ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ອອກ​ຄຳ​ເຕືອນ ໜັກແໜ້ນ ຕໍ່​​ໄຕ້ຫວັນ ໃນຂະນະທີ່ ທ່ານເລີ່ມຮັບຕຳແໜ່ງ ສະໄໝທີ 2


ປະທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນຜິງ
ປະທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນຜິງ

ປະທານ​ປະ​ເທດ​ຈີນ ທ່ານ ສີ ຈິ້ນຜິງ ​ໄດ້​ອອກ​ຄຳ​ເຕືອນອັນໜັກແໜ້ນ ແກ່ໄຕ້ຫວັນ ​
ໃນ​ວັນ​ອັງຄານ ວານ​ນີ້ ​ອັນຖືວ່າ ເປັນ​ຂີດ​ໝາຍຂອງການ​ເລີ່ມຕົ້ນຕຳ​ແໜ່​ງໃນສະໄໝ
ທີ 2 ຂອງທ່ານ. ຈີນ ອ້າງ​ວ່າ ​ເກາະທີ່​ປົກຄອງ​ຕົນ​ເອງ ຊຶ່ງ​ມີ​ປະຊາກອນ​ປະມານ 24
ລ້ານ​ຄົນ​ນັ້ນ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ ​ແລະ​ທ່ານ​ສີ ກ່າວ​ວ່າ
ຄວາມ​ພະຍາຍາມ​ໃດໆ ທີ່​ຈະ​ແຍກ​ຕົວອອກ ​ແມ່ນ​ຈະ​ປະ​ເຊີນ​ກັບ “ການ​ລົງ​ໂທດ​
ທາງ​ປະຫວັດສາດ”
ບິ​ລ ​ໄອ​ດ໌ ນັກ​ຂ່າວ​ຂອງ ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ປັກ​ກິ່ງ
ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ.

ການ​ເຕືອນ​ຂອງ​ທ່ານ​ສີ ​ແກ່​ໄຕ້​ຫວັນຄັ້ງນີ້ ​ແມ່ນເປັນຄັ້ງທີ່​ແຮງ​ທີ່​ສຸດ​ເທົ່າ​ເຖິງ​ປັດຈຸບັນ​ ​
ແລະ​ມີ​ຂຶ້ນ​ໃນ​ຕອນ​ມ້ວນທ້າຍຂອງ​ກອງ​ປະຊຸ​ມ​ໃຫຍ່​ແຫ່ງຊາດຂອງພັກ​ປະຊາຊົນ ​ຊຶ່ງເວົ້າແທ້ແລ້ວ ກໍແມ່ນເປັນພຽງພິທີຊື່ໆນັ້ນ.

​ໃນ​ການ​ກ່າວ​ຄຳ​ປາ​ໄສຢ່າງບໍ່ຢຸດເຊົາ ​ຊຶ່ງ​ກ່າວ​ເຖິງ​ຫຼາຍຫົວ​ຂໍ້ ນັບຕັ້ງແຕ່​ເສດຖະກິດ ​
ໄປຈົນເຖິງ ພັກ​ຄອມມຸຍນິດ ທີ່​ມີການ​ປົກຄອງແບບເດັດຂາດ​ໃນ​ຈີນນັ້ນ ທ່ານສີ
ໄດ້​ບອກຄະນະແທນປະມານ​ 3 ພັນ​ຄົນວ່າ​ ປັກ​ກິ່​ງຈະ​ເອົາ​ບາດກ້າວ​ໄປຫຼາຍກວ່ານີ້ ​ເພື່ອເຮັດໃຫ້ແນ່ໃຈວ່າ ຊາວໄຕ້ຫວັນ​ ຈະໄດ້ມີໂອກາດ​ຊົມໃຊ້​ການ​ພັດທະນາສ້າງສາ​
ຂອງ​ຈີນ ​ທັງຈະ​ຊຸກຍູ້ ​“ໃຫ້ມີ​ການທ້ອນ​ໂຮ​ມກັນຢ່າງ​ສັນຕິ ກັບຈີນແຜ່ນດິນ​ໃຫຽ່.”

ຄຳເຕືອນອັນໜັກແໜ້ນຂອງທ່ານ ​ໄດ້​ຮັບ​ສຽງ​ຕົບມືຢ່າງຟົດສະໜັ່ນວັ່ນໄຫວ.

ທ່ານ​ສີ ໄດ້ເວົ້າເປັນພາສາຈີນກາງ​ວ່າ “ການ​ເອົາບາດກ້າວ ແລ​ະ​ເລ​ລ່ຽມ​ໃດໆ ​
ເພື່ອ​ແບ່ງ​ແຍກ​ຈີນ ​ຈະ​ເປັນ​ການ​ລົ້ມ​ແຫຼວ ​ທັງ​ຈະ​ປະ​ເຊີນ​ກັບ​ການປະນາມ
ຈາກປະຊາຊົນ​ວ່າ​ມີ​ຄວາມ​ຜິດ​ແລະ​ການ​ລົງ​ໂທດ​ຢ່າງເປັນ​ປະຫວັດການ.
ຊາວ​ຈີນ ​ມີ​ຄວາມ​ເຊື່ອ​ແບບ​ດຽວ​ກັນ​ວ່າ ຕົນ​ຈະ​ບໍ່ມີວັນ​ປ່ອຍໃຫ້ ​ທັງຈະເປັນ​
ໄປບໍ່​ໄດ້​ຢ່າງ​ເດັດ​ຂາດທີ່​ຈະແບ່ງແຍກ ​ແມ່ນ​ແຕ່ນິ້ວດຽວ ອອກ​ຈາກ​ເຂດ​ນ້ຳ​
ແດ​ນດິນອັນ​ກ້ວາງ​ໃຫຍ່​ໄພສານ​ຂອງຈີນ.”

ສຳ​ລັບນະຄອນຫຼວງປັກ​ກິ່ງແລ້ວ, ​ໄຕ້​ຫວັນ ​ແມ່ນ​ເປັນ​ເລື່ອງ​ຫຼໍ່​ແຫຼມ​ ທັງເປັນບ່ອນ
ບົ່ມຊ້ອນທີ່ອາດຈະເກີດການ​ປະທະກັນທາງ​ທະຫານ​ກໍ​ເປັນ​ໄປ​ໄດ້. ທ່ານ​ສີ ​ໄດ້ໃຊ້
ຄວາມກົດ​ດັນໃສ່ໄຕ້ຫວັນ ນັບ​ຕັ້ງ​ແຕ່​ປະທານາທິບໍດີໄຕ້​ຫວັນ ທ່ານນາງ (Tsai Ing-
wen) ​ໄດ້​ຖືກ​ເລືອກຕັ້ງຂຶ້ນມາ ​ໃນ​ປີ 2016​. ທ່ານນາງ Tsai ​ເປັນ​ສະມາ​ຊິກຂອງພັກ
ທີ່​ສະໜັບສະໜຸນ​ຄວາມເປັນ​ເອກ​ກະລາດ​ ຄືພັກປະຊາທິປະ​ໄຕກ້າວໜ້າ ​ແລະ​ກ່າວ​ວ່າ
ທ່ານ​ນາງຢາກຮັກສາໄວ້ ຊຶ່ງ​ຄວາມບໍ່ປ່ຽນແປງ.​

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄຕ້​ຫວັນ ທ່ານ ​ແອນ​ດຣູ ລີ (Andrew
Lee) ໄດ້​ປັດປ່າຍ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ສີອອກ ​ທັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ທັງຫຼາຍ
ໃຫ້​ສະໜັບສະໜຸນ ບົດບາດ​ຂອງ​ໄຕ້​ຫວັນ ​ໃນການເປັນ​ປະຊາທິປະ​ໄຕໃນ​ຂົງ​ເຂດ.

ທ່ານແອນ​ດຣູ ກ່າ​ວວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ບໍ່​ສົນ​ໃຈ​ຕໍ່ມຸມ​ມອງທັງຫຼາຍ
ຂອງ​ປະ​ເທດ​ອື່ນໆ ຕໍ່ການ​ປະຕິບັດ​ໜ້າ​ທີ່​ຂອງ​ສາຍພົວພັນ​ທາງ​ການ​ທູດ​ຂອງ
ພວກ​ເຮົາ.ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ​ ​ແມ່ນ​ບໍ່​ຢຸດ​ຢັ້ງ​ແລະຈະ​ບໍ່​ຫຼຸດ​ນ້ອຍ
ຖອຍລົງ...ພວກ​ເຮົາ​ຫວັງ​ວ່າ ພວກ​ເຮົາ​ຈະ​ສາມາດ​ເອົາ​ບົດ​ບາດ​ຢ່າງຈິງຈັງ ​
ໃນ​ການສົ່ງ​ເສີມ​ສັນຕິ​ພາບ​ໃນ​ຂົງ​ເຂດ, ສະຖຽນ​ລະ​ພາບ ​ແລະ​ຄວາມ​ອຸດົມຮັ່ງມີ.”

ສັບປະດາ​ແລ້ວ​ນີ້ ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ​ໃນ​ມະຕິ
ການ​ເດີນທາງໄປ​ໄຕ້​ຫວັນ ທີ່​ເປັນ​ກົດໝາຍ ​ເພື່ອ​ຊຸກຍູ້​ໃຫ້​ເຈົ້າ​ໜ້າ​ທີ່​ສະຫະລັດ ​ເດີນ
ທາງ​ໄປຍັງ​ເກາະ​ແຫ່ງ​ນັ້ນ ​ແລະ​ພົບ​ປະ​ກັບ​ເ​ຈົ້າໜ້າ​ທີ່​ຄູ່ຕຳ​ແໜ່​ງ ​ແລະໃນທາງ​ກັບ​
ເຊັ່ນ​ກັນ.​ຈີນ ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ ຍຸຕິ​ການ​ແລກປ່ຽນ​ເຈົ້າ​ໜ້າ​ທີ່ຂອງສະຫະລັດ ແບບທີ່ວ່ານັ້ນ, ​ແຕ່ໃນ​ສັບປະດາ​ນີ້ ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະ​ເທດ
ຂອງສະຫະລັດກໍແມ່ນຈະ​ເດີນທາງໄປ​ຢ້ຽມຢາມ​ໄຕ້​ຫວັນແລ້ວ.

ໄຕ້ຫວັນ ​ກັບຈີນ ​ໄດ້​ແຍກ​ທາງກັນ ທ່າມກາງ​ສົງຄາມ​ກາງ​ເມືອງ​ໃນ​ປີ 1949 ​ແລະ​ນັບ​ຕັ້ງ
​ແຕ່​ຊຸມປີ 1980 ເປັນຕົ້ນມາ ລະບົບ​ຂອງ​ທັງ​ສອງ ​ແມ່ນ​ມຸ່ງ​ໜ້າ​ໄປ​ໃນ​ທິດ​ທາງ​ກົງກັນ
ຂ້າມກັນ.

ຄວາມ​ແຕກ​ຕ່າງ​ອັນ​ໃຫຍ່​ຫຼວງ​ນີ້ ​ໄດ້​ກາຍ​ມາ​ເປັນ​ທີ່​ແຈ້ງ​ຂາວ​ຂຶ້ນ ​ໃນ​ຂະນະ​ທີ່ມີ​ການ​
ປະຊຸມ​ຝ່າຍ​ກົດໝາຍ​ຂອງ​ປີ​ນີ້ ເວລາ​ບັນດາ​ຜູ້ແທນ ​ໄດ້​ລົງ​ຄະ​ແນນ​ສຽງ ແຕ່ງຕັ້ງ​ທ່ານ​ສີ ໃຫ້ມີອຳນາດໄດ້​ເປັນ​ປະທາ​ນາທີ​ບໍດີໄປຈົນ ​ຕະຫຼອດ​ຊີວິດ ຖ້າ​ຫາກ​ວ່າ ທ່ານ​ເລືອກ​ເອົາ
ແບບ​ນັ້ນ ​ແລະຈະ​ສືບ​ຕໍ່​ເນັ້ນຢໍ້າການ​ຄອບ​ງຳ​ຂອງ​ພັກ​ຕໍ່​ໄປຕື່ມ​ອີກ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG