ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດຈີນ ປະຈໍາອອສເຕຣເລຍ ກ່າວວ່າ ຄວາມແຕກຕ່າງທັງຫຼາຍ ຈະຕ້ອງ 'ບໍ່ທໍາລາຍ' ຄວາມສໍາພັນຂອງທັງສອງປະເທດ


ແຟ້ມ-ເອກອັກຄະລັດຖະທູດຈີນປະຈໍາອອສເຕຣເລຍ ທ່ານສາວ ຈຽນ, ຂຽນຂໍ້ຄວາມ ໃນລະຫວ່າງເຂົ້າຮ່ວມພິທິຊາປານາກິດລະດັບຊາດ ຂອງພະລາຊີນີເອລິຊາເບັດ ທີ 2 ຢູ່ໃນຫ້ອງປະຊຸມໃຫຍ່ ຂອງສະພາ, ໃນນະຄອນຫຼວງແຄນເບີຣາ, ວັນທີ 22 ກັນຍາ 2022.
ແຟ້ມ-ເອກອັກຄະລັດຖະທູດຈີນປະຈໍາອອສເຕຣເລຍ ທ່ານສາວ ຈຽນ, ຂຽນຂໍ້ຄວາມ ໃນລະຫວ່າງເຂົ້າຮ່ວມພິທິຊາປານາກິດລະດັບຊາດ ຂອງພະລາຊີນີເອລິຊາເບັດ ທີ 2 ຢູ່ໃນຫ້ອງປະຊຸມໃຫຍ່ ຂອງສະພາ, ໃນນະຄອນຫຼວງແຄນເບີຣາ, ວັນທີ 22 ກັນຍາ 2022.

ເອກອັກຄະລັດຖະທູດຈີນປະຈໍາອອສເຕຣເລຍ ກ່າວສະແດງຄວາມຄິດເຫັນແບບບໍ່ຄ່ອຍເກີດຂຶ້ນຕໍ່ສາທາລະນະ ກ່ຽວກັບຄວາມສໍາພັນລະຫວ່າງສອງປະເທດ ກໍາລັງກ້າວສູ່ຊ່ວງໄລຍະ ຂອງ​ການ​ມີ “​ສະ​ຖຽນ​ລະ​ພາບ.” ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານສຽວ ຈຽນ (Xiao Qian) ໄດ້ກ່າວແນະນໍາວ່າ ການປັບປຸງຄວາມສໍາພັນ ອາດຈະເຮັດໃຫ້ບໍລິສັດຕ່າງໆຂອງຈີນມີຄວາມໝັ້ນໃຈຫຼາຍຂຶ້ນ ເພື່ອກັບຄືນມາດໍາເນີນການນໍາເຂົ້າສິນຄ້າປະເທດຕ່າງໆຈາກອອສເຕຣເລຍ ແລະການຫ້າມກ່ຽວກັບການຂົນສົ່ງຖ່ານຫິນເຂົ້າມາຈີນ ອາດຈະຖືກຍົກເລີກ.

ເອກອັກຄະລັດຖະທູດຈີນ ໄດ້ກ່າວໃນອັນອັງຄານແລ້ວນີ້ ໃນລະຫວ່າງການຖະ ແຫຼງຂ່າວຂອງທ່ານຢູ່ໃນນະຄອນຫຼວງແຄນເບີຣາ.

ທ່ານບອກກັບບັນດານັກຂ່າວວ່າ ບໍ່ຄວນປະໃຫ້ຄວາມແຕກຕ່າງທັງຫຼາຍເຂົ້າມາ “ທໍາລາຍ” ຄວາມສໍາພັນຂອງພວກເຂົາເຈົ້າ, ໂດຍກ່າວວ່າ ປີເຖາະ ແມ່ນປີແຫ່ງໂອກາດສໍາລັບ “ກະໂດດຜ່ານສິ່ງຕ່າງໆ” ທີ່ເກີດຂຶ້ນໃນຊ່ວງເວລາເມື່ອບໍ່ດົນມານີ້.

ຂໍ້ພິພາດທາງດ້ານພູມສາດການເມືອງ ແລະການຄ້າ ໄດ້ເຮັດໃຫ້ຄວາມສໍາພັນຂອງອອສເຕຣເລຍກັບຈີນຊຸດໂຊມລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ. ດ້ວຍການຮຽກຮ້ອງໄປທົ່ວໂລກຂອງອອສເຕຣເລຍ ໃຫ້ມີການກວດສອບກ່ຽວກັບຈຸດເລີ້ມຕົ້ນຂອງພະຍາດໂຄວິດ-19 ຢູ່ໃນປະເທດຈີນ ອັນໄດ້ເຮັດໃຫ້ປັກກິ່ງມອງວ່າ ເປັນການປະ ນາມ ຕໍ່ການຈັດການກ່ຽວກັບການລະບາດໃຫຍ່ ທີ່ໄດ້ເກີດຂຶ້ນໃນຊ່ວງທໍາອິດ ຂອງພວກເຂົາ.

ແຕ່ ທ່ານສຽວ ກ່າວວ່າ ການເລືອກຕັ້ງຂອງລັດຖະບານເປັນກາງອຽງຊ້າຍຢູ່ໃນນະຄອນຫຼວງແຄນເບີຣາໃນເດືອນພຶດສະພາທີ່ຜ່ານມາ ໄດ້ເປັນຈຸດປ່ຽນແປງ ເນື່ອງຈາກນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສພະຍາຍາມຟື້ນຟູຄວາມສໍາພັນຂອງທັງສອງປະເທດ.

ທ່ານອາລບານີສ ກ່າວວ່າ ໃນກ່ອນໜ້ານັ້ນ ເຖິງແມ່ນຈະມີຄວາມຂັດແຍ້ງກັນລະຫວ່າງປະເທດທັງສອງ ແຕ່ອອສເຕຣເລຍກໍພະຍາຍາມສະແຫວງຫາຄວາມສໍາພັນທີ່ໝັ້ນຄົງ, ແລະສ້າງສັນກັບປະເທດຈີນ.

ທ່ານສຽວ ກ່າວວ່າ ຈີນກໍພະຍາຍາມທີ່ຈະດໍາເນີນການຮ່ວມມືໃຫ້ມີສະຖຽນລະພາບກັບອອສເຕຣເລຍເຊັ່ນດຽວກັນ, ເຊິ່ງທ່ານໄດ້ກ່າວວ່າ:

“ພວກເຮົາມີຄວາມແຕກຕ່າງໃນບາງຄວາມຢ່າງທີ່ຄວນເຄົາລົບ, ຂໍ້ພິພາດໃນບາງເລື້ອງ ເຊັ່ນຂໍ້ພິພາດທາງການຄ້າ. ແຕ່ທັງສອງປະເທດ ຕົກລົງເຫັນດີທີ່ຈະແກ້ໄຂຄວາມແຕກຕ່າງໃນລັກສະນະທີ່ສ້າງສັນເຫຼົ່ານີ້. ດ້ວຍເຫດນັ້ນ, ຂ້າພະເຈົ້າຈຶ່ງໝາຍຄວາມວ່າ ພວກເຮົາສາມາດແກ້ໄຂຄວາມແຕກຕ່າງ ຢູ່ໃນທິດທາງທີ່ຄວາມແຕກຕ່າງທັງຫຼາຍເຫຼົ່ານັ້ນ ຈະບໍ່ເຂົ້າມາທໍາລາຍການຮ່ວມມືກັນລະຫວ່າງປະເທດທັງສອງຂອງພວກເຮົາ.”

ທ່ານສຽວ ໄດ້ລະບຸກ່ຽວກັບຂໍ້ຂັດແຍ້ງອັນສໍາຄັນ. ທ່ານໄດ້ປະນາມສົນທິສັນຍາຄວາມໝັ້ນຄົງ AUKUS ລະຫວ່າງ ອອສເຕຣເລຍ ແລະພັນທະມິດທີ່ເກົ່າແກ່ຂອງພວກເຂົາເຈົ້າ ເຊັ່ນ ສະຫະລັດ ແລະສະຫະລາດຊະອານາຈັກອັງກິດ. ທ່ານໄດ້ບອກກັບບັນດານັກຂ່າວວ່າ ການຜັກດັນເຮືອດໍານໍ້າພະລັງງານນິວເຄລຍຂອງອອສເຕຣເລຍແມ່ນ “ການປະເຊີນໜ້າ.”

ຢ່າງໃດກໍຕາມ, ທ່ານເອກອັກຄະລັດຖະທູດໄດ້ປະຕິເສດ ທີ່ຈະຕິຕຽນອອສເຕຣເລຍ ກ່ຽວກັບຄໍາສັ່ງໃຫ້ມີການກວດສອບໂຄວິດ-19 ສໍາລັບນັກທ່ອງທ່ຽວຊາວຈີນທີ່ຈະເດີນທາງເຂົ້າປະເທດ, ເຊິ່ງທ່ານສຽວ ກ່າວວ່າ ທ່ານໄດ້ແຕ່ພຽງຫວັງວ່າມາດຕະການດັ່ງກ່າວຈະອີງບົນພື້ນຖານທາງວິທະຍາສາດ.

ບັນດານັກວິເຄາະກ່າວວ່າ ລັດຖະບານຂອງປະເທດອື່ນໆຢູ່ໃນພູມິພາກ ອິນໂດ-ປາຊີຟິກ ບໍ່ເຊື່ອກ່ຽວກັບການສ້າງສາຍສໍາພັນທີ່ໄດ້ສະແດງອອກມາລະຫວ່າງ ອອສເຕຣເລຍ ແລະ ຈີນ.

ເອກອັກຄະລັດຖະທູດຂອງຍີ່ປຸ່ນ ທີ່ປະຈໍາການຢູ່ໃນນະຄອນຫຼວງແຄນເບີຣາ ທ່ານຊິນໂກະ ຢາມາກາມິ (Shingo Yamagami) ບອກກັບສໍານັກງານໜັງສືພິມຂອງອອສເຕຣເລຍໃນວັນຈັນທີ່ຜ່ານມາວ່າ ທັງອອສເຕຣເລຍ ແລະຍີ່ປຸ່ນ ຈໍາເປັນທີ່ຈະຍັງຄົງ “ລະມັດລະວັງ,” ໃນລະຫວ່າງທີ່ ຈີນ ຍັງສະແດງພຶດທິກໍາທີ່ບໍ່ດີ ແລະຮຸນແຮງຕໍ່ປະເທດຕ່າງໆຢູ່ຕໍ່ເນື່ອງ ເຖິງແມ່ນວ່າຈະສະແດງທ່າທີທີ່ນອບນ້ອມຖ່ອມຕົນຕໍ່ໜ້າສາທາລະນະກໍຕາມ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG