ໄວຣັສໂຄໂຣນາກຳລັງລະບາດໄປໃນທົ່ວໂລກ ເບິ່ງຄືວ່າ ບໍ່ໄດ້ສົ່ງຜົນກະທົບຕໍ່ລາວພໍປານໃດທີ່ຈະເຮັດໃຫ້ແຜນການຂະໜາດໃຫຍ່ມະຫາສານຂອງຈີນ ທີ່ຈະເຊື່ອມຈອດລົດໄຟຄວາມໄວສູງພາຍໃນປະເທດແຫ່ງນີ້ ທີ່ບໍ່ມີທາງອອກສູ່ທະເລເພື່ອຈະໄປສູ່ທ່າເຮືອທັງຫຼາຍຂອງສິງກະໂປທີ່ມີກິດຈະກຳຢ່າງຄຶກຄັກ ໂດຍຈະແລ່ນຜ່ານດິນແດນຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້.
ພວກຄົນງານໄດ້ເລີ້ມວາງລາງລົດໄຟຊ່ວງທຳອິດໄປແລ້ວ ໂດຍມີເສັ້ນທາງຍາວ 414 ກິໂລແມັດ ຜ່ານປະເທດໃນເດືອນມີນາ, 5 ປີກ່ອນ ຫຼັງຈາກທີ່ໄດ້ວາງສີລາລຶກໄປແລ້ວ. ໂດຍມີອຸໂມງແລະຂົວຫຼາຍກວ່າສິບແຫ່ງຈະຕ້ອງໄດ້ເຈາະແລະສ້າງຜ່ານພູຜາແລະແມ່ນໍ້າຕ່າງໆ ທາງພາກເໜືອຂອງລາວ ອີງຕາມສື່ມວນຊົນຂອງທາງການທີ່ໄດ້ລາຍງານວ່າ ໂຄງການ 6 ຕື້ໂດລານີ້ ໄດ້ສຳເລັດໄປແລ້ວ 90 ເປີເຊັນ. ການເປີດບໍລິການແມ່ນມີກໍານົດຈະເລີ້ມຂຶ້ນພາຍໃນປີ 2022.
ບັນດານັກວິເຄາະກ່າວວ່າ ທາງລົດໄຟທີ່ຄົບຖ້ວນຍັງຄົງເປັນພາກສ່ວນນຶ່ງຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງທີ່ສຳຄັນຍິ່ງຂອງປັກກິ່ງ. ໂດຍເລີ້ມຕົ້ນໃນຄຸນໝິງເມືອງເອກຂອງແຂວງຢູໜານຂອງຈີນ ຊຶ່ງມັນຈະຊ່ອຍຂົງເຂດທີ່ຫ່າງໄກສອກຫລີກເຈາະເຂົ້າເສດຖະກິດທັງຫຼາຍທີ່ໃຫຍ່ທີ່ສຸດຂອງເຂດເອເຊຍຕາເວັນອອກສຽງໃຕ້ ໃນຂະນະດຽວກັນກໍເສີມຂະຫຍາຍອິດທະພົນທາງການເມືອງຂອງຈີນຕໍ່ປະເທດທັງຫຼາຍໃນຂັ້ນຕອນດັ່ງກ່າວ.
“ທາງລົດໄຟຈາກຄຸນໝິງໄປຫາສິງກະໂປ ເປັນບູລິມະສິດສູງສໍາລັບຈີນ. ມັນຈະອຳນວຍຂົງເຂດທາງພາກຕາເວັນຕົກຂອງຈີນທີ່ທຸກຍາກ ຊຶ່ງໃນປັດຈຸບັນນີ້ ເປັນພື້ນທີ່ບໍ່ມີທາງອອກສູ່ທະເລ ເຂົ້າຫາເຂດຕ່າງໆທີ່ຮັ່ງມີກວ່າໃນເອເຊຍຕາເວັນສຽງໃຕ້ໄດ້ຫຼາຍຂຶ້ນ. ມັນຈະເສີມຂະຫຍາຍການຄ້າຂາຍ ແລະການທ່ອງທ່ຽວ” ນັ້ນແມ່ນຄຳເວົ້າຂອງທ່ານເມີເຣຍ ຮີເບີດຕ໌ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບໂຄງການເອເຊຍຕາເວັນສຽງໃຕ້ ຢູ່ທີ່ສູນກາງດ້ານຍຸທະສາດແລະການສຶກສາຄົ້ນຄວ້າລະຫວ່າງປະເທດ ໃນນະຄອນຫຼວງວໍຊິງຕັນ ທີ່ໄດ້ກ່າວໄປ.
ທ່ານຮີເບີດຕ໌ ຜູ້ຂຽນປຶ້ມຊື່ວ່າ “Under Beijng’s Shadow: Southeast Asia’s China Challenge” ທີ່ກໍາລັງຈະອອກມານັ້ນ ກ່າວຕື່ມວ່າ “ມັນຈະເສີມຂະຫຍາຍໃນດ້ານອິດທິພົນຂອງຈີນ ແຕ່ກໍມີຂອບເຂດທີ່ຈຳກັດ. ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ຍັງຄົງກັງວົນໃຈກ່ຽວກັບເປົ້າໝາຍຂອງຈີນ.”
ທ່ານໃຫ້ຂໍ້ສັງເກດວ່າ ການກ່າວອ້າງກຳມະສິດໃນເຂດທະເລຈີນໃຕ້ຈາກບັນດາປະເທດດັ່ງກ່າວນັ້ນ ຍ້ອນຂັດແຍ້ງກັບປັກກິ່ງ ແລະພວກເຂົ້າເຈົ້າຖິ້ມໂທດໃສ່ ເຂື່ອນໄຟຟ້າຕ່າງໆຂອງຈີນ ເຮັດໃຫ້ແມ່ນໍ້າຂອງແຫ້ງລົງ ແລະເຮັດໃຫ້ສະພາບແຫ້ງແລ້ງໜັກຂຶ້ນກວ່າເກົ່າ ໃນບໍ່ເທົ່າໃດປີຜ່ານມານີ້.
ພາບທາງອາກາດຂອງແຜນການເສັ້ນທາງລົດໄຟນັ້ນ ຈະສະແດງໃຫ້ເຫັນວ່າ ມັນຄົດລ້ຽວຜ່ານດິນແດນຂອງລາວ ໄທ ແລະມາເລເຊຍກ່ອນຈະໄປເຖິງສິງ ກະໂປ ແລະຈະແລ່ນເຂົ້າຫານະຄອນຫຼວງ ຂອງບັນດາປະເທດດັ່ງກ່າວເຊັ່ນ ວຽງຈັນ ບາງກອກ ແລະກົວລາລຳເປີ ຕາມເສັ້ນທາງຂອງລົດໄຟນັ້ນ.