ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍສຳພັນຈີນ ແລະຟີລິບປິນດີຄືນອີກ ເມື່ອຟິລິບປິນຍົກເລີກແຜນສົ່ງທະຫານ ໄປເກາະ Spratly


ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ກ່າວຕໍ່ບັນດາສະມາຊິກທະຫານ.
ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ກ່າວຕໍ່ບັນດາສະມາຊິກທະຫານ.

ສາຍ​ສໍາພັນ​ລະຫວ່າງ​ຈີນ ​ແລະ ຟີລິບປິນປະກົດ​ວ່າ​ມີ​ສະຖານ​ລະ​ພາບ​ຂຶ້ນ ພາຍ​ຫລັງ
​ທີ່​ລັດຖະບານ​ນະຄອນ​ມະນີ​ລາ ​ໄດ້ຖອນ​ແຜນການ​ທີ່ຫັນ​ເອົາ​ເກາະ Spratly ທີ່​ມີ​ການ
​ຂັດ​ແຍ່ງ​ກັນ​ຢູ່ໃນ​ທະ​ເລ​ຈີນ​ໃຕ້ນັ້ນ ເປັນ​ເຂດ​ທີ່​ມີກໍາລັງ​ທະຫານ.

ປະທາ​ນາ​ທິບໍດີ Rodrigo Duterte ຂອງຟີລິບປິນທີ່​ເປັນ​ຜູ້​ມີ​ຊື່ສຽງ​ໃນ​ການ​ເວົ້າ ​ແບບ
​ເກງ​ກົວ​ໃຜ ​ແລະ​ປ່ຽນ​ແຜນ​ຢ່າງ​ວ່ອງ​ໄວ ​ໄດ້​ກ່າວ​ໃນ​ວັນ​ທີ 6 ​ເມສາຜ່ານ​ມາ​ນີ້ວ່າ ທ່ານ
​ຈະ​ສັ່ງ​ໃຫ້​ທະຫານ​ໄປ​ປະ​ຈໍາ​ການ​ຢູ່​ເກາະ Spratly ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ທະ​ເລ​ຈີນ​ໃຕ້
ທີ່​ລັດຖະບານ​ປັກ​ກິ່ງ ກໍ​ອ້າ​ງ​ເອົາ​ກໍາມະສິດ​ເຊັ່ນ​ກັນ. ທ່ານ​ໄດ້​ໃຫ້​ຄໍາໝັ້ນສັນຍາ​ດັ່ງກ່າວ ພາຍຫລັງ​ທີ່ໄດ້​ຮັບ​ຄໍາ​ຕິຕຽນທີ່ມີ​ຂຶ້ນຫລັງ​ຈາກອົງການ​ສື່​ມວນ​ຊົນ​ລາຍ​ງານວ່າ ທ່ານ​ຮູ້
ຈັກ​ດີ​ວ່າ​ເຮືອກໍ່າປັ່ນຂອງ​ຈີນ​ໄດ້​ທໍາ​ການ​ສໍາ​ຫລວດ​ຢູ່​ໃກ້​ຊາຍຝັ່ງມະຫາ​ສະໝຸດຂອງ​
ຟີລິບ​ປິນ ​ໃນ​ປີ​ກາຍ​ນີ້.

ທ່ານ Duterte ຕັ້ງ​ແຕ່​ນັ້ນມາ​ເວົ້າວ່າ ຟີລິບປິນຈະ​ພຽງ​ແຕ່​ປັບ​ປຸງ​ໂຄງ​ສ້າງ ຢູ່​ໃນດອນ​
ນ້ອຍໆ ​ເກົ້າ​ແຫ່ງ​ຢູ່​ໃນເກາະ Spratlyຊຶ່ງ​ປັດຈຸບັນ​ແມ່ນ​ຢູ່​ພາຍ​ໃຕ້ການ​ຄຸ້ມ​ຄອງ​ຂອງ
​ຕົນເທົ່ານັ້ນ ​ແລະ​ວ່າ ທ່ານ​ຈະ​ບໍ່​ໄປ​ຢ້ຽມຢາມເກາະ Pag-asa ດ້ວຍ​ຕົນ​ເອງ​ເພື່ອ​ໄປ
​ປັກ​ທຸງຊາດ​ຂອງ​ທ່ານ. ຜ່ານ​ມາ ທ່ານເຄີຍເວົ້າວ່າ ທ່ານ​ອາດ​ຈະ​ໄປ​ທີ່​ນັ້ນ ​ໃນ​ວັນຊາດ​ຂອງຟີລິບປິນ ​ໃນ​ວັນ​ທີ 12 ມິຖຸນາໜ້ານີ້.

ທ່ານ Jay Batongbacal ຜູ້​ອໍານວຍ​ການ​ສະ​ຖາ​ບັນ​ວ່າ​ດ້ວຍ​ວຽກງານ ການ​ເດີນ
​ເຮືອ​ທາງ​ທະ​ເລ ​ແລະ​ກົດໝາຍທາງ​ທະ​ເລ ຂອງ​ມະຫາວິທະຍາ​ໄລຟີລິບປິນ ກ່າວ​ວ່າ
“ທ່ານ Duterte​ ເວົ້າວ່າ ​ເພິ່ນ​ຈະ​ໄປ​ເກາ​ະ Pag-asa ​ເພື່ອ​ໄປ​ປັກ​ທຸງຊາດ​. ​ແຕ່​ມາ
​ຮອດ​ມື້ທີ​ສອງ ຫລື​ທີ​ສາມ ທ່ານ​ກໍ​ບໍ່​ໄດ້​ກ່າວ​ເຖິງເລື່ອງ​ນີ້ອີກ​ ​ເລີຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG