ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

ການລ່ວງລໍ້າເຂົ້ານ່ານຟ້າ ຍີ່ປຸ່ນ ໂດຍ ຈີນ, ເປັນການເຕືອນໃຫ້ ຍີ່ປຸ່ນ 'ຕື່ນໂຕ'


ແຟ້ມຮູບ-ທ່ານ ຈອນ ມູເລນາ ຈາກລັດມິຊິກັນ, ຕັ້ງຄໍາຖາມຕໍ່ພະຍານ ໃນລະຫວ່າງການພິຈາລະນາຄະດີຢູ່ລັດຖະສະພາ, ວັນທີ 28 ກຸມພາ 2023. ໃນນະຄອນຫຼວງວໍຊິງຕັນ.
ແຟ້ມຮູບ-ທ່ານ ຈອນ ມູເລນາ ຈາກລັດມິຊິກັນ, ຕັ້ງຄໍາຖາມຕໍ່ພະຍານ ໃນລະຫວ່າງການພິຈາລະນາຄະດີຢູ່ລັດຖະສະພາ, ວັນທີ 28 ກຸມພາ 2023. ໃນນະຄອນຫຼວງວໍຊິງຕັນ.

ການລ່ວງ​ລ້ຳໂດຍເຮືອບິນສອດແນມຂອງ ຈີນ ເຂົ້າໄປໃນເຂດນ່ານຟ້າຂອງ ຍີ່ປຸ່ນ ເປັນການ “ຮຽກຮ້ອງໃຫ້ຕື່ນໂຕ” ສໍາລັບ ໂຕກຽວ ກ່ຽວກັບລັກສະນະ ຂອງການຮຸກຮານຈາກການນໍາຂອງ ຈີນ, ສະມາຊິກລັດຖະສະພາສະຫະລັດ ທ່ານ ຈອນ ມູເລນາ (John Moolenaar), ເຊິ່ງເປັນປະທານຄະນະກໍາມະ ການຂອງສະພາຕໍ່າ ໄດ້ອອກມາກ່າວໃນວັນພຸດວານນີ້.

ເຫດການ​ທີ່ເກີດຂຶ້ນໃນ​ວັນ​ຈັນ​ດັ່ງກ່າວ​ນີ້ ກ່ຽວ​ຂ້ອງ​ກັບ​ເຮືອບິນ​ສອດ​ແນມ Y-9 ທີ່​ບິນ​ໃກ້​ກັບ​ເກາະ ຄິວຊູ (Kyushu) ທີ່ຕັ້ງຢູ່ທາງ​ພາກ​ໃຕ້ຂອງປະເທດ, ໂດຍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເຮືອບິນ​ຂອງກອງທັບ​ຈີນ​ໄດ້​ລ່ວງ​ລະ​ເມີດເຂົ້າ​ເຂດ​ນ່ານຟ້າ​ຂອງ ​ຍີ່​ປຸ່ນ, ເຊິ່ງລັດຖະບານໂຕ​ກຽວໄດ້​ກ່າວ​ຕໍ່​ລັດຖະບານປັກ​ກິ່ງ​ວ່າ “​ເປັນ​ທີ່​ຍອມຮັບ​ບໍ່​ໄດ້ທີ່ສຸດ.”

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ອັງຄານແລ້ວ​ນີ້​ວ່າ ຕົນ​ຍັງ​ຄົງທໍາຄວາມ ພະຍາຍາມ​ເຂົ້າ​ໃຈກ່ຽວກັບ​ສະຖານະ​ການດັ່ງກ່າວນີ້ຢູ່.

ທ່ານ ມູເລນາ, ຜູ້ທີ່ເປັນສະມາຊິກຈາກພັກຣີພັບບລີກັນໃນສະພາຕໍ່າ, ກ່າວໃນ ການໃຫ້ສໍາພາດຢູ່ນະຄອນຫຼວງໂຕກຽວໃນວັນພຸດວານນີ້ວ່າ “ພວກເຮົາໄດ້ເຫັນ ຈີນ ມີຄວາມແຕກຕ່າງຫຼາຍໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ແລະຄໍາຖາມກໍແມ່ນ ວ່າ ອັນໃດຄືວິທີທີ່ດີທີ່ສຸດທີ່ຈະຂັດຂວາງການຮຸກຮານ ແລະການດໍາເນີນກິດ ຈະກໍາທີ່ເປັນອັນຕະລາຍໃນອະນາຄົດ.

ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານ, ເຊິ່ງລວມມີສະມາຊິກຄະນະກໍາມະການສອງ ຝ່າຍຫຼາຍກວ່າ 6 ຄົນ ທີ່ໄດ້ພິຈາລະນາກ່ຽວກັບຫົວຂໍ້ຕ່າງໆ ນັບຕັ້ງແຕ່ການ ສົ່ງອອກສານເຄມີຕົ້ນ ເຟນຕານອລ ຂອງ ຈີນ ຈົນຮອດອິດທິພົນຂອງປັກກິ່ງ ຕໍ່ທຸລະກິດຕ່າງໆຂອງສະຫະລັດ, ເຊິ່ງມີຂຶ້ນໃນຂະນະທີ່ລັດຖະບານຂອງປະ ທານາທິບໍດີ ໂຈ ໄບເດັນ ພະ​ຍາ​ຍາມເພື່ອຂະຫຍາຍການຈໍາກັດການສົ່ງອອກ ອຸປະກອນການຜະລິດເຊມີຄອນດັກເຕີ.

ໃນຂະນະດຽວກັນ, ຍີ່ປຸ່ນ ໄດ້ເຮັດວຽກກັບພັນທະມິດສະຫະລັດ ຂອງຕົນເພື່ອ ຈໍາກັດການຂົນສົ່ງດ້ານເທັກໂນໂລຢີດັ່ງກ່າວ, ບໍ່ຄືກັບວໍຊິງຕັນ, ພວກເຂົາເຈົ້າ ໄດ້ຫຼີກລ່ຽງການຫ້າມການຄ້າທີ່ວາງເປົ້າໝາຍໂດຍກົງຕໍ່ປະເທດເພື່ອນບ້ານ ແລະຄູ່ຄ້າທີ່ໃຫຍ່ທີ່ສຸດຂອງຕົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG