ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ່ານຫີນ ທີ່ໃຊ້ເພື່ອຄວາມອົບອຸ່ນ ມີສ່ວນ ໃນການສ້າງມົນລະພິດ ຢູ່ນະຄອນປັກກິ່ງ


Cheap Coal Creates Smoggy Mess Downwind in Beijing
please wait

No media source currently available

0:00 0:01:52 0:00

ໃນ​ເດືອນ​ຕຸລາ ຜ່ານ​ມາ ມີ​ເກືອບ​ວ່າ 200 ປະ​ເທດ​ລົງ​ນາມກັນ​ໃນ​ສົນທິສັນຍາ​ Paris
ກ່ຽວ​ກັບ​ດິນ​ຟ້າ​ອາກາດ. ​ໃນ​ຈຳນວນພວກ​ທີ່​ລົງນາມນັ້ນ ​ແມ່ນ​ຮວມ​ມີສະຫະລັດ ​ແລະ​ຈີນ ທີ່ເປັນສອງ​ປະ​ເທດ ​ທີ່​ສົ່ງຄວັນ​ເສຍ carbon ອອກ ປະມານ 40 ​ເປີ​ເຊັນ ຂອງ​ການ​ນຳ​ໃຊ້ຖ່ານຫີນ. ຈຸດປະສົງ​ຂອງ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ນີ້ ​ແມ່ນ​ເພື່ອ​ຫຼຸດຜ່ອນ​ລະດັບ​ຂອງ​ການ​ເຜົາໄໝ້ carbon ທີ່​ເຮັດ​ໃຫ້​ໂລກ​ຮ້ອນ​ຂຶ້ນສູ່​ອາວະກາດ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​

ໂຮງງານ​ໃຊ້​ຖ່ານ​ຫີນ ​ແຕ່​ວ່າຢູ່ໃນບ່ອນ​ເຊັ່ນ​ເມືອງ​ຈີນນັ້ນ ມັນບໍ່ແມ່ນເປັນພຽງແຕ່ ເລື່ອງ
ໂຮງງານ​ຍັກ​ໃຫຍ່. ​ໃນ​ບາງ​ກໍລະນີການຢຸດເຊົາຈູດເຜົາຖ່ານຫີນເປັນເລື່ອງທີ່ຕ້ອງໄດ້ເວົ້າ
ກັນໄປ ເປັນ ແຕ່ລະເຮືອນ ​ຊຶ່ງນີ້ ແມ່ນ​ຄວາມ​ພະຍາຍາມ​ທີ່​ຈະ​ປ່ຽນ​ຄວາມ​ເຄີຍ​ຊິນ.
ນັກ​ຂ່າວ​ຂອງ VOA Kevin Enochs ມີລາຍ​ງານເລື່ອງນີ້ ດັ່ງວັນນະ​ສອນ ຈະ​ນຳ​ລາຍລະອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.​

ນີ້​ແມ່ນ​ຄວັນຈາກ​ພາບ​ວີ​ດີ​ໂອ ​ໃນ​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ຊ່ວງ​ປີ​ໃໝ່​ທີ່ກຸ້ມ​ຂຶ້ນ​ສູ່ອາກາດ ບັງຄັບ​ໃຫ້​ຜູ້​ຄົນ​ໃສ່​ຜ້າ​ປິດ​ປາ​ກ​ໃນ​ຂ້າງ​ນອກ ຫຼີກເວັ້ນຈາກ​ການຫາຍ​ໃຈເອົາ​ລະອອງ
ຝຸ່ນນ້ອຍໆທີ່ເປັນ​ພິດ​ທີ່ລອຍ​ຢູ່​ໃນ​ອາກາດ ​ເຂົ້າ​ໄປ​ໃນ​ຮ່າງກາຍ.

ລັດຖະບານ​ແລະ​ເຈົ້າ​ໜ້າ​ທີ່ ​ເພື່ອ​ສະພາບ​ແວດ​ລ້ອມ ກ່າວ​ວ່າ ຄວັນ ​ແມ່ນ​ມາ​ຈາກ​ຖ່ານ​ຫີນ ​ແລະ​ນະຄອນ​ປັກ​ກິ່ງ​ນັ້ນ​ແມ່ນ​ພະຍາຍາມ​ທີ່​ຈະ​ຈຳກັດ ການ​ນຳ​ໃຊ້​ຖ່ານ​ຫີນ​ໃນ​ພາກ​ເໜືອ
​ຂອງ​ປະ​ເທດ​ຈີນ.

ແຕ່ເຖິງປານນັ້ນກໍຕາມ ໃນລະຫວ່າງປີ 1950 ຫາ ປີ 1980 ກໍ​ໄດ້ມີການ​ແຈກ​ຍາຍຖ່ານ​ຫີນ​ໃຫ້​ປະຊາຊົນ​ລ້າໆ ແລະ​ກໍ​ຍັງ​ເປັນ​ແບບ​ນີ້ຕໍ່ມາ​ໃນ​ພາກ​ເໜືອ​ຂອງ​ຈີນ​ເພື່ອ​ໃຫ້​ຄວາມ​ອົບ​ອຸ່ນ.

ທ່ານ Yao Junhua ໃນເຂ​ດ Qi’nan ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ການ​ເຜົາ​ຜານຖ່ານ​ຫີນເພື່ອ​ອາຍ​ອຸ່ນ ຈະບໍ່​ພາ​ໃຫ້​ເປັນ​ຄວັນພິດ​ຍ້ອນ. ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ບໍ່​ຍຸຕິ​ທຳ
ສຳລັບພວກ​ເພີ່ນ ທີ່​ຈະ​ຖິ້ມໂທດໃສ່ ພວກ​ເຮົາ ວ່າເປັນ​ຜູ້​ສ້າງ​ມົນລະພິດ. ຢູ່ໃນບ້ານ
ຂອງພວກ​ເຮົາ ພວກເຮົາ​ພຽງ​ແຕ່​ເຜົາ​ຖ່ານ​ໜ້ອຍ​ດຽວ.”

ນັກວິ​ໄຈ​ສະພາບ​ແວດ​ລ້ອມ ກ່າວ​ວ່າ ​ໂຮງງານ​ໃຫຍ່ໆ ​ແລະພວກ​ເຕົາໄຟນ້ອຍໆ​ກໍແມ່ນ
ເປັນສ່ວນສ້າງ​ບັນຫາທັງນັ້ນ.

ທ່ານ Ma Jun ຜູ້ອຳນວຍ​ການ​ຂອງ ສະ​ຖາ​ບັນ ການ​ພົວພັນ​ ສາທາລະນະ ​ແລະ​ສະພາບ​ແລດ​ລ້ອມ ກ່າວ​ວ່າ “​ແຕ່​ວ່າ​ສະພາບ​ແວດ​ລ້ອມຢູ່ບ່ອນນີ້ ​ບໍ່​ຈຳ​ເປັນ​ວ່າ ຈະແມ່ນການ​
ເຜົາ​ຖ່ານ​ຫີນໃນບ້ານເຮືອນ ​ທີ່ເປັນ​ສາ​ເຫດ​ຕົ້ນຕໍ​ຂອງການສ້າງ​ຄັວນພິດ. ​ສາ​ເຫດ​ຫຼັກ​ຂອງການສ້າງ​ຄວັນພິດ​ແມ່ນ​ໂຮງງານ​ຜະລິດ​ເຫຼັກ ​ແລະ​ໂຮງງານ​ອຸດສາຫະກຳ​ໜັກ ​
ແລະ​ບຸລິມະ​ສິດ​ຂອງພວກເຮົາ ກໍ​ຄື​ ​ປິດ​ໂຮງງານອຸດສາຫະກຳ​ພວກ​ນີ້​ລົງ.”

Cheap Coal Creates Smoggy Mess Downwind in Beijing
please wait

No media source currently available

0:00 0:01:52 0:00

ລັດຖະບານ​ຈີນ​ໄດ້​ລົງທຶນ​ຈຳນວນ​ເງິນ ພັນໆ​ລ້ານ​ໂດ​ລ່າ ​ເຂົ້າ​ໃນ​ການ​ສ້າງ​ພະລັງງານ
ສະອາດ ​ແລະ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ​ກໍໄດ້ມີການ​ປະກາດ​ວ່າ “​ເຈົ້າ​ໜ້າ​ທີ່ປົກ​ປ້ອງຮັກສາ
ສະພາບ​ແວດ​ລ້ອມ” ຈະຈັບແລະລົງ​ໂທດ​ຢ່າງ​ໜັກ ໂຮງງານ​ທີ່ປ່ອຍມົນລະພິດ ​ໃນ​ນະຄອນ​ຫຼວງປັກ​ກິ່ງ. ​ແຕ່​ໃນ​ຂະນະ​ດຽວ​ກັນ​ ກໍໄດ້ຕັ້ງພັນທະໄດ້ວ່າ ຈະ​ສ້າງ​ໂຮງ​ຖ່ານ​ຫີນໃໝ່ຂຶ້ນມາ.

ຊາວ​ປັກ​ກິ່ງ ​ພາກັນ​ເກີດຄວາມກະວົນກະວາຍທີ່ຕ້ອງໄດ້​ໃຊ້ຊີວິດຢູ່ກັບຄວັນໝອກທີ່​ໜາ​ແໜ້ນ.

ທ່ານ Zhan Yan ຊາວ​ປັກ​ກິ່ງ​ທີ່ຢູ່​ອາ​ໄສ​ໃນ​ທີ່​ນັ້ນ ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ໃນ​ທີ່​ສຸດ ພວກ​ເຮົາກໍ​ຈະ​ແກ້ໄຂບັນຫາ​ເລື່ອງ​ຄວັນ​ພິດ​ນີ້ໄດ້. ແຕ່ບັນຫາມີຢູ່ວ່າ ແມມັນ​ຈະ​ຕ້ອງ​ໄດ້ໃຊ້ເວລາອີກ​ດົນ​ປານ​ໃດ ຈຶ່ງ​ຈະ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້ໄດ້. ຖ້າ​ຫາກ​ວ່າ ພວກ​ເຂົາ​ເຈົ້າ
ຈະໃຊ້​ເວລາ ​ເປັນ​ສອງສາມ​ທົດ​ສະ​ວັດ​ ລູກ​ຂອງ​ຂ້າພະ​ເຈົ້າ ກໍຈະ​ໄດ້​ຢູ່​ພາຍ​ໃຕ້​ໝອກ​ຄວັນນີ້ ໄປຕະຫຼອດ​ຊີວິດ​ແລະ​ສ່ວນ​ຂ້າພະ​ເຈົ້າ​ເອງ ກໍ​ຈະ​ຈົບ​ຊີວິດລົງ ​ກັບ​ຄັວນພິດ​ນີ້
​ເຊັ່ນ​ກັນ. ຖ້າ​ເປັນ​ເຊັ່ນນັ້ນ ຄວາມຫວັງຈະມີຢູ່ບ່ອນໃດ?”

​ຄວາມ​ຫວັງ​ແມ່ນຈະມີຢູ່ບໍ່ຫຼາຍ ຖ້າ​ຫາກ​ວ່າ​ ຖ່ານ​ຫີນ ຍັງ​ຈະເປັນ​ວີ​ທີ ​ທີ່​ຖືກ​ທີ່​ສຸດ ​ທີ່​ຈະ​ໃຫ້
ຄວາມ​ອົບ​ອຸ່ນ​ຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG