ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມສໍາພັນທາງທະຫານຂອງ ຣັດເຊຍ ແລະ ຈີນ ເພີ້ມຂຶ້ນຍ້ອນການຮຸກຮານ ຢູເຄຣນ ຂອງ ຣັດເຊຍ


China-Russia Military Ties Boosted by Invasion of Ukraine
please wait

No media source currently available

0:00 0:02:24 0:00

ລາຍງານກ່ຽວກັບ ຄວາມສໍາພັນທາງທະຫານຂອງ ຣັດເຊຍ ແລະ ຈີນ ເພີ້ມຂຶ້ນ.

ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ໄດ້ເປັນແຮງຜັກດັນເຮັດໃຫ້ມົສກູ ແລະ ປັກກິ່ງ ມີຄວາມໃກ້ຊິດກັນຫຼາຍຂຶ້ນ, ອີງຕາມລາຍງານໃໝ່ທີ່ມີການເຕືອນເຖິງຄວາມເປັນໄປໄດ້ທີ່ຣັດເຊຍ ແລະ ຈີນ ກໍາລັງມີການສະໜັບສະໜຸນເຊິ່ງກັນ ແລະກັນກ່ຽວກັບຄວາມຂັດແຍ້ງໃນອະນາຄົດຂ້າງໜ້າ. ເຮັນຣີ ຣິຈແວລ ມີລາຍງານກ່ຽວກັບເລື້ອງນີ້ ຈາກນະຄອນຫຼວງລອນດອນ, ເຊິ່ງ ທິບສຸດາ ມີລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນເດືອນນີ້ ຣັດເຊຍ ເປັນເຈົ້າພາບຈັດການຊ້ອມລົບທາງທະຫານ ໂວສຕັອກ 22 (Vostok22) ຢູ່ທາງທິດຕາເວັນອອກຂອງປະເທດ.

ມີ 15 ບັນດາປະເທດທີ່ເປັນສະມາຊິກເຂົ້າຮ່ວມໃນການຝຶກຊ້ອມດັ່ງກ່າວ, ແລະ ຈີນ ແມ່ນແຂກຜູ້ມີກຽດຂອງ ຣັດເຊຍ. ການຊ້ອມລົບດັ່ງກ່າວໄດ້ມີການອອກອາ ກາດ ຢູ່ໃນຊ່ອງໂທລະພາບລັດຖະບານຂອງທັງສອງປະເທດ.

ພົນເຮືອຕີວາເລີຣີ ກາຊາກອບວ໌ (Valery Kazakov), ຈາກກອງທັບເຮືອຂອງ ຣັດເຊຍປະຈໍາຂົງເຂດປາຊີຟິກ ກ່າວເປັນພາສາຣັດເຊຍວ່າ:

“ການປະຕິບັດງານຊ້ອມລົບຮ່ວມກັນລະຫວ່າງກອງທັບເຮືອຂອງຣັດເຊຍ ແລະກອງທັບເຮືອປົດປ່ອຍປະຊາຊົນຂອງຈີນ ແມ່ນກ້າວມາເຖິງລະດັບໃໝ່ ທີ່ມີຄຸນນະພາບສູງຂຶ້ນ. ສິ່ງນີ້ໄດ້ເຮັດໃຫ້ມີຄວາມເຊື່ອໝັ້ນກ່ຽວກັບສະຖຽນລະພາບແລະ ຄວາມໝັ້ນຄົງຢູ່ໃນລະດັບພູມິພາກ ແລະລະດັບໂລກ.”

ອີງຕາມລາຍງານຈາກສູນກາງຍຸດທະສາດ ແລະການສຶກສາລະຫວ່າງປະເທດໃນນະຄອນຫຼວງວໍຊິງຕັນເປີດເຜີຍວ່າ ຈີນ ແລະຣັດເຊຍ ຍັງບໍ່ເປັນພັນທະມິດທາງທະຫານຢ່າງເປັນທາງການ, ແຕ່ພວກເຂົາເຈົ້າໄດ້ແບ່ງປັນການພົວພັນທາງທະຫານຢ່າງເລິກເຊິ່ງ.

ການຂາຍອາວຸດ ກໍເປັນສ່ວນນຶ່ງທີ່ສໍາຄັນຂອງການພົວພັນເຊັ່ນກັນ, ແຕ່ ມັນຍັງມີຂໍ້ຫຍຸ້ງຍາກຫຼາຍອັນ, ກ່າວໂດຍ ທ່ານນາງບອນນີ ລິນ (Bonny Lin), ນຶ່ງໃນຈໍານວນຜູ້ຮຽບຮຽງບົດລາຍງານດັ່ງກ່າວ, ເຊິ່ງທ່ານນາງໄດ້ກ່າວວ່າ:

“ຈີນ ນໍາເຂົ້າອາວຸດຈາກ ຣັດເຊຍ ເປັນຈໍານວນທັງໝົດ 70 ເປີເຊັນ, ແຕ່ວ່າ ໃນຊຸມປີ 2000, ຈີນ ໄດ້ຫັນປ່ຽນມາສຸມໃສ່ ການນໍາໃຊ້ອາວຸດຂອງພວກເຂົາ ເຈົ້າເອງທີ່ຜະລິດຢູ່ພາຍໃນປະເທດ. ດັ່ງນັ້ນ, ມັນຈຶ່ງໄດ້ຫຼຸດຄວາມໄວ້ວາງໃຈຂອງ ຣັດເຊຍ ທີ່ມີຕໍ່ ຈີນ ລົງ. ນະເວລາດຽວກັນ, ຣັດເຊຍ ກໍ່ຍິ່ງມີຄວາມກັງ ວົນຫຼາຍຂຶ້ນວ່າ ຈີນ ອາດຈະລັກເອົາເທັກໂນໂລຈີຂອງພວກເຂົາ. ໃນຫວ່າງບໍ່ດົນມານີ້, ຊ່ວງສອງຫາສາມປີທີ່ຜ່ານມາ, ການນໍາເຂົ້າອາວຸດທີ່ຂາຍຈາກ ຣັດເຊຍ ຂອງ ຈີນ ສ່ວນຫຼາຍແມ່ນນໍາໃຊ້ເຂົ້າເພື່ອສະໜັບສະໜຸນໂຄງການຕ່າງໆກ່ຽວກັບເຮືອບິນຂອງປະເທດຕົນ.”

ເຖິງຈະບໍ່ໄດ້ສະແດງອອກ ຫຼືກ່າວຫຍັງ ກໍສາມາດຮູ້ໄດ້ວ່າ ຈີນໃຫ້ການສະໜັບສະໜຸນການຮຸກຮານ ຢູເຄຣນ ຂອງ ຣັດເຊຍ.

ທ່ານນາງບອນນີ ລິນ, ຈາກສູນກາງຍຸດທະສາດ ແລະການສຶກສາລະຫວ່າງປະເທດກ່າວວ່າ:

“ລັດຖະບານປັກກິ່ງ ມີລັກສະນະກໍາລັງສ້າງພາບສະທ້ອນຢູ່ໃນແວ່ນ ລະຫວ່າງມຸມມອງຂອງບັນຫາຕ່າງໆ ທີ່ຣັດເຊຍ ກໍາລັງປະເຊີນກັບຂໍ້ຕົກລົງນໍາບັນດາປະ ເທດຕາເວັນຕົກ ພ້ອມດ້ວຍອົງການ NATO, ແລະ ບັນຫາທີ່ ປັກກິ່ງ ກໍາລັງປະເຊີນຢູ່ໃນຂະນະນີ້ ເພື່ອຈັດການບັນຫາຕ່າງໆກັບສະຫະລັດແລະບັນດາພັນ ທະມິດທີ່ໃກ້ຊິດຂອງພວກເຮົາຢູ່ໃນຂົງເຂດອິນໂດ-ປາຊີຟິກ.”

ໃນບົດລາຍງານເຕືອນວ່າ ສະຖານະການຄວາມຂັດແຍ້ງຢູ່ໃນ ຢູເຄຣນ ໄດ້ເຮັດໃຫ້ຄວາມສໍາພັນຂອງ ຣັດເຊຍ ແລະ ຈີນ ໃກ້ຊິດຍິ່ງຂຶ້ນ, ເຊິ່ງ ທ່ານນາງບອນນີ ກ່າວວ່າ:

“ຂ້າພະເຈົ້າບໍ່ໄດ້ໝາຍເຖິງແບບນັ້ນ, ຕົວຢ່າງ ຣັດເຊຍ ຈະຕ້ອງຢືນຢູ່ຄຽງຂ້າງ ຈີນ ຖ້າຫາກຈີນ ມີຄວາມຂັດແຍ້ງກັບປະເທດເພື່ອນບ້ານໃດນຶ່ງຂອງພວກເຂົາ, ແຕ່ ພວກເຂົາອາດຈະຈັດຫາລັກສະນະຂອງການສະໜັບສະໜຸນໃນຮູບແບບອື່ນທີ່ລວມມີ ການສືບລັບ, ພ້ອມທັງການສະໜັບສະໜຸນທີ່ເປັນດ້ານການເມືອງນໍາອີກດ້ວຍ.”

ໃນລາຍງານລະບຸວ່າ ຄວາມອາດສາມາດທາງທະຫານຂອງຈີນ ກໍາລັງຕາມຫຼັງ ຣັດເຊຍ ມາຢ່າງຕໍ່ເນື່ອງ ຫຼືເໜືອກວ່າ ກອງກໍາລັງທາງທະຫານຂອງ ຣັດເຊຍ ໄປແລ້ວ.

ການຮຸກຮານ ຢູເຄຣນ ຂອງ ວັງເຄັຣມລິນ ເປັນການຖ່ວງດຶງເວລາ. ລາຍງານຂອງຜູ້ຮຽບຮຽງກ່າວວ່າ ຄວາມລົ້ມແຫຼວຂອງ ຣັດເຊຍ ອາດຈະເຮັດໃຫ້ ປັກກິ່ງ ດໍາເນີນການປະເມີນຄວາມສໍາພັນທາງທະຫານກັບ ມົສກູ ຄືນໃໝ່ອີກຄັ້ງ.

Russia’s invasion of Ukraine has driven Moscow and Beijing closer, according to a new report that warns of the possibility of Russia and China supporting each other in any future conflict. Henry Ridgwell reports from London.]]

Russia is this month hosting the Vostok 22 military exercises in the east of the country.

Fifteen countries are taking part — and China is Russia’s guest of honor. The drills have been broadcast on state television in both countries.

Rear Adm. Valery Kazakov, Russian Pacific Fleet in Russian

“The practical interaction between the Russian navy and the navy of the Chinese People’s Liberation Army has reached a new level in terms of quality. This ensures global and regional stability and security.”

China and Russia do not yet have a formal military alliance — but share deepening military ties, according to a report from the Center for Strategic and International Studies in Washington.

Arms sales are also a vital part of the relationship — but there are difficulties, says Bonny Lin, one of the authors of the report.

Bonny Lin, Center for Strategic and International Studies

“China imports about 70 percent of its total arms from Russia. But by the mid-2000s, China began focusing more on domestic production of its arms, so less reliant on Russia. At the same time, Russia became more concerned about Chinese theft of its technology. More recently, in the past couple of years, most of China’s imports from Russia on the arms sales side have been to support its aircraft programs.”

China has tacitly supported Russia’s invasion of Ukraine.

Bonny Lin, Center for Strategic and International Studies

“Beijing is doing quite a bit of mirror imaging between what it views as the problems that Russia faced dealing with the West and NATO and the problems that Beijing faces right now dealing with the United States and our closest allies and partners in the Indo-Pacific.”

The report cautions that the Ukraine conflict has driven Russia and China closer.

Bonny Lin, Center for Strategic and International Studies

“I’m not saying that, for example, Russia would put boots on the ground in a China conflict with one of its neighbors — but it could provide other forms of support including intelligence, including even political support.”

The report says China’s military capabilities are catching up with or surpassing those of Russia.

The Kremlin’s invasion of Ukraine has stalled. The report authors say a Russian failure there could lead Beijing to reevaluate its military relationship with Moscow.

XS
SM
MD
LG