ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ມີແຜນການ ຈະປະຕິຮູບ ສັງຄົມ ແລະເສດຖະກິດ (ວີດີໂອ)


China Reform Summit Fails to Deliver for Some
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ
ພັກ​ຄອມ​ມີ​ວນີສຈີນ​ໄດ້​ບອກ​ປະຊາຊົນ​ຈີນແລະ​ໂລກ​ຮູ້​ເປັນລາງໆ
​ກ່ຽວ​ກັບແບບສະບັບ​ຂອງ​ການ​ປະຕິ​ຮູບ​ສັງຄົມແລະ​ເສດຖະກິດທີ່​
ຈະ​ມີ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້ຢູ່​ໃນປະ​ເທດ​ເສດຖະກິດ​ຍັກ​ໃຫຍ່​ອັນ​ດັບ​ສອງ​
ຂອງ​ໂລກ. ແຕ່​ລຸນ​ຫຼັງ​ການປິດ​ກອງ​ປະຊຸມ​ສີ່​ມື້ທີ່​ປັກ​ກິ່ງ​ນັ້ນ ການ​
ຕອບ​ຮັບ​ໃນ​ເບື້ອງ​ຕົ້ນ​ ຕໍ່​ແຜນການປະຕິຮູບ​ຂອງລັດຖະບານ​ຈີນ
​ປະກົດ​ວ່າເປັນ​ແບບ​ງຽບໆ ​ແລະ​ຍັງ​ສົງໄສກັນ ​ໂດຍ​ມີ​ບາງຄົນ​ໃຫ້​
ຂໍ້​ສັງ​ເກດເຖິງ​ຂໍ້​ບົກ​ຜ່ອງ​ ໃນ​ຄວາມສ​ະເພາະ​ເຈາະ​ຈົງ ຂອງ​ແຜນ
ການ​ດັ່ງ​ກ່າວ​ນັ້ນຢູ່. Bill Ide ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ເລຶ່ອງ
ນີ້​ເພີ່ມ​ຕື່ມ. ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

​ເປັນ​ເວລາ​ຫຼາ​ຍ​ເດືອນ​ທີ່​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂຶ້ນ ​ແຕ່​ມື້​ນຶ່ງ​ຫຼັງ ຈາກ​ກອງ​ປະຊຸມ​ໄດ້​ສິ້ນ​ສຸດ​ລົງນັ້ນ ຄາດ​ການ​ສໍາລັບ​ການ​ປະຕິ​ຮູບ ​ແມ່ນ​ແຈ້ງສະຫວ່າງ​ ເທົ່າ​ກັບ​ທ້ອງຟ້າ​ຂອງ​ກຸງ​ປັກ​ກິ່ງ.

ສໍາລັບ​ຊາວ​ເມືອງ​ປັກ​ກິ່ງ​ຫຼາຍໆ​ຄົນ​ແລ້ວ ມີ​ຄວາມ​ເຫັນ​ວ່າ ກອງ​ປະຊຸມ​ນັ້ນ ​ເບິ່ງ​ຄື​ວ່າ​ຍັງ​ຫ່າງ​ໄກ​ຈາກການ​ເ​ອົາ​ໃຈ​ໃສ່ໃນບັນຫາ​ສໍາຄັນຕ່າງໆນັ້ນ​ຢູ່ ​ເຊັ່ນ ​ໂຄງການບ້ານ​ເຮືອນ​ໃນ​ລາຄາ​ຖືກ ການ​ຮັກສາສຸຂະພາບ ​ແລະ​ການ​ສຶກສາ ​ເປັນ​ຕົ້ນ.

​ແມ່ຍິງຄົນ​ນີ້​ເວົ້າ​ວ່າ: “ພວກ​ເຮົາ​ຫຼາຍໆ​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ປັກ​ກິ່ງ ​ແມ່ນ​ບໍ່​ສາ ມາດ ຈະ​ອາ​ໄສ​ຢູ່​ໃນເຮືອນ​ທີ່​ມີ​ຄຸນ​ນະພາ​ບພໍ​ຢູ່​ໄດ້ຍ້ອນ​ວ່າ​ຄ່າ​ເຊົ່າເຮືອນ ຫຼື ຫ້ອງ​ແຖວ ນັ້ນ​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ນັບ​ມື້. ຂ້າພະ​ເຈົ້າຢາກ​ໃຫ້​ທາງສະ​ພາ ຈັດການ​ກັບ​ບັນຫາ​ທີ່​ແທ້​ຈິງ ທີ່​ພວກ​ເຮົາ​ມີ​ຢູ່​ໃນ​ຂະນະ​ນີ້​ໃຫ້​ໄດ້.”

ຊາຍ​ຄົນ​ນຶ່ງ ​ເວົ້າ​ວ່າ: “ຄວາມ​ຄິດ​ໃນ​ທາງ​ການ​ເມືອງ ​ແລະ​ການ​ປະກາດ​ນະໂຍ ບາຍອອກ​ມາ​ນັ້ນ ບໍ່​ມີ​ຄວາມ​ສຳພັນ​ຫຍັງ​ກັບ​ປະຊາຊົນ​ທົ່ວ​ໄປ ຄື​ພວກ​ເຮົາ​ຈະ​ລໍ​ເບິ່ງວ່າ​ພາກ​ປະຕິບັດ​ກັ ບ​ຄໍາ​ເວົ້າ​ຂອງ​ພວກ​ເຂົາ​ເຈົ້າ​ ຕາມ​ທີ່ໄດ້​ໃຫ້​ໄວ້​ນັ້ນ ມັນ​ກົງກັນ​ບໍ່.”

ຢູ່​ທີ່​ກອງ​ປະຊຸມ ທີ່​ວາງການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ໜາ​ແໜ້ນ​ນັ້ນ ບັນດາ​ເຈົ້າໜ້າ​ທີ່​ຈີນ ​ເຫັນ​ພ້ອມທີ່​ຈະ​ຍົກ​ເອົາ​ການ​ຕະຫຼາດ​ ​ໃຫ້​ມີ​ບົດບາດສໍາຄັນ​ທີ່​ສຸດ ຢູ່​ໃນ​ປະ​ເທດ​ທີ່ມີ​ເສດຖະກິດ​ທີ່​ຄອບ​ງໍາ​ໂດຍ​ລັດ​ນັ້ນ ນອກ​ນີ້ ລັດຖະບານ​ຍັງ​ຮັບ​ປາກ​ວ່າຈະ​ຂະ​ຫຍາ​ຍວົງ ການ​ວິ​ສາ​ຫະກິດ​ຂອງ​ມະຫາຊົນ​ຫຼາຍ​ຂຶ້ນ.

ກອງ​ປະຊຸມ​ດັ່ງກ່າວ ​ເປັນ​ກອງ​ປະຊຸມ​ຜູ້​ນໍາ​ຊຸດ​ໃໝ່ ​ເທື່ອ​ທໍາ​ອິດ​ຂອງ​ຈີນ ​ແລະ​ຊີ້​ແຈງໃຫ້​ຊາບໂດຍ​ສັງ​ເຂ​ບ ​ເຖິງ​ຄວາມ​ພະຍາຍາມ​ເພື່ອໃຫ້​ມີ​ການ​ປະຕິ​ຮູບ​ຕ່າງໆ ​ໂຮມ​ທັງ​ຊຸກຍູ້​ສົ່ງ​ເສີມ​ດ້ານ​ຕຸລາການ​ ທີ່​ເປັນ​ອິດສະຫຼະ ​ແລະສ້າງ​ຄວາມ​ທັນສະ​ໄໝ​ແກ່​ຄວາມອືດ​ອາດຊັກ​ຊ້າ ​ແລະ​ການວາງ​ຕົວ​ເປັນ​ເຈົ້າຂຸ​ນມຸນ​ນາຍ​ຢ່າງ​ສູງ ຂອງເຈົ້າໜ້າ​ທີ່​ໃນວົງ​ການ​ລັດຖະບານ​ຈີນ.

ຕະຫຼອດ​ໄລຍະ​ສາມ​ສິບ​ປີຜ່ານມາ ຈີນໄດ້​ເຫັນ​ພວກ​ຄົນ​ງານ​ຕາມ​ລະດູ​ການຫຼາຍ​ລ້ານ​ຄົນ ທີ່​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ໄປເຮັດ​ວຽກ​ຢູ່​ໃນ​ຫົວ​ເມືອງ​ໃຫຍ່ໆ​ ຂອງ​ຈີນ ​ແລະ​ຫຼາຍໆ​ຄົນ​ກໍ​ພົ້ນ​ຈາກ​ຄວາມທຸກ​ຈົນ​ໄປ. ​ແຕ່​ແນວ​ໃດ​ກໍ​ດີຊ່ອງ​ວ່າງ ທີ່​ເຫັນ​ກັນ​ຢູ່​ທຸກ​ມື້​ນີ້ ລະຫວ່າງ​ພວກ​ຄົນ​ຮັ່ງມີ ​ແລະ​ຄົນທຸກ​ຈົນ ​ແມ່ນມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ທີ່​ສຸດ ແລະ​ ເກີດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ທຸດຈະລິດ ​ສໍ້​ລາດ​ບັງ​ຫຼວງ​ກັນ​ຢ່າງ​ໃຫຍ່ ບວກ​ກັບ​ການ​ມີ​ສິດທິ​ພິ​ເສດ​ທີ່​ກໍາລັງ​ເຕີບ​ໂຕ ຂື້ນ​ໄປ​ນັບ​ມື້​ ຢູ່​ໃນ​ກຸ່ມ​ພວກ​ຫົວ​ກະທິ ທີ່​ປົກຄອງ​ປະ​ເທດ​ ໃນ​ປັດຈຸບັນ​ນີ້.

ນັກ​ເສດຖະກິດ​ສາດ Cai Jiming ​ໃຫ້ຄວາມ​ເຫັນ​ໃນ​ເລຶ່ອງນີ້​ວ່າ

ທ່ານ ຈີ້​ໝິງ ​ເວົ້າ​ວ່າ: “ປະຊາຊົນ​ຢາກ​ເຫັນ​ປະ​ເທດ​ກ້າວ​ໄປ​ຂ້າງ​ໜ້າ​ ໄປ​ສູ່ການ​ປະ​ຕິ​ຮູບ ຊຶ່ງ​ບາງ​ຄົນ​ຄິດ​ວ່າ ການ​ປະຕິ​ຮູບ​ຈະ​ສໍາ​ເລັດ​ໃນ​ຄືນ​ດຽວ ​ແຕ່​ວ່າການ​ປະຕິ​ຮູບ​ໃນ​ຈີນ ຕ້ອງ​ເຮັດ​ໄປ​ແຕ່ລະ​ຂັ້ນ​ຕອນ.”

ຢູ່​ທີ່​ກອງປະຊຸມບັ້ນ​ດັ່ງກ່າວ​ນັ້ນ ບັນດາ​ຜູ້​ນໍາ​ຈີນ​ເຫັນ​ພ້ອມ​ກັນ ທີ່​ຈະ​ຈັດ​ຕັ້ງຄະນະ​ກໍາມະ ການ​ນຶ່ງ​ຂຶ້ນມາ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ປະຕິ​ຮູບ ​ແລະ​ສະພາ​ຄວາມ​ໝັ້ນຄົງ​ລັດ​ຄະນະ​ນຶ່ງ ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຈາກ​ທັງ​ພາຍໃນ ແລະ ຕ່າງປະ​ເທດ ​ແຕ່​ຄໍາ​ເວົ້າ​ສ່ວນ​ຫຼາຍ​ຢູ່​ໃນ​ເອກ​ກະສາ​ນສະບັບ​ສຸດ​ທ້າຍ​ນັ້ນ ຍັງ​ເປັນ​ແບບ​ຄຸມ​ເຄືອ​ບໍ່​ຊັດ​ເຈນ ກ່ຽວ​ກັບ​ທິດ​ທາງ​ນະ​ໂຍບາຍ​ໃຫຍ່ໆ​ທັງຫຼາຍນັ້ນ​ຢູ່. ບາງ​ນະ​ໂຍບາຍ ​ເຊັ່ນການ​ປະຕິ​ຮູບ ກ່ຽວ​ກັບ​ໃບ​ອະນຸ ຍາດ​ເລື່ອງ​ທີ່ຢູ່ ອາ​ໄສ​ນັ້ນ ​ແມ່ນ​ບໍ່​ໄດ້​ເອີ່ຍ​ເຖິງ​ເລີຍ ທີ່​ຍັງ​ຜົນ​ໃຫ້ເຂົ້າ​ໃຈ​ກັນ​ວ່າ ກອງ​ປະຊຸມ ດັ່ງກ່າວ​ບໍ່​ໃຫ້​ຄວາມ​ຫວັງແຕ່​ຢ່າງ​ໃດ.

ພວກ​ຄົນ​ງານ​ຕາມ​ລະດູ​ການ ທີ່​ເຂົ້າ​ມາເຮັດ​ວຽກ​ຢູ່​ໃນ​ຫົວ​ເມືອງ​ໃຫຍ່ໆ ​ເຊັ່ນ ປັກ​ກິ່ງ ຈະ​ບໍ່​ໄດ້​ຮັບ​ສະ​ວັດ​ດີກາ​ນຂັ້ນ​ພື້ນຖານ​ໃດໆ ​ເຊັ່ນ​ການ​ສຶກສາ ​ແລະ ການ​ຮັກສາ​ສຸຂະພາບ ຍ້ອນ​ວ່າ ການ​ບໍລິການ​ສັງຄົມ​ເຫຼົ່າ​ນັ້ນ ​ແມ່ນ​ຜູ​ກມັດ ຢູ່​ໃນເຂດ​ບ້ານ​ເກີດຂອງ​ພວກ​ເຂົາ​ເຈົາ​. ຂະນະ​ທີ່​ເຈົ້າໜ້າ​ທີ່​ກໍາລັງ​ສຶກສາ​ເພື່ອ​ປັບປຸງລະບົບ​ນັ້ນ​ໃຫ້​ດີ​ຂຶ້ນ ​ແຕ່​ນັກ​ເສດຖະ ສາດ CAI ​ເວົ້າ​ວ່າ ການ​ປະຕິ​ຮູບ​ແບບ​ນັ້ນ ແມ່ນຕ້ອງກ່ຽວ​ພັນ​ກັບ​ ການ​ປ່ຽນ​ແປງທີ່​ໃຫຍ່ໆ.

ທ່ານ ຈີ້​ໝິງ ​ເວົ້າ​ອີກ​ວ່າ: “ພວກ​ເຈົ້າໜ້າ​ທີ່ ຄວນຈະ​ເວົ້າ​ເຖິງ​ເລຶ່ອງການ​ປະຕິ​ຮູບ​ເລື່ອງ​ໃບ​ອະນຸຍາດ​ກ່ຽວ​ກັບ​ທີ່ຢູ່​ອາ​ໄສ ຢູ່​ໃນຖະ​ແຫຼງການ ​ແຕ່​ກໍ​ບໍ່​ມີ​ຄວາມ​ ໝາຍ​ຫຍັງ ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ດ້ານສະ​ວັດ​ດີກາ​ນ ​ແລະ​ສະຖາບັນ​ອື່ນໆ​ທີ່ຢູ່​ເບື້ອງ​ຫຼັງ​ລະບົບ​ທີ່​ໃຊ້​ກັນ​ໃນ​ປັດຈຸບັນ​ນີ້ ດ້ວຍ​ເຫດ​ນັ້ນ ພວກເຂົາ​ເຈົ້າຈຶ່ງ​ບໍ່​ສາມາດ​ຂຽນບົດ​ປະຕິ​ຮູບ​ ກ່ຽວ​ກັບໃບ​ອະນຸຍາດ​ ເລື່ອງ​ບ່ອນຢູ່​ອາ​ໄສ ​ເຂົ້າ​ຢູ່​ໃນ​ເອກ​ກະສາ​ນນະ​ໂຍບາຍ​ນັ້ນ.”

ຍັງ​ມີ​ລາຍ​ລະອຽດ​ເພີ່ມ​ຕື່ມ​ກ່ຽວ​ກັບ​ວ່າ​ ກອງ​ປະຊຸມ​ນັ້ນ​ ຈະ​ມີ​ຜົນ​ກະທົບແນວໃດຕາມ​ ທີ່​ມະຫາຊົນ​ຄາດ​ເອົາ​ໄວ້ ​ເວລາສໍາ​ເນົາ​ຂອງ​ບັນທຶກ​ລາຍ​ລະອຽດ ຂອງກອງ​ປະຊຸມ​ນໍາ​ອອກ​ເຜີຍ​ແຜ່ສູ່​ມະຫາຊົນ ​ແຕ່​ນັ້ນຕ້ອງໃຊ້​ເວລາ​ຫຼາຍ​ມື້.
XS
SM
MD
LG