ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະ​ຕິ​ເສດ ຕໍ່​ການ​ກ່າວ​ຫາ​ ຂອງປະ​ທາ​ນາ​ທິ​ບໍ​ດີ ​ທ​ຣ​ຳ ທີ່​ວ່າ ​ໄວ​ຣັ​ສໂຄ​ໂຣ​ນາ ເປັນ "ໄວ​ຣັ​ສ​ຈີນ​"


ແມ່​ຍິງ​ຄົນ​ນຶ່ງ ໃສ່​ໜ້າ​ກາກຍ່າງ​ຜ່ານ​ສູນ​ການ​ຄ້າໃນ​ນະ​ຄອ​ນຫຼວງ ໂຕ​ກຽວ ຂອງ​ຍີ່​ປຸ່ນ.
ແມ່​ຍິງ​ຄົນ​ນຶ່ງ ໃສ່​ໜ້າ​ກາກຍ່າງ​ຜ່ານ​ສູນ​ການ​ຄ້າໃນ​ນະ​ຄອ​ນຫຼວງ ໂຕ​ກຽວ ຂອງ​ຍີ່​ປຸ່ນ.

ຈີນ​ໄດ້​ສະ​ແດງ​ການຄັດ​ຄ້ານ​ຢ່າງແຮງໃນ​ວັນ​ອັງ​ຄານ​ວານ​ນີ້​ຕໍ່ການທີ່ປະ​ທາ​ນາ​ທິ​ບໍ​ດີ​ສະ
​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣໍ​າ ໄດ້​ໃຊ້​ຄຳ​ເວົ້າ “ໄວ​ຣັ​ສ​ຈີນ” ທີ່​ອ້າງ​ເຖິງ​ໂຄ​ໂຣ​ນາ​ໄວ​ຣັ​ສ ທີ່​ໄດ້
​ແຜ່​ລະ​ບາດ​ໄປ​ຫາກວ່າ 150 ປະ​ເທດ​ຢູ່ໃນ​ທົ່ວ​ໂລກ.

ໂຄ​ສົກ​ກະຊວງການ​ຕ່າງ​ປະ​ເທດ​ຈີນ ທ່ານ​ເກັງ ຊ​ວງ ກ່າວ​ວ່າ ພາ​ສາ​ເວົ້າ​ຂອງ​ທ່ານ​ທ​ຣຳ
ເຮັ​ດ​ໃຫ້​ຈີນ​ມີ​ຮອຍ​ເປິະເປື້ອນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ “ສະ​ຫະ​ລັດ​ຈະ
​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງຂັນ​ຕໍ່​ບັນ​ດາ​ອຸດ​ສາ​ຫະ​ກຳ​ເຊັ່ນ​ວ່າ ​ບັນ​ດາສາຍ​ການ​ບິນ
ແລະ​ອື່ນໆ ໂດຍ​ສະ​ເພາະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄວ​ຣັ​ສ​ຈີນ.”

ໃນອາ​ທິດ​ແລ້ວ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ແບ່ງ​ປັນ ​ການສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ຂອງ​ຄົນ
​ອື່ນ ​ທີ່​ລະບຸໄວ​ຣັ​ສ​ໂຄ​ໂຣ​ນາ​ວ່າ ເປັນ “ໄວ​ຣັ​ສຂອງ​ຈີນ.”

ເວ​ລາມີການ​ຖາມ​ໃນຂະນະທີ່ໄປລາຍ​ງານ​ຢູ່​ລັດ​ຖະ​ສະ​ພານັ້ນວ່າ ມັນເປັນຄວາມ ຜິດ​ພາດ​
ທີ່​ສຸດ ແລະ​ບໍ່​ເໝາະ​ສົມ ບໍ ສຳລັບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ໄດ້ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວ ຫົວ​ໜ້າ​ສູນ​ກາງ​
ປ້ອ​ງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດຂອງສະຫະລັດ ທ່ານ​ໂຣ​ເບີດ ເຣດ​ຟຽວ ກ່າວ​ວ່າ “ແມ່ນ.”

ທ່ານ​ເຣດ​ຟຽວ ກ່າວ​ວ່າ “ຈີນ​ແມ່ນຢູ່ໃນ​ຂັ້ນ​ທຳ​ອິດ. ເກົາ​ຫຼີ ແລະ​ອີີ​ຣ່ານ ແມ່ນຢູ່ໃນຂັ້ນ​ທີ
2 ພ້ອມ​ດ້ວຍ​ອີ​ຕາ​ລີ ບັດ​ນີ້ຮວມທັງ​ຢູ​ໂຣບ​ທັງ​ໝົດ.”

ອົງ​ການ​ອະ​ນາ​ໄມ​ໂລກ WHO ໄດ້​ກ່າວ​ເຖິງ​ໂຄ​ໂຣ​ນາ​ໄວ​ຣັ​ສວ່າ ເປັນໄວ​ຣັ​ສ COVID-19.

​ໃນ​ການ​ປະ​ກາດ​ຊື່ ຫົວ​ໜ້າ​ອົງ​ການ WHO ທ່ານ​ເຕ​ໂດ​ຣສ ແອດາ​ນອມ ເກີ​ເບ​ຣ​ເຢຊຸດ ກ່າວ​ວ່າ ການຕັ້​ງ​ຊື່​ດັ່ງ​ກ່າວ “ສຳ​ຄັນແມ່ນ​ເພື່ອ​ປ້ອງ​ກັນ​ການ​ໃຊ້​ຊື່ອື່ນໆ ທີ່
​ສ​າ​ມາດ​ບໍ່​ເປັນ​ທີ່​ຖືກ​ຕ້ອງ ຫຼືເພື່ອລະບຸຢ່າງເຈາະຈົງ.”

China expressed its strong opposition Tuesday to U.S. President Donald Trump using the term "Chinese virus" to refer to the novel coronavirus that has spread to more than 150 countries around the world.

Chinese Foreign Ministry spokesman Geng Shuang said Trump's language stigmatizes China.

Trump tweeted Monday: "The United States will be powerfully supporting those industries, like Airlines and others, that are particularly affected by the Chinese Virus."

Last week, Trump shared someone else's tweet labeling the coronavirus as "China Virus."

When asked at a congressional hearing if it was "absolutely wrong and inappropriate" for the president to use such language, the director of the Centers for Disease Control and Prevention Robert Redfield said, “Yes."

"China was the first phase. Korea and Iran were3 the second phase, with Italy, now all of Europe," Redfield said.

The World Health Organization refers to the novel coronavirus as the COVID-19 virus.

In announcing the name, WHO chief Tedros Adhanom Ghebreyesus said having such a designation "matters to prevent the use of other names that can be inaccurate or stigmatizing."

XS
SM
MD
LG