລິກບ່ອນທີ່ການເດີນເຮືອຢ່າງເສລີ ແລະ ການບິນຜ່ານແມ່ນຖືກຕ້ອງຕາມກົດໝາຍສາກົນ.”
ຖະແຫຼງການໄດ້ກ່າວວ່າ ການເດີນທາງຜ່ານສອງຝ່າຍ, “ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ສະຫະລັດ ແລະ ພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາຕໍ່ເຂດອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ.”
ຈີນ ໄດ້ອ້າງວ່າ ໄຕ້ຫວັນ ແມ່ນດິນແດນສ່ວນນຶ່ງຂອງເຂົາເຈົ້າ, ແລະໃນຂະນະທີ່ ສະຫະລັດ ຮັບຮູ້ນະໂຍບາຍ “ຈີນດຽວ” ແລະ ປັກກິ່ງ ອ້າງວ່າ ໄຕ້ຫວັນ ເປັນຂອງຕົນນັ້ນ, ວໍຊິງຕັນ ໄດ້ສືບຕໍ່ທີ່ຈະຂາຍອາວຸດໃຫ້ລັດຖະບານ ໄທເປ.
ທ່ານ ລີ ໄດ້ຊີ້ໃຫ້ເຫັນວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າໄດ້ສ້າງອັນຕະລາຍ ແລະ ຄວນເພັ່ງເລັງໃສ່ “ການເບິ່ງແຍງເຂດແດນທາງອາກາດ ແລະ ນ່ານນ້ຳຂອງເຈົ້າໃຫ້ດີ” ແທນ.