ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ​ບໍ່ຮັບ ​ການ​ຮຽກຮ້ອງ ຂອງນາໆ​ຊາດ ທີ່ໃຫ້ຍຸຕິ ໂຄງການນິວເຄລຍ


ຮູບພາບຈາກວີດີໂອ ຂອງປ້າຍຂ່າວ ຈາກໂທລະພາບ KRT ຂອງລັດຖະບານເກົາຫຼີເໜືອ, 4 ກໍລະກົດ, 2017, ທີ່ສະແດງໃຫ້ເຫັນ ຜູ້ນຳເກົາຫຼືເໜືອ ທ່ານ Kim Jung Un, ກາງ,ຕົບມື ຫຼັງຈາກທີ່ໄດ້ທົດລອງຍິງລູກສອນໄຟ Hwasong-14.
ຮູບພາບຈາກວີດີໂອ ຂອງປ້າຍຂ່າວ ຈາກໂທລະພາບ KRT ຂອງລັດຖະບານເກົາຫຼີເໜືອ, 4 ກໍລະກົດ, 2017, ທີ່ສະແດງໃຫ້ເຫັນ ຜູ້ນຳເກົາຫຼືເໜືອ ທ່ານ Kim Jung Un, ກາງ,ຕົບມື ຫຼັງຈາກທີ່ໄດ້ທົດລອງຍິງລູກສອນໄຟ Hwasong-14.

ເກົາຫຼີ​ເໜືອ ປະຕິຍານໃນ​ວັນ​ຈັນວານ​ນີ້ວ່າ ຕົນ​ຍັງ​ຈະ​ສືບ​ຕໍ່​ໂຄງການ​ພັດທະນາອາວຸດ
​ນິວ​ເຄລຍ ​ໂດຍ​ປະຕິ​ເສດ​ຕໍ່​ການ​ຮຽກຮ້ອງ ຈາກ​ປະຊາ​ຄົມນາໆ​ຊາດ ທີ່ໃຫ້​ຄວບ​ຄຸມ​
ການ​ເອົາ​ບາດກ້າວແບບ​ຮຸກ​ຮານທາງ​ທະຫານຂອງ​ຕົນ​ນັ້ນ.

​ຄະນະ​ຜູ້ຕາງໜ້າ​ຂອງພຽງ​ຢາງ ກ່າວ​ວ່າ ການ​ລົງ​ໂທດ​ຮອບ​ໃໝ່​ຂອງ​ສະຫະ​ປະຊາ​ຊາດ
ຕໍ່​ຕົນ ​ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ນັ້ນ ​ແມ່ນ​ “​ເປັນ​ການລະ​ເມີດ​ຢ່າງ​ເປີດແຜນ​ຕໍ່​
ອະທິປະ​ໄຕ​ຂອງ​ຕົນ,
” ​
ໂດຍ​ທີ່​ສື່ມວນ​ຊົນ​ຂອງ​ລັດຖະບານ ​ອ້າງ​ວ່າ “ນັ້ນ​ແມ່ນ​ການວາງ
​ແຜນ ທີ່​ຈະ​ໂດດດ່ຽວ​ແລະ​ບີບ​ຄັ້ນຂອງ​ສະຫະລັດ”
ຕໍ່ປະ​ເທດ​ຄອມມຸຍນິສ​ເກົາຫຼີ​ເໜືອ.

​ເກົາຫຼີ​ເໜືອ ​ໄດ້​ກ່າວ​ຕໍ່ກອງ​ປະຊຸມ​ດ້ານຄວາມ​ປອດ​ໄພຂອງ​ພູມີພາກ ​ໃນ​ນະຄອນຫຼວງ​
ມະນີ​ລາ ວ່າ ຕົນ​ຈະ​ບໍ່​ຕໍ່​ລອງ​ໃດໆ ​ກ່ຽວ​ກັບການພັດທະນາອາວຸດ​ນິວ​ເຄລຍຂອງ​ຕົນ
ຫຼື​ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ ຕົນ​ຈະ​ສອນສະຫະລັດ ​
ໃນ “ບົດຮຽນທີ່​ຮ້າຍແຮງ” ດ້ວຍ​ກອງ​ກຳລັງຍຸດ​ທະ​ສາດນິວ​ເຄລຍ ຖ້າ​ຫາກ​ວ່າ
ສະຫະລັດ ​ເອົາ​ບາດກ້າວ​ທາງ​ທະຫານຕໍ່​ຕົນ.

ການທົດລອງລູກສອນໄຟ Hwasong-14 ໄດ້ຖືກຖ່າຍເກັບໄວ້ ທີ່ສະແດງໃຫ້ເຫັນວ່າ ນີ້ແມ່ນການທົດລອງຄັ້ງທີ 2 ທີ່ບໍ່ໄດ້ລະບຸວັນທີ ຊຶ່ງທາງ KCNA ໃນພຽງຢາງ, ເກົາຫຼີເໜືອ, 29 ກໍລະກົດ 2017.
ການທົດລອງລູກສອນໄຟ Hwasong-14 ໄດ້ຖືກຖ່າຍເກັບໄວ້ ທີ່ສະແດງໃຫ້ເຫັນວ່າ ນີ້ແມ່ນການທົດລອງຄັ້ງທີ 2 ທີ່ບໍ່ໄດ້ລະບຸວັນທີ ຊຶ່ງທາງ KCNA ໃນພຽງຢາງ, ເກົາຫຼີເໜືອ, 29 ກໍລະກົດ 2017.

ພຽງ​ຢາງ ​ໄດ້ກ່າວ​ວ່າ ຕົນເປັນ​ປະ​ເທດ​ທີ່​ມີ​ຄວາມ​ຮັບຜິດຊອບ ​ໂດຍ​ທີ່​ບໍ່​ມີ​ເຈດ​ຕະນາ​ທີ່​
ຈະ​ຂົ່ມຂູ່​ປະ​ເທດ​ອື່ນ​ໃດ ນອກຈາກ​ສະຫະລັດ ນອກ​ເສຍ​ຈາກ​ວ່າ ພວກ​ປະ​ເທດເຫຼົ່ານີ້
ເຂົ້າ​ຮ່ວມ​ກັບ​ສະຫະລັດ ​ໃນ​ການ​ເອົາ​ບາດກ້າ​ວທາງ​ທະຫານ. ​ແຕ່​ເກົາຫຼີ​ເໜືອ ຄຸຍ​ໂມ້​ວ່າ
ການທົດ​ລອງ​ລູກສອນ​ໄຟຫຼ້າ​ສຸດ ​ໃນ​ເດືອນກໍລະກົດ​ຜ່ານ​ມາ​ນີ້ ​ໄດ້​ສະ​ແດງ​ໃຫ້ທັງ​ໂລກ​
ເຫັນ​ວ່າ “​ແຜ່ນດິນ​ສະຫະລັດ ນັ້ນ ​ແມ່ນ​ຢູ່​ໃນ​ລັດ​ສະ​ໝີ​ທີ່​ພວກ​ເຮົາ​ສາມາດ​ຍິງ​ໄປ​
ເຖິງ​ໄດ້.”

ເກົາຫຼີ​ເໜືອ ຕອບ​ໂຕ້​ຕໍ່​ການ​ລົງ​ໂທດຂອງ​ອົງການ​ສະຫະ​ປະຊາ​ຊາດ​ ມີ​ຂຶ້ນ ຫຼັງຈາກ​
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ກ່າວ​ວ່າ ບາດກ້າວ​
ທີ່​ດີ​ທີ່​ສຸດ​ຂອງ​ພຽງ​ຢາງ ທີ່​ສາມາດ​ເຮັດ​ໄດ້ ​ກໍ​ແມ່ນ​ໃຫ້ສັນຍານ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ
ໂອ້​ລົມ​ສົນທະນາ ​ເພື່ອ​ທີ່​ຈະ​ຍຸຕິ​ການ​ທົດ​ລອງ​ລູກ​ສອນ​ໄຟ​ນີ້.

ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ສະແດງອອກທ່າທີ ໃນກອງປະຊຸມຄັ້ງທີ 10th ຂອງລັດຖະມົນຕີການຕ່າງປະເທດ ຂອງບັນດາສະມາຊິກອາຊຽນ (ASEAN) ໃນນະຄອນມະນີລາ, ຟິລິບປິນ, 6 ສິງຫາ, 2017.
ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ສະແດງອອກທ່າທີ ໃນກອງປະຊຸມຄັ້ງທີ 10th ຂອງລັດຖະມົນຕີການຕ່າງປະເທດ ຂອງບັນດາສະມາຊິກອາຊຽນ (ASEAN) ໃນນະຄອນມະນີລາ, ຟິລິບປິນ, 6 ສິງຫາ, 2017.

“ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ເລື່ອນ ​ໄລຍະ​ເວລາ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ເອົາ​ບາດກ້າວ
ເກາະ​ຜິດ ​ໂດຍ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ ສະ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ
​ສັນຍານ​ອັນ​ທຳ​ອິດ ​ແລະເຂັ້ມ​ແຂງ​ສຸດ ທີ່​ພວກ​ເຂົາ​ຈະ​ສົ່ງ​ຫາ​ພວກ​ເຮົານັ້ນ ກໍ​ແມ່ນ
ການ​ຢຸດທົດ​ລອງ​ລູກ​ສອນ​ໄຟ,”
ນັ້ນ​ແມ່ນ​ຄຳ​ເວົ້າຂອງ​ທ່ານ Tillerson ​ໄດ້​ກ່າວ​ໄວ້​.
ທ່ານ​ຍັງ​ໄດ້​ກ່າວ ​ທີ່​ນະຄອນ​ມະນີ​ລາ​ ບ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ປະກອບສ່ວນ​ໃນ​ກອງ​ປະຊຸມ​
ປະຈຳ​ຂົງ​ເຂດ ​ກັບ​ບັນດາ​ສະມາຊິກ​ປະ​ເທດ​ອາ​ຊຽນ.

ຈີນ ​ແມ່ນ​ປະ​ເທດເສັ້ນຊີ​ວິດທາງ​ດ້ານ​ເສດຖະກິດ​ຂອງ​ເກົາຫຼີ​ເໜືອ ​ໄດ້​ກ່າວ​ວ່າ ຕົນ​ຈະ
​ປະກອບສ່ວນ​ຢ່າງ​ເຕັມທີ່ ​ໃນ​ການ​ປ​ະຕິ​ບັດ​ມະຕິ​ການ​ລົງ​ໂທດ ອົງການ​ສະຫະ​ປະຊາ​ຊາດ
ທີ່​ຈະ​ຕັດ​ການ​ສົ່ງ​ອອກ​ຂອງ​ເກົາຫຼີ​ເໜືອ ​ລົງ​ເຖິງ 1 ພັນ​ລ້ານ​ໂດ​ລ່າ ​ໃນ​ແຕ່ລະ​ປີ ທີ່​ທາງ
​ພຽງ​ຢາງ ​ໄດ້​ໃຊ້ໃນ​ໂຄງການ​ນິວ​ເຄລຍທີ່​ຜິດ​ກົດໝາຍ ​ແລະ​ໂຄງການ​ລູກ​ສອນ​ໄຟ
ຂີ​ປະ​ນາ​ວຸດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG