ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ຢູ່ໃນເສັ້ນທາງ ທີ່ຈະຂຶ້ນແທນ ສະຫະລັດ ໃນຖານະເປັນຜູ້ນຳ ໃນການສະໜອງພະລັງງານນິວເຄລຍ


ທຸງຊາດຂອງຈີນ ແມ່ນເຫັນຕິດຕັ້ງຢູ່ເທິງເຄື່ອງທົດລອງວັດຖຸດູດກະແສໄຟຟ້າສຸດຍອດທີ່ທັນສະໄໝ ຫຼື Experimental Advanced Superconducting Tokamak (EAST), ທີ່ເປັນເຄື່ອງປະຕິກອນນິວເຄລຍຟີວຊັ້ນ ໃນເມືອງເຮເຟ ແຂວງອານຮຸຍຂອງຈີນ, ວັນທີ14 ພະຈິກ 2018.
ທຸງຊາດຂອງຈີນ ແມ່ນເຫັນຕິດຕັ້ງຢູ່ເທິງເຄື່ອງທົດລອງວັດຖຸດູດກະແສໄຟຟ້າສຸດຍອດທີ່ທັນສະໄໝ ຫຼື Experimental Advanced Superconducting Tokamak (EAST), ທີ່ເປັນເຄື່ອງປະຕິກອນນິວເຄລຍຟີວຊັ້ນ ໃນເມືອງເຮເຟ ແຂວງອານຮຸຍຂອງຈີນ, ວັນທີ14 ພະຈິກ 2018.

ບັນດານັກຊ່ຽວຊານກ່າວວ່າ ຈີນກຳລັງຢູ່ໃນເສັ້ນທາງທີ່ຈະຂຶ້ນແທນສະຫະລັດ ໃນຖານະເປັນຜູ້ນຳຂອງໂລກໃນການຜະລິດແລະການຂາຍລະບົບພະລັງງານ ນິວເຄລຍ ໂດຍເປັນອີກຊ່ອງທາງນຶ່ງ ທີ່ຈະຂັບດັນໃຫ້ປັກກິ່ງກາຍເປັນມະຫາອຳນາດທາງດ້ານເສດຖະກິດແລະການທູດຂອງໂລກ.

ການສຶກສາຄົ້ນຄວ້າສະບັບນຶ່ງ ເມື່ອມໍ່ໆມານີ້ ໄດ້ຖືກພິມເຜີຍແຜ່ໃນວາລະສານ ການສຶກສາຍຸດທະສາດລາຍໄຕຣມາດ (Strategic Studies Quarterly) ຊຶ່ງເປັນວາລະສານອຸປະຖຳໂດຍກອງທັບອາກາດຂອງສະຫະລັດ ທີ່ໄດ້ພົບເຫັນວ່າ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ເຄື່ອງປະຕິກອນນິວເຄລຍ 96 ເຄື່ອງ ໄດ້ຖືກເຊື່ອມຕໍ່ເຂົ້າໃນຕາຂ່າຍໄຟຟ້າຢູ່ໃນ 13 ປະເທດ. ໃນຈຳນວນດັ່ງກ່າວນັ້ນ 45 ເຄື່ອງໄດ້ຖືກສ້າງຢູ່ໃນຈີນ ແລະ ອີກ 12 ເຄື່ອງຢູ່ໃນຣັດເຊຍ.

ວາລະສານດັ່ງກ່າວ ຍັງໄດ້ຊີ້ໃຫ້ເຫັນວ່າ ເຄື່ອງປະຕິກອນນິວເຄລຍ 54 ເຄື່ອງ ທິ່ກຳລັງຢູ່ໃນການກໍ່ສ້າງໃນປັດຈຸບັນນີ້ ຢູ່ຫຼາຍໆປະເທດໃນທົ່ວໂລກ 20 ເຄື່ອງ ແມ່ນມີສ່ວນກ່ຽວຂ້ອງກັບຈີນ ຫຼື ຣັດເຊຍ ແລະ 13 ເຄື່ອງແມ່ນໄດ້ຖືກອອກແບບໂດຍຈີນ.

ຍັງເປັນທີ່ຖົກຖຽງກັນຢູ່ວ່າ ມັນເປັນແຫລ່ງພະລັງງານທີ່ສະຫລັບຊັບຊ້ອນທີ່ສຸດ ແຕ່ພະລັງງານນິວເຄລຍ ໄດ້ສູນເສຍຄວາມນິຍົມຢູ່ໃນສະຫະລັດ ແມ່ນກະທັງຄວາມຕ້ອງການ ມັນໄດ້ຂະຫຍາຍກວ້າງອອກໄປໃນເຂດອື່ນໆ ໂດຍສະເພາະຢູ່ໃນບັນດາປະເທດທີ່ກຳລັງພັດທະນາ ຊຶ່ງເສດຖະກິດແລະຄວາມຕ້ອງການໄຟ ຟ້າຂອງພວກເຂົາເຈົ້າ ແມ່ນເພີ້ມສູງຂຶ້ນນັບມື້.

ເມື່ອຄຳນຶງເຖິງການປ່ອຍສູນຄວັນພິດ ແຫຼ່ງພະລັງງານທີ່ສະອາດແລ້ວ ພະລັງ ງານນິວເຄລຍແມ່ນສຳຄັນຫຼາຍ ສຳລັບຫຼາຍໆປະເທດ ທີ່ເສດຖະກິດກຳລັງພັດ ທະນາ ແລະແຜນການປ່ອຍສູນຄວັນພິດ ຂອງພວກເຂົາເຈົ້າ. ການຄາດຄະເນຂອງອົງການພະລັງປະລະມະນູສາກົນຫຼື IAEA ຢູ່ໃນບົດລາຍງານປະຈໍາປີຂອງຕົນເມື່ອປີກາຍນີ້ກ່າວວ່າ ຄວາມສາມາດດ້ານການຜະລິດໄຟຟ້າດ້ວຍພະລັງງານ ນິວເຄລຍຂອງໂລກນັ້ນ ຈະສູງຂຶ້ນສອງເທົ່າ ພາຍໃນປີ 2050.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG