ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກຄອມມິວນິສຈີນ ປະຊຸມລັບ ຫາລືກັນ ເລື້ອງການປັບປຸງ ການປົກຄອງດ້ວຍກົດໝາຍ


China Political Meeting Seeks to Improve Rule of Law
please wait

No media source currently available

0:00 0:03:01 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ບັນດາຜູ້ນຳລະດັບ​ສູງ​ຂອງພັກຄອມມິວນິສຈີນ ພົບປະຫາລືກັນ
ໃນອາທິດນີ້ ໃນອັນທີ່ເອີ້ນວ່າ ກອງປະຊຸມຄົບຄະນະ ຄັ້ງທີ 4
ແລະເປັນ ເທື່ອທຳອິດໃນປະຫວັດສາດຂອງພັກ ທີ່ເລື້ອງການ
ປົກຄອງດ້ວຍກົດໝາຍຈະເປັນຫົວຂໍ້ສຳຄັນຂອງລາຍການປະ
ຊຸມ. ບັນດານັກວິເຄາະ ແລະລາຍງານຂ່າວຂອງສື່ຈີນ ກ່າວວ່າ ​
ໃນກອງປະຊຸມຄັ້ງນີ້ ອາດມີການຮັບຜ່ານເອົາມາດຕະການ
ຫລາຍຢ່າງ ທີ່ຄອຍຖ້າກັນມານານ ແນໃສ່ເພື່ອມອບຄວາມເປັນ
ເອກະລາດ ໃຫ້ສານຫລາຍຂຶ້ນ ແລະບາດກ້າວຕ່າງໆ ເພື່ອຍົກ
ລະດັບການປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງ ທີ່ໄດ້ດຳເນີນ
ມາຢ່າງຕັ້ງໜ້າ ເອົາຈິງເອົາຈັງຢູ່ແລ້ວ ແລະຮວມເອົາຮອດເຈົ້າ
ໜ້າທີ່ຂັ້ນສູງນັ້ນ. Bill Ide ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາ
ຈະ​ນຳ​ມາສະ​ເໜີ​ທ່ານ

ກອງ​ປະຊຸມ​ປິດ​ລັບ ​ເປັນ​ເວ​ລາ​ສາມ​ວັນ ຢູ່​ນະຄອນຫລວງ​ປັກ​ກິ່ງ ມີ​ຂຶ້ນ​ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ຍັງ​ດຳ​ເນີນ​ສືບ​ຕໍ່​ໄປຢູ່​ໃນ​ຮົງ​ກົ​ງ ​ແລະ​ຫລາຍໆ ​ຄົນ​ພາກັນ​ລໍ​ຖ້າ​ຟັງ​ຂ່າ​ວຄືບ​ໜ້າ ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງອະດີດ​ຫົວໜ້າ ​ຄວາມ​ໝັ້ນຄົງ​ແຫ່ງຊາດ Zhou Yongkang ທີ່​ຖືກ​ສອບ
​ສວນ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫລວງ.

ທ່ານ Zhou Yongkang ແມ່ນເປັນເຈົ້າໜ້າທີ່ລະດັບສູງສຸດ ທີ່ໄດ້ຕົກເປັນເປົ້າຂອງການ
ປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງ ຂອງລັດຖະບານນັ້ນ.

ເປັນທີ່ຄາດໝາຍກັນຢ່າງກ້ວາງຂວາງວ່າ ທ່ານ Zhou ຊຶ່ງເປັນລັດຖະມົນຕີກະຊວງ
ຄວາມໝັ້ນຄົງສາທາລະນະ ກໍຄືກະຊວງປ້ອງກັນຄວາມສະຫງົບ ຈາກປີ 2002 ຫາ 2007 ແລະໄດ້ໄຕ່ເຕົ້າຂຶ້ນມາເປັນ ສະມາຊິກຂອງຄະນະກຳມະການຖາວອນ ຂອງກົມການເມືອງ
ສູນກາງພັກທີ່ມີອຳນາດ ກ່ອນອອກບຳນານນັ້ນ ຈະຖືກຂັບໄລ່ອອກຈາກພັກຢ່າງເປັນທາງ ການ ໃນລະຫວ່າງກອງປະຊຸມອາທິດນີ້.

ແຕ່ວ່າ ການສືບສວນທ່ານ Zhou ກັບເຈົ້າໜ້າທີ່ພັກ ຄົນອື່ນໆອີກຫລາຍສິບຄົນ ໃນຂໍ້ຫາ ສໍ້ລາດບັງຫລວງນັ້ນ ແມ່ນພັກຄອມມິວນິສເອງເປັນຜູ້ເລີ້ມດຳເນີນການບໍ່​ແມ່ນ​ ໂດຍ​ເຈົ້າ
ໜ້າ​ທີ່​ສືບສວນ​ຄະດີ​ອາ​ຍາ.

ທ່ານ Zhou Yongkang ອະດີດສະມາຊິກກົມການເມືອງສູນກາງພັກ ທີ່ຮັບຜິດຊອບເລື້ອງຄວາມໝັ້ນຄົງຂອງຊາດ ສະໄໝຍັງມີອຳນາດຢູ່
ທ່ານ Zhou Yongkang ອະດີດສະມາຊິກກົມການເມືອງສູນກາງພັກ ທີ່ຮັບຜິດຊອບເລື້ອງຄວາມໝັ້ນຄົງຂອງຊາດ ສະໄໝຍັງມີອຳນາດຢູ່

ແລະນັ້ນແມ່ນຄວາມເປັນຈິງໃນປັດຈຸບັນນີ້ ຢູ່ໃນປະເທດຈີນ
ອິງຕາມທ່ານ He Jiahong ຊ່ຽວຊານດ້ານກົດໝາຍ ທີ່ມະຫາ
ວິທະຍາໄລ Renmin ໃນນະຄອນຫລວງປັກກິ່ງ ທີ່ກ່າວວ່າ
ເຖິງແມ່ນວ່າ ທາງສຳນັກງານກົດໝາຍຂອງລັດຖະບານ ເຊັ່ນ
ຫ້ອງການໄອຍະການ ປະຊາຊົນນັ້ນ ຄວນຈະເປັນຝ່າຍທີ່ຕິດ
ຕາມເອົາຜິດກັບ ພວກເຈົ້າໜ້າທີ່ສໍ້ລາດບັງຫລວງ ໂດຍສະ
ເພາະພວກເຈົ້າໜ້າທີ່ຂັ້ນສູງນັ້ນກໍຕາມ ແຕ່ກັບແມ່ນພັກແລະ
ທີມງານກວດກາວິໄນຂອງພັກ ທີ່ເປັນຝ່າຍນຳພາໃນເລື້ອງນີ້.

ທ່ານ He Jiahong ກ່າວວ່າ “ພວກເຈົ້າໜ້າທີ່ຄະນະກຳມະການກວດກາລະບຽບ
ວິໄນຂອງພັກ ແມ່ນມີອກນາດຫລາຍກ່ວາ. ດັ່ງນັ້ນ ພວກເຂົາເຈົ້າຈຶ່ງມີການສືບ
ສວນສອບສວນ ທີ່ມີປະສິດທິຜົນຫລາຍກ່ວາ ຫາກແຕ່ວ່າ ພວກເຂົາເຈົ້າເຮັດ
ວຽກຢູ່ນອກໂຄງຮ່າງທາງກົດໝາຍ. ພວກເຂົາເຈົ້າບໍ່ແມ່ນນັກສືບສວນຄະດີອາ
ຍາ ທີ່ປະຕິບັດງານສອດຄ່ອງກັບ ກົດໝາຍສືບສວນທາງອາຍາ.”

ທ່ານ He ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ວິທີນີ້ບໍ່ແມ່ນວິທີການທີ່ຖືກຕ້ອງ ສຳຫລັບຕິດຕາມ
ເອົາຜິດ ກັບພວກເຈົ້າໜ້າທີ່ສໍ້ລາດບັງຫລວງກໍຕາມ ແຕ່ມັນກໍເປັນວິທີດຽວທີ່ສາມາດເຮັດ ໄດ້ໃນເວລານີ້.

ທ່ານ He ກ່າວຕໍ່ໄປວ່າ ທ່ານ​ຫວັງ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ອະນຸມັດ​ໃຫ້​ພວກເຈົ້າ​ໜ້າ​ທີ່
ສືບສວນ​ຂອງ​ລັດ ມີ​ສິດ​ແລະອຳນາດສູນ​ກາງ​ຫລາຍ​ຂຶ້ນ ​ເພື່ອ​ສືບສວນ​ແລະ​ດຳ​ເນີນ​ຄະດີ​
ສໍ້​ລາດ​ບັງ​ຫລວງ​ຕ່າງໆ.

ຊ່ຽວຊານ​ດ້ານ​ກົດໝາຍ​ອີກ​ຄົນ​ນຶ່ງ ທ່ານ Chen Guangzhong ກ່າວ​ວ່າ ກອງ​ປະຊຸມ​
ຄັ້ງ​ນີ້ຈະ​ເປັນ​ໂອກາດ​ໃຫ້ ຈຳກັດ​ຮັດ​ແຄບ​ອຳນາດ ຂອງ​ເຈົ້າ​ໜ້າ​ທີ່​ຫລາຍ​ຂຶ້ນ.

ທ່ານ Chen Guangzhong ​ເວົ້າ​ວ່າ “​ເພື່ອ​ທີ່​ຈະ​ປົກຄອງ​ປະ​ເທດ​ນຶ່ງ ​ໃຫ້​ຖືກຕ້ອງ​
ຕາມ​ກົດໝາຍ​ນັ້ນ ກ່ອນ​ອື່ນ​ໝົດ ທ່ານ​ກໍ​ຈະ​ຕ້ອງ​ປົກຄອງ​ໃຫ້​ຖືກຕ້ອງ​ຕາມ​ລັດຖະ
ທຳມະນູນ ​ແລະ​ຕ້ອງ​ເນ້ນ​ໜັກ​ວ່າ ພັກ​ຄອມ​ມິ​ວນິສນັ້ນ ​ໃນ​ຖານະ​ເປັນ​ພັກ​ທີ່ຢູ່​ໃນ
ອຳນາດ ​ແມ່ນ​ຈະ​ຕ້ອງ​ດຳ​ເນີ​ນການ ຢູ່​ພາຍ​ໃນ​ຂອບ​ເຂດ​ຂອງ​ລັດຖະທຳມະນູນ ​
ແລະ​ກົດໝາຍ ​ແລະ​ຄວນ ​ມີ​ການ​ເນ້ນ​ໃສ່ ການ​ນຳ​ໃຊ້​ກົດໝາຍ​ເພື່ອ​ຈຳກັດ​ຮັດ​
ແຄບ​ອຳນາດ.”


ສື່ຂອງລັດກ່າວວ່າ ເປົ້າໝາຍສຳຄັນຂອງກອງປະຊຸມນີ້ ແມ່ນເພື່ອປັບປຸງແລະຍົກລະດັບ ຂອງຄຸນນະພາບແລະປະສິດທິພາບ ຂອງການປົກຄອງ ໂດຍພັກການເມືອງດຽວຂອງຈີນ. ​ແລະ​ນັ້ນ​ແມ່ນ​ສິ່ງ​ນຶ່ງ​ທີ່​ຊາວ​ນະຄອນຫລວງ​ປັກ​ກິ່ງ​ຢາກ​ຈະ​ເຫັນ.

ທ້າວ​ຫລິວ ​ເວົ້າ​ວ່າ “ກ່ອນ​ອື່ນ ຂ້ອຍ​ຢາກ​ເຫັນ​ຄວາມ​ຍຸຕິ​ທຳ​ຫລາຍ​ຂຶ້ນ ​ແລະ​
ສອງ​ມາ ຢາກ​ເຫັນ​ສັງຄົມ​ທີ່​ມີ​ຄວາມ​ກ້ຳ​ເກິ່ງ​ກັນ ຫລາຍ​ຂຶ້ນ.”

ວີດີໂອກ່ຽວກັບ ການສືບສວນທ່ານ Zhou Yongkang ໃນຂໍ້ຫາສໍ້ລາດບັງຫລວງ:

China Investigates Powerful Former Security Chief
please wait

No media source currently available

0:00 0:02:31 0:00

ສ່ວນ​ນາງ Xiao ​ເວ້າວ່າ “ປະຊາຊົນ​ພາກັນ​ດຳລົງ​ຊີວິດ ຢູ່​ໃນ​ສັງຄົມ​ທີ່​ບໍ່​ແມ່ນ​
ໂຕ​ຈິງ ​ແລະ​ມີ​ການ​ຄາດໝາຍ​ກັນ​ຕ່າງໆ​ນາໆ ກ່ຽວ​ກັບ​ການ​ປຸກລະດົມ​ຕໍ່ຕ້ານ
​ການ​ສໍ້​ລາດ​ບັງ​ຫລວງ​ນັ້ນ. ຂ້ອຍ​ຄິດ​ວ່າ ​ການ​ປົກຄອງ​ດວຍ​ກົດໝາຍ​ ຄວນ​
ຮັບປະກັນ​ໃຫ້ ປະຊາຊົນ​ສາມາດ​ດຳລົງ​ຊີວິດ​ຢູ່​ໄດ້​ໃນດ້ວຍ​ຄວາມ​ສະຫງົບ​ສຸກ ​
ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເພື່ອ​ເຂົາ​ເຈົ້າ​ຈະ​ສາມາດ​ມີ​ຄວາມ​ຫວັງ
ຫລາຍ​ຂຶ້ນ ສຳ​ຫລັບ​ອະນາຄົດ.”

ນາງ​ຊຸນ ຊາວ​ປັກ​ກິ່ງ​ອີກ​ຄົນ​ນຶ່ງ ​ເວົ້າ​ວ່າ “​ແຕ່​ວ່າ ການ​ປັບປຸງ​ລະບົບ​ກົດໝາຍ​
ຈະ​ຕ້ອງ​ໃຊ້​ເວລາ. ຂ້ອຍ​ຫວັງ​ວ່າ ​ເລື້ອງ​ນີ້​ຈະ​ສາມາດ​ເຮັດ​ໄດ້ ເທື່ອ​ລະ​ເລັກ​
ລະ ​ນ້ອຍ ເທື່ອ​ລະ​ກ້າວ​ໄປ. ຂ້ອຍ​ຫວັງອີກ​ວ່າ ພວກ​ເຮົາ​ຈະ​ສາມາດ​ຖອດ
ຖອນບົດຮຽນ​ໄດ້ ຈາກ​ປະ​ສົບ​ປະການ​ອັນ​ສຳ​ເລັດ​ຜົນ​ຂອງ​ປະ​ເທດ​ອື່ນໆ ​
ແລະ​ທຳ​ການ​ປ່ຽນ​ແປງ​ຢ່າງແທ້​ຈິງ.”


ຊ່ຽວຊານ​ກົດໝາຍ He Jiahong ກ່າວ​ວ່າ ມີ​ການ​ຄາດໝາຍ​ກັນ​ອີກ​ວ່າ ກອງ​ປະຊຸມ
ຄົບຄະນະ ​ຄັ້ງ​ທີ 4 ນີ້ ຈະ​ໂອນ​ອຳນາດ​ຄວບ​ຄຸມ ​ສານ​ຂອງ​ເມືອງ​ ແລະ​ເຂດ​ເມືອງທັງ
ຫລາຍ ​ໄປ​ໃຫ້​ເຈົ້າ​ໜ້າ​ທີ່​ແຂວງ.

ທ່ານ He Jiahong ​ເວົ້າ​ວ່າ “ຄວາມ​ຈິງ​ແລ້ວ ພວກ​ສານ​ທ້ອງ​ຖິ່ນ​ທັງຫລາຍ​ແມ່ນ
ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ບັນດາ​ຜູ້​ນຳ​ພັກ​ໃນ​ທ້ອງ​ຖິ່ນ ​ເພາະວ່າ​ເງິນ​ຂອງ​ເຂົາ​ເຈົ້າ
ມາຈາກ​ລັດຖະບານ​ທ້ອງ​ຖິ່ນ. ບັນດາ​ຜູ້ນຳ​ພັກ​ໃນ​ທ້ອງ​ຖິ່ນ​ເປັນ​ຜູ້​ແຕ່ງ​ຕັ້ງພວກ​
ເຂົາ​ເຈົ້າ ​ເພາະສະ​ນັ້ນ​ແລ້ວ ກໍ​ແມ່ນ​ວ່າ ລະບົບ​ຕຸລາການ​ນັ້ນ​ບໍ່​ສາມາດ​ທີ່​ຈະ​ທຳ​
ການ​ຕັດສິນ​ໃຈ​ໃດໆ​ໄດ້ ທີ່​ເປັນ​ເອກະລາດ​ ​ແລະ​ບໍ່​ມີ​ການ​ແຊກ​ແຊງ​ຈາກ​ພວກ​
ຜູ້ນຳ​ທ້ອງ​ຖິ່ນ.”


ທ່ານ He Jiahong ກ່າວ​ຕໍ່​ໄປ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ການ​ຮັບຮອງ​ເອົາ​ການ​ປະຕິ​ຮູບ​ດັ່ງ
ກ່າວຢູ່​ໃນ​ກອງ​ປະຊຸມ​ອາທິດ​ນີ້​ກໍ​ຕາມ ​ແຕ່​ມັນ​ກໍ​ອາດ​ສາມາດ​ໃຊ້​ເວ​ລາ ​1 ຫາ 2 ປີ​ກໍ​ໄດ້
ກ່ອນ​ຈະ​ເປັນ​ໝາກຜົນ​ຂອງ​ມັນ.

ວີດີໂອ: ທາງການຈີນແນເປົ້າໝາຍໃສ່ຊັບສົມບັດຢູ່ນອກປະເທດ ຂອງພວກເຈົ້າໜ້າທີ່ ທຸຈະລິດ ຫລືສໍ້ລາດບັງຫລວງ:

China Targets Overseas Assets of Corrupt Officials
please wait

No media source currently available

0:00 0:02:46 0:00

China Political Meeting Seeks to Improve Rule of Law

China's communist leaders will host a top level political meeting this week, called the Fourth Plenum, and for the first time in the party's history, rule of law will be a key item on the agenda. Analysts and Chinese media reports say the meetings could see the approval of long-awaited measures aimed at giving courts more independence and include steps to enhance an already aggressive and high-reaching anti-corruption drive. VOA's Bill Ide has more from Beijing.]]

((NARRATOR))

The closed door meeting in Beijing comes as protests continue in Hong Kong and many watch for news about the fate of former national security chief Zhou Yongkang.

Like other ranking officials, Zhou is being investigated first by the party's disciplinary commission, not criminal investigators.

And that's the current reality in China, says legal scholar He Jiahong.

((HE JIAHONG, RENMIN UNIVERSITY,))
"The party's disciplinary inspection commission officers have more power. So they will have more effective investigations, but they are working outside of the legal framework. They are not criminal investigators according to our criminal investigation law."

((NARRATOR))

He says he hopes the meetings will give state investigators more centralized authority and power to tackle corruption cases.

Legal scholar Chen Guangzhong says the meetings will be a chance to put more restraints on official power.

((CHEN GUANGZHONG, LEGAL SCHOLAR, .... MANDARIN, MALE))
"To rule a country in accordance with the law first and foremost you need to rule in accordance with the constitution and emphasize that the communist party, as the party in power, must operate within the constraints of the constitution and the law, (there should be an) emphasis on using the law to restrict power."

((NARRATOR))

Chinese state media say the meetings aim to improve the quality and effectiveness of China's one party rule. And that is something residents of Beijing would like to see.

((LIU, BEIJING RESIDENT, ... MALE, MANDARIN))
"First (I'd like to see more) fairness, and secondly, a more balanced society."

((XIAO, BEIJING RESIDENT, ... FEMALE, MANDARIN))
"People are living in a society that feels surreal and there are expectations for the anti-corruption drive. I think rule of law should guarantee people can live healthy lives and maintain order. So that people can have more hope for the future."

((SUN, BEIJING RESIDENT, ... FEMALE, MANDARIN))
"Improving the legal system will take time though. I hope this can be done step by step, little by little. I also hope we can learn from other countries successful experiences and make some real change."

((NARRATOR))

Legal scholar He Jiahong says the Fourth Plenum also is expected to transfer the control of city and county courts to provincial authorities.

((HE JIAHONG, RENMIN UNIVERSITY,))
"In fact the (local courts) are all basically controlled by local party leaders because their money comes from the local government. Their appointments were made by the local party leaders, so the judiciary cannot make decisions independent from the interference of local leaders."

((NARRATOR))

He says that while the approval of that reform is expected during the meetings, it could take one to two years before results are seen.

XS
SM
MD
LG