ຈີນລາຍງານວ່າ ມີຄົນຕິດເຊື້ອໄຂ້ຫວັດສັດປີກ ຫຼືໄຂ້ຫວັດນົກໃໝ່ສອງລາຍຢູ່ໃນແຂວງນຶ່ງ ທາງກໍ້າຕາເວັນຕົກຂອງເຂດທີ່ເປັນຈຸດສູນກາງ ຂອງການແຜ່ລະບາດຂອງເຊື້ອນີ້.
ອົງການຂ່າວຊິນຫົວຂອງຈີນ ເວົ້າວ່າ ລາຍງານກ່ຽວກັບ 2 ຄົນທີ່ຕິດເຊື້ອໄຂ້ຫວັດນົກ ປະກົດອອກມາໃນວັນອາທິດມື້ນີ້ ໃນແຂວງ Henan ທາງພາກກາງຂອງປະເທດ.
ກ່ອນໜ້າວັນເສົາວານນີ້ ຊຶ່ງເປັນມື້ທໍາອິດທີ່ມີລາຍງານກໍລະນີເດັກຍິງອາຍຸເຈັດປີ ຕິດເຊື້ອໄວຣັສດັ່ງກ່າວຢູ່ໃນເມືອງຫຼວງປັກກິ່ງນັ້ນ ການລະບາດ ຂອງເຊື້ໄວຣັສສາຍພັນໃໝ່ H7N9 ຂອງໄຂ້ຫວັດນົກ ແມ່ນໄດ້ສຸມຢູ່ໃນເຂດອ້ອມແອ້ມ ນະຄອນຊຽງໄຊ້ ທາງ ພາກຕາເວັນອອກຂອງຈີນ ທີ່ຢູ່ໄກນະຄອນຫລວງ ອອກໄປຫຼາຍຮ້ອຍຫຼັກ.
Michael O’Leary ຫົວໜ້າຫ້ອງການອົງການອະນາໄມໂລກໃນຈີນ ເວົ້າໃນວັນອາທິດມື້ນີ້ວ່າ ການແຜ່ລາມຂອງເຊື້ອໄວຣັສທີ່ອັນຕະລາຍເຖິງຕາຍ ໄປຍັງພາກສ່ວນອື່ນໆຂອງປະເທດນັ້ນ ບໍ່ຖືເປັນເລຶ່ອງແປກ ແລະກໍໄດ້ມີການຄາດຄະເນກັນໄວ້ຢູ່.
ມີສິບເອັດຄົນໄດ້ເສຍຊີວິດຢູ່ໃນພາກຕາເວັນອອກຂອງຈີນ ນັບຕັ້ງແຕ່ໄດ້ ມີລາຍງານວ່າ ມີຄົນຕິດເຊື້ອໄວຣັສດັ່ງກ່າວນີ້ເປັນເທື່ອທໍາອິດໃນເດືອນ ຜ່ານມາ. ເຊື່ອວ່າເຊື້ອໄວຣັສນີ້ໄດ້ແຜ່ຜາຍຈາກສັດມີປີກ ໄປຍັງມະນຸດ ທີ່ໄດ້ຍັງຜົນໃຫ້ມີການຂ້າເປັດໄກ່ຖີ້ມເປັນຫຼວງຫຼາຍທີ່ຟາມລ້ຽງເປັດໄກ່ ແລະວາງຂໍ້ຈໍາກັດຮັດແຄບການຄ້າເປັດໄກ່.
ບັນດາຊ່ຽວຊານເປັນຫ່ວງວ່າ ເຊື້ອໄວຣັສໄຂ້ຫວັດນົກສາຍພັນໃໝ່ນີ້ອາດແຜ່ເຊື້ອ ອອກ ໄປຢ່າງງ່າຍໆ ແລະກໍ່ໃຫ້ເກີດການລະບາດກວ້າງອອກໄປ ເຖິງແມ່ນວ່າ ອົງການອະນາໄມໂລກເວົ້າວ່າ ເທົ່າເຖິງປັດຈຸບັນນີ້ ຍັງບໍ່ມີຫຼັກຖານວ່າ ເຊື້ອໄວຣັສນີ້ໄດ້ແຜ່ລາມຈາກມະນຸດ ຫາມະນຸດເທື່ອກໍຕາມ.
(ເບິ່ງວີດີໂອ)