ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຊອກຫາາຜູ້ສະໝັກ ເພື່ອມາທົດລອງ ສັກຢາວັກຊີນ ກັນໄວຣັສໂຄໂຣນາ ຂັ້ນຕອນທີ 2


ການສັກຢາວັກຊີນປ້ອງກັນການລະບາດຂອງໄວຣັສ ໃນປະເທດຈີນ.
ການສັກຢາວັກຊີນປ້ອງກັນການລະບາດຂອງໄວຣັສ ໃນປະເທດຈີນ.

ເກືບປະມານນຶ່ງອາທິດແລ້ວ ຫຼັງຈາກພວກນັກວິທະຍາສາດຈີນໄດ້ເສັດສິ້ນການສັກຢາທົດລອງ ກັນເຊື້ອໄວຣັສໂຄໂຣນາ ເຂົ້າສູ່ກຸ່ມອາສາສະໝັກຈຸທຳອິດ ອົງການຂ່າວຂອງທາງການຈີນກໍລາຍງານໃນວັນພະຫັດວານນີ້ວ່າ ພວມມີການຊອກຫາອາສາສະໝັກຈຸທີສອງ ເພື່ອເຂົ້າຮ່ວມການສັກຢາດັ່ງກ່າວຢາຕື່ມ.

ໂຄງການທົດລອງດັ່ງກ່າວນີ້ ກຳລັງຊອກຫາ 500 ຄົນ ທີ່ມີອາຍຸ 18 ປີ ແລະ ແກ່ກວ່ານັ້ນ ທີ່ຢູ່ໃນແຂວງຫູເບ ຊຶ່ງເຄີຍເປັນສູນກາງການລະບາດຂອງໄວຣັສໂຄໂຣນາ. ນອກນັ້ນແລ້ວ ພວກນັກຄົ້ນຄວ້າຍັງຈະຊອກຫາກຸ່ມທີ່ຈະສັກຢາປອມໃສ່ ອີງຕາມຖະແຫຼງ
ການຂອງເຈົ້າໜ້າທີ່ທີ່ພິມເຜີຍແຜ່ຢູ່ບັນຊີເວໂບ ທີ່ຄືກັນກັບງທວິດເຕີ ຂອງລັດຖະບານຈີນ ທີ່ບໍລິຫານງານໂດຍໜັງສືພິມປະຊາຊົນລາຍວັນ.

ການພັດທະນາຢາວັກຊີນ ແມ່ນຈຳເປັນຕ້ອງໄດ້ທົດລອງເບິ່ງ ສາມຫາສີ່ຄັ້ງ ຢູ່ຕາມຄລີ
ນິກ ບ່ອນທີ່ຈະມີການສັກຢາໃຫ້ຜູ້ຄົນພາຍໃຕ້ການຕິດຕາມສັງເກດເບິ່ງ ຢ່າງໃກ້ຊິດວ່າ

ມັນມີຜົນຂ້າງຄຽງແບບໃດ ແລະມີປະສິດທິຜົນຫຼາຍປານໃດ. ການທົດລອງຢູ່ຄລີນິກ
ອາດຈະໃຊ້ເວລາຫຼາຍໆປີ ແຕ່ການລະບາດຂອງເຊື້ອໄວ ຣັສໃນປັດຈຸບັນກຳນົດ
ເວລາສຳລັບຂັ້ນຕອນຕ່າງໆຈຶ່ງຄາດວ່າຈະມີຂຶ້ນໄວກວ່າເກົ່າ.

“ມັນຈະເປັນການທົດລອງຂັ້ນທີສອງຢ່າງວ່ອງໄວ” ນັ້ນຄືຄຳເວົ້າຂອງທ່ານມາກ ສະລິ
ຟກາ ນັກວິເຄາະເຊື້ອພະຍາດທີ່ຊ່ຽວຊານດ້ານການຄົ້ນຄວ້າຢາວັກຊີນ ຢູ່ທີ່ສູນ ກາງຄົ້ນຄວ້າ ພວກສັດປະເພດລີງແຫ່ງຊາດ ທີ່ເມືອງບີເວີຕັນ ລັດອໍເຣກັນ. ທ່ານກ່າວຕື່ມວ່າ “ມັນສະແດງໃຫ້ເຫັນວ່າຈີນສາມາດເຄື່ອນໄຫວຢ່າງວ່ອງໄວ ມີການ ຈັດຕັ້ງທີ່ດີ.”

ຈີນໄດ້ເລີ້ມທົດລອງຂັ້ນຕອນທີນຶ່ງໃນວັນທີ 6 ມີນາຊຶ່ງເປັນວັນດຽວກັນທີ່ຊາວນະຕອນ
ຊີອາໂຕໄດ້ຮັບຢາວັກຊິນທົດລອງຈາກບໍລິສັດຄົ້ນຄວ້າຢາ Moderna Therapeutics.

ການທົດລອງຢູ່ຕາມຄລີນິກຂອງປັກກິ່ງ ໄດ້ສັກຢາໃຫ້ 108 ຄົນໃນວັນທີ 2 ເມສາ ທີ່ມີຂຶ້ນໂດຍທີມຄົ້ນຄວ້າ ນຳພາໂດຍ ທ່ານເຈັນ ເວ ນັກຄົ້ນຄວ້າກ່ຽວກັບເຊື້ອໄວຣັສ ຂອງ
ກອງທັບຈີນ.

ທີມຂອງທ່ານເຈັນ ແລະບໍລິສັດ Moderna ປາກົດວ່າ ເປັນຜູ້ທຳອິດ ທີ່ເລີ້ມ ທົດລອງ
ຢາວັກຊີນ ເພື່ອເບິ່ງວ່າ ມີຄວາມປອດໄພ ແລະສາມາດກະຕຸ້ນການ ຕອບໂຕ້ຂອງພູມ
ຕ້ານທານໄດ້ຫຼືບໍ່.

ຈີນໄດ້ປະກາດຫວ່າງມໍ່ໆມານີ້ວ່າ ບັນດາຜູ້ອາສາສະໝັກຈຳນວນນຶ່ງທີ່ໄດ້ສັກ ຢາຂັ້ນ
ທີນຶ່ງ ໄດ້ເສັດສິ້ນການຢູ່ໂດດດ່ຽວເປັນເວລາ 14 ມື້ ແລະໄລຍະສັງເກດ ການ ແລະການກວດສ່ອງໄຟຟ້າ ແລະກວດເລືອດເປັນທີ່ປົກກະຕິ. ແຕ່ວ່າພວກ ເຈົ້າໜ້າທີ່ຍັງບໍ່ທັນໄດ້ເຜີຍແຜ່ລາຍງານຢ່າງເຕັມທີ່ໃນການປິ່ນປົວຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG