ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເອີ້ນ ການເກັບພາສີ ວ່າ ‘ການກໍ່ການຮ້າຍ ທາງດ້ານເສດຖະກິດ ຢ່າງຈະແຈ້ງ’


ພວກຕູ້ບັນຈຸສິນຄ້າ ຕັ້ງຢູ່ດ້ານຫຼັງທຸງຊາດ ສະຫະລັດ ຢູ່ທີ່ທ່າເຮືອ ລອງບີຈ ຂອງນະ​ຄອນ ລອສ ແອນເຈລິສ ລັດຄາລີຟໍເນຍ, ວັນທີ 14 ພຶດສະພາ 14, 2019.
ພວກຕູ້ບັນຈຸສິນຄ້າ ຕັ້ງຢູ່ດ້ານຫຼັງທຸງຊາດ ສະຫະລັດ ຢູ່ທີ່ທ່າເຮືອ ລອງບີຈ ຂອງນະ​ຄອນ ລອສ ແອນເຈລິສ ລັດຄາລີຟໍເນຍ, ວັນທີ 14 ພຶດສະພາ 14, 2019.

ຈີນພວມກ່າວຫາ ສະຫະລັດ ວ່າ ພົວພັນໃນ “ການກໍ່ການຮ້າຍທາງດ້ານເສດຖະກິດ
ຢ່າງຈະແຈ້ງ”
ໃນສົງຄາມການຄ້າ ທີ່ຂົມຂື່ນຂອງພວກເຂົາເຈົ້າ.

ຮອງລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທ່ານສາງ ຮານຫຸຍ ໄດ້ຊີ້ແຈງກ່ຽວ
​ກັບການກ່າວຫາດັ່ງກ່າວ ໃນວັນພະຫັດມື້ນີ້ ຢູ່ນະຄອນຫຼວງປັກກິ່ງ ໃນລະຫວ່າງ ກອງ
ປະຊຸມຖະແຫລງຂ່າວ ກ່ຽວກັບ ການເດີນທາງ​ໄປຢ້ຽມຢາມ ຣັດເຊຍຢ່າງເປັນທາງການ
ຂອງປະທານປະເທດ ສີ ຈິ້ນຜິງ ໃນສັບປະດາໜ້າ.

ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ, ຂວາ, ແລະປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຍິ້ມໃນລະຫວ່າງ ພິທີຕ້ອນຮັບ ໃນມື້ສຸດທ້າຍ ຂອງກອງປະຊຸມ ນຶ່ງແລວທາງ ນຶ່ງເສັ້ນທາງ ໃນນະຄອນຫຼວງ ປັກກິ່ງ, ວັນທີ 27 ເມສາ 2019.
ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ, ຂວາ, ແລະປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຍິ້ມໃນລະຫວ່າງ ພິທີຕ້ອນຮັບ ໃນມື້ສຸດທ້າຍ ຂອງກອງປະຊຸມ ນຶ່ງແລວທາງ ນຶ່ງເສັ້ນທາງ ໃນນະຄອນຫຼວງ ປັກກິ່ງ, ວັນທີ 27 ເມສາ 2019.

ປັກກິ່ງແລະວໍຊິງຕັນ ໄດ້ພົວພັນໃນສົງຄາມການຄ້າ ຕັ້ງແຕ່ເດືອນກໍລະກົດ ປີກາຍນີ້
ເປັນຕົ້ນມາ ໃນເມື່ອປະທານາທິບໍດີ ດໍໂນລ ທຣຳ ໄດ້ວາງມາດຕະການ ເກັບພາສີຄັ້ງ
ທຳອິດ ຕໍ່ຜະລິດຕະພັນຂອງຈີນຫຼາຍຮ້ອຍຊະນິດ ໃນມູນຄ່າຫຼາຍ ຕື້ໂດລາ ຊຶ່ງນຳໄປ
ສູ່ການຕອບໂຕ້ ດ້ວຍການເກັບພາສີຄືນ ກັບໄປກັບມາຫຼາຍຮອບ ທີ່ເພີ້ມຂຶ້ນເລື້ອຍໆ.
ຜູ້ນຳທັງສອງໄດ້ຕົກລົງທີ່ຈະຫລຸດຜ່ອນສົງຄາມການ ຄ້າເມື່ອເດືອນທັນວາປີກາຍນີ້
ໃນຂະນະດຽວກັນ ທັງສອງທ່ານ ໄດ້ເຂົ້າຮ່ວມໃນ ການເຈລະຈາຫຼາຍຄັ້ງ ເພື່ອຈະບັນລຸ
ຂໍ້ຕົງລົງທີ່ຍືນຍົງ.

ແຕ່ທ່ານທຣຳ ເມື່ອບໍ່ດົນມານີ້ໄດ້ເພີ້ມພາສີຕໍ່ສິນຄ້າຂອງຈີນຫຼາຍຢ່າງໃນມູນຄ່າ 200 ຕື້
ໂດລາ ຫຼັງຈາກກ່າວຫາປັກກິ່ງວ່າ ບໍ່ປະຕິບັດຕາມຄຳໝັ້ນສັນຍາ ທີ່ຈະ ປັບປ່ຽນໂຄງຮ່າງ
ໃນການປະຕິບັດທາງດ້ານເສດຖະກິດຂອງຕົນ.

ທ່ານສາງ ໄດ້ກ່າວວ່າ ໃນຂະນະທີ່ຈີນບໍ່ຢາກຈະໃຫ້ມີສົງຄາມການຄ້າ ແຕ່ຕົນ ກໍບໍ່ຢ້ານ
ມັນດອກ ແລະໄດ້ບັນລະຍາຍເຖິງມາດຕະການຕ່າງໆຂອງຄະນະລັດຖະບານທ່ານ
ທຣຳນັ້ນວ່າ “​ເປັນ​ການຂູ່ເຂັນທາງດ້ານເສດຖະກິດ.”

ປັກກິ່ງ​ໄດ້ຕອບໂຕ້ຄືນ ​ຕໍ່ການເກັບພາສີຂອງທ່ານທຣຳ ດ້ວຍການປະກາດເພີ້ມພາສີໃໝ່ ຕໍ່ສິນຄ້າສົ່ງອອກຂອງສະຫະລັດ ໃນມູນຄ່າ 60 ຕື້ໂດລາທີ່ຈະມີຜົນ ບັງຄັບໃຊ້ໃນວັນທີ
1 ມິຖຸນາ ນີ້.

China is accusing the United States of engaging in "naked economic terrorism" in their bitter trade war.

Vice Foreign Minister Zhang Hanhui leveled the accusation Thursday in Beijing during a press briefing on President Xi Jinping's official visit to Russia next week.

Beijng and Washington have been engaged in a trade war since last July, when President Donald Trump first imposed tariffs on hundreds of Chinese products worth billions of dollars, leading to a set of retaliatory tit-for-tit tariff increases.The two presidents agreed to de-escalate the war last December while they entered negotiations to reach a lasting trade deal.

But Trump recently boosted taxes on $200 billion worth of Chinese goods after accusing Beijing of reneging on promises to make structural changes to its economic practices.

Zhang said while China does not want a trade war, it is not afraid of it, and described the Trump administration's actions as "economic bullying."

Beijing countered Trump's levies by announcing new tariff increases on $60 billion worth of U.S. exports that will take effect on June 1.

XS
SM
MD
LG